ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຊາວມຽນມາ ຢູ່ໃນສະຫະລັດ ຕ້ອງການປະທານາທິບໍດີ ທີ່ຮູ້ຈັກກ່ຽວກັບມຽນມາດີ


Burmese Immigrants Want a President that Knows Myanmar
please wait

No media source currently available

0:00 0:01:47 0:00

ພວກ​ຄົນ​ເຂົ້າ​ເມືອງເກືອບ 160,000 ຄົນຈາກ​ມຽນມາ ໄດ້​ເຂົ້າມາ​ໃນສະ​ຫະລັດ ໃນ​ໄລຍະ 10 ​ປີ​ທີ່​ຜ່ານ​ມານີ້. ຫຼາຍ​ພັນ​ຄົນ​ພາກັນ​ຕັ້ງ​ຖິ່ນ​ຖານ​ຢູ່ອ້ອມ​ແອ້ມເຂດ​ອ່າວ​ຂອງ​ນະຄອນ San Francisco ບ່ອນ​ທີ່ Mike O’Sullivan ລາຍ​ງານ​ວ່າ ​ເຂົາ​ເຈົ້າ​ກຳລັງມອງເຫັນວ່າ​ປະ​ເທດ​ຊາດ​ບ້ານ​ເມືອງ​ຂອງ​ເຂົາ​ເຈົ້າ ພວມ​ເອົາ​ບາດກ້າວ​ໄປສູ່ການ​ປະຕິ​ຮູບ​ປະຊາທິປະ​ໄຕ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ກຳລັງຄຸ່ນຄິດ ​ກ່ຽວກັບການຊົມ​ໃຊ້ປະຊາ​ທິ​ປະ​ໄຕໃນການ​ເລືອກ​ຕັ້ງ​ປີ​ນີ້ ຢູ່ໃນປະ​ເທດ​ທີ່​ໄດ້​ຮັບ​ເອົາ​ເຂົາ​ເຈົ້າ​ເຂົ້າມາ​ອາ​ໄສ​ຢູ່ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຫ້ອງ​ຮຽນເພື່ອຕຽມເສັງ​ເອົາ​ສັນຊາດ​ອາ​ເມຣິກັນ ​ໃກ້​ກັບ​ນະຄອນ San Francisco ​ໄດ້​ຊີ້​ບອກໃຫ້​ເຫັນຄວາມ​ແຕກ​ຕ່າງກັບ​ມຽນມາ ຫລັງ​ຈາກ​ຫ້າ​ທົດ​ສະ​ວັດ​ພາຍໃຕ້​ການ​ປົກຄອງ ຂອງ​ທະຫານ.

ນາງ Kyin Than ​ຄົນ​ເຂົ້າເມືອງຊາວ​ມຽນ​ມາ​ກ່າວ​ວ່າ “ມີ​ຫລາຍ​ໆຢ່າງ​ບໍ່​ມີ​ສິດເສລີພາບ ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງໄດ້​ຊອກ​ສະ​ແຫວ​ງຫາສິດເສລີພາບ ​ແລະ​ໄດ້​ມາ​ປະ​ເທດ​ນີ້.”

ອະ​ດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ແກ່​ບັນດາ​ຄົນ​ເຂົ້າ​ເມືອງ​ເຫລົ່າ​ນີ້ ຜູ້​ທີ່​ຍັງ​ຈົດ​ຈຳ​ໄດ້​ວ່າ ທ່ານ​ນາງ​ໃຫ້ການ​ສະໜັບສະໜູ​ນ​ຕໍ່​ຜູ້ນຳຝ່າຍ​ຄ້ານຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ຊຶ່ງ​ປັດຈຸບັນ​ນີ້ ​ເປັນ​ທີ່​ປຶກສາຂອງປະ​ເທດ​ດັ່ງກ່າວ.

ທ່ານ Htet Wint ສະມາຊິກຂອງ​ອົງການ “​ປະຊາ​ຄົມ​ນຶ່ງ​ດຽວມຽນມາ” ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ມັນ​ຈະ​ເປັນ​ປະ​ໂຫຍ​ດ​ທີ່​ສຸດ ທີ່​ມີປະທານາທິບໍດີ​ອາ​ເມຣິກັນ ທີ່​ຮູ້ຈັກ​ກ່ຽວ​ ກັບ​ມຽນມ້າ​ແທ້ໆ.”

ການ​ເຂົ້າ​ຮ່ວມ​ຊົມບຸນ​ຮູບ​ເງົາ​ເປັນ​ອີກທາງນຶ່ງ ທີ່​ພວກ​ຄົນ​ເຂົ້າ​ເມືອງ​ເຫລົ່ານີ້​ໄດ້​ມີໂອກາດ​ໂອ້​ລົມ​ກັນ​ກ່ຽວກັບ​ເລື້ອງ​ບ້ານ​ເກີດ​ເມືອງ​ນອນ ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ການເຄື່ອນ​ໄຫວ​ທາງ ດ້ານ​ການ​ເມືອງ​ຈາກບັນດາ​ຜູ້​ທີ່​ໄປ​ຢ້ຽມຢາມ​ເຊັ່ນ​ວ່າ​ນັກສະ​ແດງ ​ແລະ​ຜູ້​ອຳນວຍການສະ​ແດງ ​ຊຶ່ງວຽກ​ງານ​ຂອງ​ເຂົາ​ເຈົ້າ​ ໄດ້​ຖືກກີດ​ກັ້ນ​ ມາ​ເປັນ​ເວລາ​ຫລາຍໆ​ປີ ​ຈາກການກວດ ກາ​ຂອງ​ພວກທະຫານ.

ທ່ານ Kyaw Thu ນັກ​ສະ​ແດງ ​ແລະຜູ້ກຳກັບການສະແດງກ່າວ​ວ່າ "ບັດ​ນີ້​ພວກ​ເຮົາ​ໄດ້​ ມີ​ລັດຖະບານ​ໃໝ່. ມີ​ຫລາຍ​ຄົນທີ່​ຍັງ​ຕິດ​ຕໍ່​ກັບພວກ​ທະຫານ​ຢູ່ໃນ​ລະບອບ​ເກົ່າ ​ແລະ​ພວກ​ເຮົາ​ຕ້ອງ​ໄດ້​ຈັດການ​ກັບ​ກົດ​ລະບຽບ ​ແລະ​ກົດໝາຍ ຕ່າງໆ ​ແບບ​ຍຸຕິ​ທຳ ​ແລະ​ປາດ​ສະ​ຈາກ​ການ​ເຂົ້າ​ຂ້າງອອກ​ຂາ.”

​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຢາກ​ໃຫ້​ມີ​ການ​ປ່ຽນ​ແປງ​ຕື່ມ​ຂຶ້ນ​ຢູ່​ໃນ​ປະ​ເທດ​ຊາດ​ບ້ານ​ເກີດ​ເມື​ອງ ນອນຂອງພວກ​ເຂົາ​ເຈົ້ານັ້ນ ​ເຂົາ​ເຈົ້​າກັບ​ມອງ​ເຫັນ​ວ່າການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​ຢູ່​ໃນ​ສະຫະລັດນີ້ ທັງດ້ວຍຄວາ​ມຫວັງ ​ແລະ​ຄວາ​ມຢ້ານ​ກົວ.

​ແລະ​ໄດ້​ນຳ​ເອົາ​ສິ່ງ​ນັ້ນ ​ມາ​ສູ່່ການ​ເມືອງ​ຂອງ​ສະຫະລັດ.

ນາງ Phyu Phyu Hlaing ຄົນ​ເຂົ້າ​ເມືອງ​ຈາກ​ມຽນມ້າ ກ່າວ​ວ່າ “ຂ້າພະ​ເຂົ້າ​ສະໜັບສະ ໜູນ​ທ່ານ​ນາງ Hillary ​ເພາະວ່າ ການ​ໜີ​ມາ​ຈາກ​ປະ​ເທດ​ຄື​ດັ່ງມຽນມ້າ ຂ້າພະ​ເຈົ້າ​ເຊື່ອ​
ວ່າ ທ່ານ Donald Trump ​ເຮັດ​ໃຫ້​ຂ້າພະ​ເຈົ້າ ຫວນ​ຄິດ​ເຖິງ​ວິ​ທີ​ການ ຂອງ​ພວກ​ທະ ຫານ. ຂ້າພະ​ເຈົ້າ​ບໍ່​ຕ້ອງການ​ກັບ​ຄືນ​ໄປ​ຢູ່​ບ່ອນ​ນັ້ນ​ອີກ ນາງ​ເວົ້າ​ພ້ອ​ມດ້ວຍ​ສຽງ​ຫົວ​ອອກ​ມາ.”

ປະຊາ​ຄົມ​ມຽນມ້າ​ບໍ່​ແມ່ນ​ກຸ່ມ​ປ່ອ​ນບັດ​ທີ່​ໃຫຍ່ ​ແລະບໍ່​ມີ​ທ່າ​ທາງ​ວ່າ​ຈະ​ປ່ຽນ​ແປງ ການ​ເລືອກ​ຕັ້ງ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ປະຊາ​ຄົມ​ດັ່ງກ່າວ​ແມ່ນ​ໄດ້​ມີ​ການພົວພັນ ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ຊີວິດ ແລະ​ການ​ເມືອງຂອງ​ຊາວ​ອາ​ເມຣິກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG