ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານມຽນມາ ທາລຸນ ປະຊາຊົນ ຢູ່ໃນລັດກະຈິ່ນ


菲律賓中部塔克洛班市(又譯“獨魯萬”):菲律賓國旗和擦淚的倖存者
菲律賓中部塔克洛班市(又譯“獨魯萬”):菲律賓國旗和擦淚的倖存者

ກຸ່ມປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວ​ວ່າ ​ກໍາ​ລັງທະຫານ​ມຽນມາ​
ໄດ້ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ຫລາຍ​ຢ່າງ​ຢູ່ໃນລັດກ​ະຈິ່ນ

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ທີ່​ມີ​ສຳນັກງານ​ຕັ້ງຢູ່​ສະຫະລັດກຸ່ມ​ນີ້​ໄດ້​ພິມ​ເຜີຍ​ແຜ່​ລາຍ​ງານທີ່ຍືດ
ຍາວສະບັບ​ນຶ່ງ (ຄວ​າມທຸກທໍລະມານ​ທີ່​ບໍ່​ໄດ້​ເປີດ​ເຜີຍ: ການ​ລ່ວງ​ລະ​ເມີດ​ໃນ​ປາງ​ສົງຄາ​ມ
ແລະ​ການບີບ​ບັງ​ຄັບ​ໃຫ້​ຍົກຍ້າຍ​ຢູ່​ໃນ​ລັດກະ​ຈິ່ນຂອງມຽນມາ) ​ໃນ​ວັນ​ອັງ​ຄານມື້ນີ້ ​ໂດຍ
ໄດ້ສະແດງໃຫ້​ເຫັນ​ເຖິງການລ່ວງ​ລະ​ເມີດ​ຢູ່​ທີ່​ລັດ​ກະ​ຈິ່ນຊຶ່ງ​ເປັນ​ລັດ​ທີ່​ສອກຫຼີກຫ່າງ​ໄກ​ໃນ​ພາກ
ເໜືອ​ຂອງ​ມຽນມາ​ໃກ້ໆ​ຊາຍ​ແດນ​ຈີນ. ການ​ຢຸດ​ຍິງ​ທີ່​ດຳ​ເນີນມາ​ເປັນ​ເວລາ 17 ປີ​ສິ້ນສຸດ
ລົງເວລາ​ການ​ສູ້​ລົບ​ກັນ​ຄັ້ງ​ໃໝ່ໄດ້​ລະ​ເບີດ​ຂຶ້ນອີກລະ ​ຫວ່າງກອງທະ​ຫານ​ມຽນມາ ​
ແລະພວກ​ກະບົດ​ກະ​ຈິ່ນ ​ໃນ​ເດືອນ​ມິ​ຖຸ​ນາແລ້ວ​ນີ້.

ກຸ່​ມປົກ​ປ້ອງ​ສິດທິ​ມະນຸດ​ Human Rights Watch ກ່າວ​ວ່າ ກໍາລັງ​ທະ​ຫານ​ມຽນມາ​
ໄດ້​ສັງຫານຊາວ​ບ້ານ​ກະ​ຈິ່ນຢ່າງ​ຜິດ​ກົດໝາຍ ​ໂຈມ​ຕີ ໝູ່​ບ້ານ​ກະ​ຈິ່ນ ​ແລະ​ຍິງປືນ​ເຂົ້າ​
ໃສ່​ພົນລະ​ເຮືອນໂດຍ​ໄດ້​ຈັບ​ພວກ​ຊາວ ບ້ານ​ເຫຼົ່ານີ້ມາ​ທໍລະ​ມານ ​ແລະບັງ​ຄັບ​ໃຊ້​ແຮງ​ງານ
ຂົ່ມຂືນ​ພວກ​ແມ່ຍິງ ​ແລະ​ບັງຄັບ​ໃຫ້​ພວກ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າ​ເຖິງ 14 ປີ​ເຂົ້າ​ເປັນ​ທະຫານ ​
ໃນ​ຖັນ​ແຖວ​ຂອງ​ພວກ​ເຂົາ​ເຈົ້າ.

ມີ​ພວກ​ຊາວບ້ານ​ກະ​ຈິ່ນຫຼາຍ​ເຖິງ 75,000 ຄົນ ​ຕ້ອງ​ໄດ້​ພາກັນລົບໜີ​ນັບ​ຕັ້ງ​ແຕ່​ໄດ້ເກີດ​ມີ
ການສູ້​ລົບ​ກັນ​ຂື້ນ ​ລ​ະຫວ່າງທະຫານລັດຖະບານ ​ແລະ​ກອງ​ທັບເອກ​ກະລາດ​ຂອງເຜົ່າກະຈິ່ນ.
ກຸ່ມປົກ​ປ້ອງ​ສິດທິ​ມະນຸ​ດ Human Rights Watch ກ່າວ​ອີກ​ວ່າ ລັດ​ຖະ​ບານ​ມຽນມາໄດ້​
ກີດ​ກັ້ນບໍ່​ໃຫ້ສົ່ງການ​ຊ່ວຍ​ເຫລືອດ້ານ​ມະນຸດສະ​ທໍາ ​ໄປ​ຍັງສູນຕ່າງໆ​ບ່ອນ​ທີ່​ພວກອົບ​ພະ​ຍົບ
ລອດ​ຊີ​ວິມາ​ໄດ້ຈາກ​ການ​ສູ້​ລົບອາ​ໄສ​ຢູ່. ອົງການ​ຊ່ວຍ​ເຫລືອ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ
ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນສູນເຫຼົ່ານີ້​ໄດ້​ເມື່ອເດືອນ​ທັນວາປີ​ແລ້ວ​ ​ແຕ່​ວ່າ​ບໍ່​ສາມາດ​ເຂົ້າ​ໄປ​ຢ້ຽມ
ຢາມ​ຂົງ​ເຂດບ່ອນ​ທີ່ຊາວ​ກະ​ຈິ່ນຫຼາຍສິບ​ພັນ​ຄົນ​ທີ່​ຫຼົບໜີ​ຈາກ​ການ​ສູ້​ລົບ​ອາ​ໄສ​ຢູ່ນັ້ນ.

XS
SM
MD
LG