ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ.ນ. ຊູຈີ ພົບກັບ ປ. ທີ່ຖືກເລືອກໃໝ່ ຂອງເກົາຫຼີໃຕ້ (ສະໄລດ໌)


ທ່ານນາງອອງຊານ ຊູຈີ (ຊ້າຍ) ຜູ້ນໍາປະຊາທິປະໄຕມຽນມາ ພົບປະກັບ ທ່ານນາງ Park Geun-hye ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ຂອງເກົາຫລີໃຕ້ ທີ່ກຸງໂຊລ, ວັນທີ 29 ມັງກອນ 2013.
ທ່ານນາງອອງຊານ ຊູຈີ (ຊ້າຍ) ຜູ້ນໍາປະຊາທິປະໄຕມຽນມາ ພົບປະກັບ ທ່ານນາງ Park Geun-hye ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ຂອງເກົາຫລີໃຕ້ ທີ່ກຸງໂຊລ, ວັນທີ 29 ມັງກອນ 2013.
ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງອອງຊານ ຊູຈີ ແລະປະ
ທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ຂອງເກົາຫລີໃຕ້ ທ່ານນາງ
Park Geun-Hye ໃຫ້ຄໍາ ໝັ້ນສັນຍາວ່າ ຈະເພີ້ມການຮ່ວມ
ມື ລະຫວ່າງປະເທດທັງສອງໃຫ້ຫລາຍຂຶ້ນ ກວ່າເກົ່າໃນຂະນະ ທີ່ພວກທ່ານນາງພົບປະກັນໃນວັນອັງຄານມື້ນີ້ທີ່ກຸງໂຊລ. ການ
ພົບປະກັນລະຫວ່າງນັກການເມືອງຍິງສອງຄົນທີ່ມີຊື່ສຽງທີ່ສຸດ
ໃນເອເຊຍ ໄດ້ມີຂຶ້ນໃນຂະນະທີ່ທ່ານນາງອອງຊານ ຊູຈີ ເລີ້ມ
ການຢ້ຽມຢາມເກົາຫລີໃຕ້ເປັນເວລາ 5 ວັນ ຊຶ່ງເປັນການເດີນ
ທາງຄັ້ງທໍາອິດ ຂອງທ່ານນາງ ໄປຍັງປະເທດດັ່ງກ່າວ.

ທ່ານນາງ Park ຊຶ່ງໃນເດືອນໜ້າຈະກາຍເປັນປະທານາທິບໍດີ
ຜູ້ຍິງຄົນທໍາອິດຂອງເກົາຫລີໃຕ້ ໄດ້ກ່າວຕໍ່ຜູ້ນໍາປະຊາທິປະໄຕ
ຂອງມຽນມາວ່າ ທ່ານ ນາງມີຄວາມມຸ້ງຫວັງ ທີ່ຈະໄດ້ເຮັດວຽກ
ຮ່ວມກັນກັບທ່ານນາງ ເພື່ອຄວາມ ຢູ່ດີກິນດີຂອງປະຊາຊົນໃນປະເທດທັງສອງ. ທ່ານນາງ ກ່າວວ່າ:

“ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພວກເຮົາຈະສາມາດເຮັດວຽກຮ່ວມກັນໃນ ການສ້າງຕັ້ງປະ ເທດໃຫ້ມີສິດເສລີພາບ ແລະມີຄວາມຜາສຸກຫລາຍຂຶ້ນຢູ່ເກົາຫລີໃຕ້ ແລະມຽນມາ ຕະຫລອດ ທັງຢູ່ທົ່ວພາກພື້ນເອເຊຍ ແລະ ທົ່ວໂລກ ໃນອະນາຄົດ.”

ທາງດ້ານທ່ານນາງອອງຊານ ຊູຈີ ກໍໄດ້ເວົ້າວ່າ ທ່ານນາງຫວັງຢ່າງຍິ່ງວ່າ ມຽນມາຈະສາ ມາດຢູ່ໃນຖານະອັນດີກວ່າເກົ່າ ໃນການຊ່ວຍສົ່ງເສີມສັນຕິ ພາບ ແລະຄວາມອຸດົມສົມບູນ ຢູ່ບໍ່ພຽງແຕ່ໃນປະເທດຂອງທ່ານນາງ ແຕ່ຍັງຢູ່ທົ່ວໂລກນຳດ້ວຍ.

ກ່ອນໜ້ານັ້ນ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບທ່ານນີ້ ໄດ້ສົນທະນາ ຫາລື ເລື້ອງການຮ່ວມມືດ້ານການສຶກສາ ແລະການພັດທະນາເສດຖະກິດກັບປະທານາທິ ບໍດີ Lee Myung-bak ທີ່ກຳລັງຈະພົ້ນຈາກຕຳແໜ່ງນັ້ນ.

ເບິ່ງສະໄລດ໌ພາບກ່ຽວຂ້ອງ:
XS
SM
MD
LG