ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາສ້າງຄວາມກ້າວໜ້າ ໃນການປະຕິຮູບ ແຕ່ຍັງປະເຊີນ ກັບບັນຫາຊົນເຜົ່າຢູ່ (ວີດິໂອພາສາລາວ)


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ

ມຽນມາໄດ້ຮັບຄໍາຍ້ອງຍໍສັນລະເສີນຢ່າງໃຫຍ່ສໍາລັບການປະຕິ
ຮູບທາງ ການເມືອງແລະເສດຖະກິດຢ່າງວ່ອງໄວ ເມື່ອບໍ່ດົນ
ປານໃດຜ່ານມານີ້ແລະ​ຫລ້າ​ສຸດ​ກໍ​ແມ່ນ ໃນລະຫວ່າງການຢ້ຽມ
ຢາມຂອງປະທານາທິບໍດີ ບາຣັກ ໂອບາມາ ແຕ່ຄວາມວຸ້ນວາຍ
ບໍ່ສະຫງົບສຸກທີ່​ຍັງ​ມີ​ຢູ່​ຕໍ່​ມາ ໃນລັດກະຈິນ ແລະລັດຣາຄາຍນ໌
ພ້ອມກັບການຄັດຄ້ານຕໍ່ບໍ່ແຮ່ທອງແດງທີ່ໜຸນຫຼັງໂດຍຈີນນັ້ນ ໄດ້ກາຍເປັນສິ່ງທ້າທາຍ
ຕໍ່​ປະ​ເທດຊາດ ໂຮມທັງສໍາລັບທ່ານນາງ ອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ນັ້ນນໍາ.

ທ່ານໂອບາມາ ໄດ້ຊົມເຊີຍປະທານາທິບໍດີ ເທນ ເຊນ ອະດີດຜູ້ນໍາທະຫານ ພ້ອມທັງ ທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕຂອງມຽນມາ ສໍາລັບຄວາມພະຍາຍາມ
ຮ່ວມກັນຂອງພວກເຂົາເຈົ້າ.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ “ເສັ້ນທາງກ້າວໄປຂ້າງໜ້າ ຈະ​ເຕັມ​ໄປ​ດ້ວຍສິ່ງທ້າທາຍອັນ ໃຫຍ່ຫຼວງ ແລະຈະມີພວກທີ່ຕໍ່ຕ້ານພະລັງແຫ່ງການປ່ຽນແປງນີ້ ແຕ່ຂ້າພະເຈົ້າມາ
ຢືນຢູ່ທີ່ນີ້ ພ້ອມດ້ວຍຄວາມໝັ້ນໃຈວ່າ ບາງສິ່ງບາງຢ່າງ ແມ່ນກໍາລັງເກີດຂຶ້ນໃນ
ປະເທດມຽນມານີ້ ທີ່ຈະບໍ່ສາມາດຕ່າວປິ້ນໄດ້.”


ແຕ່ບັນດາກຸ່ມສິດທິເວົ້າວ່າ ການກະບົດທີ່ກໍາລັງດໍາເນີນໄປຢູ່ໃນລັດກະຈິນທາງພາກເໜືອ
ຂອງປະ​ເທດ ທີ່​ໄດ້ຍັງຜົນເຮັດໃຫ້ປະຊາຊົນຫຼາຍໝື່ນຄົນ ຕ້ອງພັດພາກຈາກຖິ່ນຢູ່ອາ​ໄສ ແລະຄວາມວຸ້ນວາຍ​ລະຫວ່າງ​ປະຊາ​ຄົມຢູ່ ໃນລັດຣາຄາຍນ໌ ທາງພາກຕາເວັນຕົກຂອງ
ປະເທດ ໃນປີນີ້ ກໍາລັງຂົ່ມຂູ່ຕໍ່ການປະຕິຮູບ. ການສູ້ລົບກັນລະຫວ່າງຊາວພຸດຣາຄາຍນ໌ ແລະສອງກຸ່ມມຸສລິມ ກໍຄືຊົນເຜົ່າໂຣຮິງຢາທີ່ໄຮ້ປະເທດ ແລະຊົນເຜົ່າ Kaman ນັ້ນ ໄດ້
ເຂັ່ນຂ້າປະຊາຊົນໄປແລ້ວຢ່າງໜ້ອຍ 170 ຄົນ ແລະຫຼາຍກວ່ານຶ່ງແສນຄົນຕ້ອງ ພັດພາກ
ຈາກຖິ່ນຢູ່ອາ​ໄສ ແລະ​ໄປພັກ​ເຊົາອັ່ງອໍກັນຢູ່ຕາມຄ້າຍອົບພະຍົບ ຊຶ່ງສ່ວນຫຼາຍແມ່ນຊາວ
​ມຸສລິ​ມ.

Phil Robertson ຮອງຜູ້ອໍານວຍການສິ້ງຊອມສິດທິມະນຸດ Human Rights Watch ປະຈໍາພາກພື້ນເອເຊຍ ເວົ້າວ່າ ຄວາມກ້າວໜ້າອາດຈະຕ່າວ​ປິ້ນຄືນໄດ້ ຖ້າຫາກວ່າ ຮາກເຫງົ້າຕົ້ນຕໍຂອງຄວາມຮຸນແຮງດັ່ງກ່າວນີ້ ຖືກປະປ່ອຍໄວ້ ໂດຍບໍ່ໄດ້ຖືກແກ້ໄຂ.

ທ່ານ Robertson ເວົ້າວ່າ: “ມັນມີຄວາມບໍ່ແນ່ນອນຫຼາຍສິ່ງຫຼາຍປະການ ທີ່ເຊື່ອມ
ໂຍງກັບບັນຫາໃຫຍ່
ກ່ຽວ​ກັບລັດຂອງບັນດາຊົນເຜົ່າ​ເຫລົ່າ​ນີ້ ​ເຊ່ນ​ວ່າ ຄວາມ​ລົ້ມ
​ແຫລວ​ຂອງ​ລັດຖະບານ​ໃນ​ການ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໃນລັດຣາຄາຍ​ນ໌
ພ້ອມກັບ
ການສືບຕໍ່ປະຫັດປະຫານກັນ
​ໃນສົງຄາມຕໍ່ຕ້ານຊົນເຜົ່າກະຈິນນັ້ນ ກໍ​ຖືກ​ເບິ່ງເຫັນ
ໂດຍກຸ່ມຊົນເຜົ່າອື່ນໆ
ວ່າ ເປັນສັນຍານ​ເຕືອນໃຫ້ຮູ້ວ່າ ທັງໝົດນີ້ ບໍ່ມີຫຍັງດີຂຶ້ນເລີຍ.”

ເຜົ່າ Rohingya ທີ່ຖືສາສະໜາມຸສລິມ ພາກັນຫລົບໜີຈາກມຽນມາ ໄປສູ່ ບັງກລາແດ້ສ ເພື່ອໜີຄວາມຮຸນແຮງໃນ ມຽນມາ.
ເຜົ່າ Rohingya ທີ່ຖືສາສະໜາມຸສລິມ ພາກັນຫລົບໜີຈາກມຽນມາ ໄປສູ່ ບັງກລາແດ້ສ ເພື່ອໜີຄວາມຮຸນແຮງໃນ ມຽນມາ.


ທ່ານນາງອອງຊານ ຊູຈີ ໄດ້ຍົກເອົາການປອງດອງຂອງ
ບັນດາຊົນເຜົ່າ ໃຫ້ເປັນນະໂຍບາຍຫຼັກຂອງການໂຄສະນາ
ຫາສຽງຂອງທ່ານນາງ. ​ແຕ່ໃນເວລາຕໍ່ມາ ບັນດານັກວິຈານ
ໄດ້ກ່າວໂຈມຕີທ່ານນາງ ທີ່ບໍ່ອອກສຽງອອກສຽງສະໜັບ
ສະໜຸນຊົນເຜົ່າໂຣຮິງຢາ ທີ່​ຖື​ກັນ​ວ່າເປັນຊົນເຜົ່ານ້ອຍ​
ເຜົ່າ​ນຶ່ງ ທີ່ຖືກປະຫັດປະຫານຫຼາຍທີ່ສຸດໃນໂລກ.

ບັນດານັກວິເຄາະເວົ້າວ່າ ນັກໂທດການເມືອງທີ່ຫັນມາຫຼິ້ນ
ການເມືອງທ່ານ​ນີ້ ກໍາລັງເອົາ ບົດບາດສະໜັບສະໜຸນຊົນ
ຊາວພຸດ ຊຶ່ງເປັນຊົນກຸ່ມໃຫຍ່ຂອງມຽນມາ ທີ່ຖືວ່າຊົນເຜົ່າໂຣຮິງຢາເປັນພວກຄົນຕ່າງດ້າວ ຜິດກົດໝາຍທີ່ມາຈາກ ປະເທດບັງກລາແດັສ ເຖິງແມ່ນພວກເຂົາເຈົ້າ​ໄດ້ອາ​ໄສຢູ່ໃນມຽນ
ມາ ມາໄດ້ຫຼາຍເຊັ່ນຄົນ ແລ້ວກໍຕາມ.

ທ່ານ ທິຕິນັນ ພົງສຸດທິຣັກ ​ຜູ້ອໍານວຍການສະຖາບັນຄວາມໝັ້ນຄົງ ແລະການສຶກສານາໆ ຊາດ ທີ່​ບາງກອກ ເວົ້າວ່າ:

“​ເຈົ້າ​ໜ້າ​ທີ່​ມຽນມາ​ໄດ້​ຂ້າ​ຜ່ານທ່ານນາງຊູຈີໄປ ໃນບັນຫານີ້ ​ແລະຂ້າພະເຈົ້າຄິດວ່າ
ເວລານີ້ ທ່ານນາງ​ແມ່ນຖືກຈໍາກັດໂດຍຄວາມ​ໄຝ່ຝັນ ທາງການເມືອງຂອງທ່ານນາງ
ເອງຢູ່ໃນມຽນມາ ​ຊຶ່ງ​ທ່ານ​ນາງ​ໝາຍ​ຕາໃສ່ໄຊຊະນະ ໃນການເລືອກຕັ້ງປີ 2015 ນັ້ນ.
ສະນັ້ນ ທ່ານນາງກໍບໍ່ຢາກສ້າງຄວາມບາດໝາງແກ່ພວກສະໜຸນສະໜຸນທ່ານນາງ. ​ແຕ່ໃນຂະນະດຽວກັນການລະເມີດສິດທິເຫຼົ່ານີ້ ກໍເປັນເລື້ອງທີ່​ຮ້າຍແຮງຫລາຍທີ່ຈະ
ຕ້ອງໄດ້ແກ້ໄຂ
.”

ການກວດລ້າງຢ່າງຮຸນແຮງ ຕໍ່ພວກທີ່​ຄັດຄ້ານບໍ່ແຮ່ທອງແດງທີ່ໜຸນຫຼັງ ໂດຍຈີນນັ້ນ ກໍ​ໄດ້ສ້າງຄວາມເປັນຫ່ວງວ່າ ພວກເຈົ້າໜ້າທີ່ອາດ​ຈະ​ບໍ່ປະ​ຕິ​ບັດ​ຕາ​ມ ຄໍາ​ໝັ້ນ​ສັນຍາ​ທີ່​ຈະ
ປົກປ້ອງຂໍ້ຕົກລົງກັນ ທີ່​ໄດ້ເຮັດໄວ້ກັບລັດຖະບານທະຫານມຽນມາຊຸດ​ກ່ອນ​ນັ້ນ.

Thura Ko Ko ຜູ້ອໍານວຍການບໍລິສັດ YGA Capital ກ່າວວ່າ ຈະຕ້ອງມີ​ການປະຕິຮູບ ການເມືອງໃຫ້ໄດ້ກ່ອນ ເສດຖະກິດຈຶ່ງ​ຈະຈະເລີນຮຸ່ງເຮືອງ.

ທ່ານ ທົວຣາ ໂກໂກ ເວົ້າວ່າ: “ຂ້າພະເຈົ້າຄິດວ່າ ຄວາມສ່ຽງທີ່​ຈະ​ເກີດຜົນ​ກະທົບ​ນັ້ນ​
ແມ່ນ​ມີ​ຂຶ້ນ​ໄດ້ ຖ້າຫາກວ່າບັນດານັກລົງທຶນຈາກຕ່າງປະເທດ ເຂົ້າມາໃນວິທີທາງທີ່
ບໍ່ຖືກຕ້ອງແລ້ວ. ພວກເຮົາກໍາລັງເຫັນເລຶ່ອງນີ້ ​ເກີດ​ຂຶ້ນກັບບາງນັກລົງທຶນ​ໃນປະເທດ
ເພື່ອນບ້ານຂອງພວກເຮົາ. ພວກເຂົາເຈົ້າມີສິດທິແລະເອກກະສິດ ຫຼາຍເປັນພິເສດ ໃນດ້ານໂຄງລ່າງພື້ນຖານ ແລະຊັບພະຍາກອນທໍາມະຊາດ. ພວກເຂົາເຈົ້າເຂົ້າມາ ສ້າງເຂື່ອນໄຟຟ້າ ພະລັງນໍ້າ ແລະອື່ນໆ ແລະມັນເປັນສິ່ງທີ່ພວກເຂົາເຈົ້າສາມາດ
ເອົາໄດ້ ແລະກໍໜ້າເສຍໃຈ ທີ່ພວກນັກລົງທຶນນັ້​ເຫລົ່າ​ນັ້ນ ໄດ້ເຮັດເກີນຂອບເຂດທີ່
ໃຫ້ໄວ້ ແລະເຮັດໄປໃນທາງຜິດ.”


ປະທານາທິບໍດີ ເທນ ເຊນ ຊຶ່ງຄັ້ງນຶ່ງເຄີຍເປັນຜູ້ສັ່ງກັກບໍລິເວນທ່ານນາງ ອອງຊານ ຊູຈີ ນັ້ນ ໄດ້ແຕ່ງຕັ້ງທ່ານນາງໃຫ້ເປັນຫົວໜ້າສືບສວນສອບສວນ ໂຄງການບໍ່ແຮ່ທອງແດງດັ່ງກ່າວ..

ມາ​ຮອດປັດຈຸບັນນີ້ ການຮ່ວມໄມ້ຮ່ວມມືຢ່າງເປັນມິດກັນຂອງບຸກຄົນ​ທັງ​ສອງ ແມ່ນໄດ້ແຜ້ວ
ທາງສໍາລັບການເດີນທາງ ທີ່​ເຕັມ​ໄປ​ດ້ວຍ​ບັນຫາຂອງ​ມຽນມາ ໄປສູ່ປະຊາທິປະໄຕທີ່ຄົນທັງ
ຫຼາຍຫວັງຢ່າງຍິ່ງວ່າ ຈະນໍາພາມຽນມາໄປສູ່ອະນາຄົດທີ່ສົດໃສໄດ້.



XS
SM
MD
LG