ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການຫ້າມ ປະຊາຊົນ ອອກເຮືອນ ຍາມກາງຄືນ ຫຼັງເກີດ ຄວາມວຸ້ນວາຍ ຢູ່ພາກກາງ ມຽນມາ (ວີດິໂອ)


ແຜນທີ່ຂອງມຽນມາທີ່ສະແດງໃຫ້ເຫັນລັດຣາໄຄນ໌ ທີ່ມີຄວາມເຄັ່ງຕຶງລະຫວ່າງຊາວພຸດ ແລະຊາວມຸສລິມ ເກີດຂຶ້ນໃນປີກາຍນີ້.
ແຜນທີ່ຂອງມຽນມາທີ່ສະແດງໃຫ້ເຫັນລັດຣາໄຄນ໌ ທີ່ມີຄວາມເຄັ່ງຕຶງລະຫວ່າງຊາວພຸດ ແລະຊາວມຸສລິມ ເກີດຂຶ້ນໃນປີກາຍນີ້.
ເຈົ້າໜ້າທີ່ຢູ່ພາກກາງຂອງມຽນມາ ໄດ້ຫ້າມບໍ່ໃຫ້ປະຊາຊົນ
ອອກເຮືອນໃນຕອນກາງຄືນລຸນຫລັງທີ່ໄດ້ເກີດຄວາມວຸ້ນ
ວາຍທາງສາສະໜາ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ
10 ຄົນແລະຕຶກອາຄານຂອງສາສະໜາອິສລາມສອງຫລັງ
ຖືກທໍາລາຍ.

ການປະທະກັນຫລາຍຄັ້ງໄດ້ລະເບີດຂຶ້ນໃນວັນພຸດວານນີ້
ລຸນຫລັງທີ່ມີການຜິດຖຽງກັນລະຫວ່າງລູກຄ້າຜູ້ນຶ່ງ ແລະເຈົ້າ
ຂອງຮ້ານຄໍາ ທີ່ເປັນຊາວມຸສລິມ ຢູ່ຕະຫລາດໃຫຍ່ໃນເມືອງ
Meilhtila ແຂວງມັນດາເລ.

ການຜິດຖຽງກັນໄດ້ກັບກາຍເປັນຄວາມຮຸນແຮງ ເມື່ອຊາວພຸດ ແລະຊາວມຸສລິມ ຫລາຍ
ຮ້ອຍຄົນໄດ້ພາກັນຫຸ້ມໄປຫາຮ້ານດັ່ງກ່າວ. ຕໍາຫລວດເວົ້າວ່າ ອາຄານຫລາຍຫລັງ ລວມທັງວັດ ແລະໂຮງຮຽນຂອງສາສະໜາອິສລາມໄດ້ຖືກຈູດເຜົາ.

ເຈົ້າໜ້າທີ່ເວົ້າວ່າ ມີຄູບາພຸດອົງນຶ່ງລວມຢູ່ໃນຈໍານວນຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ
ແລະນອກນັ້ນຍັງມີອີກຫລາຍກວ່າ 20 ຄົນ ໄດ້ຮັບບາດເຈັບ. ມີລາຍງານວ່າ ເຈົ້າໜ້າ
ທີ່ສາມາດຄວບຄຸມສະຖານະການໄດ້ແລ້ວ ລຸນຫລັງທີ່ຕໍາຫລວດໄດ້ຫ້າມບໍ່ໃຫ້ປະຊາ
ຊົນອອກເຮືອນໃນຕອນກາງຄືນ ແຕ່ຕໍາຫລວດກໍເວົ້າວ່າ ການ ກໍ່ຄວາມຮຸນແຮງໄດ້
ລະເບີດຂຶ້ນອີກໃນວັນພະຫັດມື້ນີ້.

ທ່ານ Derek Mitchell ເອກອັກຄະລັດຖະທູດສະຫະລັດປະຈໍາມຽນມາກ່າວ ໃນຖະ
ແຫລງການສັ້ນໆວ່າ ທ່ານ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບການກໍ່ຄວາມ
ຮຸນແຮງ ແລະຂໍສະແດງ “ຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງ” ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ
ຈາກເຫດການດັ່ງກ່າວ.

ຄວາມວຸ້ນວາຍທີ່ວ່ານີ້ ໄດ້ເນັ້ນໃຫ້ເຫັນເຖິງຄວາມເຄັ່ງຕຶງລະຫວ່າງຊາວພຸດ ທີ່ເປັນ
ຄົນກຸ່ມໃຫຍ່ ແລະຊາວມຸສລິມທີ່ເປັນຊົນກຸ່ມນ້ອຍ. ການປະທະກັນ ໃນປີກາຍນີ້ ຢູ່ໃນ
ລັດຣາໄຄນ໌ ໄດ້ສັງຫານປະມານ 200 ຄົນ ແລະໄດ້ເຮັດໃຫ້ອີກ ຫລາຍກວ່າ 1 ແສນຄົນ ຊຶ່ງສ່ວນໃຫຍ່ແມ່ນຊາວມຸສລິມ ຊົນເຜົ່າໂຣຮິງຢານັ້ນ ບໍ່ມີທີ່ຢູ່ອາໄສ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG