ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ​ປົກ​ປ້ອງ​​ ສິດທິ​ມະ​ນຸດ ຮຽກຮ້ອງ​ໃຫ້ ມຽນມາ ​​ປ່ອຍນັກ​ໂທດ​​ການ​ເມືອງ​​


ປະທານາທິບໍດີມຽນມາ ທ່ານ Thein Sein.
ປະທານາທິບໍດີມຽນມາ ທ່ານ Thein Sein.
ບັນດາກຸ່ມ​ປົກ​ປ້ອງສິດທິ​ມະ​ນຸດ ຮຽກຮ້ອງ​ໃຫ້ປະທານາທິບໍດີ
​ຫົວ​ປະຕິ​ຮູບ​ຂອງມຽນມາ ​ຮັກສາ​ຄໍາ​ໝັ້ນ​ສັນຍາ​ຂອງ​ທ່ານ​ທີ່​
ຈະ​ປ່ອຍ​ພວກນັກ​ໂທດການ​ເມືອງທັງ​ໝົດຂອງ​ມຽນມາ
ພາຍ​ໃນ​ທ້າຍ​ປີ​ນີ້.

ບັນດານັກ​ໂທດ​ການ​ເມືອງ​ຈໍານວນ​ຫຼາຍ​ຮ້ອຍ​ຄົນ​ທີ່​ຖືກຄຸມ​ຂັງ
​ຢູ່​ນັ້ນ ​ແມ່ນ​ໄດ້​ຖືກ​ປ່ອຍ​ໄປ​ແລ້ວ ​ໃນ​ໄລຍະ 2 ປີຜ່ານ​ມາ
ພາຍ​ໃຕ້​ຄື້ນຟອງ​ຂອງການ​ໃຫ້ນິລະ​ໂທດ​ກໍາ ທີ່​ສັ່ງ​ການ
ໂດຍປະທານາທິບໍດີ Thein Sein.

​ແຕ່ກໍ​ຍັງມີພວກຕໍ່ຕ້ານ​ລັດຖະບານຫຼາຍ​ສິບ​ຄົນຕິດຄຸກ​ຢູ່ຕໍ່​ມາ
​ແລະ​ມີ​ຫຼາຍໆ​ຄົນ​ຮ້ອງ​ຮຽນວ່າ ມຽນມາ​ຍັງ​ສືບ​ຕໍ່ຄຸມ​ຂັງພວກ​ທີ່​ຕໍາ​ນິຕິ​ຕຽນ​ລັດຖະບານ.

ກຸ່ມ​ປົກ​ປ້ອງສິດທິ​ມະ​ນຸດ Human Rights Watch ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ມີແຕ່
39 ຄົນເທົ່າ​ນັ້ນ​ຍັງ​ຖືກ​ຄຸມຂັງຢູ່ ​ອີງ​ຕາມບັນຊີລາຍ​ຊື່ພວກນັກ​ໂທດ​ທາງ​ການ​ເມືອງ​ທີ່
​ເກັບກຳ​ຮວບ​ຮວມ​ໂດຍ​ຄະນະ​ກໍາມະການ​ທົບ​ທວນຂອງ​ລັດຖະບານ.

​ແຕ່​ນັ້ນ ບໍ່​ໄດ້​ຮວມ​ເຖິງ 200 ກວ່າຄົນທີ່ຫາ​ກໍ​ຖືກ​ຈັບ​ໃນປີ​ນີ້ ​ໃນ​ຂໍ້​ຫາ​ທາງ​ການ​ເມືອງ
ຊຶ່ງ​ຫຼາຍຄົນ ​ແມ່ນຖືກ​ຈັບ​ພາຍ​ໃຕ້​ກົດໝາ​ຍໃໝ່ ທີ່​ຈໍາກັດ​ຮັດ​ແຄບຢ່າງ​ເຄັ່ງ​ຄັດ​ ກ່ຽວ​ກັບ
​ການ ​ປະ​ທ້ວງ​ນັ້ນ.

ກຸ່ມ​ປົກ​ປ້ອງສິດທິ​ມະ​ນຸດ Human Rights Watch ຕ້ອງການ​ຢາກ​ໃຫ້​ມຽນມາປ່ອຍ ພວກນັກ​ໂທດ​ທັງ​ໝົດ ​ແລະໃຫ້ປະຕິ​ຮູບ​ຫຼາຍຢ່າງ​ທາງ​ດ້ານ​ກົດໝາຍ​ເພື່ອປ້ອງ​ກັນບໍ່​ໃຫ້​ເກີດ​ການ​ຈັບ​ກຸມ​ຢ່າງ​ຕໍ່​ເນື່ອງ​ນັ້ນ.
XS
SM
MD
LG