ລິ້ງ ສຳຫລັບເຂົ້າຫາ

ສປຊ ວ່າ ສູນອົບພະຍົບ ໃນລັດຣາໄຄນ໌ ຂອງມຽນມາ ຢູ່ໃນສະພາບ ທີ່ບໍ່ໜ້າເຊື່ອ (ສະໄລດ໌)


ຫົວໜ້າ​ຝ່າຍ​ມະນຸດ​ສະ​ທໍາ ຂອງອົງການ​ສະຫະ​ປະຊາ​ຊາດ ທ່ານນາງ Valerie Amos.

ທ່ານນາງ Valerie Amos ຫົວໜ້າຮັບຜິດຊອບ ກິດຈະການມະນຸດສະທໍາ ຂອງອົງການສະຫະປະຊາຊາດ ກ່າວວ່າ ສູນອົບພະຍົບຂອງພວກມຸສລິມໂຣຮິງຢາ ທີ່ໄດ້ຮັບເຄາະຈາກການກໍ່ຄວາມຮຸນແຮງ ລະຫວ່າງຊົນເຜົ່າ ຢູ່ໃນມຽນມາ ເມື່ອບໍ່ດົນຜ່ານມານັ້ນ ແມ່ນມີແອອັດຢ່າງບໍ່ໜ້າເຊື່ອ. Ron Corben ຜູ້ສື່ຂ່າວວີໂອເອ ລາຍງານ ມາຈາກ ບາງກອກວ່າ ທ່ານນາງ Valerie Amos ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ກົດດັນໃຫ້ມຽນມາ ແກ້ໄຂບັນຫາເລື່ອງສັນຊາດຂອງ ພວກໂຣຮິງຢາທີ່ບໍ່ມີປະເທດນັ້ນ ແລະດຳເນີນການຕໍ່ໄປໃນຄວາມພະຍາຍາມ ເພື່ອສ້າງຄວາມປອງດອງຊາດ ລະຫວ່າງປະຊາຄົມທັງສອງ. ໄພສານມີລາຍລະອຽດມາສະເໜີທ່ານ.

ທ່ານນາງ Valerie Amos ຫົວໜ້າກິດຈະການມະນຸດສະທຳຂອງ
ອົງການສະຫະປະຊາຊາດ ໄດ້ກ່າວຕໍ່ພວກນັກຂ່າວ ຫຼັງຈາກການ ຢ້ຽມຢາມມຽນມາເປັນເວລາ 4 ມື້ໃນຕົ້ນເດືອນນີ້ວ່າ ສະພາບການ
ໃນສູນຕ່າງໆ ທີ່ພວກເຄາະຮ້າຍຍ້ອນຄວາມຮຸນແຮງລະຫວ່າງຊົນ
ຊາດຊົນເຜົ່າພັກພາອາໄສຢູ່ນັ້ນ ແມ່ນຂີ້ຮ້າຍຫຼາຍ ຖ້າຈະເວົ້າເຖິງ ເລື່ອງຄວາມແອອັດແລະສຸຂາພິບານ.

ທ່ານນາງ Amos ໄດ້ໄປຢ້ຽມ ສູນຕ່າງໆ 8 ແຫ່ງ ໃນລັດຣາໄຄນ໌
ທາງພາກຕາເວັນຕົກຂອງມຽນມາບ່ອນທີ່ໄດ້ເກີດການປະທະກັນ ແລະການຈູດຢ້າວເຜົາເຮືອນ ໃນປີນີ້ ທີ່ເຮັດໃຫ້ເກືອບ 200 ຄົນ
ເສຍຊີວິດ ແລະອີກ 115,000 ຄົນຕ້ອງອົບພະຍົບຫຼົບໜີ. ທ່ານ
ນາງເວົ້າວ່າ ໃນຂະນະທີ່ສະພາບການຢູ່ໃນສູນແຕ່ລະແຫ່ງແຕກ
ຕ່າງກັນໄປນັ້ນແຕ່ປະກົດວ່າສູນ Myebon ແມ່ນມີຄວາມຂີ້ຮ້າຍ
ຫຼາຍເປັນພິເສດ.

ທ່ານນາງ Amos ເວົ້າວ່າ “ຜູ້ຄົນແມ່ນຢູ່ກັນຢ່າງແອອັດກັນຫຼາຍ. ພວກຜູ້ຊາຍ ແມ່ຍິງ
ແລະເດັກນ້ອຍພາກັນອາໄສຢູ່ໃນຕູບຜາຕັ້ງເຫຼົ່ານີ້ ຊຶ່ງໂດຍທົ່ວໄປແລ້ວ ແມ່ນມີໄວ້
ສຳລັບໃຫ້ຜູ້ຄົນໃນຈຳນວນບໍ່ຫຼາຍອາໄສຢູ່. ເລື່ອງສຸຂາພິບານກໍຂີ້ຮ້າຍຫຼາຍແທ້ໆ. ເລື່ອງນໍ້າໃຊ້ ສຳລັບພວກອົບພະຍົບ ການໄດ້ຮັບນໍ້າໃຊ້ ສຳລັບອາບ ສຳລັບເຮັດກິນ
ແລະອື່ນໆນັ້ນ ແມ່ນຂາດເຂີນຫລາຍແທ້ໆ. ສູນເຫຼົ່ານີ້ ບໍ່ມີໂຮງຮຽນ ແລະພວກເດັກ
ນ້ອຍ ກໍບໍ່ສາມາດໄປໂຮງຮຽນຢູ່ບ່ອນໃດໄດ້."


ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດກ່າວຕື່ມວ່າ ມຽນມາຫຼືພະມ້າ ພວມປະເຊີນ ກັບບັນຫາທ້າທາຍດ້ານມະນຸດສະທຳຫຼາຍໆຢ່າງ ໂດຍທີ່ມີຫລາຍເຖິງ 5 ແສນຄົນ ກາຍເປັນອົບພະຍົບ ຍ້ອນບັນຫາຂັດແຍ້ງໃນເຂດທ້ອງຖິ່ນ. ທ່ານນາງເວົ້າວ່າ ຄວາມຮຸນແຮງທີ່ວ່ານີ້ໄດ້ພາໃຫ້ເກີດຮອຍແຕກແຫງຂະໜາດໃຫຍ່ລະຫວ່າງປະຊາຄົມ ຊາວພຸດແລະຊາວມຸສລິມ.

ເຖິງແມ່ນທ່ານນາງໄດ້ກ່າວຊົມເຊີຍ ການປະຕິຮູບທາງດ້ານການເມືອງພາຍໃຕ້ການນຳ
ພາຂອງປະທານາທິບໍດີ Thien Sein ທີ່ທ່ານນາງໄດ້ພົບປະສົນທະນານຳນັ້ນ ທ່ານນາງ ກໍໄດ້ຮຽກຮ້ອງເຊັ່ນກັນ ໃຫ້ລັດຖະບານມຽນມາແກ້ໄຂຄວາມວິຕົກກັງວົນຂອງສະຫະປະ ຊາຊາດ ແລະໄດ້ສະເໜີໃຫ້ການຊ່ອຍເຫຼືອຂອງສະຫະປະຊາຊາດນຳ.

ບັນຫາການຖືສັນຊາດຫຼືເປັນພົນລະເມືອງຂອງຊາວໂຣຮິງຢາທີ່ບໍ່ມີປະເທດນັ້ນ ແມ່ນເປັນ ເລື່ອງທີ່ຫຼໍ່ແຫຼມຫຼາຍຢູ່ໃນມຽນມາ. ຊາວພຸດຈຳນວນນຶ່ງກ່າວອ້າງວ່າ ຊາວໂຣຮິງຢາແມ່ນ ເປັນຄົນບັງກະລາແດັສ.

ທ່ານນາງ Amos ເວົ້າວ່າ “ຜູ້ໃຫ້ບໍລິຈາກແລະປະເທດຕ່າງໆຈຳເປັນຕ້ອງໄດ້ສືບຕໍ່ ກົດດັນລັດຖະບານມຽນມາໃຫ້ແກ້ໄຂບັນຫາເລື່ອງການຖືສັນຊາດແລະໃນເວລາ
ດຽວກັນ ກໍເລີ້ມຂັ້ນຕ້ອນໃນການສ້າງຄວາມຖືກຕ້ອງປອງດອງຊາດ.”


ອົງການສະຫະປະຊາຊາດກ່າວວ່າ ຕົນໄດ້ຮັບເງິນຊ່ອຍເຫຼືອແລ້ວ 27 ລ້ານໂດລາສຳລັບ ພວກອົບພະຍົບໃນລັດຣາໄຄນ໌ ແຕ່ກໍຍັງມີຄວາມຕ້ອງການຕື່ມອີກ 41 ລ້ານໂດລາ ພາຍ ໃນເດືອນມິຖຸນາ ປີ 2013 ນີ້.

ນອກນັ້ນ ທ່ານນາງ Amos ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມເປັນຫ່ວງກ່ຽວກັບພວກອົບພະຍົບ ພາຍໃນປະເທດຈຳນວນຫຼາຍໆພັນຄົນທີ່ລັດ Kachin ທາງພາກຕາເວັນອອກຂອງມຽນ ມາ. ປະມານ 75,000 ຄົນ ໄດ້ຖືກບັງຄັບ ໃຫ້ຫລົບໜີ ໄປຈາກເຮືອນຊານບ້ານຊ່ອງຂອງ ພວກເຂົາເຈົ້າ ຍ້ອນການສູ້ລົບກັນລະຫວ່າງພວກ Kachin ແລະທະຫານມຽນມາ.

ທ່ານນາງກ່າວວ່າ ເວລານີ້ແມ່ນມີຄວາມຕ້ອງການໆຊ່ອຍເຫຼືອເປັນທີ່ສຸດສຳລັບ 40 ພັນ ຄົນທີ່ອາໄສຢູ່ໃນເຂດຕ່າງໆ ບ່ອນທີ່ອົງການສະຫະປະຊາຊາດເຂົ້າໄປບໍ່ເຖິງນັ້ນ.

ກຸ່ມປົກປ້ອງສິດທິມະນຸດ ຕາໜ່າງທາງເລືອກອາຊ່ຽນ ໄດ້ສະແດງຄວາມຍິນດີນໍາຄໍາຮຽກ ຮ້ອງຂໍການຊ່ອຍເຫຼືອຂອງສະຫະປະຊາຊາດ ແລະການປະຕິຮູບໃນມຽນມາ.

ແຕ່ໃນຂະນະດຽວກັນ ກຸ່ມດັ່ງກ່າວນີ້ກໍເຕືອນວ່າ ປະຊາຄົມນາໆຊາດຄວນຄໍ້າປະກັນວ່າ ລັດຖະບານໃນນະຄອນຫຼວງເນປີດໍ ຈະປະຕິບັດຕາມຄຳສະເໜີແນະຕ່າງໆຂອງສະຫະ ປະຊາຊາດ. ນາງ Debbie Stothard ໂຄສົກຂອງກຸ່ມໃຫ້ຄວາມເຫັນວ່າ:

ນາງ Stothard ເວົ້າວ່າ “ຖ້າເນປີດໍ ບໍ່ໄດ້ດຳເນີນການຫຍັງຫຼືວ່າໃນຄວາມເປັນຈິງ ແລ້ວປະພຶດຕົນໃນທາງລົບຫຼາຍຂຶ້ນ ຂ້າພະເຈົ້າຄິດວ່າມັນຈະເປັນຄຳເຕືອນສຳລັບ
ປະຊາຄົມນາໆຊາດທັງໝົດເພາະວ່າ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະປະຊາ
ຊາດ ໄດ້ເດີນທາງໄປຢ້ຽມຢາມ ໄດ້ຮັບຟັງລາຍງານຂ່າວ ໄດ້ເຫັນສະຖານະການ
ຢ່າງຈະແຈ້ງ ຊຶ່ງທ່ານນາງກໍໄດ້ຖະແຫຼງໃຫ້ຊາບແລ້ວ.”


ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າມັນເປັນເລື່ອງຮີບດ່ວນທີ່ປະຊາຄົມນາໆຊາດຕ້ອງ ໄດ້ເຂົ້າໄປເຖິງພວກອົບພະຍົບພາຍໃນ ໂດຍສະເພາະ ພວກຊົນເຜົ່າ Kachin ທີ່ກຳລັງ ປະເຊີນກັບລະດູໜາວ ຢູ່ໃນພາກເໜືອຂອງມຽນມາ ແລະຕ້ອງການຄວາມຊ່ອຍເຫຼືອຫຼາຍ ໄປກວ່າຜ້າຢາງກັນຝົນແລະໃຊ້ບ່ອນຢູ່ອາໄສນັ້ນ.

ທ່ານນາງ Amos ຫົວໜ້າດ້ານມະນຸດສະທຳ ຂອງອົງການສະຫະປະຊາຊາດກ່າວວ່າ ປະ ຊາຄົມໃນລັດຣາໄຄນ໌ຍັງມີຄວາມຮູ້ສຶກເຊັ່ນກັນວ່າພວກຕົນໄດ້ຖືກປະຖິ້ມຖ້າຫາກເວົ້າເຖິງ ເລື່ອງການພັດທະນາໃນທົ່ວປະເທດມຽນມາ ໂດຍຊີ້ໃຫ້ເຫັນເຖິງຄວາມຕ້ອງການຢ່າງຮີບ ດ່ວນໃນເວລານີ້ ເພື່ອແກ້ໄຂຄວາມບໍ່ພໍໃຈຂອງພວກເຂົາເຈົ້ານັ້ນ.

ເບິ່ງສະໄລດ໌ປະກອບລາຍງານພາສາອັງກິດ ກ່ຽວກັບເລື້ອງນີ້:

XS
SM
MD
LG