ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເລຂາທິການໃຫຍ່ ສປຊ ດີໃຈນໍາການປະຕິຮູບ ທີ່ມຽນມາ


ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ.
ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ.


















ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ​ມີຄວາມ​ດີ​ໃຈ​ຫລາຍ
ນໍາ​ການ​ປະຕິ​ຮູບ ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ໃນ​ມຽນມາ ມາ​ຮອດ​ປັດຈຸບັນ​ນີ້​ແລະ​ກ່າວ​
ຕໍ່​ໄປ​ວ່າ ທ່ານ​ວາງ​ແຜນ​ຈະໄປຢ້ຽມຢາມ​ທີ່​ນັ້ນ​ອີກ​ຄັ້ງ​ນຶ່ງ​ໃນ​ເວລາ​ໄວໆ​ນີ້.

ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ພັນ​ກິ​ມູນ ກ່າວ​ວ່າ ທ່ານ​ມີ​ກໍາລັງ​ໃຈ​ຫລາຍ​ ນໍາ​ການເຄື່ອນ​ໄຫວ​
ຕ່າງໆຂອງ​ປະທານາທິບໍດີ Thein Sein ​ເຊ່ນ ການ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງນັ້ນ
ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ເອງ​ພ້ອມ​ດ້ວຍ​ພວກ​ນັກ​ການ​ທູດ​ອື່ນໆ​ຂອງ​ສະຫະ​ປະຊາ​ຊາດ
ໄດ້​ສືບ​ຕໍ່ແລະ​ດ້ວຍ​ຄວາມ​ອົດທົນ ດໍາ​ເນີນ​ການ​ທາງ​ການ​ທູດ​ຢ່າງເປີດ​ເຜີຍແລະຫລັງ​ສາກ
ກັບ​ລັດຖະບານ​ມຽນມາ​ນັ້ນ.

ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ ການ​ຢ້ຽມຢາມມຽນມາໃນຄັ້ງ​ກ່ອນ
ຂອງ​ທ່ານ ​ພ້ອມ​ທັງ​ການ​ຢ້ຽມຢາມຂອງ​ພວກ​ທີ່​ປຶກສາພິ​ເສດ ​ໄດ້​ເປັນ​ການ​ລິ​ເລີ້ມສໍາລັບ
ການ​ພົວພັນ​ຂອງ​ນາໆ​ຊາດ​ກັບ​ມຽນມາ​ນັ້ນ.

ໃນ​ວັນ​ພຸດ​ວານ​ນີ້​ເຊ່ນ​ກັນ ພວກ​ເຈົ້າ​ໜ້າ​ທີ່​ທີ​ມນຶ່ງ​ຈາກ​ກອງ​ທຶນ​ສາກົນ ຫລື IMF ທີ່​ຫາ​
ກໍ​ເສັດ​ສິ້ນ​ ​ການ​ຢ້ຽມຢາມ​ມຽນມາຂອງ​ເຂົາ​ເຈົ້າ ​ເວົ້າ​ວ່າມຽນມາ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ
ທີ່​ຈະ​ກາຍ​ເປັນ ​ເຂດ​ແດນ​ເສດຖະກິດ​ໃຫຍ່​ແຫ່ງ​ນຶ່ງ​ ໃນ​ເອ​ເຊຍ​ໄດ້. ບັນດາ​ເຈົ້າ​ໜ້າ​ທີ່ຈຸນີ້
ຮຽກຮ້ອງ​ໃຫ້​ມຽນມາ ​ຍົກ​ເລີກ​ສິ່ງ​ກີດຂວາງ​ຕ່າງໆ​ ຕໍ່​ການ​ເຕີບ​ໂຕ ໂດຍ​ເປີດ​ການ​ຄ້າເສລີ
ແລະ ໃຫ້​ມີ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ​ພ້ອມ​ທັງ​ໃຫ້​ປັບປຸງພາກສ່ວນ​ການເງິນ
ຂອງ​ຕົນ​ໃຫ້​ທັນ​ສະ​ໄໝ.

XS
SM
MD
LG