ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກທ່ຽວທ່ອງ ພາກັນລຸຫລັ່ງ ໄປຢ້ຽມຢາມມຽນມາ (ເບິ່ງວີດີໂອລາວ/ອັງກິດ)


ການປະຕິຮູບຕ່າງໆດ້ານການເມືອງຂອງມຽນມາ ໄດ້ດຶງດູດຄວາມສົນໃຈ ຈາກນານາຊາດ ແລະສົ່ງຜົນໃຫ້ອຸດສາຫະກໍາທ່ອງທ່ຽວຂອງປະເທດ ທີ່ກໍາລັງກໍ່ຮ່າງຂຶ້ມານັ້ນ ມີຄວາມຄຶກຄັກ ຂະຫຍາຍໂຕຂຶ້ນມາຢ່າງໃຫຍ່. ບັນດາໂຮງແຮມ ແລະພວກຈັດການທ່ອງທ່ຽວທັງຫລາຍ ກໍາລັງພາກັນຂົນຂວາຍເພື່ອໃຫ້ສາມາດ ຮອງຮັບຄວາມຮຽກຮ້ອງຕ້ອງການ ທີ່ນັບມື້ເພີ່ມທະ ວີຂຶ້ນ ຈາກພວກນັກທ່ອງທ່ຽວທີ່ກະຕືລືລົ້ນ ທີ່ຈະໄດ້ເຫັນປະເທດມຽນມາ ທີ່ກໍາລັງຢູ່ໃນທ່າມ ກາງການຜັນປ່ຽນນັ້ນ. ຜູ້ສື່ຂ່າວວີໂອເອ Danielle Berstein ມີລາຍງານກ່ຽວກັບເລື້ອງນີ້ ມາຈາກນະຄອນຢ່າງກຸ້ງ ຊຶ່ງດາຣາຈະນໍາມາສະເນີທ່ານ.

ເບິ່ງວີດີໂອພາສາລາວ:

ເມື່ອອາທິດແລ້ວນີ້ ທີ່​ນະຄອນ​ຢ່າງ​ກຸ້ງ ​ນາງ​ສາວ​ມຽນມາ ຈໍານວນ 20 ຄົນ ​ໄດ້ເຂົ້າ​ປະ​
ກວດ​ເອົາ​ຕໍາ​ແໜ່​ງ ເທພີ​ທ່ອງ​ທ່ຽວ​ມຽນມາ​ປີ 2012 ຊຶ່ງເປັນ​ການ​ປະ​ກວດ​ສາວງາມທີ່ຈັດ
ຂຶ້ນໂດຍ​ຄະນະ​ກໍາມະການ​ທ່ອງ​ທ່ຽວ ​ເພື່ອ​ດຶງ​ດູດ​ເອົາພວກ​ທ່ອງ​ທ່ຽວຈາກ​ຕ່າງປະ​ເທດ.

ທ່ານ Kyaw Htun ​ເລຂາ​ຄະນະ​ກໍາມະການ​ການທ່ອງທ່ຽວ ກ່າວ​ວ່າ ການ​ສະໜັບ
ສະໜຸນໃຫ້ມີ​“ການທ່ອງທ່ຽວ​ແບບທີ່ມີຄວາມຮັບຜິດຊອບ” ຂອງ​ທ່າ​ນນາງ ອອງ ຊານ
ຊູ​ຈີ ​ເມື່ອ​ປີຜ່ານມາ​ນີ້ ແມ່ນ​ໄດ້​ເປັນການສົ່ງເສີມທີ່ສໍາຄັນ​ ຢູ່​ໃນ​ມຽນມາ. ທ່ານ Htun ​
ໃຫ້​ຂໍ້​ສັງ​ເກດ​ວ່າ:

“ກ່ອນ​ປີ 2010 ນັ້ນ ທ່ານ​ນາງ ອອງຊານ ຊູ​ຈີ ບໍ່​ໄດ້​ສະໜັບສະໜຸນ​ໃຫ້​ນັກ
ທ່ອງ​ທ່ຽວ​ເຂົ້າ​ໄປ​ມຽນມາ ​ແຕ່​ຫລັງ​ຈາກ​ປີ 2010 ມາ​ນີ້ ປາກົດ​ວ່າ​ທ່ານ​ນາງ​
ໄດ້​ຊຸກຍູ້ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ ເຂົ້າ​ໄປ​ຢ້ຽມຢາມ​ມຽນມາ.”

ນັບ​ຕັ້ງ​ແຕ່​ການ​ປ່ອຍ​ຕົວ​ທ່ານ​ນາງ​ອອງຊານ ຊູ​ຈີ ຈາກ​ການ​ກັກ​ບໍລິ​ເວນ​ໃນ​ປີ 2010 ນັ້ນ
ທຸລະ​ກິດ​ການທ່ອງທ່ຽວ​ຢູ່​ໃນ​ມຽນມາ ກໍໄດ້​ເພີ່ມ​ທະວີ ຂຶ້ນ​ເປັນ​ສອງ​ເທົ່າ​ຕົວ ​ແລະ​ກໍ​ຄາດ​ວ່າ
ຈະ​ເພີ່ມ​ຂຶ້ນ​ໄປ​ເລື້ອຍໆ ໃນ ອັດຕາ 30 ​ເປີ​ເຊັນ​ຕໍ່​ປີ.

ຈຸດທ່ອງທ່ຽວທີ່ສໍາຄັນ ແຫ່ງນຶ່ງຂອງມຽນມາ
ຈຸດທ່ອງທ່ຽວທີ່ສໍາຄັນ ແຫ່ງນຶ່ງຂອງມຽນມາ

ການ​ໂດດດ່ຽວ​ດ້ານ​ການ​ເມືອງ​ຂອງ​ມຽນມາ​
ແມ່ນ​ໄດ້​ເຮັດ​ໃຫ້​ພວກ​ນັກ​ທ່ອງທ່ຽວ​ທີ່​ເຄີຍ​ມີ
ມາ​ນັ້ນ​ເຫີ​ນຫ່າງ​ໄປ​. ມາ​ບັດ​ນີ້ ແມ່ນການ
ໂດດດ່ຽວ​ດັ່ງກ່າວ ​ແລະ​ການ​ປະຕິ​ຮູບທາງ
ການ​ເມືອງ​ທີ່​ກໍາ​ລໍ​ງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້
ທີ່​ກໍາລັງ​ດຶງດູດ​ເອົາພວກນັກທ່ອງທ່ຽວໜ້າ​
ໃໝ່​ ຊຶ່ງບາງ​ຄົນ​ກໍ​ຍັງ​ມີຄວາມວິຕົກຢູ່ ທີ່​ຈະ​
ໄປ​ຢາມມຽນມາ​ນັ້ນ​ ດັ່ງເຊ່ນນາງ Mari
Nakogawa ນັກ​ທ່ອງ​ທ່ຽວ​ຈາກ​ຍີ່ປຸ່ນ​
ທີ່ກ່າວ​ວ່າ:

“​ເຫດຜົນ​ໃນການ​ມາ​ຢ້ຽມຢາມ​ມຽນມາ​
ຂອງ​ຂ້ອຍ​ຄັ້ງ​ນີ້ ກໍຍ້ອນ​ວ່າ​ຂ້ອຍ​ສົນ​ໃຈ​
ໃນ​ສະຖານະ ການ​ດ້ານ​ການ​ເມືອງຫລາຍ ​ດັ່ງ​ເຊັ່ນ​ທ່ານ​ນາງ ​ອອງຊານ​ຊູ​ຈີ.
ຂ້ອຍ​ບໍ່​ກ້າຈະ​ເວົ້າຢູ່​ທີ່​ນີ້ ຂ້ອຍ​ຍັງ​ຢ້ານ​ຢູ່. ໜັງສືພິມ​ສ່ວນ​ຫລາຍ​ຂອງ​ຍີ່ປຸ່ນ​ເວົ້າ
ວ່າ ມຽນມາ​ເປັນ​ປະ​ເທດ​ທີ່​ອັນຕະລາຍ.”

ປັດຈຸບັນ​ນີ້ ບັນດາ​ໂຮງ​ແຮມ​ຕ່າງໆ​ໃນ​ມຽນມາ ຈະ​ຕ້ອງ​ໄດ້​ຈອງ​ກັນ​ໄວ້​ເປັນຫລາຍໆ​ເດືອນ
ລ່ວງໜ້າ ສົ່ງຜົນໃຫ້ລາຄາ​ຄ່າ​ຫ້ອງ​ພັກແພງຂຶ້ນ ​ເປັນ​ສອງ​ເທົ່າ​ຕົວ ຢູ່ບາງບ່ອນ.

ແຕ່​ວ່າ ບໍ່​ແມ່ນ​ແຕ່​ພວກ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ​ທີ່​ຢາກ​ຈະ​ໄປ​ຢ້ຽມຢາມ​ມຽນມາ. ນາຍ Alex
Ruther ຜູ້​ຈັດການ​ໂຮງ​ແຮມ Savoy Hotel ຊຶ່ງ​ເປັນ​ເຄືອໂຮງ​ແຮມ​ລະດັບ​ນໍາ​ໜ້າຂອງໂລກ
ກ່າວ​ວ່າ:

“ຂະນະ​ນີ້​ ມຽນມາ​ກໍາລັງ​ເປີດ​ກວ້າງ​ຕໍ່​ໂລກ. ພວກ​ກົດໝາຍ​ການລົງ​ທຶນ​ຂອງ​
ຕ່າງປະ​ເທດ​ກໍ​ກໍາລັງ​ດັດແກ້ປ່ຽນ​ແປງ​ໄປ​ເຊັ່ນ​ກັນ. ດັ່ງ​ນັ້ນ ພວກ​ຊາວຕ່າງ
ປະ​ເທດ​ສາມາດເຂົ້າມາ​ຢ້ຽມຢາມ ​ແລະ​ມາ​ລົງທຶນ​ໄດ້. ບັນດາ​ບໍລິສັດຕ່າງ
ປະ​ເທດ​ກໍາລັງ​ພາກັນ​ທະຍອຍ​ເຂົ້າມາລົງ​ທຶນ. ສະ​ນັ້ນ​ ​ກໍ​ແນ່ນອນ​ວ່າ ມັນ​ຈະ​
ນໍາ​ເອົາ​ມຽນມາ​ຂຶ້ນ​ໄປ​ຢູ່​ເທິງ​ແຜນ​ທີ່​ໂລກ​ອີກ​ຄັ້ງ​ນຶ່ງ.”

ສໍາລັບ​ພວກ​ນັກ​ທ່ອງ​ທ່ຽວ​ຂອງ​ມຽນມາ ​ເຊັ່ນ​ພວກ​ນີ້​ທີ່​ກໍາລັງ​ທ່ຽວ​ຊົມເຈດີ Shwedagon
ທີ່​ມີ​ຊື່​ສຽງ​ຂອງ​ມຽນມາ ທັງ​ສິ່ງ​ດຶງ​ດູດເກົ່າໆແບບນີ້ ​ແລະ​ການ​ປ່ຽນແປງ​ໃໝ່ໆ ແມ່ນເປັນ
ສິ່ງລໍ້ໃຈໃຫ້ພວກເຂົາເຈົ້າຢາກມາຢ້ຽມຢາມ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG