ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ວາງແຜນ ປ່ອຍນັກໂທດ ການເມືອງ ເພີ່ມຕື່ມ


ພວກປະທ້ວງທີ່ທວງໃຫ້ລັດຖະບານມຽນມາປ່ອຍນັກໂທດການເມືອງ
ພວກປະທ້ວງທີ່ທວງໃຫ້ລັດຖະບານມຽນມາປ່ອຍນັກໂທດການເມືອງ
ທ່ານ ທຽນ ​ເຊ​ນ ປະທານາ​ທິບໍດີ​ມຽນມາ ​ໄດ້​ປະກາດ​ກ່ຽວ​
ກັບການຈັດ​ຕັ້ງ​ຄະນະ​ກໍາມະ ການ​ຊຸດ​ນຶ່ງ​ຂຶ້ນມາ ​ເພື່ອ​ສຶກ
ສາ​ເບິ່ງຄວາມ​ເປັນ​ໄປ​ໄດ້ໃນການ​ປ່ອຍ​ພວກ​ນັກ​ໂທດ​ການ
​ເມືອງຫຼາຍຮ້ອຍ​ຄົນທີ່​ຍັງ​ຕິດ​ຄຸກ​ຢູ່​ໃນປະ​ເທດ​ຂອງທ່ານ
ໃນຂະນະ​ນີ້.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ທຳນຽບ​ປະທານາທິບໍດີ ​ເວົ້າ​ວ່າ ຄະນະ​ກໍາ
ມະການຊຸດ​ໃໝ່​ດັ່ງກ່າວ​ ຈະ​ກວດ​ສອບ​ຢ່າງ​ລະອຽດ​ເບິ່ງ​ພວກ​
ນັກ​ໂທດ​ການ​ເມືອງ​ທີ່​ຍັງເຫຼືອຢູ່ ທີ່​ກໍາລັງ​ຮັບ​ໃຊ້ໂທດ​ໃນ​ຄຸກ​ຢູ່
ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ອິດສະຫຼະພາບ​ແກ່ພວກ​ເຂົາ​ເຈົ້າ.

ບັນດາ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດ​ທີ່ປະທານາທິບໍດີ ຜູ້ທີ່​ມີ​ຊື່​ສຽງ​ວ່າ​ເປັນ​ນັກ​ປະຕິ​ຮູບ​ນັ້ນ ໄດ້ກ່າວ​ເຖິງພວກນັກ​ໂທດ​ຈິດ​ສໍານຶກ ​ຢ່າງເປີດ​ເຜີຍວ່າ ​ເປັນນັກ​ໂທດ​ການ​ເມືອງ.

ນັບ​ຕັ້ງ​ແຕ່​ເຂົ້າມາ​ກໍາ​ອໍານາດ​ບໍລິຫານ​ປະ​ເທດ​ໃນ​ປີ 2011 ນັ້ນ ປະທານາທິບໍດີທຽນ ​ເຊ​ນ ​ໄດ້​ປ່ອຍ​ຕົວ​ພວກ​ນັກ​ເຄື່ອນ​ໄຫວ ນັກ​ຂ່າວ ​ແລະ​ພວກ ອື່ນໆ ​ຈໍານວນຫຼາຍຮ້ອຍ​ຄົນ ອັນ​ເປັນ​ພາກສ່ວນນຶ່ງຂອງ​ໂຄງການ​ທີ່​ລັດ ຖະບານ​ເວົ້າ​ວ່າ ​ເພື່ອ​ແນ​ເປົ້າໝາຍ​ໃສ່​ການ​ສ້າງ ຄວາມ​ປອງ​ດອງ​ຊາດ​ນັ້ນ.

​ແຕ່​ບັນດາ​ນັກ​ວິຈານ​ທັງຫຼາຍ​ໄດ້​ຈົ່ມ​ທຸກ​ວ່າ ​ໂຄງການ​ນີລະ​ໂທດ​ກໍາ​ດັ່ງກ່າວ ບໍ່​ໄດ້​ກ້າວ​ໄປ​ໄກ​ພໍປະມານ ຊຶ່ງ​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ມີ​ພວກ​ທີ່​ບໍ່ພໍ​ໃຈ​ລັດຖະບານ ​ແລະ​ນັກ​ໂທດຈິດ​ສຳນຶກ​ອື່ນໆ​ປະມານ 200 ຄົນ​ຍັງ​ຖືກ​ຈໍາ​ຄຸກ​ໃນ​ຂະນະ​ນີ້ຢູ່.

​ໃນ​ຖະ​ແຫຼງການ​ທີ່ນຳ​ອອກ​ເຜີຍ​ແຜ່ເມື່ອ​ວັນ​ພະຫັດ​ມື້​ນີ້ ທຳນຽບປະທານາ ທິບໍດີ​ເວົ້າ​ວ່າ ຄະນະ​ກໍາມະການ​ຊຸດ​ໃໝ່​ ຈະ​ເປັນ​ຜູ້​ຕັດສິນ​ວ່າ​ນັກ​ໂທດ​ຄົນ​ໃດ​ທີ່​ຈັດວ່າ​ເປັນນັກ​ໂທດ​ຈິດ​ສໍານຶກ ​ແລະ​ຫຼັງຈາກ​ນັ້ນ​ກໍຈະວາງ​ຂອບ​ເຂດ​ປະຕິບັດເພື່ອ​ໃຫ້ປ່ອຍ​ພວກ​ເຂົາ​ເຈົ້າອອກ​ຈາກ​ຄຸກ.
XS
SM
MD
LG