ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຮງງານຕັດຫຍິບ ໃນມຽນມາ ຫວັງເພິ່ງຕະຫຼາດ ສະຫະລັດຄືນອີກ (ວີດິໂອ ລາວ/ອັງກິດ)


ພະນັກງານຍິງຊາວມຽນມາຄົນນຶ່ງ ຂະນະທໍາງານໃນໂຮງງານ ຕັດຫຍິບ.
ພະນັກງານຍິງຊາວມຽນມາຄົນນຶ່ງ ຂະນະທໍາງານໃນໂຮງງານ ຕັດຫຍິບ.
ໃນ​ສະໄໝກ່ອນທີ່ສະຫະລັດຈະເລີ່ມນໍາໃຊ້ ການລົງໂທດດ້ານ
ການຄ້າຕໍ່ມຽນມານັ້ນ ຫຼາຍກ່ວາ​ເຄິ່ງນຶ່ງ​ຂອງຜະລິດຕະພັນ​ແຜ່ນ​
ແພ ທັງໝົດຂອງ ມຽນມາແມ່ນຖືກສົ່ງອອກມາຂາຍໃຫ້ຜູ້ຊົມ​ໃຊ້​
ຊາວອາເມຣິກັນ. ບັດ​ນີ້ໃນເມື່ອໄດ້ມີການໂຈະການລົງໂທດຂອງ
ສະຫະລັດ​ໄວ້​ແລ້ວນັ້ນ ກໍເກີດມີຄວາມຫວັງຂຶ້ນມາວ່າ ການສັ່ງຊື້
ສິນຄ້າປະເພດນີ້ຈາກ​ສະຫະລັດຈະຟື້ນຟູ ຕະຫຼາດຄືນມາ. ແຕ່
ພວກທີ່ຢູ່​ໃນວົງການອຸດສາຫະກໍາເສື້ອຜ້າ ເວົ້າວ່າມາດຕະຖານ
ດ້ານແຮງງານແລະຄວາມປອດໄພທີ່ເຂັ້ມງວດຂອງສະຫະລັດນັ້ນ
ໝາຍເຖິງວ່າ ຂັ້ນ​ຕອນ​ດັ່ງກ່າວ​ນັ້ນຈະ​ມີ​ຂຶ້ນ​ຢ່າງຊ້າໆ. Daniel
Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກຢ່າງກຸ້ງ ຊຶ່ງທອງປານ
ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:



ນັບວ່າເປັນເທື່ອທໍາອິດທີ່ ທ່ານ ອ່ອງ ວິນ ໄດ້ຫວນກັບຄືນສູ່ໂຮງງານຕັດຫຍິບ​ເສື້ອ​ຜ້າເກົ່າ
​ແຫ່ງ​ນີ້ ນັບຕັ້ງແຕ່ການລົງໂທດຂອງສະຫະລັດ ​ໄດ້​ບີບບັງຄັບໃຫ້ໂຮງງານດັ່ງກ່າວຕ້ອງອັດ
​ລົງ ເມື່ອສິບປີກ່ອນ.

ທ່ານອ່ອງ ວິນ ຮອງປະທານສະມາຄົມຜູ້ຜະລິດເສື້ອຜ້າມຽນມາ ເວົ້າວ່າ ​ໂຮງງານ​ແຫ່ງ​ນີ້
ເຄີຍຜະລິດເສື້ອ ຍີ່ຫໍ້ Polo ແລະເສື້ອຜ້າຍືດອື່ນໆ ສໍາລັບຮ້ານຄ້າຂາຍຍ່ອຍຍັກໃຫຍ່ ຂອງອະເມລິກາ ເຊັ່ນ Kmart ແລະ Walmart.

ແຕ່ເວລາການສັ່ງເຄຶ່ອງຂອງສະຫະລັດຢຸດໄປ ໂຮງງານແຜ່ນແພຂອງມຽນມາຫຼາຍກວ່າ
300 ແຫ່ງຕ້ອງປິດລົງ ແລະຫຼາຍພັນຄົນສູນເສຍວຽກງານ.

ທ່ານ ອ່ອງ ວິນ ເວົ້າວ່າ: “ປະລິມານການສັ່ງເຄຶ່ອງທີ່ພວກເຮົາໄດ້ຮັບໃນໄລຍະບໍ່
ເທົ່າໃດປີຜ່ານມາແມ່ນນ້ອຍຫຼາຍ ແລະກໍມີຫຼາຍແບບຫຼາຍສະຕາຍ. ສະນັ້ນ
ທຸກໆຄົນກໍກໍາລັງລໍການສັ່ງເຄຶ່ອງຂອງສະຫະລັດຢ່າງຕັ້ງໜ້າ ຍ້ອນວ່າສະຫະ
ລັດຈະສັ່ງໃນປະລິມານຫຼວງຫຼາຍ ແລະໂຮງງານກໍຈະໄດ້ກໍາໄລຫຼາຍຂຶ້ນ.”


ພວກ​ໂຮງງານ​ຕັດຫຍິບທີ່ບໍ່ໄດ້ອັດ​ລົງ​ນັ້ນ ສ່ວນໃຫຍ່ແມ່ນໄດ້ພາກັນຫັນໄປປ້ອນຕະຫຼາດ
ເກົາຫຼີ ແລະຍີ່ປຸ່ນແທນ ຊຶ່ງ​ໄດ້​ອໍານວຍ​ໃຫ້​ອຸດສາຫະກໍາ​ຕັດ​ຫຍິບຂອງ​ມຽນມາຢູ່ລອດມາໄດ້
ແຕ່ຫຼາຍໆຄົນຍອມຮັບວ່າ ບັນດາບໍລິສັດຜະລິດເສື້ອຜ້າ​ໃນຂົງເຂດເອເຊຍມີມາດຕະຖານ
ແຮງງານຂອງໂຮງຈັກໂຮງງານທີ່ບໍ່​ເຄ່ງ​ຄັດ ຊຶ່ງອາດຈະບໍ່ໄດ້ມາດຕະຖານຂອງສະຫະລັດ.

ພັກ ຊົນ ໂຢລ ເຈົ້າຂອງບໍລິສັດເຄຶ່ອງນຸ່ງຫົ່ມໂລກເວົ້າວ່າ ການຫວນຄືນມາຂອງຕະຫຼາດ
ອະເມຣິກາ ​ແມ່ນ​ຖືວ່າເປັນໂອກາດອັນດີສໍາລັບໝົດທຸກຄົນ.

ທ່ານ ພັກຊົນໂຢລ ເວົ້າວ່າ“ຖ້າຫາກວ່າສະຫະລັດຍົກເລີກການລົງໂທດຕໍ່ມຽນ
ມາແລ້ວ ລະດັບທຸລະກິດຜະລິດເສື້ອຜ້າກໍຈະຖືກປັບປຸງໃຫ້ທັນສະໄໝຂຶ້ນ.
ຂ້າພະເຈົ້າຢາກໄດ້ຮັບໃບສັ່ງສິນຄ້າຈາກສະຫະລັດໃຫ້ໄວທີ່ສຸດເທົ່າທີ່ຈະໄວ
ໄດ້. ບັນດາເຈົ້າຂອງບໍລິສັດອື່ນໆກໍຕ້ອງການໃຫ້ສະຫະລັດຍົກເລີກການລົງ
ໂທດ​ໄວ​ທີ່​ສຸດເທົ່າທີ່ຈະໄວໄດ້ ເພື່ອວ່າພວກເຂົາເຈົ້າຈະໄດ້ຜະລິດເຄຶ່ອງຕາມ
​ໃບສັ່ງ ໃຫ້ສະຫະລັດ.”


ທ່ານ ອ່ອງ ວິນ ຮອງປະທານສະມາຄົມຜະລິດເສື້ອຜ້າເວົ້າວ່າ ເພື່ອຈະໃຫ້ບັນລຸມາດຕະ
ຖານຂອງສະຫະລັດນັ້ນ ມັນຕ້ອງໄດ້ໃຊ້ເວລາດົນເຖິງປີນຶ່ງ ແລະກໍ​ອາດສິ້ນເປືອງຄ່າໃຊ້ ຈ່າຍສູງສົມຄວນ ຊຶ່ງໂຮມທັງ ຕ້ອງມີເຄຶ່ອງປັ່ນໄຟຟ້າລາຄາແພງ ເພື່ອຕຽມຮັບມືກັບເຫດ ການໄຟຟ້າມອດຢູ່ເປັນປະຈໍານັ້ນ ແລະການ​ທີ່ຕ້ອງໄດ້ຊອກຫາແຫຼ່ງວັດຖຸຈາກຈີນ ກໍ ເປັນການ​ສິ້ນເປືອງຄ່າ​ໃຊ້​ຈ່າຍ​ຫຼາຍ ສໍາລັບບໍລິສັດນ້ອຍໆທັງຫຼາຍ ເຊັ່ນບໍລິສັດຕັດຫຍິບ Princess Power.

ທ່ານ ທູນ ທູນ ຜູ້ອໍານວຍການບໍລິສັດນີ້ ເວົ້າວ່າ ພວກເຂົາເຈົ້າຢາກດຶງດູດ​ເອົາການລົງ ທຶນການບໍລິຫານ ແລະເທັກໂນໂລຈີ່ ຈາກສະຫະລັດ ແຕ່ວ່າກ່ອນອື່ນໝົດ ເຂົາ​ເຈົ້າຕ້ອງ​
ໄດ້ປັບປຸງ​ ເພື່ອ​ໃຫ້ໄດ້ມາດຕະຖານດ້ານ ການພິທັກປົກປ້ອງສະພາບແວດລ້ອມ ດ້ານ ສະຫວັດດີການ ແລະແຮງງານກ່ອນ.

ທ່ານ ທູນ ທູນ ເວົ້າວ່າ: “ຖ້າພວກເຮົາໄດ້ມາດຕະຖານທີ່ກໍານົດໄວ້ນັ້ນແລ້ວ
ສະຫະລັດກໍຈະສັ່ງສິນຄ້າຈາກພວກເຮົາ ແຕ່ຕອນນີ້ ພວກເຮົາຍັງຢູ່ໃນຂັ້ນ
ເລີ່ມຕົ້ນຂອງການປ່ຽນແປງ. ບາງ ທີ ໂຮງຈັກໂຮງງານຂອງພວກເຮົາບາງ​
ແຫ່ງອາດໄດ້ປະຕິບັດຕາມຂໍ້ກໍານົດທີ່ສະຫະລັດຕັ້ງໄວ້ນັ້ນແລ້ວ ຂ້າພະ​ເຈົ້າ​
ໝາຍ​ເຖິງ ພວກນັກລົງທຶນສະຫະລັດ ​ແຕ່​ວ່າບາງບໍລິສັດກໍອາດຍັງບໍ່ພ້ອມ
ເທື່ອ ແຕ່ແນວໃດກໍ​ຕາມ ພວກເຮົາກໍຕ້ອງໄດ້ປ່ຽນແປງຕາມນັ້ນ.”


Machut Shishak ເຈົ້າໜ້າທີ່ເສດຖະກິດປະຈໍາສະຖານທູດສະຫະລັດທີ່ຢ່າງກຸ້ງ ເວົ້າວ່າ
ທ່ານຄິດວ່າ ບັນດາບໍລິສັດທຸລະກິດຂອງອາເມຣິກາ ສາມາດກອບກູ້ພຶ້ນທີ່ ທີ່ສູນເສຍໄປ
ໃນມຽນມາ ຄືນມາໄດ້.

ທ່ານ Shishak ເວົ້າວ່າ: “ຂ້າພະເຈົ້າຄິດວ່າ ​ເຫດຜົນ​ສ່ວນ​ນຶ່ງ​ກໍຄືຄວາມຕ້ອງ
ການຢາກມີແຫຼ່ງການຜະລິດທີ່ຫຼາກຫຼາຍ ຄືຈາກຈີນແດ່ ຈາກກໍາປູເຈຍແດ່
ຊຶ່ງບາງທີກໍເພື່ອຫຼຸດຜ່ອນການກາງຕໍ່ນໍາແຕ່​ ແຫຼ່ງຜະລິດຢູ່​ໃນປະເທດນຶ່ງດຽວ
ແລະກໍມັນ​ມີຄວາມໄດ້ປຽບບາງຢ່າງຢູ່ທີ່ນີ້ ເຖິງແມ່ນຈະມີສິ່ງທ້າທາຍ ຫຼາຍໆ
ຢ່າງ ກໍຕາມ.”


ບັນດາບໍລິສັດຜະລິດເສື້ອຜ້າຂອງມຽນມາ ເວົ້າວ່າ ​ເມື່ອ​ໃດທີ່ສະຫະລັດເຂົ້າມາລົງທຶນໃນ
ມຽນມາແລ້ວ ຄວາມວິຕົກຫຼັກໆ​ອັນ​ຕໍ່​ໄປ​ຂອງ​ເຂົາ​ເຈົ້າ ກໍຈະແມ່ນ​ເລື້ອງຄ່າແຮງງານຄ່າຈ້າງ
ທີ່​ສູງ​ຂຶ້ນ ແລະການແຂ່ງຂັນກັນ ຍາ​ດ​ເອົາພວກຄົນງານ.

ວີດິໂອ ພາສາອັງກິດ:

Burma Hopes for US Return to Textile Industry
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ
XS
SM
MD
LG