ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຊູຈີ ຢ້ຽມຢາມ ຢູໂຣບ ຄັ້ງປະວັດສາດ


ທ່ານນາງ Aung San Suu Kyi ທີ່ສະໜາມບິນສາກົນຂອງນະຄອນຢ່າງກຸ້ງ ຂະນະທີ່ກໍາລັງຈະອອກເດີນທາງ ໄປຢ້ຽມຢາມຢູໂຣບ, ວັນທີ 13 ມີຖຸນາ 2012.
ທ່ານນາງ Aung San Suu Kyi ທີ່ສະໜາມບິນສາກົນຂອງນະຄອນຢ່າງກຸ້ງ ຂະນະທີ່ກໍາລັງຈະອອກເດີນທາງ ໄປຢ້ຽມຢາມຢູໂຣບ, ວັນທີ 13 ມີຖຸນາ 2012.

ທ່ານ​ນາງ​ອອງຊານ ຊູ​ຈີ ນັກ​ເຄຶ່ອນ​ໄຫວ​ປະຊາທິປະ​ໄຕ​ ມາ​ໄດ້​ດົນ​ນານ​ຂອງ​ມຽນມາ ​ໄດ້ອອກ​ເດີນທາງ​ຄັ້ງ​ປະວັດ​ສາດ​ເພື່ອ​ໄປ​ຢ້ຽມຢາມພາກພື້ນ ຢູ​ໂຣບ ທີ່​ຈະ​ໂຮມ​ທັງ​ການ​ໄປ​ຮັບ​ເອົາ​ລາງວັນ​ໂນແບ​ລຂະ​ແໜງ​ສັນຕິພາບ ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ​ລາງວັນ​ທີ່​ໄດ້​ມອບ​ໃຫ້​ແກ່​ທ່ານ​ເມື່ອ 20 ກວ່າປີຜ່ານມາ​ແລ້ວນັ້ນ.

ຜູ້​ນໍາ​ພັກ​ຝ່າຍ​ຄ້ານຂອງ​ມຽນມາທ່ານ​ນີ້ ​ໄດ້​ໃຊ້​ເວລາສ່ວນໃຫຍ່​ ຖືກ​ກັກ​ບໍລິ​ເວນໃນ​ຮອບ 20 ປີຜ່ານມາ ​ໄດ້​ອອກ​ເດີນທາງ​ຈາກນະຄອນ​ຢ່າງ​ກຸ້ງ ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ເດີນທາງ​ເປັນ​ເທື່ອ​ທໍາ​ອິດໄປ​ຍັງ​ພາກ​ພື້ນ​ຢູ​ໂຣບ​ໃນ​ໄລຍະ 24 ປີ. ກ່ອນ​ອອກ​ເດີນທາງ​ໄປ​ນັ້ນ ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນດານັກຂ່າວ​ທີ່ສະໜາມ​ບິນວ່າ ທ່ານ​ນາງ​ຄາດ​ວ່າການ​ເດີນທາງ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ໄດ້​ເຫັນຫຼາຍສິ່ງຫຼາຍຢ່າງ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ.

“​ແຕ່ລະ​ປະ​ເທດ​ຈ​ະ​ແຕກ​ຕ່າງ​ກັນ​ໄປ. ຂ້າພະ​ເຈົ້າຈະຮູ້​ວ່າ​ມຽນມາ​ຍັງ​ຢູ່​ລ້າ ຫຼັງຫຼາຍສໍ່າ​ໃດ ​ເວລາ​ຂ້າພະ​ເຈົ້າ​ໄປ​ເຖິງ​ປະ​ເທດ​ອື່ນໆ​ແລ້ວ”

ທີ່​ນະຄອນ​ເຈ​ນີວາ ​ເມື່ອ​ວັນ​ພະຫັດ​ມື້​ອື່ນ​ນີ້ ທ່ານ​ນາງ​ອອງຊານຊູ​ຈີ ຈະ​ກ່າວ​ຄໍາ​ປາ​ໄສຢູ່​ທີ່​ກອງ​ປະຊຸມ​ອົງການ​ແຮງ​ງານສາກົນ. ຕໍ່​ຈາກ​ນັ້ນ​ທ່ານ​ນາງ​ຈະ​ເດີນທາງ​ໄປ​ປະ​ເທດ​ນໍ​ເວ​ເພື່ອ​ກ່າວ​ຄໍາ​ປາໄສ​ຮັບ​ເອົາ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ປີ 1991 ທີ່​ລໍຄອຍ​ມາ​ເປັນ​ເວລາ​ດົນ​ນານ​ ນັ້ນ ຊຶ່ງ​ທ່ານນາງ​ບໍ່​ສາມາດ​ໄປ​ຮັບ​ເອົາໃນ​ທາງ​ສ່ວນ​ຕົວ​ໄດ້ ຍ້ອນ​ການ​ຖືກກັກ​ບໍລິ​ເວນ​ຂອງ​ທ່ານນາງ.

ຕໍ່​ຈາກ​ນັ້ນ ທ່ານ​ນາງ​ອອງຊານ ຊູ​ຈີ ຈະໄດ້​ຢຸດ​ແວ່​ເປັນ​ເວລາ​ສັ້ນໆ​ທີ່ປະ​ເທດໄອ​ແລນດ໌ ​ເພື່ອ​ຮັບ​ລາງວັນ​ສິດທິ​ມະນຸດ​ຂອງ​ອົງການ​ນີລະ​ໂທດກໍາ ​ສາກົນ ຈາກດາ​ຣານັກ​ຮ້ອງ​ເພງ​ຣ໊ອກ Bono ​ແລະ​ຈະ​ເດີນທາງ​ຕໍ່​ໄປ​ຍັງ ປະ​ເທດ​ອັງກິດ​ບ່ອນ​ທີ່​ທ່ານ​ນາງ​ຖືກ​ເຊື້ອ​ເຊີນ​ໃຫ້​ກ່າວ​ຄໍາ​ປາ​ໄສ​ຢູ່​ໃນ​ທັງສະ ພາຕໍ່າ​ແລະ​ສະພາ​ສູງ​ຂອງ​ອັງກິດ​ນັ້ນ.

XS
SM
MD
LG