ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ເປີດປະມູນຂາຍ ເງິນຕາຕ່າງປະເທດ ເປັນເທື່ອທໍາອິດ


ພະນັກງານກໍາລັງນັບເງິນ kyat ທີ່ທະນາຄານແຫ່ງນຶ່ງ ໃນນະຄອນຢ່າງກູງ, ວັນທີ່ 2 ເມສາ 2012.
ພະນັກງານກໍາລັງນັບເງິນ kyat ທີ່ທະນາຄານແຫ່ງນຶ່ງ ໃນນະຄອນຢ່າງກູງ, ວັນທີ່ 2 ເມສາ 2012.

ມຽນມາ​ໄດ້ເປີດ​ການປະມູນ​ຂາຍ​ເງິນຕາ​ຕ່າງປະ​ເທດ​ເທື່ອ​ທໍາ​ອິດ​ຂອງ ຕົນ ພາຍ​ໃຕ້​
ລະບົບ ທີ່​ປ່ອຍ​ໃຫ້​ຄ່າ​ຂອງເງິນ kyat ​ຂຶ້ນໆ​ລົງໆ​ ຕາມ​ລາຄາ​ໃນ​ທ້ອງ​ຕະຫລາດ ​
ໂດຍ​ບໍ່​ຖືກ​ຄວບຄຸມ​ຈາກ​ອັດຕາ​ຕາຍ​ໂຕ​ຄື​ແຕ່​ກ່ອນ​ແລ້ວ.

ໜັງສື​ພີ​ມລັດ New Light of Myanmar ​ໄດ້​ປະກາດຂ່າວ​ການ​ປ່ອຍ​ໃຫ້​ອັດຕາ​ແລກ
ປ່ຽນ​ຂອງເງິນ kyat ລອຍໂຕ ໃນ​ວັນ​ອັງຄານ ວານ​ນີ້ ​ໂດຍ​ປະ​ຖີ້ມ​ອັດຕາ 8.5 kyat
ຕໍ່​ນຶ່ງ​ໂດ​ລານັ້ນ. ຕະຫລ​າດ​ໄດ້​ກໍານົດ​ອັດຕາ​ແລກປ່ຽນ​ໃນ​ວັນ​ອັງຄານ ​ໃສ່ 818
kyat ຕໍ່​ນຶ່ງໂດ​ລາ.

ລາຍ​ງານ​ກ່າວ​ວ່າ ອັດ​ຕາ​ແລກປ່ຽນ​ຈະ​ຖືກ​ກໍານົດ​ໂດຍການ​ປະມູນ​ໃນ ແຕ່​ລະ​ມື້ ​ແລະ
ເວົ້າ​ວ່າ ທະນາຄານກາງຫລື​ທະນາຄານ​ແຫ່ງ​ຊາດ ຮັກສາ​ສິດທິ ​ໃນການເຂົ້າແຊກ​ແຊ​ງ
ເປັນ​ບາງ​ຄັ້ງ​ບາງ​ຄາວ ​ເພື່ອ​ໄປ​ປ້ອງ​ກັນ​ບໍ່​ໃຫ້ຄ່າເງິນຕາ ມີ​ການ​ປ່ຽນ​ແປງ​ຂຶ້ນໆ​ລົງໆ
ຫລາຍ​ເກີນ​ໄປ.

ໜັງ​ສື​ພິມ​ກ່າວ​ວ່າ ການ​ປະມູນ​ເງິ​ນຕາ​ຕ່າງປະ​ເທດຄັ້ງ​ທໍ​າອິດ ​ໄດ້​ມີ​ຂື້ນ​ໃນ​ວັນ​ຈັນ
ລະ​ຫວ່າງ 11 ທະນາຄານເອກ​ກະ​ຊົນ​ທີ່ໄດ້ຮັບ​ອະນຸຍາດ. ອີກ​ສາມ​ທະນາຄານ
ທີ່​ເປັນ​ຂອງ​ລັດນັ້ນ ກໍຈະ​ໄດ້ຮັບ​ອ​ະນຸຍາດ​ໃຫ້​ເຂົ້າ​ຮ່ວມ ໃນ​ທີ່​ສຸດ​ .

ອາທິດ​ແລ້ວ​ນີ້ ໜັງ​ສື​ພີ​ມ​ດັ່ງກ່າວລາຍ​ງານ​ວ່າ ລັດຖະບານ​ຈະ​ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້
ອັດຕາ​ແລກປ່ຽນ​ຕ່າງໆ​ຂອງເງິນຕາ​ຂອງ​ປະ​ເທດນັ້ນ ມີ​ລາ​ຕາດຽວ​ກັນ ຊຶ່ງ​ເປັນສ່ວນ
ນຶ່ງ​ຂອງ​ການ​ປະຕິ​ຮູບ​ຫລາຍໆ​ຊຸດ ​ທີ່​ລັດຖະບານ​ໄດ້​ດໍາ​ເນີນ​ມາ ​ເພື່ອ​ກະ​ຕຸກ​ຊຸກຍູ້
ເສດຖະກິດ​ທີ່​ເກືອບ​ຕາຍ​ໄປ​ແລ້ວ ນັ້ນ.

XS
SM
MD
LG