ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເກນ ເດັກນ້ອຍ ເປັນທະຫານ ຢູ່ມຽນມາ ຍັງມີຢູ່ຕໍ່ມາ


ທະຫານໜຸ່ມນ້ອຍຂອງກຸ່ມກະບົດຊາວກະຫລ່ຽງສອງຄົນ ຍາມຄ້າຍ Mi Aye Boທີ່ຢູ່ໃນປ່າຂອງຕົນ ຢູ່ໃນລັດຂອງຊາວກະຫລ່ຽງ ຢູ່ໃກ້ຊາຍແດນຕິດກັບໄທໃນວັນທີ 23 ທັນວາ 20011.
ທະຫານໜຸ່ມນ້ອຍຂອງກຸ່ມກະບົດຊາວກະຫລ່ຽງສອງຄົນ ຍາມຄ້າຍ Mi Aye Boທີ່ຢູ່ໃນປ່າຂອງຕົນ ຢູ່ໃນລັດຂອງຊາວກະຫລ່ຽງ ຢູ່ໃກ້ຊາຍແດນຕິດກັບໄທໃນວັນທີ 23 ທັນວາ 20011.
ລາຍງານໃໝ່ສະບັບນຶ່ງເວົ້າວ່າ ຍັງມີການເກນເອົາເດັກນ້ອຍ
ແລະໃຊ້ ພວກເຂົາເປັນທະຫານຢູ່ໃນມຽນມາເຖິງແມ່ນວ່າໄດ້
ມີການປະຕິຮູບດ້ານ ການເມືອງເມື່ອໝໍ່ໆມານີ້ ແລະມີການຮຽກ
ຮ້ອງຂອງສະຫະປະຊາຊາດ ໃຫ້ຍຸດຕິການປະຕິບັດການດັ່ງກ່າວ
ແລ້ວກໍຕາມ.

ລາຍງານຂອງອົງການນາໆຊາດຕໍ່ຕ້ານການໃຊ້ພວກເດັກນ້ອຍ
ເປັນທະ ຫານຫຼື Child Soldiers International ເວົ້າວ່າ
ເຖິງແມ່ນວ່າ ສະ ພາບການໄດ້ຮັບການປັບປຸງໃຫ້ດີຂຶ້ນແດ່
ແລ້ວກໍຕາມ ແຕ່ກໍຍັງສືບຕໍ່ມີການໃຊ້ເດັກນ້ອຍເປັນທະຫານ
ຢູ່ໃນກອງທັບຂອງມຽນມາ ຕຳຫຼວດ ຊາຍແດນ ແລະຢູ່ໃນກຸ່ມ ຕໍ່ຕ້ານລັດຖະບານທີ່ປະກອບອາວຸດ.

ກຸ່ມດັ່ງກ່າວ ຍັງເວົ້າອີກວ່າ ລັດຖະບານຍັງບໍ່ທັນມີການເຄື່ອນໄຫວ ໄວພໍ ນັບແຕ່ໄດ້ເຊັນ ສັນຍາກັບສະຫະປະຊາຊາດໃນເດືອນມິຖຸນາຜ່ານມາ ທີ່ແນໃສ່ເພື່ອຊອກຫາ ແລະປົດ ປ່ອຍເດັກນ້ອຍເຫຼົ່ານີ້ບໍ່ໃຫ້ເຂົ້າຮ່ວມໃນ ການສູ້ລົບ.

ພ້ອມກັນນັ້ນກຸ່ມທີ່ວ່ານີ້ຍັງໄດ້ເວົ້າຕື່ມວ່າ ພວກກະບົດຊາວກະຫລ່ຽງສອງກຸ່ມ ແມ່ນບໍ່ມີ ຂັ້ນຕອນໃນການກວດກາເບິ່ງອາຍຸເພື່ອຫລີກລ່ຽງການເກັບເກນເອົາເດັກນ້ອຍໄປເປັນ ທະຫານ.

ເຖິງແມ່ນວ່າ ລາຍງານດັ່ງກ່າວຮັບຮູ້ວ່າ ໄດ້ມີຄວາມກ້າວໜ້າດ້ານສິດທິມະນຸດບາງຢ່າງ ພາຍໃຕ້ການປະຕິຮູບທີ່ຈັດຕັ້ງປະຕິບັດໂດຍປະທານາທິບໍດີ Thein Sein ກໍຕາມ ແຕ່ກໍ ຍັງຮຽກຮ້ອງໃຫ້ລັດຖະບານພົນລະເຮືອນແຕ່ພຽງໃນນາມຂອງທ່ານ ຖືເອົາບັນຫາທະ ຫານເດັກນ້ອຍເປັນ “ບູລິມະສິດທີ່ສໍາຄັນທີ່ສຸດ.”
XS
SM
MD
LG