ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມຽນມາຕົກລົງ ປະຕິບັດຕາມ ມະຕິຂອງ ສປຊ


ປະທານາທິບໍດີ Lee Myung-bak ແຫ່ງເກົາຫຼີໃຕ້ ຈັມືກັບປະທານາທິບໍດີ Thein Sein ແຫ່ງມຽນມາ.
ວັນທີ 15 ພຶດສະພາ 2012.
ປະທານາທິບໍດີ Lee Myung-bak ແຫ່ງເກົາຫຼີໃຕ້ ຈັມືກັບປະທານາທິບໍດີ Thein Sein ແຫ່ງມຽນມາ. ວັນທີ 15 ພຶດສະພາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້​ກ່າວ​ວ່າ ມຽນມາ​ຕົກລົງ​ທີ່​ຈະ​ປະຕິບັດ​ຕາມ​ມະຕິ​ຂອງ​ສະຫະ​ປະ
ຊາ​ຊາດ ​ທີ່​ແນ​ເປົ້າ​ໝາຍ​ໃສ່​ຍຸດຕິໂຄງການ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟຂອງ​ເກົາຫຼີ​ເໜືອ​ນັ້ນ.

ໄດ້ມີ​ການ​ປະກາດ​ການ​ເຄື່ອນ​ໄຫວ​ນີ້ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້​ນີ້ ໂດຍ​ໂຄສົກ​ປະ​ຈໍາ​ປະທານາ
ທິບໍດີ Lee Myung-bak ​ແຫ່ງ​ເກົາຫຼີ​ໃຕ້ ຊຶ່ງເວລາ​ນີ້​ກໍາລັງມ້ວນທ້າຍ​ການ​ຢ້ຽມຢາມ​ມຽນ
ມາ ຄັ້ງ​ປະຫວັດ​ສາດ​ ເປັນ​ເວລາ 2 ມື້​.

ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້​ຍອມຮັບໃນ​ລະຫວ່າງ​ການ​ພົບ​ປະ​ກັບ​
ທ່ານ Lee ໃນ​ວັນ​ຈັນ​ວານ​ນີ້ ວ່າ ຜ່ານ​ມາ ມຽນມາ​ໄດ້​ມີ​ການ​ຕົກລົງ​ກັບ​ເກົາຫລີ​ເໜືອ​ແທ້
ກ່ຽວ​ກັບ​ການ​ຊື້​ຂາຍ​ອາວຸດ​ປະ​ເພດ​ທໍາ​ມະ​ດາ ​ແຕ່​ທ່ານ​ປະຕິ​ເສດ​ວ່າ ບໍ່​ໄດ້​ທໍາ​ການ​ຕົກລົງ
​ໃດໆ​ກັບ​ພຽງ​ຢາງ​ກ່ຽວ​ກັບ​ເລື້ອງ​ນິວ​ເຄລຍ ອັນ​ເປັນ​ບັນຫາ​ທີ່ຢູ່​ໃນ​ຄວາມ​ກັງວົນ​ເປັນ​ຫ່ວງ
​ຂອງ​ກຸງ​ໂຊ​ລມາ ​ເປັນ​ເວລາ​ນານ​.

​ທ່ານ Lee ຍັງໄດ້​ພົບ​ປະ​ໃນ​ວັນ​ອັງຄານ​ມື້​ນີ້ ກັບຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ​ ທ່ານ​ນາງ​
ອອງ ຊານ ຊູ​ຈີ ​ທີ່​ກ່າວ​ວ່າ ​ເກົາຫລີ​ໃຕ້​ກັບ​ມຽນມາ​ແມ່ນ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຄ້າຍຄື​ກັນ
​ໃນ​ການ​ທີ່​ຕ້ອງ​ໄດ້​ເດີນ​ໄປ​ບົນ​ຫົນທາງ​ທີ່​ລະ​ອິດ​ລະ​ອ້ຽວ ​ໄປ​ສູ່​ປະຊາທິປະ​ໄຕນັ້ນ.

ທ່ານ Lee ເປັນ​ປະທານາທິບໍດີ​ເກົາຫຼີ​ໃຕ້​ຄົນ​ທໍາ​ອິດ​ທີ່​ໄປຢ້ຽມຢາມ​ມຽນມາ​ ນັບ​ແຕ່​ປີ 1983
​ເປັນ​ຕົ້ນ​ມາ ເວລາ​ໜ່ວຍ​ກ້າ​ຕາຍ​ຂອງ​ເກົາຫລີ​ເໜືອ​ໄດ້ພະຍາຍາມ​ລອບ​ສັງຫານປະທານາທິ
ບໍດີ Chun Doo-hwan ທີ່​ນະຄອນ​ຢ່າງ​ກຸ້ງ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 21 ຄົນ ​ແຕ່ທ່ານ​
Chun Doo-hwan ລອດ​ຊີວິດ​ມາ​ໄດ້.

XS
SM
MD
LG