ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທາ. ມຽນມາ ກ່າວວ່າ ຄວາມຮຸນແຮງ ລະຫວ່າງຊົນເຜົ່າ ບໍ່ແມ່ນເລຶ່ອງຜິວພັນ ຫຼືສາສະໜາ (ວີດີໂອ)


Burma’s President: Discrimination Not Cause of Rohingya Unrest
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ວີດີໂອພາສາອັງກິດ: ເລື້ອງຄວາມຮຸນແຮງລະຫວ່າງຊົນເຜົ່າແລະສາສະໜາ ໃນມຽນມາ.

ຄວາມ​ເຄ່ງ​ຕຶງ​ລະຫວ່າງ​ສາສະໜາ ຍັງ​ບໍ່​ໄດ້​ຈາງ​ຫາຍ​ໄປ​ເທື່ອ​ຢູ່ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ຫຼັງ​ຈາກ​ເກີດ​ຄວາ​ມຮຸນ​ແຮງ​ລະຫວ່າງ​ຊົນ​ເຜົ່າຊາວ​ພຸດຣາຄີ​ນ ​ແລະ​ຊາວ​ມຸສລິ​ມເຜົ່າ​ໂຣຮິງ​ຢາ​ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 88 ຄົນ ​ແລະ​ອີກ​ຫຼາຍ​ພັນ​ຄົນ​ບໍ່​ມີ​ບ້ານ​ຢູ່ອາ​ໃສ. ຊາວໂຣຮິງ​ຢາ ​ຊຶ່ງເປັນ​ຊົນ​ເຜົ່າ​ນ້ອຍ​ກຸ່ມນຶ່ງ​ທີ່ຖືກ​ຮາວີ​ຂົ່ມ​ເຫງຮຸນ​ແຮງ​ທີ່​ສຸດ​ໃນ​ໂລກ ​​ແມ່ນມີ​ສິດທິບໍ່ພໍ​ເທົ່າ​ໃດ​ຢ່າງ​ຢູ່​ໃນ​ມຽນມາ ​ແຕ່​ໃນ​ການ​ສໍາພາດ ​ພິ​ເສດ​ກັບວີ​ໂອ​ເອນັ້ນ ​ທ່ານ​ທຽນ​ເຊ​ນ ປະທານາທິບໍດີ​ມຽນມາ ຢືນຢັນ​ວ່າ ການ​ຈໍາ​ແນ​ກກີດ​ກັນບໍ່​ໄດ້​ແມ່ນ​ຕົ້ນຕໍ​ຂອງ​ບັນຫາຄວາມ​ເຄ່ງ​ຕຶງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Schearf ມີລາຍ​ງານ​​ກ່ຽວ​ກັບເລຶ່ອງນີ້ຈາກ​ບາງກອກ ຊຶ່ງ​ທອງ​ປານຈະ​ນໍາ​ລາຍ​ລະອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ຊາວມຸສລິ​ມໂຣຮິງ​ຢາ ​ແລະຊາວ​ພຸດຣາຄີ​ນ ຫຼາ​ຍພັນ​ຄົນ­ທີ່​ເຄີຍ
​ອາໃສ​ຢູ່​ນໍາ​ກັນ​ ບັດ​ນີ້ ​ໄດ້​ກາຍເປັນ​ຊາວ​ອົບ​ພະຍົບທີ່​ອາໄສແຍກ​
ກັນຢູ່​ຄົນ​ລະ​ບ່ອນ ຫຼັງ​ຈາກ​ເກີດ​ຄວາມ​ຮຸນ​ແຮງ​ລະຫວ່າງປະຊາ​
ຄົມຂອງ​ເຂົາ​ເຈົ້າໃນ​ລັດຣາຄີ​ນ ທາງພາກ​ຕາ​ເວັນຕົກ​ຂອງ​ມຽນມາ.

​ການ​ໂຈມ​ຕີ​ແກ້​ແຄ້ນ​ກັນຢ່າງ​ຕໍ່​ເນື່ອງໄດ້​ເລີ່​ມຂຶ້ນ​ນັບ​ແຕ່ເດືອນ
ພື​ດສະ​ພາ​ຜ່ານ​ມາ ຫຼັງ​ຈາກ​ຊາວ​ພຸດ​ຣາຄີ​ນກຸ່ມນຶ່ງ​ໄດ້​ບຸກສັງຫານ
​ຊົນ​ເຜົ່າ​ໂຣຮິງ​ຢາ​ທີ່​ໂດຍສານມາເຕັມ​ລົດເມຄັນ​ນຶ່ງຢູ່ກາງທາງ
ຍ້ອນ​ມີການກ່າວ​ຫາ​ວ່າ​ຜູ້​ຊາຍ​ໂຣຮິງ​ຢາ​ໄດ້ຂົ່ມຂືນແມ່ຍິງ​ຊາວ
​ພຸດ​ຄົນ​ນຶ່ງ. ຕໍ່​ມາ​ ຊາວໂຣຮິງ​ຢາ​ກຸ່ມ​ນຶ່ງໄດ້ທໍາ​ການ​ອາ​ລະວາ​ດ
ຈູດ​ເຜົາ​ໝູ່​ບ້ານ​ຂອງ​ຊົນຣາຄີ​ນ ທີ່​ໄດ້​ພາກັນ​ແລ່ນ​ໜີ​ເອົາ​ຕົວ​ລອດ​
ໄປ​ພັກ​ອາໄສ​ຢູ່ໃນວັດ ​ໂດຍບໍ່​ມີ​ຫຍັງ​ຕິດ​ຕົວ ມີແຕ່​ເສື້ອ​ຜ້າ​ຄາ​ຄີງ
ອີງ​ຕາມ​ຄໍາ​ບອກ​ເລົ່າຂອງ ນາງ ຊາ ຊາ ຊົນເຜົ່າຣາຄີ​ນເວົ້າ​ວ່າ:

“ພວກ​ເຂົາພາ​ກັນ​ຖື​ທ່ອນໄມ້ກັບມີດ ​ໄລ່​ຂ້າ​ພວກ​ເຮົາ. ​ຂ້ອຍ​ບໍ່​ເຄີຍ​ເຫັນ​ແບບ​ນີ້
ມາ​ກ່ອນ​ເລີຍ​.”


ທາງ​ຊາວ​ເຜົ່າ​ໂຣຮິງ​ຢາ ​ກໍ​ພາກັນເລົ່າ​ເຫດການ​ທໍ​ານອງ​ດຽວ​ກັນກ່ຽວ​ກັບ​ຊົນ​ເຜົ່າຣາຄີ​ນຈູດ​ເຜົາ​ບ້ານ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ບາງ​ຄົນ ​ເຊ່ນ​ຊາຍ​ຄົນ​ນີ້ ທີ່​ທໍາ​ການກ່າວ​ຫາ​ທີ່​ຮ້າຍ​ແຮງ​ຫຼາຍ​ກວ່າ​ນັ້ນ ​ໂດຍເວົ້າວ່າ ນອກ​ນີ້​ແລ້ວ ພວກ​ເຂົາ​ເຈົ້າຍັງຖືກ​ພວກຕໍາຫຼວດໂຈມ​ຕີອີກ.

ຊາຍ​ໂຣຮິງ​ຢາ​ຄົນ​ນີ້ກ່າວ​ວ່າ: “ພວກ​ຕໍາຫຼວດ​ມີ​ປືນ ​ແລະ​ພວກ​ເຂົາ​ເຈົ້າ​ສາດ​ນໍ້າມັນ​ໃສ່ ວັດ​ມຸສລິ​ມ.”

ເຖິງ​ແມ່ນໄດ້ມີການສະ​ແດງ​ຫຼັກ​ຖານ​ທີ່ຄ້າຍໆກັນຈາກ​ບັນດາ​ກຸ່ມ​ສິດທິກໍ​ຕາມ ​ແຕ່​ພວກ
ເຈົ້າໜ້າ​ທີ່​ມຽນມາ​ກໍ​ໄດ້​ບໍ່​ໃຫ້​ຄວາມ​ສໍາ​ຄັນ​ແກ່ການ​ກ່າວ​ຫາທີ່ວ່າ ​ກໍາລັງ​ຮັກສາຄວາມ​ປອດ​ ໄພ​ໄດ້​ເຂົ້າຂ້າງ​ກັບ​ຝ່າ​ຍຊາວ​ພຸດ​ ແລ​ະ​ເວົ້າວ່າ ​ໃນ​ທາງ​ກົງ​ກັນຂ້າມ​ ພວກ​ເຂົາ​ເຈົ້າ​ໄດ້ກອບ​ກູ້​ເອົາຄວາມ ສະ​ງົບ​ກັບ​ຄືນ​ມາ​ ​ຫຼາຍ​ກວ່າ.

ການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ຫຼາຍໆ​ບັ້ນ ​ໄດ້​ຄຸ​ເຂ່ຍ​ໃຫ້ການແຕກແຍກ ກັນອ່ອນໆທີ່​ມີມາ​ເປັນ​ເວລາ​ດົນ​ນານ ລະຫວ່າງຊົນ​ເຜົ່ານ້ອຍ​ໂຣຮິງ​ຢາ​ມຸສລິ​ມ ​ແລະ​ຊົນ​ເຜົ່າໃຫຍ່​ຊາວ​ພຸດ​ຣາຄີ​ນນັ້ນ ​ໃຫ້​ຟົດ​ເດືອດ​ຂຶ້ນ​ມາ.

ພະ​ອາ​ຈານ Oo Ku Maar Ka ​ເຈົ້າອາວາດ ວັດ Gade Chay ກ່າວ​ວ່າ ພວກເຈົ້າໜ້າ​ທີ່​ມຽນມາ​ແມ່ນ​ອ່ອນ​ໂຍນເກີນ​ໄປ​ ກັບ​ຊົນ​ເຜົ່າ​ໂຣຮິງ​ຢາ.

ພະ​ອາຈານ ​ອູ ກ່າວ​ວ່າ: “ພວກ​ເຂົາ​ເຈົ້າ​ໂຫດຮ້າຍຫຼາຍ​ ​ເປັນຕາ​ຢ້ານ​ຫລາຍ​ແທ້ໆ ພວກເຂົາເຈົ້າຄື​ປີສາດ​ມານ​ຮ້າຍ ປີສາດ​ຮ້າຍທີ່​ມາ​ຈາກ​ປະ​ເທດ​ນຶ່ງ ຄື ບັງ​ກລາ​ແດ​ສ ໃນ​ການ​ໃຫ້​ສໍາພາດ​ພິ​ເສດໂດຍ​ສະ​ເພາະ​ກັບ​ທ່ານ Than Lwin Htun ຫົວໜ້າ​ວີ​ໂອ​ເອພະ​ແນ​ກພາສາ​ມຽນມານັ້ນ ປະທານາທິບໍດີ​ທຽນ​ເຊ​ນ ​ໄດ້ປະຕິ​ເສດ​ວ່າ​ ບໍ່​ມີ​ການ​ຈໍາ​ແນ​ກກີດ​ກັນ​ໃດໆ​ຕໍ່​ພວກຊົນ​ເຜົ່າ​ໂຣຮິງ​ຢາ."

ນອກ​ນີ້​ແລ້ວ ປະທານາທິບໍດີ ທຽນ ​ເຊນ ຍັງ​ໄດ້​ເວົ້າ​ເປັນ​ໄນໆ​ວ່າ​ເຫດການຮຸນ​ແຮງ​ທີ່​ເກີດ​ຂຶ້ນນັ້ນ​ ຢ່າງ​ໜ້ອຍ​ສາ​ເຫດສ່ວນ​ນຶ່ງ​ ກໍ​ແມ່ນ​ຍ້ອນ​ຄວາມດ້ອຍ​ການ​ສຶກສາ​ຂອງ​ຊົນ​ເຜົ່າ​ໂຣຮິງ​ຢາ ທີ່​ທ່ານ​ເອີ້ນ​ວ່າ ຊາວ ​Bengalis.

ທ່ານ​ທຽນ ​ເຊ​ນ ກ່າວ​ວ່າ: “ພວກ​ເຮົາ​ຈະ​ເປີດ​ໂຮງຮຽນໃຫ້​ແກ່​ພວກຊົນ​ເຜົ່າ​ໂຣຮິງ​ຢາ ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສຶກສາ​ແບບ​ສະ​ໄໝ​ໃໝ່ ​ແລະ​ເມື່ອ​ໃດທີ່​ພວກ​ເຈົ້າ​ໄດ້​ຮັບ​ການ​ສຶກສາ​ດີ​ ມີ​ຄວາ​ມຮູ້​ແລ້ວ ພວກ​ເຂົາ​ເຈົ້າ​ກໍຈະ​ມີ​ຄວາມ​ຄິດທີ່​ຫິ່ນຕອງ​ຫຼາຍ​ຂຶ້ນ ​ແລະ​ສາມາດ​ຕັດສິນ​ໃຈ​ໄດ້ວ່າ​ ອັນ​ໃດ​ຜິດ​ອັນ​ໃດ​ຖືກ.

ທາງ​ການ​ມຽນມາ​ປະຕິ​ເສດ​ບໍ່​ຍອມຮັບ​ຮູ້​ວ່າ ​ຊົນ​ເຜົ່າ​ໂຣຮິງ​ຢາທີ່​ປະມານ ກັນວ່າ ມີຢູ່ 800,000 ຄົນນັ້ນ ​ເປັນ​ພົນລະ​ເມືອງ​ມຽນມາ ​ແຕ່ຖື​ວ່າ​ພວກ​ເຂົາ​ເຈົ້າ​ເປັນ​ຄົນ​ເຂົ້າ​ເມືອງຜິດ​ກົດໝາຍ​ ທີ່ມາ​ຈາກ​ປະ​ເທດ​ບັງ ກລາ​ແດ​ສ ຊຶ່ງ​ບັງ​ກລາ​ແດ​ສ​ເອງ​ກໍ​ປະຕິ​ເສດ​ບໍ່​ຮັບ​ຮູ້​ພວກ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ຊາວ​ໂຣຮິງ​ຢາ ​ແທບ​ຈະ​ບໍ່​ມີ​ສິດທາ​ງກົດໝາຍ​ໃດໆ​ເລີຍຢູ່​ໃນ​ມຽນມາ ​ແລະ​ມັກ​ຈະຖືກ​ສວາຍເອົາປະ​ໂຫຍ​ດດ້ານຄ່າ​ແຮງ​ທີ່​ຖືກໆ ຢູ່​ສະ​ເໝີ.

ທາງ​ການ​ມຽນມາ​ປະຕິ​ເສດ​ຕໍ່​ຄໍາ​ຮຽກຮ້ອງຈາກ​ຫລາຍໆ​ຝ່າຍ ​ໃຫ້​ມີ​ການ​ ​ສືບສວນສອບ​ສວນ​ຂອງ​ນານາ​ຊາດ ກ່ຽວ​ກັບເຫດການຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ນັ້ນ ​ແລະ​ໄດ້​ຈັດ​ສົ່ງກໍາມະການ​ຄະນະ​ນຶ່ງ ທີ່​ພວກ​ເຂົາເຈົ້າອ້າງ​ວ່າ ​ເປັນ​ກໍາມະການ​ອິດສະຫຼະນັ້ນ ​ໄປ​ສອບ​ສວນ​ແທນ.

​ໃນ​ລະຫວ່າງ​ນີ້ ໝູ່​ບ້ານແລະ​ຕະຫຼາດ​ຕ່າງໆ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ບ້ານ​ຢູ່ອາໄສ​ຂອງ​ທັງ​ຊົນ​ເຜົ່າ​ໂຣຮິງ​ຢາ ກັບ​ຊາວ​ພຸດຣາຄີ​ນ​ນັ້ນ ກໍຍັງ​ຄົງ​ເປົ່າ​ວ່າງຢູ່​.
XS
SM
MD
LG