ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ກຸ່ມ Fortify ກ່າວວ່າ ມຽນມາ ພວມກໍ່ ອາຊະຍາກຳ​ ຕ້ານ ມະນຸດຊາດ (ວີດີໂອ)


ຜູ້ຍິງຄົນນຶ່ງອູ້ມລູກນ້ອຍ ພ້ອມດ້ວຍບັນດາເດັກນ້ອຍ ຊາວໂຣ ຮິງຢາ ທີ່ບໍ່ມີບ່ອນຢູ່ອາໄສ
ຜູ້ຍິງຄົນນຶ່ງອູ້ມລູກນ້ອຍ ພ້ອມດ້ວຍບັນດາເດັກນ້ອຍ ຊາວໂຣ ຮິງຢາ ທີ່ບໍ່ມີບ່ອນຢູ່ອາໄສ
ກຸ່ມປົກປ້ອງສິດທິ​ມະນຸດ​ກຸ່ມ​ນຶ່ງ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່
ມຽນມາ ພວມກໍ່ອາຊະຍາກຳ​ ຕ້ານມະນຸດຊາດໂດຍ​ນຳໃຊ້
ນະໂຍບາຍຈຳແນກກີດກັນຕໍ່ຊາວມຸສລິມ​ໂຣຮິງ​ຢາຊຶ່ງເຮັດ
ໃຫ້ພວກເຂົາເຈົ້າຫຼາຍ​ສິບ​ພັນ​ຄົນຕ້ອງໄດ້ອົບພະຍົບຫລົບ
ໜີຈາກປະ​ເທດດັ່ງກ່າວ​.

ກຸ່ມປົກປ້ອງ​ສິດທິ​ມະນຸດ Fortify ​ກ່າວວ່າ ​ເອກ​ກະສາ​ນທີ່
​ຮົ່ວ​ໄຫລຂອງລັດຖະ ບານຫລາຍ​ສະບັບ ​ໄດ້​ເປີດ​ເຜີຍໃຫ້​
ເຫັນ​ເຖິງການລະເມີດສິດທິ​ມະນຸດຢ່າງຮ້າຍ ແຮງຕໍ່ຊາວ​
ໂຣຮິງ​ຢາ​ໃນ​ພາກ​ເໜືອ​ຂອງລັດ Rakhine ຮວມ​ທັງ​ການ​
ຈຳກັດຮັດ ແຄບໃນ​ການ​ເຄື່ອນໄຫວໄປມາ ການ​ແຕ່ງງານ
​ແລະການ​ເກີດຂອງ​ເດັກນ້ອຍ.

ທ່ານ Matthew Smith ຜູ້ອຳນວຍການຂອງກຸ່ມປົກປ້ອງສິດທິ​ມະນຸດ Fortify ກ່າວ​ຕໍ່
ວີ​ໂອ​ເອ ວ່າ ​ເອກ​ກະສາ​ນທີ່ຮົ່ວໄຫລ ​ແລະການ​ກວດກາ​ເບິ່ງບັນທຶກຂອງ ທາງການສ​ະ
​ແດງ​ໃຫ້​ເຫັນ​ວ່າລັດຖະບານ ມີ “​ບົດ​ບາດ​ໂດຍ​ກົງ” ທັງ​ ​ໃນ​ການ ວາງ​ແຜນ ​ແລະຈັດຕັ້ງ
ປະຕິບັດ ການລ່ວງລະເມີດເຫຼົ່ານີ້.

ລັດຖະບານມຽນມາ ຍັງ​ບໍ່​ທັນ​ໃຫ້ຄວາມເຫັນໃດໆ ກ່ຽວກັບການ​ກ່າວ​ຫາ​ເທື່ອຫຼ້າ ສຸດດັ່ງ
ກ່າວ​ນີ້.ການ​ກ່າວ​ຫາທີ່​ວ່າ ມີການປະຕິບັດແບບບໍ່ຖືກບໍ່ຕ້ອງຕໍ່ຊາວ​ໂຣຮິງ​ຢານັ້ນ ບໍ່​ແມ່ນ​
ເປັນ​ເລື້ອງ​ໃໝ່.

ສະຫະ​ປະຊາ​ຊາດກ່າວ​ວ່າ ​ເຂົາ​ເຈົ້າແມ່ນຮວມຢູ່ ໃນບັນດາຊົນ​ກຸ່ມນ້ອຍ ທີ່​ຖືກ​ປະຫັດປະ
ຫານຫຼາຍທີ່​ສຸດ​ໃນ​ໂລກ. ຊາວໂຣຮິງຢາ ສ່ວນໃຫຍ່ແມ່ນຖືກ​ປະຕິ​ເສດ ບໍ່ໃຫ້ໄດ້ຮັບ​ສັນ
ຊາດຢູ່​ໃນ​ພະມ້າ ​ຮູ້​ກັນ​ອີກ​ໃນອີກຊື່ນຶ່ງວ່າ ມຽນມາ ບ່ອນ​ທີ່​ເຂົາ​ເຈົ້າ​ຖືກເບິ່ງກັນຢ່າງກວ້າງ
ຂວາງວ່າ ​ເປັນ​ຊາວ​ຕ່າງ​ດ້າວ​ທີ່ບໍ່ຕ້ອງການ ມາຈາກບັງ​ກລາ​ແດັສ.

Burma Rohingya
please wait
Embed

No media source currently available

0:00 0:01:06 0:00
XS
SM
MD
LG