ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ກ່າວວ່າ ມຽນມາສະແດງ ຮ່ອງຮອຍຫລາຍຢ່າງ ໃຫ້ເຫັນ ໃນການປະຕິຮູບດ້ານສິດທິມະນຸດ


A boy shields himself from the rain at a refugee camp in Tyre, southern Lebanon, Jan. 31, 2013.
A boy shields himself from the rain at a refugee camp in Tyre, southern Lebanon, Jan. 31, 2013.























ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດສາກົນ​ກຸ່ມ​ນຶ່ງ​ກ່າວ​ວ່າ ມຽນມາ​ໄດ້ສະ​ແດງ​ໃຫ້ເຫັນຮ່ອງຮອຍ
ຫລາຍ​ຢ່າງ ກ່ຽວ​ກັບ​ການ​ປະຕິ​ຮູບ​ໃນ​ປີ 2011 ນັ້ນ​ແຕ່​ກໍຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ການລະ
ເມີດ​ສິດ​ທິທີ່​ຮ້າຍ​ແຮງໃນ​ປະ​ເທດ​ເທື່ອ.

ຢູ່​ໃນລາຍ​ງານ​ປະ​ຈໍາປີທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
Human Rights Watch ທີ່​ມີ​ຫ້ອງການ​ຢູ່​ນະຄອນ​ນີວຢອກ ​ໄດ້​ຍ້ອງຍໍ​ມຽນມາທີ່​ໄດ້
ປ່ອຍ​ພວກ​ນັກ​ໂທດການ​ເມືອງ ​ຫລາຍ​ຮ້ອຍ​ຄົນ ​ແຕ່​ກໍຮຽກຮ້ອງ​ໃຫ້​ມີ​ການ​ດໍາ​ເນີນ​ຂັ້ນ​
ຕອນ​ທີ່ເປັນ​ອິດ​ສະລະ​ ​ເພື່ອ​ປະ​ເມິ​ນສະພາບ​ການ​ແລະ​ສະຖານ​ທີ່ກັກ​ຂັງ​ພວກ​ນັກ​ໂທດ
ຄົນອື່ນໆ​.

ລາຍ​ງານ​ກ່າວ​ວ່າ ​ໂດຍ​ສະ​ເພາະ​ແລ້ວ ​ແມ່ນມຽນມາ​ບໍ່​ໄດ້​ຍຸດຕິ​ການລະ​ເມີດ​ສິດ​ທິ ​ທີ່
ພົວພັນ​ກັບບັນຫາ​ຂັດ​ແຍ່ງ​ພົນລະ​ເຮືອນ​ທີ່​ດໍາ​ເນີນ​ມາ​ເປັນ​ເວລາ​ດົນ​ນານ​ໃນ​ຂົງ​ເຂດ​ຊົນ
ເຜົ່າຕ່າງໆ. ນອກ​ນັ້ນ ລາຍ​ງານ​ສະບັບ​ນີ້​ຍັງກ່າວ​ຫາ​ພວກ​ທະຫານ​ມຽນມາວ່າ​ ທໍາ​ການ
ທາລຸນ​ນະ​ກໍາ ຂົ່ມຂືນ​ຊໍາ​ເລົາ ​ໃຊ້​ແຮງ​ງານ​ແບບ​ບັງຄັບ​ແລະ​ໃຊ້​ລູກ​ລະ​ເບີດ​ຝັງ​ດິນ​ນໍາ.

ລັດຖະບານ​ມຽນມາ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ກັບ​ຫລາຍ​ຊົນ​ເຜົ່າ ຮວມທັງຂໍ້​ຕົກລົງ​ສະບັບ​
ນຶ່ງ​ໃນ​ຕົ້ນ​ເດືອນ​ນີ້​ກັບ​ກຸ່ມ​ກະບົດ​ຊາວ​ກະຫລ່ຽງ.ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົ
ນຕີ​ການ​ຕ່າງປະ​ເທດ​ສະຫະລັດ

ໄດ້ກ່າວ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ມຽນມາ​ໃນ​ປີ​ແລ້ວ​ນີ້​ວ່າ ການຕົກລົງ​ຢຸດຍິງ​ກັນ​ແບບ
ນັ້ນ ຈະ​ຊ່ອຍ​ແຜ້ວ​ທາງ​ໃຫ້​ມີ​ຂໍ້​ຕົກລົງ​ກັນ​ກັບ​ລັດຖະບານ​ກຸງວໍ​ຊິງ​ຕັນ ​ເພື່ອ​ຜ່ອນຄາຍ​ການ
ລົງ​ໂທດ​ທາງ​ດ້ານ​ເສດຖະກິດຕໍ່​ມຽນມາ ທີ່​ໄດ້​ປະກາດໃຊ້ໃນ​ລະຫວ່າງ​ການ​ຄອງ​ອໍານາດ
ຂອງ​ພວກ​ທະຫານ​ມາ​ເປັນ​ເວລາ​ຫລາຍທົດ​ສະ​ວັດ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຮຽກຮ້ອງ​ໃຫ້​ມຽນມາ​ປ່ອຍ​ພວກ​ນັກ​
ໂທດ​ການ​ເມືອງ​ທັງ​ໝົດ ຍຸດຕິ​ວັດທະນະ​ທໍາ​ແຫ່ງ​ການ​ຍົກ​ເວ້ນ​ໂທດ​ໃຫ້​ພວກເຈົ້າ​ໜ້າ​ທີ່
ແລະ​ສະ​ແດງ​ໃຫ້​ຜ່ານ​ການ​ກະທໍາ​ວ່າ ​ຕົນ​ເຄົາລົບ​ນັບຖື​ສິດທິ​ມະນຸດ.

XS
SM
MD
LG