ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສິດທິມະນຸດມຽນມາ ຮ້ອງຂໍໃຫ້ ປ. Thien Sein ສັ່ງນີລະໂທດກໍາ ພວກນັກໂທດ


ພວກນັກໂທດແມ່ຍິ່ງທີ່ຖືກປ່ອຍ ພາກັນຍ່າງອອກມາຈາກຄຸກ Insein ໃນນະຄອນຢ່າງກຸ້ງ, ວັນທີ 12 ຕຸລາ 2011.
ພວກນັກໂທດແມ່ຍິ່ງທີ່ຖືກປ່ອຍ ພາກັນຍ່າງອອກມາຈາກຄຸກ Insein ໃນນະຄອນຢ່າງກຸ້ງ, ວັນທີ 12 ຕຸລາ 2011.

ອົງ​ກອນ​ສິດທິ​ມະນຸດ​ທີ່ລັດຖະບານ​ມຽນມາແຕ່ງ​ຕັ້ງຂຶ້ນ​ມາ ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍ
ດີ​ຄົນ​ໃໝ່ ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ ​ຫລື​ບໍ່ ກໍ​ຂໍ​ໃຫ້​ຍົກຍ້າຍ​ພວກ​ເຂົາ​ເຈົ້າ​ໄປ​ຢູ່​ຄຸກ
ທີ່ໃກ້​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ໜັງສືພິມ​ຂອງ​ລັດ​ມຽນມາ ​ໄດ້​ພິມ​ເຜີຍ​ແຜ່ຈົດໝາຍ​ເປີດ​ຊອງສະບັບ​ນຶ່ງ​ໃນ​ວັນອາທິດ​ມື້​ນີ້
ຈາກ ທ່ານ Win Mra ປະທານ​ຄະນະ​ກໍາມະການ​ສິດທິ​ມະນຸດແຫ່ງ​ຊາດ ​ທີ່​ຮຽກຮ້ອງ​ໃຫ້
ປະທານາທິບໍດີ Thein Sein ສັ່ງ​ນີລະ​ໂທດ​ກໍາ​ ເພື່ອ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ໃຈ​ກວ້າງ​
ເອື້ອ​ເຟື້ອ​ເພື່​ອ​ແຜ່ ຫລືໃຫ້ຍົກຍ້າຍພວກ​ນັກ​ໂທດການ​ເມືອງ​ ຈາກ​ຄຸກ​ທີ່ຢູ່​ສອກຫລີກ ໄປ​ຢູ່​
ຄຸກ​ທີ່ໃກ້ໆ​ກັບ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ຈົດໝາຍ​ເປີດ​ຊອງ​ດັງ​ກ່າວ​ຍັງໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ການປ່ອຍພວກ​ ນັກ​ໂທດ​ປະມານ
6,369 ຄົນ ​ເມື່ອ​ວັນ​ທີ່ 11 ​ເດືອນ​ຕຸລາຜ່ານ​ມາ​ນີ້ ​ແຕ່ໃຫ້​ຂໍ້ສັງ​ເກດ​ເຫັນ​ວ່າ​ມີ​ນັກ​ໂທດ​ທີ່ຖືກ
ປ່ອຍ ແຕ່​ພຽງ 200 ຄົນ​ເທົ່ານັ້ນ​ທີ່​ຈັດ​ວ່າ​ເປັນ​ພວກ​ນັກ​ໂທດຈິດສໍານຶກ.

ມີ​ການປະ​ເມີນກັນວ່າ ມຽນມາ​ໄດ້​ຈໍາ​ຄຸກ​ພວກ​ນັກ​ໂທດ​ການ​ເມືອງໄວ້ ປະມານ 2,000 ຄົນ.

XS
SM
MD
LG