ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ລືບຊື່ 2000 ກວ່າຄົນ ອອກຈາກ ບັນຊີດໍາ


ລັດຖະບານມຽນມາ ກໍາລັງລຶບຊື່ 2000 ກວ່າຄົນ ທີ່ຢູ່ໃນບັນຊີດໍາ.
ລັດຖະບານມຽນມາ ກໍາລັງລຶບຊື່ 2000 ກວ່າຄົນ ທີ່ຢູ່ໃນບັນຊີດໍາ.
ມຽນມາ ​ໄດ້​ລຶບ​ຊື່​ປະຊາຊົນຫລາຍ​ກວ່າ 2000 ຄົນ​ອອກ​ຈາກບັນຊີ​ດໍາຂອງລັດ ຖະບານ ຊຶ່ງ​ເຄີຍໃຊ້​ມາ​ເປັນ​ເວລາ​ດົນ​ນານເພື່ອ​ຂັດຂວາງ​ບໍ່​ໃຫ້ພວກ​ລີ້​ໄພ​ຢູ່​ຕ່າງ ປະ​ເທດ ​ທີ່​ໄດ້​ຕຳ​ໜິຕິຕຽນອະດີດ​ພວກ​ຜູ້ນຳ​ລັດຖະບານ​ທະຫານ​ ກັບ​ຄືນ​ໄປ​ຍັງ ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ.

ໜັງສືພິມ The New Light of Myanmar ​ ​ໄດ້​ຊົມເຊີຍການເຄື່ອນ​ໄຫວ​ດັ່ງ ກ່າວວ່າ ​ເປັນ​ການ​ສືບ​ຕໍ່ການ​ປະຕິ​ຮູບທາງ​ດ້ານ​ການ​ເມືອງແລະ​ເສດຖະກິດຂອງ ມຽນມາ ຫວ່າງ​ມໍ່ໆ​ມາ​ນີ້. ໜັງສື​ພິມ ທີ່​ຄວບ​ຄຸມ​ໂດຍ​ລັດຖະບານມຽນມາ ບໍ່​ໄດ້​ກ່າວ​ເຖິງສະຖານະ​ພາບ​ຂອງ​ອີກ 4000 ກວ່າຄົນ​ທີ່​ຍັງມີ​ຊື່​ຢູ່​ໃນ​ບັນຊີນີ້ ​ໂດຍ​ຍັງ ​ສືບ​ຕໍ່ ​ຫ້າມ​ບໍ່​ໃຫ້​ບັນດາ​ນັກ​ຂ່າວ
ນັກ​ເຄື່ອນ​ໄຫວ ​ແລະບຸກຄົນ​ອື່ນໆ​ອີກ​ຈຳນວນ ນຶ່ງ​ ເຂົ້າປະ​ເທດ​ໄດ້.

ໜັງສືພິມ​ກ່າວ​ວ່າ 2,082 ຄົນ ​ໄດ້​ຮັບ​ການ​ຍົກ​ເລີກ​ຈາກ​ການ​ຫ້າມ​ຂອງ​ພວກ​ທີ່ ມີ​ລາຍ​ຊື່​ຢູ່​ໃນ​ບັນຊີ​ດຳຈໍານວນ​ທັງ​ໝົດ 6,165 ຄົນຫຼັງຈາກ​ໄດ້​ມີ​ການກວດ​ສອບ ຢ່າງ​ລະອຽດ​ເພື່ອ​ໃຫ້​ເປັນ​ການ​ສອດຄ່ອງ​ກັບ​ນະ​ໂຍບາຍໃນ​ປັດຈຸບັນ. ໜັງສືພິມ​ສະບັບ​ນີ້ບໍ່​ໄດ້ໃຫ້ການ​ອະທິບາຍຫລືໃຫ້​ລາຍ​ລະ​ອຽດວ່າ ​ແມ່ນ​ໃຜແດ່​ຈະ​ໄດ້​ຮັບ ຜົນ​ຈາກ​ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້.
ຂ່າ​ວດັ່ງ​ກ່າວ​ໄດ້ມີ​ຂຶ້ນ ​ໃນ​ຂະນະ​ທີ່ປະທານາທິບໍດີມຽນມາ ທ່ານ Thein Sein ທໍາການ ສັບ​ຊ້ອນຄະນະ​ລັດຖະບານ​ຂອງ​ທ່ານ​ໃນ​ວັນ​ຈັນວານ​ນີ້ ​ໂດຍໄດ້ເລື່ອນ​ຊັ້ນ​ໃຫ້​ແ​ກ່ພວກ​ພັນທະ​ມິດ ທີ່​ສະໜັບສະໜຸນແຜນ​ປະຕິ​ຮູບ​ຂອງ​ທ່ານ.

ໃນ​ການປ່ຽນ​ແປງ​ທີ່​ມີ​ການ​ລໍ​ຄອຍ​ຖ້າມາ​ເປັນ​ເວລາ​ດົນນານ​ແລ້ວນັ້ນ ປະທານາ ທິບໍດີ ​ໄດ້ມອບ​ໜ້າ​ທີ່ເພີ້​ມເຕີມໃຫ້​ແກ່ບັນດາລັດຖະມົນຕີທີ່​ສຳຄັນ​ສີ່​ທ່ານ ທີ່​ຢູ່​ໃນ​ສຳນັກງານ
ປະທານາທິບໍດີ ຊຶ່ງ​ໃນ​ນັ້ນ​ແມ່ນ​ຮວມ​ທັງລັດຖະມົນຕີ​ການ​ເງິນ ລັດ ຖະມົນຕີີ​ການ​ຂົນ​ສົ່ງທາງລົດ​ໄຟ ແລະ​ລັດຖະມົນຕີ​ວາງ​ແຜນ ​ແລະ​ພັດທະນາ​ເສດ​ຖະກິດແຫ່ງ​ຊາດ.

ບັນດາລັດຖະມົນ​ຕີ​ເຫລົ່າ​ນີ້ ຖື​ວ່າ​ເປັນ​ພັນທະ​ມິດຂອງ ປະທານາທິບໍດີ ຜູ້​ທີ່​ໄດ້​ຊ່ວຍໃນ​ການຈັດຕັ້ງປະຕິບັດການ​ປະຕິ​ຮູບ ທີ່​ທ່ານ​ໄດ້ໃຫ້ການ​ຊຸກ​ຍູ້ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG