ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມຽນມາປະຕິເສດ ຄໍາຕ້ອງຕິວ່າ ຕົນໃຊ້ຄວາມຮຸນແຮງ ທີ່ລັດ Rakhine


Peserta Konferensi Rabbi Eropa membawa lilin saat mereka memperingati ulang tahun ke-75 'Malam Kristal' atau malam di mana Nazi Jerman memulai operasi pencarian orang-orang Yahudi, di depan Gerbang Brandenburg di Berlin, Jerman.
Peserta Konferensi Rabbi Eropa membawa lilin saat mereka memperingati ulang tahun ke-75 'Malam Kristal' atau malam di mana Nazi Jerman memulai operasi pencarian orang-orang Yahudi, di depan Gerbang Brandenburg di Berlin, Jerman.

ເຈົ້າ​ໜ້າ​ທີ່​ມຽນມາ ​ໄດ້​ກ່າວ​ຕໍ່​ຜູ້​ຊ່ຽວຊານ​ສິດທິ​ມະນຸດຂອງ​ສະຫະ​ປະຊາ​ຊາດ ທີ່ກໍາລັງ​ຢ້ຽມ
ຢາມ​ມຽນມາວ່າ ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້ໃຊ້​ຄວາມຍັບ​ຢັ້ງ​ຢ່າງສຸດ​ຂີດ​ແລ່​ວ ​ໃນ​ການ
​ຕອບໂຕ້​ຕໍ່​ການ​ກໍ່​ຄວາມ​ວຸ້ນວາຍລະຫວ່າງ​ຊາວ​ພຸດ ​ແລະ​ຊາວ​ມຸສລິ​ມ Rohinyas ທີ່​ພາກ​ຕາ
​ເວຫນ​ຕົກ​ຂອງ​ປະ​ເທດ ​ເດືອນ​ແລ້ວ​ນີ້.

ກະຊວງຕ່າງປະ​ເທດມຽນມາ​ໄດ້​ອອກຄໍາ​ຖະ​ແຫລ​ງ​ໃນວັນ​ຈັນວານ​ນີ້​ວ່າ ຕົນ “ປະຕິ​ເສ​ດຢ່າງ
​ແຂງ​ແຮງ” ​ຕໍ່​ການ​ກ່າວ​ຫາທີ່​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ທໍາ​ການທາ​ລຸນ ​ແລ​ະ​ໃຊ້ກໍາລັງເກີນ​ຂອບ​ເຂດ
​ເພື່ອ​ຢຸດ​ຢັ້ງ​ການ​ຂ້າ​ກັນ​ຕາຍ​ຫລາຍ​ກວ່າ 70 ຄົນ ທີ່​ລັດ Rakhine ນັ້ນ. ​ບັນດາເຈົ້າ​ໜ້າ​ທີ່​
ມຽນມາ​ ໄດ້​ໂອ້​ລົມ​ກ່ຽວ​ກັບ​ສະຖານະ​ການ​ໃນລັດ Rakhine ກັບ​ຜູ້​ຊ່ຽວຊານ​ອົງການ​ສະ
ຫະ​ປະຊາ​ຊາດ ທ່ານ Tomas Ojea Quintana ​ໃນ​ມື້ວັນ​ຈັນ.

ອາທິດ​ແລ້ວ​ນີ້ ຂ້າ​ຫລວງ​ໃຫຍ່​ຝ່າຍສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ ທ່ານ ນາງ Navi
Pillay ກ່າວ​ວ່າ ການ​ຮັບ​ມື​ຂອງລັດຖະບານ​ມຽນມາ ຕໍ່ຄວາມ​ຮຸນ​ແຮງ​ຂອງລະຫວ່າງ​ປະຊາ​
ຄົມ “ອາດໄດ້​ຫັນປ່ຽນ​ໄປ​ເປັນການປາບ​ປາມຊາວມຸສລິ​ມ ໂດ​ຍສະ​ເພາະ ບັນດາ​ສະມາ​ຊິກ
ຂອງປະຊາ​ຄົມ Rohingya ນັ້ນ.

​ໃນ​ຕົ້ນ​ເດືອນ​ນີ້ ອົງການ​ນິລະ​ໂທດ​ສາກົນ ທີ່​ກຸງ​ລອນ​ດອນ ກໍກ່າວ​ວ່າ ຕົນ​ມີ “ລາຍ​ງານ​ທີ່​
ເຊື່ອ​ຖື​ໄດ້” ກ່ຽວ​ກັບ​ຊາວ​ພຸດ​ໃນ​ລັດ Rakhine ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ແນການ​
ໂຈມ​ຕີໃສ່ຊາວ Rohingyas ​ແລະ ຊາວມຸສລິມ ອື່ນໆ ໃນ​ລັດຣາຄີ​ນນັ້ນ ໂດຍ​ການ “ທາ​ລຸນ
ຮ່າງກາຍ ຂົ່ມຂືນຊໍາ​ເລົາ ທໍາລາຍ​ຊັບ​ສິນເຮືອນ​ຊານ ​ແລະເຂ່ນຂ້າຢ່າງ​ຜິດ​ກົດໝາຍ.

ກະ​ຊວງ​ການ​ຕ່າງປະ​ເທດ​ມຽນມາ ກ່າວ​ວ່າຕົນ “ປະຕິ​ເສດ​ໂດຍ​ທັງ​ໝົດ” ຕໍ່​ອັນທີ່​ຕົນ​ເອີ້ນ​ວ່າ
“ຄວາມພະຍາຍາ​ມ​ໂດຍ​ບາງ​ພວກ ​ເພື່ອ​ສວາຍ​ໃຊ້ການ​ເມືອງ ແລະການສາກົນ​ ​ເຮັດ​ໃຫ້​ສະຖາ
ນະການນີ້ ​ເປັນ​ບັນຫາລະຫວ່າງສາສະໜາ​.” ​ແລະ​ຍັງກ່າວ​ອີກ​ວ່າ ມຽນມາ ເປັນ​ປະ​ເທດ​ທີ່​ປະ
ກອບດ້ວຍ​ຫລາຍ​ສາສະໜາ ບ່ອນ​ທີ່​ປະຊາກອນທີ່​ນັບຖືສາສະໜາ​ທີ່ແຕກ​ຕ່າງ​ກັນ ​ໄດ້​ຢູ່​ຮ່ວມ
ກັນຢ່າງສັນຕິ​ ມາ​ເປັນ​ເວລາ​ຫລາຍ​ສັດຕະວັດ.

ທ່ານ Quintana ກ່າວ​ວ່າ ທ່ານ​ມີແຜນ​ຈະ​ຢ້ຽມຢາມລັດ Rakhine ​ໃນ​ວັນ​ອັງ​ຄານນີ້.

XS
SM
MD
LG