ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວກະຫລ່ຽງທີ່ຫລົບໜີ ໄປໄທ ຫລັງຈາກການເລືອກຕັ້ງ ໃນມຽນມາ ບໍ່ໄດ້ຮັບ ການຊ່ວຍເຫລືອ


ຊາວກະຫລ່ຽງທີ່ຫລົບໜີການສູ້ລົບກັນໃນມຽນມາ ລຸນຫລັງການເລືອກຕັ້ງໃນເດືອນພະຈິກ 2010 ນັ້ນ ບໍ່ໄດ້ຮັບ ຖານະເປັນອົບພະຍົບຈາກທາງການໄທ ຈຶ່ງບໍ່ໄດ້ເຂົ້າໄປຢູ່ໃນສູນອົບພະຍົບ ແລະຕ້ອງໄດ້ປຸກຕູບອາໃສຢູ່ ກາງເດີ່ນແບບນີ້ ເລາະຕາມຊາຍແດນໄທ-ມຽນມາ.
ຊາວກະຫລ່ຽງທີ່ຫລົບໜີການສູ້ລົບກັນໃນມຽນມາ ລຸນຫລັງການເລືອກຕັ້ງໃນເດືອນພະຈິກ 2010 ນັ້ນ ບໍ່ໄດ້ຮັບ ຖານະເປັນອົບພະຍົບຈາກທາງການໄທ ຈຶ່ງບໍ່ໄດ້ເຂົ້າໄປຢູ່ໃນສູນອົບພະຍົບ ແລະຕ້ອງໄດ້ປຸກຕູບອາໃສຢູ່ ກາງເດີ່ນແບບນີ້ ເລາະຕາມຊາຍແດນໄທ-ມຽນມາ.

ຜູ້ແທນຄະນະນຶ່ງຈາກສະຫະພາບຢຸໂຣບໄດ້ໄປຢ້ຽມຢາມ ຄ້າຍອົບພະຍົບຂອງຊາວມຽນມາ ຢູ່ໃນເຂດຊາຍແດນ ມຽນມາ-ໄທ ເມື່ອອາທິດຜ່ານມາ ເພື່ອສັ່ງຊາຕີລາຄາການປ່ຽນແປງ ໃນບຸລິມະສິດຕ່າງໆ ຈາກການບໍລິການບັນເທົາທຸກຂັ້ນພື້ນຖານ ໄປສູ່ການຊ່ວຍເຫລືອທີ່ ຍືນຍົງຖາວອນໃນໄລຍະຍາວ. ແຕ່ວ່າໃນຂະນະທີ່ພວກພະນັກງານຊ່ວຍເຫລືອທີ່ປະຕິບັດ ງານຢູ່ໃນເຂດຊາຍແດນ ພາກັນຂຸ້ນຂ້ຽວເພື່ອຮັບມືກັບຄື້ນຟອງຊຸດຫລ້າສຸດ ຂອງພວກອົບ ພະຍົບຊາວກະຫລ່ຽງ ທີ່ພາກັນຫລົບໜີຈາກໄພສົງຄາມ ໃນປະເທດຂອງເຂົາເຈົ້າມານັ້ນ ກໍຍັງມີຖໍາຖາມຄ້າງຄາຢູ່ວ່າການຊ່ວຍເຫລືອ ແບບຍືນຍົງຖາວອນນັ້ນ ຈະເປັນໄປໄດ້ຫລືບໍ່ ຢູ່ໃນເຂດທີ່ບໍ່ມີສະຖຽນລະພາບຫຍັງເລີຍນັ້ນ. ຜູ້ສື່ຂ່າວວີໂອເອ ນາງ Danielle Bern- stein ໄດ້ໄປຢ້ຽມຢາມອົບພະຍົບມຽນມາ ທີ່ເມືອງແມ່ສອດ ປະເທດໄທ ແລະສົ່ງລາຍງານ ມາ ດັ່ງທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຊາວ​ອົພະຍົບຈໍານວນ​ຫລາຍ​ກວ່າ 10,000 ຄົນ​ຈາກ​ເຂດພາກ​ຕາ​ເວັນ​ອອກ​ຂອງ​ມຽນມາ​ ​ໄດ້ພາກັນ​ຫລັ່ງ​ໄຫລ​ຂ້າມ​ເຂົ້າ​ໄປໃນໄທ​ນັບ​ຕັ້ງ​ແຕ່​ການ​ສູ້ລົບ​ໄດ້​ລະ​ເບີດ​ຂຶ້ນ ລະຫວ່າງ​ກໍາລັງ​ຂອງ​ຝ່າຍ​ລັດຖະບານທະຫານ ​ແລະກຸ່​ມ ກອງທັບ​ຊາວ​ພຸດ​ກະຫລ່ຽງ​ປະຊາທິປະ​ໄຕຝ່າຍ​ຄ້ານ ​ໃນ​ເດືອນ​ພະຈິກ ປີຜ່ານມາ ຫລັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ​ມຽນມາ ໃນ​ຮອບ 20 ປີ.

ປະ​ເທດ​ໄທ​ຖື​ວ່າ​ ພວກ​ອົພະ​ຍົບ​ເຫລົ່ານີ້​ເປັນ​ພວກ​ຄົນ​ຕ່າງ​ດ້າວຜິດ​ກົດ ໝາຍ. ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າຈຶ່ງບໍ່​ໄດ້​ຮັບ​ອະນຸ ຍາດ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ຄ້າຍ​ອົພະຍົບ​ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ພວກເຂົາ​ເຈົ້າ​ບໍ່​ໄດ້​ຮັບການ​ຊ່ວຍເຫລືອ ດ້ານ​ມະນຸດສະ​ທໍາ​ ​ແລະ​ຜົນ​ກໍ​ຄືພວກ​ອົພະ​ຍົບ​ເຫລົ່າ​ນີ້​ຕ້ອງໄດ້​ພາກັນໄປຫາ ​ບ່ອນ​ພັກ​ພາ​ຢູ່​ຕາມ​ປ່າ​ດົງ ຫລື​ຢູ່​ຕາມບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ພາກັນ​ໄປ​ຕັ້ງ​ຕູບ​ຢູ່​ກັນ.

ທະຫານມຽນມາສູ້ລົບກັບ ກອງກໍາລັງ ຂອງພວກຊົນເຜົ່າກະຫລ່ຽງ ທີ່ເມືອງ ເມຍວະດີ, ວັນທີ 8 ເດືອນພະຈິກ 2010 ຫລັງຈາກການເລືອກຕັ້ງໃນວັນທີ 7 ພະຈິກ 2010 ນັ້ນ.
ທະຫານມຽນມາສູ້ລົບກັບ ກອງກໍາລັງ ຂອງພວກຊົນເຜົ່າກະຫລ່ຽງ ທີ່ເມືອງ ເມຍວະດີ, ວັນທີ 8 ເດືອນພະຈິກ 2010 ຫລັງຈາກການເລືອກຕັ້ງໃນວັນທີ 7 ພະຈິກ 2010 ນັ້ນ.

ການສູ້​ລົບ​ກັນ​ທີ່ໄດ້​ດໍາ​ເນີນ​ສືບ​ຕໍ່ມາ​ເປັນ​ເວລາ
ສີ່​ເດືອນ ຕາມ​ເຂດ​ຊາຍ​ແດນ​ຂອງລັດກະຫລ່ຽງ​
ຂອງ​ມຽນມານັ້ນ ບໍ່​ສະ​ແດງຮ່ອງຮອຍ​ວ່າ​ຈະ
ຜ່ອນເບົາ​ລົງ​ເລີຍ. ນາງ Sally Thomp-
son ​ແຫ່ງ​ກຸ່ມສະມາຄົມ​ຊາຍ​ແດງ​ໄທ​-ມຽນມາ
ກ່າວ​ວ່າ ການ​ເລືອກຕັ້ງໃນມຽນມາ​ໄດ້​ເຮັດ​ໃຫ້
ພວກ​ເຈົ້າໜ້າ​ທີ່​ໄທ​ລັງ​ເລ​ໃຈຫລາຍ​ຂຶ້ນ​ທີ່​ຈະ​ໃຫ້
ຄວາມ​ຊ່ວຍ​ເຫລືອ​ແກ່​ພວກ​ອົບພະຍົບ ຊຶ່ງ​ ນາງກ່າວ​ວ່າ:

“ການ​ທີ່​ໄດ້​ມີ​ການ​ເລືອກ​ຕັ້ງ​ຂຶ້ນ​ໃນ​ມຽນມາ​
ນັ້ນ ຖືກ​ເບິ່ງ​ເຫັນ​ວ່າ​ເປັນ​ການ​ເລີ່​ມຕົ້ນ​
ຂອງຂັ້ນ​ຕອນໃໝ່​ ທີ່​ຈະບໍ່​ມີ​ພວກອົພະຍົບ
ຫລາຍ​ຂຶ້ນ. ຄວາມ​ຫວັງ​ຈາກ​ລັດຖະບານ
ໄທ​ແລະລັດຖະບານ​ອື່ນໆ​ ກໍ​ແມ່ນ​ວ່າ ​ໃນ​
ຂັ້ນ​ຕອນ​ໃໝ່ນີ້ ພວກ​ອົພະ​ຍົບຈະສາມາດ​
ທະຍອຍ​ກັບ​ຄືນ​ສູ່​ມຽນມານັ້ນ​ໄດ້. ດັ່ງ​ນັ້ນ​
ຈຶ່ງບໍ່ມີ​ຄວາມເຕັມໃຈ​ໃດໆ​ໃນ​ຂັ້ນ​ນີ້​ ທີ່ຈະ​ຈັດ​ຕັ້ງກົນ​ໄກໃໝ່​ຂຶ້ນ​ມາ ທີ່ເບິ່ງ​ຄື​ວ່າ​ຈະ​
ເປັນການ​ດຶງ​ດູດ​ເອົາ​ອົພະຍົບເຂົ້າ​ໄປ​ໃນ​ໄທ ຫລາຍ​ຂຶ້ນ. ຈາກ​ທັດສະນະ​ຂອງ​ລັດ
ຖະບານ​ໄທ​ແລ້​ວ ຖ້າ​ຫາກ​ວ່າ​ພວກເຂົາ​ເຈົ້າສ້າງ​ຕັ້ງ​ບ່ອນ​ຮອງ​ຮັບ​ເອົາ​ອົບ​ພະຍົບ
ຢ່າງທາງ​ການ​ຫລາຍ​ຂຶ້ນ​ແລ້ວ ລັດຖະບານໄທ​ກໍຄິດ​ວ່າ​ ມັນ​ຈະ​ເປັນປັດ​ໃຈດຶງ​ດູດ
ເອົາ​ພວກ​ອົພະຍົບຫລາຍ​ຂື້ນ.”

ອົງການຂອງ​ນາງຊາລລີ ​ທອມ​ສັນ ປະ​ເມີນ​ວ່າ ມີປະຊາຊົນ​ຫລາຍ​ກວ່າ 140,000 ຄົນ​
ຈາກ​ມຽນມາ ​ທີ່​ອາ​ໃສ​ຢູ່​ໃນ​ຄ້າຍ​ອົພະຍົບ 10 ແຫ່ງຢູ່​ຕາມ​ເຂດຊາຍ​ແດນ​ໄທນັ້ນ ​ແລະ​
ອີກ​ຫລາຍ​ພັນ​ຄົນ​ອາ​ໃສ​ຢູ່ໃນ​ຄ້າຍ​ອົພະຍົບ ​9 ​ແຫ່ງ​ຢູ່ພາຍ​ໃນ​ມຽນມາ ​ທີ່​ທາງ​ສະມາຄົມ
ຕິດຕາມເບິ່ງ​ ແລະ​ໃຫ້ການ​ຊ່ວຍ​ເຫລືອ.

ການ​ຂາດ​ເຂີນ​ການ​ຮັກສາ​ສຸຂະພາບ​ຢູ່​ບ້ານ​ຂອງ​ເຂົາ​ເຈົ້າ ແມ່ນ​ເປັນ​ບັນຫາ​ສໍາຄັນ​ສໍາລັບ
ຊາວ​ອົບພະ​ຍົບ​ເຫລົ່າ​ນີ້ ກໍຄື​ກັນ​ກັບຢູ່ໃນ​ປະ​ເທດ​ໄທ​. ນາງ​ທອມ​ສັນ​ກ່າວ​ວ່າ:

“ໂດຍ​ພື້ນຖານ​ແລ້ວ ​ແມ່ນ​ບໍ່​ມີ​ລະ​ບົບການ​ຮັກສາ​ສຸຂະພາບ​ ທີ່ໄດ້ຜົນ​ຢູ່​ໃນ​ພາກຕາ​
ເວັນ​ອອກ​ຂອງ​ມຽນມາ ​ແລະ​ດັ່ງ​ນັ້ນ ພວກ​ປະຊາຊົນ​ຈຶ່ງ​ພາກັນຫລັ່ງ​ໄຫລໄປຍັງ​
ບ່ອນອື່ນໆ ​ເຊັ່ນຄລີ​ນິກ​ແມ່​ເຕົ່າ ​ເພາະ​ມັນ​ເປັນພຽງ​ບ່ອນ​ດຽວ​ເທົ່າ​ນັ້ນ​ ທີ່ພວກ​ເຂົາ​
ເຈົ້າສາມາດ​ໄດ້​ຮັບ​ການ​ຮັກສາ​ສຸຂະ​ພາບ. ບໍ່​ມີ​ລະບົບການ​ຮັກສາ​ສຸຂະພາບ​ທີ່​ຝ່າຍ
ລັດຖະບານຈັດ​ຕັ້ງ​ຂຶ້ນ​ບໍ​ລິ​ການ​ປະຊາ​ຊົນ​ເລີຍ. ບ່ອນທີ່ພວກ​ປະຊາຊົນໄປ​ຮັບ​ການ
ປິ່ນປົວໄດ້​ນັ້ນ ກໍ​ແມ່ນ​ບ່ອນ​ທີ່ກຸ່ມ​ຊົນ​ເຜົ່າ​ຂອງ​ພວກ​ເຂົາ​ເຈົ້າ​ເອງ ສ້າງ​ຕັ້ງ​ຂຶ້ນມາ.”

ສຸກສາລາ​ແມ່​ເຕົ່າ ທີ່​ກໍ່​ຕັ້ງ​ຂຶ້ນມາ​ໂດຍ ດອກ​ເຕີ Cynthia Maung ທີ່ອໍາ​ເພີ​ແມ່​ສອດນັ້ນ
ສະໜອງ​ການ​ບໍລິການ​ຮັກສາ​ສຸຂະພາບ​ຟີແກ່​ພວກ​ອົບພະຍົບ. ນາຍ Lok Gwa ໝໍ​ຜ່າ
ຕັດເຝີ​ກແອບທີ່ສຸກສາລາ​ດັ່ງກ່າວ ​ເວົ້າວ່າ ນັບ​ຕັ້ງ​ແຕ່​ຊາຍ​ແດນ​ໄດ້​ປິດ​ລົງ​ໃນ​ເດືອນ​ກັນຍາ
ພວກ​ເຂົາ​ເຈົ້າກໍ​ບໍ່​ຄ່ອຍ​ເຫັນ​ພວກ​ຄົນ​ເຈັບ​ຫລາຍ. ບັນທຶກຂອງ​ສຸກສາລາ​ຢືນຢັນ​ຈໍານວນ
ຄົນ​ເຈັບ ວ່າ​ຕົກ​ຢູ່​ປະມານ 10,500 ຄົນ​ຕໍ່​ເດືອນ ຊຶ່ງປະມານ 2,000 ຄົນ ໜ້ອຍ​ກວ່າ​ປົກ ກະຕິ.

ພວກ​ພະນັກງານ​ປະ​ຈໍາ​ສຸກສາ​ລາ ກ່າວ​ວ່າ ນີ້​ບໍ່​ໄດ້​ເປັນ​ຮ່ອງຮອຍ​ບອກ​ວ່າ​ມີຄົນ​ເຈັບ​ໜ້ອຍ
ລົງ ​ແຕ່​ວ່າມີ​ຄົນ​ເຈັບ​ໜ້ອຍ​ລົງທີ່​ສາມາດ​ເຂົ້າມາ​ຮັກສາທີ່ສຸກສາລາ​ໄດ້ ຫລື​ວ່າພວກ​ເຂົາ​ເຈົ້າ​
ອາດ​ຈະທົນ​ເຈັບ​ເອົາ​ໂດຍ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ໃດ​ໆ ຫລື​ບໍ່​ກໍ​ຄົງຈະ​ມີ​ການ​ຮັກສາ​ສຸຂະພາບ​ ​
ໄປ​ຮອດ​ໄປ​ເຖິງ​ພວກ​ເຂົາ​ເຈົ້າ​ເອງ.

ນາງ Naw Paw Hser Mu Lar ​ໄດ້​ໃຊ້​ເວລາ 10 ປີ​ຜ່າ​ນມາ ເຮັດ​ວຽກ​ໃຫ້​ກຸ່ມ​ທີ່​ເອີ້ນ​
ວ່າ ໜ່ວຍພະນັກງານ​ຮັກສາສຸຂະ​ພາບ​ເປ້​ຫລັງ ຫລື Backpack Health Worker
Team ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ໜ່ວຍສະໜອງ​ການ​ຮັກສາ​ສຸຂະພາບ​ເຄື່ອນທີ່ຫລາຍ​ກ່ວາ
300 ໜ່ວຍທີ່ໃຫ້ການ​ບໍລິການ​ແກ່​ພວກ​ທີ່​ອາ​ໃສ​ຢູ່ໃນ​ເຂດ​ທີ່​ມີ​ການ​ສູ້​ລົບ​ກັນ​ໃນ​ມຽນມາ​ນັ້ນ.

ສະມາຊິກໜ່ວຍພະນັກງານສຸຂະພາບເປ້ຫລັງ ຫລື Backpack Health Worker Team ໃຫ້ການ ຊ່ວຍເຫລືອປະຖົມພະຍາບານແກ່ປະຊາຊົນ ຕາມ ຊາຍແດນມຽນມາ-ໄທ. (BHWT photo)
ສະມາຊິກໜ່ວຍພະນັກງານສຸຂະພາບເປ້ຫລັງ ຫລື Backpack Health Worker Team ໃຫ້ການ ຊ່ວຍເຫລືອປະຖົມພະຍາບານແກ່ປະຊາຊົນ ຕາມ ຊາຍແດນມຽນມາ-ໄທ. (BHWT photo)

ນາງກ່າວ​ວ່າ ການ​ສູ້​ລົບ​ກັນ​ແມ່ນ
ກໍ່​ໃຫ້​ເກີດ​ໂຣກໄຂ້ຍຸງ​ ​ໂຣກທ້ອງ​
ຊຸ ການເຈັບປ່ວຍ​ຂອງແມ່​ແລະ​ເ
ດັກ​ຫລາຍ​ເພີ່ມ​ຂຶ້ນ ຕະຫລອດ​
ທັງ​ຈໍານວນ​ພວກ​ທີ່​ໄດ້​ຮັບ​ບາດ
ເຈັບ​ຈາກ​ລະ​ເບີດ​ຝັງ​ດິນມີ​ເພີ່ມ​ຂຶ້ນ
ນັບ​ຕັ້ງ​ແຕ່​ເດືອນ​ພະຈິກ​ເປັນ​ຕົ້ນ
ມາ. ນາງ​ກ່າວຕໍ່​ໄປ​ວ່າ ​ບໍ່​ໄດ້​ມີ​
ການ​ປ່ຽນ​ແປງ​ໃນນະ​ໂຍບາຍ ​
ແລະ​ນາງຄິດ​ວ່າ ມີການ​ສູ້​ລົບ​ກັນ
ຫລາຍກວ່າ​ປີຜ່ານມາອີກ ມີ​ຄົນ​
ເຈັບ​ຫລາຍ​ກວ່າ​ເກົ່າ ແລະໃນ
ເມື່ອ​ມີ​ການ​ສູ້​ລົບ​ກັນ​ຫລາຍ​ຂຶ້ນ ກໍ​ມີ ​ຄົນ​ເຈັບ​ຫລາຍ​ຂຶ້ນ ​ແລະມີ​ກໍລະນີ​ທີ່ບາດ​ເຈັບ​ສາຫັດ​ຫລາຍ​ຂຶ້ນ.

ທ່ານ ໝານ ໝານ ປະທານໜ່ວຍ​ພະນັກງານ​ຮັກສາ​ສຸຂະພາບ​ເປ້​ຫລັງ ຫລື Backpack Health Worker Team ມີ​ຄວາມ​ຢ້ານ​ກົວ​ທໍານອງ​ດຽວ​ກັນ. ທ່ານ ໝານ ເວົ້າວ່າ

“ຖ້າຈະເວົ້າໃນແງ່ກ່ອນການເລືອກຕັ້ງໃນມຽນມານັ້ນ ພວກເຮົາ​ໄດ້ຄາດໝາຍວ່າ
ຈະມີການ​ສູ້​ລົບ​ກັນຫລາຍຂຶ້ນ ແຕ່ປາກົດວ່າບໍ່ມີໃຜຢູ່ໃນປະຊາຄົມນານາຊາດເຊື່ອ
ພວກເຮົາ ແຕ່ແນວ​ໃດ​ກໍ​ຕາມ ກ່ອນການເລືອກຕັ້ງໃນມຽນມາ ພວກເຮົາ​ໄດ້ເລີ່ມ
ຈັດຕຽມໄວ້ ສໍາລັບຫລັງການເລືອກຕັ້ງແລະການສູ້ລົບກັນກໍໄດ້ເລີ່ມຂຶ້ນໃນເມືອງ
ເມຍວະດີ ແລະຕໍ່ມາພວກເຮົາກໍ​ໄດ້ເລີ່ມກໍ່ຕັ້ງທີມງານສຸກເສີນເປ້ຫລັງ ຫລື Backpack ຂຶ້ນມາ 7 ທີ​ມ.”

ພວກນັກເຄຶ່ອນໄຫວ​ເພື່ອສິດທິມະນຸດ ແລະຊາວອົພະຍົບກ່າວວ່າ ການ​ຕໍ່ສູ້​ກັນໄດ້ເພີ່ມທະວີ
ຂຶ້ນຫລັງການເລືອກຕັ້ງ ຍ້ອນ​ວ່າຝ່າຍກອງທັບມຽນ ມາ​ພະຍາຍາມຈະເຂົ້າຄວບຄຸມດິນ​ແດນ
ຂອງ​ເຜົ່າກະຫລ່ຽງຫລາຍຂຶ້ນ.

ລັດຖະບານທະຫານມຽນມາໄດ້ເຊັນສັນຍາສັນຕິພາບ ກັບພວກທະຫານບ້ານຂອງ​ຫລາຍໆ
ຊົນເຜົ່າຂອງມຽນມາ ອັນໂຮມທັງກຸ່ມກອງທັບຊາວພຸດ ກະຫລ່ຽງປະຊາທິປະໄຕ ແຕ່ບໍ່ມີກຸ່ມ
ຊົນເຜົ່າໃດຍອມຮັບ​ເອົາ​ຄໍາຮຽກຮ້ອງຂອງຝ່າຍລັດຖະບານ ທີ່ຢາກ​ໃຫ້ພວກເຂົາເຈົ້າ​ເຂົ້າເປັນ
ພາກສ່ວນນຶ່ງ​ຂອງໜ່ວຍ​ທະຫານຍາມຄຸ້ມກັນຊາຍແດນແຫ່ງຊາດ ແລະຜົນທີ່ຕາມມາ ກໍຄື
ການສູ້ລົບ​ໄດ້​ລະ​ເບີດຂຶ້ນ ໃນຫລາຍໆພາກສ່ວນຂອງປະເທດ.

ຄະນະຜູ້ແທນຈາກສະຫະພາບຢຸໂຣບຄະນະນຶ່ງ ​ໄດ້ໄປຢ້ຽມຢາມຄ້າຍ ອົພະຍົບຕາມເຂດ
ຊາຍແດນແຫ່ງຕ່າງໆໃນອາທິດ​ແລ້ວນີ້ ​ໂດຍ​ມີ​ເປົ້າ​ໝາຍ​ທີ່ຈະສັ່ງຊາຕີລາຄາ​ເບິ່ງທາງເລືອກ
ທີ່ຍືນຍົງຖາວອນຕ່າງໆສໍາລັບຊ່ວຍເຫລືອຊາວອົບ​ພະຍົບມຽນມານັ້ນ ແມ່ນ​ແຕ່​ໃນ​ຂະນະ
ທີ່ລັດຖະບານໄທວາງ​ແຜນ​ທີ່ຈະສົ່ງພວກເຂົາເຈົ້າກັບຄືນບ້ານ. ນາງ​ຊາລລີ ທອມສັນ ມອງ
ເຫັນວ່າ ວິທີການແກ້ໄຂບັນຫາວິກິດການຂອງຊາວອົພະຍົບຂອງ ມຽນມານັ້ນ ​ໂດຍ​ພື້ນ
ຖານ​ແລ້ວ ​ແມ່ນເປັນການ​ແຫ້​ໄຂ​ທາງ​ການເມືອງ ຊຶ່ງນາງກ່າວຕໍ່ໄປວ່າ:

ການ​ສູ້​ລົບ​ກັນ​ ຈະມີໄປເລື້ອຍໆ ຈົນກວ່າວ່າບັນຫາພວກຊົນເຜົ່າຈະ ​ໄດ້​ຮັບ​ການ
ແກ້ໄຂຢູ່ໃນມຽນມາ. ມີ​ທາງ​ເປັນ​ໄປ​ໄດ້ໜ້ອຍ​ຫລາຍ​ໃນໄລຍະສັ້ນ ທີ່​ວ່າບັນຫາ
ພວກຊົນເຜົ່າຈະຖືກແກ້ໄຂໄດ້ ດັ່ງນັ້ນ ຈຶ່ງ​ມີ​ທາງ​ເປັນ​ໄປ​ໄດ້​ຫລາຍ​ທີ່​ວ່າ ພວກ
ເຮົາຈະໄດ້ເຫັນມີການ​ຕໍ່ສູ້​ກັນ ດໍາເນີນຕໍ່ໄປໃນ​ລະດັບເບົາໆ ຢູ່ໃນຂົງເຂດຂອງ​
ພວກຊົນເຜົ່າ ຊຶ່ງນັ້ນ​ກໍ​ແມ່ນຈະສືບຕໍ່ເຮັດໃຫ້ມີ ຜູ້ຄົນຫລັ່ງໄຫລເຂົ້າມາໃນໄທ ຫລາຍຂຶ້ນ.”

ອົບພະຍົບຊາວກະຫລ່ຽງ ໄດ້ເລີ່ມຕົ້ນຫລົບໜີເຂົ້າໄປໄທ​ເມື່ອ 26 ປີກ່ອນ ແລະພວກພະນັກ
ງານໃຫ້ການຊ່ວຍເຫລືອກ່າວວ່າ ອັນ​ທີ່​ໄດ້​ມີ​ການ​ເບິ່ງ​ເຫັນ​ກັນ​ໃນຕອນຕົ້ນໆວ່າ ເປັນສະຖານ
ນະການຊົ່ວຄາວນັ້ນ ໄດ້ກາຍມາເປັນເລຶ່ອງຖາວອນໄປ​ແລ້ວ. ສະຫະພາບຢຸໂຣບກ່າວວ່າ
ຄະນະ​ຜູ້ແທນຂອງຕົນທີ່​ເດີ​ນທາງໄປສຶກສາເບິ່ງສະພາບການໃນຄັ້ງນີ້ ຫວັງວ່າຈະຄົ້ນ​ພົບວິທີ
ທາງຕ່າງໆທີ່ຈະຊ່ວຍເຫລືອພວກຊາວອົບພະຍົບສ້າງສາຊີວິດຂອງພວກເຂົາເຈົ້າຄືນໃໝ່ແລະ
ນໍາເອົາການປິ່ນປົວຮັກສາສຸຂະພາບ ການສຶກສາແລະ​ວິຊາ​ຫາ​ກິນ ມາສູ່ພວກເຂົາເຈົ້າໃຫ້ໄດ້.

XS
SM
MD
LG