ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ວ່າ ສະຖານະການ ໃນພາກຕາເວັນຕົກມຽນມາ ດີຂື້ນແດ່ແລ້ວ


ຊາວອົບພະຍົບໂຣຮິງຢາ ທີ່ຫລົບໜີຄວາມຮຸນແຮງ
ຊາວອົບພະຍົບໂຣຮິງຢາ ທີ່ຫລົບໜີຄວາມຮຸນແຮງ
ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ສະຖານະ​ການ​ກໍາລັງ​ດີ​ຂື້ນໃນ​ລັດ Rakhine ທາງພາກ​ຕາ​ເວນ​ຕົກຂອງ​ມຽນມາ ບ່ອນ​ທີ່​ໄດ້​ເກີດ​ຄວາ​ມຮຸນ​ແຮງ​ລະຫວ່າງ​ຊາວ ​ພຸດ ​ແລະ​ພວກ​ຊົນ​ກຸ່ມ​ນ້ອຍ​ທີ່​ເປັນ​ມຸສລິ​ມ​ເຜົ່າ​ໂຣຮິງ​ຢາ ທີ່​ເຮັດ​ໃຫ້​ຫລາຍສິບ​ຄົນ​ເສຍ​ຊີວິດ ​ແລ​ະອີກ​ຫລາຍສິບ​ພັນ​ຄົນຕ້ອງ​ໄດ້​ອົບ​ພະຍົບຫຼົບໜີ.

ຫ້ອງການ​ປະສານ​ງານ​ດ້ານ​ມະນຸດສະ​ທໍາຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ລາຍ​ງານ​ການ​ປະ​ທະ​ກັນ​ໄດ້ “ຫລຸດລົງ​ຢ່າງ​ຫລວງຫລາຍ” ​ໃນໄລຍະສາມ​ອາທິດ​ທີ່​ຜ່ານ​ມາ. ​ແຕ່ກໍ​ໄດ້​ເຕືອນ​ວ່າ ຄວ​າມ​ເຄັ່ງຕຶງທາງ​ດ້ານ​ສາສະໜາ ​ແມ່ນ ຍັງ​ສູງ​ຫຼາຍໂດຍ​ທີ່​ບັນຫາ​ຂັດ​ແຍ້​ງຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ຢ່າງ​ກະຈັດກະຈາຍໃນ​ບາງ​ເຂດ.

ບັນດາເຈົ້າ​ໜ້າ​ທີ່​ມຽນມາກ່າ​ວວ່າ​ ທັງ​ໝົດ 87 ຄົນ​ໄດ້​ຖືກ​ຂ້າ​ຕາຍ ນັບຕັ້ງ​ແຕ່​ທ້າຍ​ເດືອນ​ພຶດສະພາ​ ເປັນຕົ້ນມາ ​ເວລາ​ການ​ກໍ່ຈະລາຈົນ ​ແລະການ​ໂຈມ​ຕີ ຕອບ​ໂຕ້ໄດ້​ລະ​ເບີດ​ຂຶ້ນ ຫລັງ​ຈາກມີ​ການຖິ້ມ​ໂທດ​ໃສ່​ວ່າ​ຜູ້​ຊາຍ​ມຸສລິ​ມສາມ​ຄົນ ​ໄດ້ຂົ່ມຂືນ ​ແລະ​ສັງຫານ​ແມ່ຍິງຊາວ​ພຸດຄົນ​ນຶ່ງ.

ຄວາມ​ວຸ້ນວາຍ​ດັ່ງກ່າວ​ໄດ້ເນັ້ນ​ໃຫ້​ເຫັນເຖິງ​ສະພາບ​ການຂອງ​ຊາວ Rohingya ​ທີ່ທາງ​ການ​ມຽນມາ​ໄດ້ປະຕິ​ເສດ ​ບໍ່​ຍອມ​ມອບ​ສັນຊາດ​ໃຫ້​ ແລະກໍ​ບໍ່​ຍອມຮັບ​ຮູ້​ວ່າ​ເປັນຊົນ​ກຸ່ມ​ນ້ອຍ​ຂອງ​ມຽນມາ. ຊາວ​ມຽນມາຫຼາຍໆ​ຄົນ​ເຫັນ​ວ່າ ພວກ Rohingya ຈໍານວນ 800.000 ທີ່​ມີ​ຢູ່​ໃນ​ປະ​ເທດນັ້ນ ​ເປັນ​ຊາວ​ຕ່າງ​ດ້າວທີ່​ເຂົ້າ​ ​ເມືອງຜິດ​ກົດໝາຍ ​ຈາກບັງ​ກາ​ລາ​ແດັ​ສ.
XS
SM
MD
LG