ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ທັບມ້າງ ການປະທ້ວງ ແລະ ຈັບກຸມຫຼາຍຄົນ


ພວກປະທ້ວງປະເຊີນໜ້າກັບຕໍາຫຼວດທີ່ນະຄອນຢ້າງກຸ້ງ, ມຽນມາ.
ວັນທີ 24 ພຶດສະພາ 2012.
ພວກປະທ້ວງປະເຊີນໜ້າກັບຕໍາຫຼວດທີ່ນະຄອນຢ້າງກຸ້ງ, ມຽນມາ. ວັນທີ 24 ພຶດສະພາ 2012.

ທີ່​ມຽນມາ ບັນດາ​ກຸ່ມ​ຝ່າຍ​ຄ້ານ​ກ່າວ​ວ່າ ຕໍາຫຼວດ​ໄດ້​ທໍາ​ການ​ທັບ​ມ້າງການ​ປະ​ທ້ວງແລະ​ຈັບ​ກຸມ​ພວກ​ປະ​ທ້ວງ​ຫຼາຍ​ຄົນ​ ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ຂອງ​ຕຳຫຼວດ ​ແລະລົງ​ສູ່​ຖະໜົນ​ຫົນທາງ​ສາຍ​ຕ່າງໆຄືນ​ອີກ ເພື່ອ​ທວງ​ໃຫ້​ລັດຖະບານ​ຢຸດ​ເຊົາ​ການ​ປິດ​ໄຟຟ້າ​ໄວ້​ນັ້ນ.

​ໂຄສົກ​ປະ​ຈໍາ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ກ່າວ​ວ່າ ຕໍາຫຼວດ​ໄດ້​ຂັບ​ໄລ່​ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 100 ຄົນໃຫ້​ແຕກ​ໜີ​ໄປ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ເມືອງ Pyay ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ ຄອນ​ຢ້າງ​ກຸ້ງ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ປະມານ 260 ຫຼັກ.

ພວກ​ທີ່​ເຫັນ​ເຫດການ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ພັກ​ສັນນິບາດ​ແຫ່ງ​ຊາດ ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ກ່າວ​ຫາ​ຕໍາຫຼວດ​ວ່າ ​ຮັບ​ມືກັບ​ພວກ​ປະ​ທ້ວງແຂງ​ແຮງ​ໂພດໂດຍ​ກ່າວ​ວ່າ ມີພວກ​ປະ​ທ້ວງ​ບາງ​ຄົນ​ໄດ້​ຮັບ​ບາດ​ເຈັບ. ຢ່າງ​ໜ້ອຍ​ພວກ​ປະ​ທ້ວງ 3 ຄົນ​ໄດ້​ຖືກ​ຈັບ​ກຸມ​ເພື່ອທໍາ​ການ​ສອບ​ປາກ​ຄໍາ. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ປ່ອຍໃນ​ເວລາ​ບໍ່​ດົນຕໍ່​ມາ.

ການໂຮມຊຸມນຸມ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທີ່​ເມືອງ Mandalay ກ່ອນ​ທີ່​ຈະແຜ່​ລາມ​ອອກ​ໄປ​ ຍັງນະຄອນ​ຢ້າງ​ກຸ້ງ ເມືອງ ຫຼວງ​ການ​ຄ້າຂອງ​ມຽນມາ​ນັ້ນ. ຈົນມາ​ຮອດວັນ​ພະຫັດ​ມື້​ນີ້ ຕໍາຫຼວດ​ໄດ້​ປ່ອຍ​ໃຫ້ການ​ປະ​ທ້ວງ​ດໍາ​ເນີນ​ຕໍ່​ໄປ ​ເຖິງ​ແມ່ນ​ມີ​ການ​ຕັກ​ເຕືອນພວກ ​ປະ​ທ້ວງ​ບໍ່​ໃຫ້​ໄປ​ປະກອບສ່ວນ​ນໍາ​ກໍ​ຕາມ.

ການ​ປະ​ທ້ວງ​ຄັ້ງ​ນີ້​ນັບ​ວ່າ​ເປັນ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບຫຼາຍ​ປີຜ່ານມາ​ຢູ່ໃນ​ມຽນມາ ຊຶ່ງ​ຈົນ​ມາ​ຮອດ​ປີ​ກາຍ​ນີ້ ປະຊາຊົນ​ມຽນມາ​ໄດ້​ທົນ​ຕໍ່​ການ​ປົກຄອງ​ຢ່າງ​ໂຫດ​ຫ້ຽມຂອງ​ພວກ​ທະຫານ​ ມາ​ໄດ້​ເຄິ່ງສັດຕະ ວັດ​ນັ້ນ.

​ພວກ​ປະ​ທ້ວງ​ຮຽກຮ້ອງ​ໃຫ້​ມີ​ການ​ເປີດໄຟຟ້າ​ໃຊ້​ຕະຫຼອດ 24 ຊົ່ວ​ໂມງແລະ​ພາກັນ​ຈົ່ມ​ວ່ານໍາ​ການ​ປິດ​ໄຟຟ້າ​ໄວ້​ເລື້ອຍໆ​ ຊຶ່ງ​ສ່ວນ​ຫຼາຍແມ່ນ​ປິດ​ໄຟຟ້າ​ໄວ້​ເປັນ​ເວລາ 6 ຊົ່ວ​ໂມງ​ຫຼື​ດົນ​ກວ່າ​ນັ້ນ​ໃນ​ພວກ​ຫົວ​ເມືອງໃຫຍ່ໆ

ລາຍ​ງານຂອງ​ໜັງສືພິມ New Light of Myanmar ທີ່ລັດເປັນຜູ້ ຄວບຄຸມ ສະບັບ​ທີ່​ອອກ​ໃນ​ວັນ​ພຸດ​ວານ​ນີ້ກ່າວວ່າ ລັດຖະບານໄດ້ຊື້ຈັກ ປັ່ນໄຟຟ້າໃໝ່ຫຼາຍສິບໜ່ວຍເພື່ອຮັບມືກັບການຂາດແຄນພະລັງໄຟຟ້າໃຊ້ນັ້ນ.

XS
SM
MD
LG