ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຂໍໃຫ້ມຽນມາປ່ອຍ ນັກໂທດການເມືອງ


ຜູ້ສືບສວນພິເສດ ຂອງອົງການສະຫະປະຊາຊາດ ກ່ຽວກັບມຽນມາ ທ່ານ Tomas Quintana
ຜູ້ສືບສວນພິເສດ ຂອງອົງການສະຫະປະຊາຊາດ ກ່ຽວກັບມຽນມາ ທ່ານ Tomas Quintana

ຜູ້ສືບສວນຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ມຽນມາປ່ອຍພວກນັກໂທດການ
ເມືອງທັງໝົດໂດຍເວົ້າວ່າ ພວກເຂົາເຈົ້າພວມປະເຊີນກັບບັນຫາສຸກຂະພາບຮ້າຍແຮງຍ້ອນ
ສະພາບການ​ອັນ​ຮຸນ​ແຮງໃນ​ບ່ອນຄຸມຂັງພວກເຂົາເຈົ້າ.

ທ່ານ Tomas Quintama ຜູ້ສືບສວນພິເສດ ຂອງອົງການສະຫະປະຊາຊາດ ກ່ຽວກັບ
ມຽນມາກ່າວວ່າ ນັກໂທດຄົນລ່າສຸດທີ່ເສຍຊີວິດຢູ່ບ່ອນຄຸມຂັງກໍແມ່ນພະ U Naymeinda
ໄວ 50 ປີ ຂອງສາສະໜາພຸດ ທີ່ໄດ້ຖືກຕັດສິນໂທດຈຳຄຸກ ເປັນເວລາ 20 ປີຍ້ອນແຈກຢາຍ
ໃບປິວສະໜັບສະໜຸນປະຊາທິປະໄຕ. ພະ U Naymeinda ເປັນນັກໂທດຈິກສຳນຶກຄົນທີ
145 ທີ່ໄດ້ເສຍຊີວິດນັບແຕ່ປີ 1988 ເປັນຕົ້ນມາ.

ໃນຖະແຫຼງຂ່າວທີ່ນຳອອກເຜີຍແຜ່ຢ່າງເປັນທາງການໃນມື້ວັນຈັນວານນີ້ທ່ານ Quintana
ກ່າວວ່າ ນອກນັ້ນທ່ານຍັງໄດ້ຮັບລາຍງານກ່ຽວກັບພວກນັກໂທດໃນຫ້ອງຂັງເລກ 4 ​ໃນ
ຄຸກ Insein ທີ່ປາກົດວ່າ ພາກັນເປັນພະຍາດ ທີ່ພົວພັນກັບ ການຂາດອາຫານ ແລະເປັນ
ໂຣກປອດແຫ້ງນັ້ນ.

ຜູ້ສືບສວນຂອງອົງການສະຫະປະຊາຊາດເວົ້າຕື່ມວ່າ ກະປະມານວ່າມີພວກນັກໂທດຈິດ
ສຳນຶກຢ່າງນ້ອຍ 2,202 ຄົນຢູ່ໃນມຽນມາ. ທ່ານກ່າວວ່າ ຖ້າລັດຖະບານມຽນມາຫາກ
ມີຄວາມຈິງຈັງກ່ຽວກັບຄຳໝັ້ນສັນຍາຂອງຕົນທີ່ວ່າ ຈະກ້າວໄປສູ່ຍຸກສະໄໝໃໝ່ໃນການ
ມີສັນຕິພາບ ແລະຄວາມອຸດົມຮັ່ງມີ ສຳລັບປະຊາຊົນ ຂອງຕົນແລ້ວ ພວກນັກໂທດການ
ເມືອງທັງໝົດ ກໍຕ້ອງຖືກປ່ອຍໃນທັນທີ ແລະບໍ່ມີເງື່ອນໄຂໃດໆທັງສິ້ນ.

XS
SM
MD
LG