ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ໃຫ້ສັນຍາ ກ່ຽວກັບ ການປະຕິຮູບ ຮອບສອງ


ປະທານາທິບໍດີມຽນມາ ທ່ານ Thein Sein
ປະທານາທິບໍດີມຽນມາ ທ່ານ Thein Sein

ປະທານາທິບໍດີມຽນມາ ທ່ານ Thein Sein ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ຕໍ່​ອັນ​ທີ່ທ່ານ​ຮ້ອງ
​ວ່າ “ຄື້ນ​ຟອງ​ການ​ປະຕິ​ຮູບ​ຄັ້ງ​ທີ່​ສອງ” ໂດຍແນໃສ່​ການ​ພັດທະນາສະພາບ​ເສດຖະກິດ
​ທີ່​ທຸກ​ຍາກ​ ມາ​ເປັນ​ເວລາ​ດົນນານຂອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກໍາ​ໜ້າ​ທີ່​ມາ​ແຕ່​ປີ​ກາຍ​ ອະດີດ​ນາຍ​ພົນ​ທະຫານທ່ານ​ນີ້ໄດ້ເປັນປະ
ທານ ກ່ຽວ​ກັບ​ການປະຕິ​ຮູບທາງ​ດ້ານການ​ເມືອງຫລາຍ​ຢ່າງ ຮວມ​ທັງ​ການ​ປ່ອຍນັກ
​ໂທດ​ການເມືອງຫລາຍ​ຮ້ອຍ​ຄົນ ​ແລະ​ອະ​ນຸຍາດ​ໃຫ້ກຸ່ມ​ຝ່າຍ​ຄ້ານກັບ​ຄືນ​ມາຫຼິ້ນ​ການ
​ເມືອ​ງ​ໄດ້.

ທ່ານ​ໄດ້​ກ່າວ​ໃນ​ຄຳ​ປາໄສ​ທາງ​ໂທລະພາບ​ໃນ​ວັນ​ອັງຄານມື້ນີ້​ວ່າ ການ​ປະຕິ​ຮູ​ບ ຂັ້ນ​ທີ່
​ສອງ ອາດ​ຈະ​ຮວມ​ທັງ​ກົດໝາຍການລົງທືນ​ໂດຍ​ຕົງ​ຂອງ​ຕ່າງປະ​ເທດຊຶ່ງ​ທ່ານ​ກ່າວ​ວ່າ
ອາດ​ຈະຜ່ານສະພາ​ໃນກອງ​ປະ​ຊຸມ​ເທື່ອ​ໜ້າ.

ທ່ານ Thein Sein ກ່າວ​ວ່າ: “ໃນ​ການ​ເຂົ້າກຳ​ອຳນາດ​ປີ​ທໍາ​ອິດ ລັດຖະບານ​ແຫ່ງ​ຊາດ ​
ໄດ້​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ​ໃນ​ການ​ປະຕິ​ຮູ​ບການ​ເມືອງ​ແລະ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ.
ນັບ​ແຕ່​ປີ​ນີ້​ໄປ​ໜ້າ ພວກ​ເຮົາ​ຈະພາກັນ​ເຮັດ​ວຽກ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ຊຸດ​ທີ​ສອງ ທີ່​ຈະ
ແນເປັນ​ພິ​ເສດ ​ໃສ່ການ​ພັດທະນາ​ປະ​ເທດ ​ແລະ​ສາທາລະນະຊົນ.”

XS
SM
MD
LG