ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ສັ່ງໃຫ້ກຸ່ມ NDL ຢຸດເຊົາການເຄື່ອນໄຫວ.


A woman pushes her bicycle through a checkpoint manned by Thai security forces in the troubled southern province of Yala, Thailand.
A woman pushes her bicycle through a checkpoint manned by Thai security forces in the troubled southern province of Yala, Thailand.

ອົງການ​ຈັດ​ຕັ້ງ​ທາງ​ການ​ເມືອງ ທີ່​ນໍາໂດຍທ່ານນາງອອງຊານ ຊູຈີ ນັກເຄຶ່ອນໄຫວເພື່ອ ປະຊາທິປະໄຕ​ໃນ​ມຽນມາ ກ່າວ​ວ່າ ພວກ​ຕົນໄດ້ຖືກທາງການມຽນມາ ສັ່ງໃຫ້ຍຸຕິກິດຈະກໍາ ທາງການເມືອງທັງໝົດ.

ໂຄສົກຄົນ​ນຶ່ງ​ຂອງ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD ກ່າວ​ຕໍ່​ພະ​ແນ​ກ ພາສາ​ມຽນມາ​ຂອງ​ວີ​ໂອ​ເອ ​ໃນ​ວັນ​ພຸດ​ມື້​ນີ້ ວ່າ​ກຸ່ມ​ຂອງ​ຕົນ​ກໍາລັງ​ພິຈາລະນາ​ເອົາ​ທ່າ​ທີ​ຕອບ​ຕໍ່​ຄໍາ​ສັ່ງ​ດັ່ງກ່າວ ທີ່​ມາ​ຈາກ​ລັດຖະບານໃນຈົດໝາຍ​ສະບັບ​ນຶ່ງ.

ກຸ່ມ NLD ​ໄດ້​ຖືກ​ບັງຄັບ​ໃຫ້​ສະຫລາຍ​ໂຕ​ໃນ​ຖານະ​ເປັນ​ພັກ​ການ​ເມືອງ​ເມື່ອ​ປີ​ກາຍ​ນີ້ ​ເວລາ​ກຸ່ມ​ດັ່ງກ່າວ​ບໍ່​ຍອມ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ​ເນື່ອງ​ຈາກ​ຜູ້​ນໍາ ກໍຄື​ທ່ານ​ນາງ ອອງ ຊານ ຊູ​ຈີ ທີ່​ຖືກ​ກັກ​ບໍລິ​ເວນ​ຢູ່ ​ໃນ​ເວລາ​ນັ້ນ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ປະກອບ ສ່ວນ.

ໜັງສືພິມ New Light of Myanmar ຂອງທາງການ ລາຍງານຂ່າວທີ່ ອ້າງ​ອິງ​ໃສ່​ຈົດໝາຍ​ຈາກກະຊວງພາຍໃນ ທີ່ກ່າວວ່າ ບັນດາສະມາຊິກພັກ NLD “ຕ້ອງຍຸຕິພຶດຕິ ການຕ່າງໆ ທີ່ສາມາດທໍາລາຍສັນຕິພາບ ສະຖຽນ ລະພາບ ແລະການປົກຄອງດ້ວຍຕົວ ບົດກົດໝາຍ ຕະ​ຫລອດທັງຄວາມພ້ອມພຽງສາມັກຄີໃນໝູ່ປະຊາຊົນ” ໃນບົດວິຈານອີກບົດ ນຶ່ງນັ້ນ ໜັງສືພິມສະບັບນີ້ເວົ້າວ່າ ອາດມີຄວາມໂກລາຫົນວຸ້ນວາຍເກີດຂຶ້ນໄດ້ ຖ້າຫາກວ່າ ທ່ານນາງອອງຊານຊູຈີ ຍັງຈະອອກເດີນທາງ​ໄ​ປຢ້ຽມຢາມທົ່ວປະເທດ ມຽນມາ ຕາມທີ່​ໄດ້ ວາງແຜນໄວ້ນັ້ນ.

ຈົດໝາຍສະບັບດັ່ງກ່າວ ໄດ້ກ່າວຫາພັກ NLD ວ່າຍັງຄົງຮັກສາຫ້ອງການໄວ້ ແລະຈັດ ກອງປະຊຸມຢູ່ຕໍ່ມາ ເຖິງແມ່ນໄດ້ຖືກບັງຄັບໃຫ້ສະຫລາຍຕົວໄປແລ້ວກໍຕາມ ຈົດໝາຍ ສະບັບນີ້ຍັງໄດ້ແນະນໍາໃຫ້ກຸ່ມ NLD ຍື່ນຄໍາ​ຮ້ອງ ຂໍຈົດທະບຽນເປັນອົງການຈັດຕັ້ງໃໝ່ ຖ້າຍັງຢາກຈະພົວພັນໃນກິດຈະການດ້ານສັງຄົມຢູ່​ຕໍ່​ໄປ.

XS
SM
MD
LG