ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອອງຊານຊູຈີ ກ່າວວ່າ ລັດຖະທຳມະນູນຂອງ ທະຫານຈະບໍ່ມີສະຖຽນລະພາບ


ອອງຊານຊູຈີ ກ່າວວ່າ ລັດຖະທຳມະນູນຂອງ ທະຫານຈະບໍ່ມີສະຖຽນລະພາບ
ອອງຊານຊູຈີ ກ່າວວ່າ ລັດຖະທຳມະນູນຂອງ ທະຫານຈະບໍ່ມີສະຖຽນລະພາບ

ທ່ານນາງອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາ ກ່າວວ່າ ວິກິດການການເມືອງຂອງໄທທີ່ກຳລັງເກີດຂື້ນຢູ່ໃນເວລານີ້ ສະແດງ​ໃຫ້​ເຫັນວ່າ ລັດຖະທຳມະນູນທີ່ຂຽນຂື້ນໂດຍຝ່າຍທະຫານນັ້ນ ແມ່ນຈະບໍ່ ສາມາດນຳສະຖຽນລະພາບມາສູ່ປະເທດຊາດໄດ້.

ທ່ານ Nyan Win ໂຄສົກພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດ ຂອງມຽນມາ ກ່າວ​ໃນວັນອາທິດມື້ນີ້ວ່າ ທ່ານໄດ້ສົນທະນາເລຶ່ອງສະ ຖານະ ການໃນປະເທດ​ໄທ ໃນການພົບປະກັບທ່ານນາງອອງຊານຊູຈີ ເມື່ອວັນເສົາວານນີ້. ປະເທດໄທໄດ້ປະສົບ​ກັບ​ຄວາມ​ວຸ້ນວາຍ​ຢ່າງໃຫຍ່ຫລວງ ຍ້ອນວິກິດການການ​ເມືອງ ນັບຕັ້ງແຕ່ການກໍ່ລັດຖະປະຫານ​ໃນ ປີ 2006 ​ໄດ້ໂຄ່ນລົ້ມນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ອອກ​ຈາກ​ອຳນາດ.

ອຳນາດ​ປົກຄອງທະຫານຂອງມຽນມາໄດ້ຂຽນລັດຖະທຳມະນູນໃໝ່ ສະບັບນຶ່ງຂື້ນມາ ທີ່​ພວກ​ເຂົາ​ກ່າວວ່າເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນ​ທີ່​ຫົນທາງໄປສູ່ປະຊາທິປະ​ໄຕ ຊຶ່ງມີໂຮມທັງໃຫ້ການເລືອກຕັ້ງທົ່ວປະ ​ເທດ ທີ່ຈະຈັດຂື້ນໃນເວລາໃດນຶ່ງຂອງປີນີ້.

XS
SM
MD
LG