ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາໄດ້ເອົາບາດກ້າວ ໄປສູ່ການປະຕິຮູບ ແຕ່ກໍຍັງຕ້ອງໄດ້ປັບປຸງ ຕື່ມອີກຫລາຍຢູ່


ທ່ານນາງ ອອງຊານ ຊູຈີ ກໍາລັງຈະໄປຍັງສໍານັກງານຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ເພື່ອສະຫລອງວັນຄົບຮອບ 1 ປີທີ່ທ່ານນາງໄດ້ຖືກປ່ອຍຈາກການຖືກກັກບໍລິເວນ ທີ່ນະຄອນຢ້າງກຸງ ໃນວັນທີ 14 ພະຈິກ, 2011.
ທ່ານນາງ ອອງຊານ ຊູຈີ ກໍາລັງຈະໄປຍັງສໍານັກງານຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ເພື່ອສະຫລອງວັນຄົບຮອບ 1 ປີທີ່ທ່ານນາງໄດ້ຖືກປ່ອຍຈາກການຖືກກັກບໍລິເວນ ທີ່ນະຄອນຢ້າງກຸງ ໃນວັນທີ 14 ພະຈິກ, 2011.

ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ທ່ານ​ນາງ ອອງ ຊານ ຊູ​ຈີ ກ່າວ​ວ່າ ລັດຖະບານ​ມຽນມາ​ໄດ້
ເອົາ​ບາດກ້າວ​ໃນ​ທາງ​ບວກ​ຫລາຍ​ຢ່າງ ​ໄປ​ສູ່​ການ​ປະຕິ​ຮູບ ​ໃນ​ປີ​ນີ້ ນັບ​ແຕ່ທ່ານ​ນາງ​ໄດ້​ຖືກ
ປ່ອຍ​ຈາກ​ການ​ຖືກ​ກັກ​ບໍລິ​ເວນ​ເປັນ​ຕົ້ນມາ ​ແຕ່​ກໍ​ຍັງ ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ຫລາຍ​ກ່ວາ​ນັ້ນ
ອີກ​ຢູ່.

ໃນ​ໂອກາດຖະ​ແຫລ​ງຕໍ່​ນັກ​ຂ່າວ​ຫລາຍກ່ວາ 100 ຄົນ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ມື້​ຄົບຮອບ​ການ​ປ່ອຍ​ໂຕ​ທ່ານ​ນາງ​ນັ້ນ ທ່ານ​ນາງ​ ອອງ ຊານ ​ຊູ​ຈີ ​ເຈົ້າ​ຂອງ​ລາງ ວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ກ່າ​ວວ່າ ຮອບ​ປີຜ່ານ​ມາ​ນີ້ “​ແມ່ນ​ເປັນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ເຫດການ ​ໃຫ້​ພະລັງ​ ​ແລະ​ໃຫ້​ກໍາລັງ​ໃຈ ​ໃນ​ລະດັບ​ໃດ​ລະດັບ​ນຶ່ງ.”

ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ກ່າວ​ວ່າ ຍັງ​ມີ​ຫລາຍ​ບັນຫາ​ສໍາຄັນ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ກັນ​ຢູ່ ອັນ​ໂຮມ​ທັງ​ເລື່ອງ​ການ​ປ່ອຍ​ນັກ​ໂທດ​ການ​ເມືອງ ​ເລື່ອງ​ການ​ປະ​ຕິ​ບັດ​ຕໍ່​ພວກ​ຊົນ​ເຜົ່າ​ນ້ອຍ ​ແລະ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ປົກຄອງ​ດ້ວຍ​ໂຕ​ບົດ​ກົດ ໝາຍ ​ແລະ​ລະບົບ​ຕຸລາການ​ທີ່​ເປັນ​ອິດສະລະ.

ແລະທ່ານ​ນາງ ອອງ ຊານ ຊູ​ຈີ ​ເວົ້າ​ວ່າ ທ່ານ​ນາງບໍ່​ມີ​ຂ່າວ​ໃດໆ ກ່ຽວ​ກັບ​ເລື່ອງທີ່​ມີ​ການ​ຊ່າ​ລື​ກັນ​ໄປ​ຢ່າງ​ກ້ວາງ​ຂວາງ​ວ່າ ລັດຖະບານ​ຈະ​ປະກາດ​ປ່ອຍ​ນັກ ​ໂທດ​ຕື່ມ​ອີກ ​ໃນ​ວັນ​ຈັນ​ມື້​ນີ້​ນັ້ນ.

XS
SM
MD
LG