ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາປະຕິເສດຂ່າວນາຍພົນ THAN SHWE ລາອອກ


ເປັນທີ່ປາກົດວ່າ ລາຍງານສັ້ນໆຢູ່ໃນໜັງສືພິມຂອງທາງການມຽນມາສະບັບທີ່ອອກ
ໃນວັນອັງຄານມື້ນີ້ ປະຕິເສດຕໍ່ຂ່າວລືທີ່ວ່າ ນາຍພົນອະວຸໂສ THAN SHWE
ໄດ້ລາອອກຈາກການເປັນຜູ້ນຳຂອງກອງທັບມຽນມາ ໃນການຊັບຊ້ອນຄັ້ງໃຫຍ່
ກ່ອນໜ້າການເລືອກຕັ້ງ.

ໃນສານທາງການທູດສະບັບນຶ່ງທີ່ສົ່ງໄປຍັງກະສັດຂອງມາເລເຊຍ ເນື່ອງໃນໂອກາດ
ວັນສະເຫຼີມສະຫຼອງວັນເອກກະລາດ ຄົບຮອບ 51 ປີ ຂອງມາເລເຊຍນັ້ນໄດ້ມີການ
ອ້າງເຖິງທ່ານ THAN SHWE ວ່ານາຍພົນອະວຸໂສແລະປະທານສະພາສັນຕິພາບ
ແລະການພັດທະນາແຫ່ງລັດຂອງມຽນມາ.

ໃນມື້ວັນສຸກແລ້ວນີ້ ລັດຖະມົນຕີກະຊວງປ້ອງກັນປະເທດມຽນມາ ນາຍພົນ THURA
SHWE MANN ຜູ້ນຳໝາຍເລກ 3 ຂອງກອງທັບມຽນມາແລະນາຍພົນຄົນສຳຄັນອື່ນໆ
ຂອງມຽນມາໄດ້ລາອອກເພື່ອເຂົ້າຮ່ວມພັກສະຫະພັນ​ເອກ​ກະພາບແລະການພັດທະນາ
ຂອງ​ສະຫະພາບ ຊຶ່ງເປັນພັກການເມືອງຂອງ ອຳນາດການປົກຄອງທະຫານ ​ແລະຄາດວ່າ
ຈະໄດ້ຮັບບ່ອນນັ່ງເກືອບທັງໝົດ ໃນການເລືອກຕັ້ງສະພາແຫ່ງຊາດ ທີ່ຈະມີຂຶ້ນໃນວັນທີ
7 ພະຈິກຈະມານີ້. ການຊັບຊ້ອນກອງທັບດັ່ງກ່າວພາໃຫ້ມີຂ່າວລືວ່າຜູ້ນຳທະຫານມຽນມາ
ນາຍ​ພົນ THAN SHWE ກໍໄດ້ລາອອກຈາກກອງທັບດວ້ຍ.

XS
SM
MD
LG