ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານເວັບ ຢາກໃຫ້ລາງວັນ ແກ່ມຽນມາ ສໍາລັບ ການປະຕິຮູບ


ທ່ານ Jim Webb ສະມາຊິກສະພາສູງສະຫະລັດ
ທ່ານ Jim Webb ສະມາຊິກສະພາສູງສະຫະລັດ

ສະມາຊິກ​ສະພາ​ສູງສະຫະລັດ​ທີ່ມີ​ອິດ​ທິພົນ​ສູງ​ທ່ານ​ນຶ່ງກ່າວ​ວ່າ ທ່ານ​ຈະຮຽກຮ້ອງ​ຕໍ່​ບັນ
ດາ​ເຈົ້າໜ້າ​ທີ່​ອາ​ເມຣິກັນ​ ຊອກ​ຫາ​ວິທີ​ທາງ​ເພື່ອ​ໃຫ້​ລາງວັນ ​ແກ່​ປະ​ເທດ​ມຽນມາ​ສໍາລັບ
ການ​ເອົາ​ບາດກ້າວ​ຫຼາຍ​ຢ່າງ​ເມື່ອ​ໝໍ່ໆ​ມາ​ນີ້​ໄປ​ສູ່​ການ​ເປັນປະຊາທິປະ​ໄຕ​ຫລາຍ​ຂຶ້ນ.

ທ່ານ ​ເຈ​ມສ໌ ເວ​ັບ ສະມາຊິກ​ສະພາ​ສູງ​ສະຫະລັດ ​ໄດ້​ສະ​ແດງ​ຄວາ​ມຄິດ​ເຫັນເຊັ່ນນີ້​ຢູ່ທີ່​ນະ
ຄອນ​ຢ່າງ​ກຸ້ງ​ເມື່ອ​ວັນ​ພຸດ​ມື້​ນີ້ ມື້​ດຽວ​ກັນ​ກັບ​ທີ່​ທ່ານນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ​
ຄ້ານ​ຂອງ​ມຽນມາ ​ໄດ້​ພົບ​ປະ​ກັບ​ປະທານາ​ທິ ບໍດີ ທຽນ ​ເຊ​ນ ​ເປັນ​ເທື່ອ​ທໍາ​ອິດ​ ນັບ​ຕັ້ງ
ແຕ່​ການ​ເ​ລື​ອກຕັ້ງ​ຄັ້ງ​ປະວັດສາດ​ ​ໃຫ້ທ່ານ​ນາງ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະພາ​ແຫ່ງ​ຊາດ ​ເມື່ອອາ
ທິດ​ຜ່ານ​ມາ.

ໃນ​ປີ 2009 ທ່ານ​ເວ​ັບ ໄດ້​ເປັນ​ເຈົ້າໜ້າ​ທີ່​ອາວຸ​ໂສສຸດ​ຂອງ​ສະຫະລັດ ​ທີ່ ​ໄດ້​ໄປ​ຢ້ຽມຢາມ​
ມຽນມາ​ ໃນ​ໄລຍະ​ສິບກວ່າ​ປີ. ທ່ານ​ເວ​ບກ່າວ​ເມື່ອ​ວັນ​ພຸດ​ ມື້​ນີ້​ວ່າ ມັນ​ເຖິງ​ເວລາແລ້ວ​ທີ່​ສະ
ຫະລັດ​ຈະຕ້ອງ​ໄດ້ດຳ​ເນີນ​ກການ​ເພີ່ມ​ຕື່ມ​ ​ເພື່ອໃຫ້​ລາງວັນ​ແກ່​ມຽນມາ​ຕໍ່​ການ​ປະຕິ​ຮູບ
ຕ່າງໆ​ຂອງ​ປະ​ເທດ ເມື່ອ​ບໍ່​ດົນ ຜ່ານ​ມານີ້.

ທ່ານ​ເວ​ັບກ່າວ​ວ່າ “​ເວລາ​ຂ້າພະ​ເຈົ້າກັບ​ຄືນ​ໄປ​ວໍ​ຊິ​ງຕັນ ​ເພື່ອ​ທໍາ​ການ​ປຶກສາ​ຫາລື​ ກັບ​ສະ
ມາຊິກ​ສະພາ​ຄອງ​ແກຣັສຄົນ​ອື່ນໆ ກັບ​ບັນດາ​ຜູ້​ນໍາ​ຂອງ​ລັດ ຖະບານ​ຂອງ​ພວກ​ເຮົາ ​ເພື່ອ
ວ່າ​ພວກ​ເຮົາ​ຈະ​ສາມາດ​ຊອກ​ຫາ​ຊ່ອງ​ທາງ ທີ່​ຖືກຕ້ອງ​ເໝາະ​ສົມ ​ສຶກສາ​ເບິ່ງ​ການ​ປ່ຽນ​ແປງ
ຕ່າງໆ​ຢູ່​ໃນ​ນະ​ໂຍບາຍ​ທີ່​ຈະ ​ໃຫ້​ລາງວັນ​ກ່ຽວ​ກັບ​ການ​ດຳ​ເນີນ​ການ​ໃນ​ທາງ​ບວກ​ນີ້ ທີ່​ລັດ
ຖະບານ​ຊຸດ​ປັດ ຈຸບັນ​ຂອງ​ມຽນມາໄດ້​ນໍາ​ປະຕິບັດ ​ແລະ​ເພື່ອ​ສືບ​ຕໍ່​ສ້າງ​ສິນ​ຍ້ອມ​ໃຈ​ສໍາລັບ
ການ​ປ່ຽນ​ແປງ​ໃນອະນາຄົດ​ນັ້ນ​ນໍາ.”

ສະຫະລັດ​ແມ່ນ​ໄດ້ຜ່ອນ​ຜັນ​ການ​ລົງ​ໂທດບາງ​ຢ່າງ​ຕໍ່​ມຽນມາ​ແລ້ວ ນັບ​ຕັ້ງ ​ແຕ່​ການ​ເລືອກ
ຕັ້ງ​ຄັ້ງ​ພິ​ເສດ​ເມື່ອ​ວັນ​ທີ່ 1 ​ເມສາ ທີ່​ຍັງ​ຜົນ​ໃຫ້ພັກ​ສັນນິບາດ ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ
ຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ຊະນະ 43 ​ບ່ອນ​ນັ່ງ ໃນ​ຈໍານວນບ່ອນ​ນັ່ງທັງ​ໝົດ 45 ບ່ອນ
ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ພິ​ເສດ​ທົ່ວປະ​ເທດ​ນັ້ນ. ທ່ານ​ນາງອອງຊານ ຊູ​ຈີ ​ແລະ​ບັນດາ​ພັນທະ​
ມິດ​ຂອງ​ທ່ານນາງ ​ຈະ​ເຂົ້າຮັບ​ໜ້າ​ທີ່ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 23 ​ເດືອນ​ນີ້ ຊຶ່ງ​ຈະ​ກາຍ
ເປັນ​ກຸ່ມ​ຝ່າຍຄ້ານ​ທີ່ໃຫຍ່​ທີ່​ສຸດໃນ​ສະພາ​ແຫ່ງ​ຊາດ​ຊຶ່ງຄອບ​ງຳ ​ໂດຍ​ບັນດາ​ພັກ​ການ​ເມືອງ​
ທີ່​ໜຸນຫລັງ​ໂດຍ​ພວກ​ທະຫານ​ນັ້ນ.

XS
SM
MD
LG