ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນັກໂທດການເມືອງມຽນມາ ທີ່ພົ້ນຄຸກອອກມາ ຍັງປະເຊີນ ກັບຄວາມລໍາບາກຫຼາຍຢ່າງ (ວີດິໂອ)


ນັກໂທດການເມືອງຄົນນຶ່ງຂອງມຽນມາ ຖ່າຍຮູບ ຢູ່ຕໍ່ໜ້າກະດານທີ່ຕິດຮູບເພື່ອນນັກໂທດຫຼາຍຄົນ
ນັກໂທດການເມືອງຄົນນຶ່ງຂອງມຽນມາ ຖ່າຍຮູບ ຢູ່ຕໍ່ໜ້າກະດານທີ່ຕິດຮູບເພື່ອນນັກໂທດຫຼາຍຄົນ
ໃນຂະນະທີ່ລັດຖະບານມຽນມາໄດ້ໃຫ້ຄໍາໝັ້ນສັນຍາຈະທໍາ
ການປະຕິຮູບ ແລະປ່ຽນແປງປະເທດຊາດຕໍ່​ໄປ​ນັ້ນ ນັກໂທດ
ການເມືອງຫຼາຍຮ້ອຍຄົນກໍຍັງ ຄົງທົນ​ທຸກທໍລະມານຢ່າງໜັກຢູ່
ໃນຄຸກ ພາຍໃຕ້ສະພາບການທີ່ຂີ້ຮ້າຍທີ່ສຸດ. ນັກ​ໂທດ​ພວກ​ນີ້​
ແມ່ນເປັນພວກທີ່​ໄດ້​ຮັບເຄາະມາ​ຈາກການ​ປົກຄອງ​ແບບຜະ ເດັດການຂອງລັດຖະບານຊຸດ​ກ່ອນ. ແມ່ນ​ແຕ່ພວກນັກໂທດ
ທີ່ໄດ້ຮັບອິດສະຫຼະພາບມາແລ້ວ ກໍຍັງກ່າວວ່າພວກເຂົາເຈົ້າຍັງປະເຊີນກັບການທ້າທາຍ ນາໆປະການຢູ່ ຫຼັງຈາກອອກມາຈາກຄຸກ​ແລ້ວ. ທອງປານມີເລຶ່ອງນີ້ມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Burma's Ex-Political Prisoners Face Challenges
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ


ຢູ່ທີ່ຢ່າງກຸ້ງເມືອງໃຫຍ່ຂອງມຽນມາ ຄວາມກ້າວໜ້າແມ່ນຄືບຄານໄປຢ່າງຊັກຊ້າ ໃນຂະນະ
ທີ່ການພັດທະນາເສດຖະກິດ ແລະການປະຕິຮູບທາງການເມືອງ ກໍາລັງ​ກໍ່​ໂຕເປັນຮູບເປັນ ຮ່າງຂຶ້ນມາ.

ແຕ່​ເຖິງ​ແມ່ນວ່າ ບັນດາທຸລະກິດຕ່າງປະເທດຫລາຍໆ​ບໍລິສັດ​ພາກັນລືມ ອະດີດອັນ​ຫຍຸ້ງ
ຍາກຂອງມຽນມາ​ໄປ​ແລ້ວຢ່າງວ່ອງໄວກໍຕາມ ​ແຕ່​ພວກຊາວເມືອງຫຼາຍໆຄົນຫາ​ກໍ​ເລີ້ມ​
ເຂົ້າ​ໃຈໃນ​ມູນມໍລະດົກແຫ່ງຄວາມຢ້ານກົວ ແລະການຄວບຄຸມກົດຂີ່ປະຊາຊົນ ທີ່ປະຖິ້ມ ໄວ້ຈາກການ“ປົກຄອງອັນ​ໂຫດຮ້າຍຂອງຝ່າຍທະຫານ ມາ​ເປັນຫຼາຍສິບປີເທົ່ານັ້ນ.

ສໍາລັບ ທ້າວ Jaa Sao ອະດີດນັກໂທດການເມືອງນັ້ນ ການເພີ່ມຂຶ້ນຂອງນັກທ່ອງທ່ຽວ ທີ່ເຂົ້າມາປະເທດຂອງລາວນັ້ນ ໝາຍເຖິງລາຍໄດ້ເພີ່ມ ຂຶ້ນ.

Jaa Sao ຖືກຈໍາຄຸກຫລາຍກວ່າຫົກປີ ຍ້ອນກິດຈະ​ກໍາ​ທາງການເມືອງຂອງລາວ ແລະກໍ ເປັນຜູ້ນຶ່ງທີ່ຢູ່ໃນກຸ່ມນັກໂທດຈຸທໍາອິດ ທີ່ຖືກປ່ອຍຕົວເມື່ອປີຜ່ານມາ. ເວລານີ້ Jaa Sao ພ້ອມດ້ວຍອະດີດນັກໂທດບໍ່ເທົ່າໃດຄົນ ໄດ້ພາກັນກໍ່ຕັ້ງທຸລະກິດໃໝ່ນຶ່ງຂຶ້ນມາ ​ເປັນທຸ
ລະ​ກິດ​ບໍລິການແທັກ​ຊີ ຊື່ວ່າບໍລິສັດ Golden Harp Taxi.

ເຖິງແມ່ນເສດຖະກິດຂອງປະເທດກໍາລັງເຕີບໂຕຂຶ້ນຢ່າງໄວກໍຕາມ ຈຸດເພັ່ງເລັງຂອງ Jaa Sao ໃນເວລານີ້ ກໍຄືການພັດທະນາ​ໃນ​ດ້ານ​ນຶ່ງ​ ອີກ​ຕ່າງຫາກ.

ທ້າວ ຊູ ເວົ້າວ່າ: “ຂ້ອຍບໍ່ສົນໃຈດອກ ທີ່ລັດຖະບານເວົ້າເຖິງການປ່ຽນແປງນັ້ນນີ້ ແຕ່ຂ້ອຍສົນໃຈຢາກຈະຊ່ວຍໝູ່ເພື່ອນຂອງຂ້ອຍທີ່ຍັງຖືກຈໍາຄຸກ ຢູ່ໃນເວລານີ້ ແລະຊ່ວຍເຫຼືອພວກເຂົາເຈົ້າສ້າງຕັ້ງຊີວິດໃໝ່ ຫຼັງຈາກພວກເຂົາເຈົ້າຖືກປ່ອຍ ຕົວອອກມາແລ້ວ. ເວລາ​ນີ້ ​ແມ່ນຂ້ອຍບໍ່ສາມາດຊ່ວຍເຫຼືອພວກທີ່ຍັງຕິດຄຸກຢູ່
ນັ້ນໄດ້​ເລີຍ. ສະນັ້ນ ຂ້ອຍຈຶ່ງຊ່ວຍພວກທີ່ຖືກປ່ອຍ ອອກມາກ່ອນ.”


ອະດີດນັກໂທດທັງຫຼາຍປະເຊີນກັບຄວາມລະກໍາລໍາບາກນາໆປະການຢູ່ນອກຄຸກ ເປັນ ຕົ້ນວ່າ ການວ່າງງານ ແລະ ຂໍ້ຈໍາກັດຮັດແຄບ​ໃນ​ການເດີນທາງ.

ທີ່ນະຄອນຢ່າງກຸ້ງ Jaa Sao ແລະຫຼາຍໆຄົນທີ່ມີສະພາບຄືກັບລາວນັ້ນ ໄດ້ມາພົບປະກັນ
ທີ່ຫ້ອງການສະມາຄົມໃຫ້ຄວາມຊ່ວຍເຫຼືອນັກໂທດການເມືອງ ເພື່ອປຶກສາຫາລືກັນເຖິງ ສິ່ງທ້າທາຍຕ່າງໃນຊີວິດຂອງພວກເຂົາເຈົ້າ.

Tu Kyi ອະດີດນັກໂທດການເມືອງ ທີ່ໄດ້ຖືກຈໍາຄຸກຫລາຍກວ່າ 10 ປີ ເວົ້າວ່າລັດຖະບານ
ຍັງທໍາການນາບຂູ່ຮາວີມາຕະຫຼອດ ຫຼັງຈາກຖືກປ່ອຍຕົວອອກຈາກຄຸກແລ້ວກໍຕາມ.

ທ້າວ ຕູ ຈິວ ເວົ້າວ່າ: “ບັນຫາໃຫຍທີ່ສຸດນັ້ນ ກໍຄືວ່າປະຊາຊົນຢູ່ໃນເຂດອ້ອມແອ້ມ ເປັນຫ່ວງວ່າ ຖ້າຫາກພວກເຂົາເປັນເພື່ອນກັບພວກອະດີດນັກໂທດແລ້ວ ພວກ ເຂົາເຈົ້າອາດຖືກສອບປາກສອບຄໍາໂດຍເຈົ້າໜ້າທີ່ທ້ອງຖິ່ນໄດ້. ສະນັ້ນພວກເຂົາ
ເຈົ້າ​ແມ່ນ ຍັງຢ້ານກົວພວກເຈົ້າໜ້າທີ່ຢູ່.”


ທ້າວ Ko Thein ສະມາຊິກແນວໂຮມປະຊາທິປະໄຕນັກສຶກສາມຽນມາທັງໝົດ ຫຼື All
Burma Students Democratic Front ກໍ​ໂຮມ​ຢູ່​ໃນ​ກຸ່ມນັກໂທດຈຸລ່າສຸດ ທີ່​ຖືກ​ປ່ອຍ​ຕົວ ​ຊຶ່ງ​ມີ​ຂຶ້ນໃນ​ເວລາ​ດຽວ​ກັນ​ກັບການໄປຢ້ຽມຢາມມຽນມາ ຄັ້ງປະວັດສາດຂອງ ປະທານາທິບໍດີ ໂອບາມາ.

ໃນຂະນະທີ່ Ko Thein ຮູ້ສຶກ​ໂລ່ງ​ອົກ​ໂລ່ງ​ໃຈ​ທີ່ໄດ້ຮັບອິດສະຫຼະພາບແລ້ວກໍຈິງ ແຕ່ລາວ
ກໍ​ຍັງ​ມີຄວາມຜູກພັນຢ່າງແໜ້ນໜຽວກັບ​ເພື່ອນ​ນັກ​ໂທດ​ດ້ວຍ​ກັນ ຂະນະທີ່ຢູ່ໃນຄຸກນັ້ນ.

ທ້າວ ເທນ ເວົ້າວ່າ: “ຂ້າພະເຈົ້າສຸກໃຈຫຼາຍທີ່ໄດ້ຢູ່ກັບຄອບຄົວຂອງຂ້າພະເຈົ້າ ແຕ່ຂ້າພະເຈົ້າກໍຮູ້ສຶກເສົ້າໃຈສໍາລັບພວກທີ່ຍັງຖືກຈໍາຄຸກຢູ່ ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າມີຄວາມຮັບຜິດຊອບ ທີ່​ຈະ​ຕ້ອງພະຍາຍາມຊ່ວຍເຫຼືອພວກເຂົາເຈົ້າ ແລະຍ້ອນຄວາມຮັບຜິດຊອບອັນນີ້​ແຫລະ ຂ້າພະເຈົ້າຈຶ່ງຢາກຫັນ​ໄປເພິ່ງພາສື່
ມວນຊົນ ເພື່ອໃຫ້ກະຈາຍຂໍ້ມູນນີ້ອອກໄປ.”


ລັດຖະບານມຽນມາໄດ້ໃຫ້ຄໍາໝັ້ນສັນຍາວ່າຈະປ່ອຍຕົວພວກນັກໂທດການເມືອງທັງໝົດ ໃນທ້າຍປີຜ່ານມານີ້ ແຕ່ກໍປາກົດວ່າ ບໍ່​ໄດ້ມີຫຍັງເກີດຂຶ້ນເທື່ອ ແຕ່ສິ່ງນຶ່ງທີ່ແນ່ນອນທີ່ສຸດນັ້ນ
ກໍຄື Jaa Sao ແລະໝູ່ເພື່ອນຂອງລາວ ຕຽມພ້ອມແລ້ວທີ່ຈະຊ່ວຍເຫຼືອເພື່ອນຮ່ວມທຸກ
ຂອງເຂົາເຈົ້າໃຫ້ກັບຄືນສູ່ຊີວິດ ປົກກະຕິ.
XS
SM
MD
LG