ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຮັບເອົາ ຄໍາເຊື້ອເຊີນ ຂອງມຽນມາ ໄປສັງເກດການ ເບິ່ງການເລືອກຕັ້ງ


بھارت کی ریاست راجستھان کا قصبہ پُشکر نومبر میں ناصرف مقامی افراد بلکہ غیر ملکی سیاحوں کی بھی توجہ کا مرکز بن جاتا ہے۔<br />
بھارت کی ریاست راجستھان کا قصبہ پُشکر نومبر میں ناصرف مقامی افراد بلکہ غیر ملکی سیاحوں کی بھی توجہ کا مرکز بن جاتا ہے۔<br />



















ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ຮັບ​ເອົາ​ຄໍາ​ເຊື້ອ​ເຊີນ​ຂອງ​ມຽມາ​ທີ່​ໃຫ້​ສົ່ງພວກ​ນັກ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ 2 ຄົນ​ ແລະ​ນັກ​ຂ່າວ​ອີກ 3 ຄົນໄປ​ສັງ​ເກດ​ການ​ແລະ​ລາຍ​ງານ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ພິ​ເສດ​ ທີ່​ຈະ​ມີຂຶ້ນ​ໃນ​ເດືອນໜ້ານີ້ ​ທີ່ປະ​ເທດ​ມຽນມາຊຶ່ງ​ຕັ້ງຢູ່ໃນພາກພື້ນເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້​ນັ້ນ.

ໃນ​ການ​ຖະ​ແຫຼງຂ່າວໃນ​ມື້ວັນ​ພຸດ​ວານ​ນີ້ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກ່າວຍ້ອງ​ຍໍການ​ເຊື້ອ​ເຊີນ​ດັ່ງກ່າວ ​ໂດຍ​ເອີ້ນ​ວ່າ ​ເປັນ​ບາດກ້າວ​ທີ່​ໜ້າ​ຍິນ​ດີ​ນໍາອັນ​ທຳ​ອິດ ​ຂອງ​ລັດຖະບານ​ໃໝ່​ມຽນມາຂະນະ​ທີ່​ປະ​ເທດ​ດັ່ງກ່າວກໍາລັງພະຍາຍາມ ​ຜູກ​ສາຍ​ພົວພັນ​ຄືນ​ໃໝ່​ກັບ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.

ສາຍ​ພົວພັນ​ກັບ​ພວກ​ປະ​ເທດ​ເຫຼົ່າ​ນີ້ ​ໄດ້​ຕົກ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ​ ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ຂອງ​ອໍານາດ​ປົກຄອງ​ທະຫານ​ມຽນມາ​. ທ່ານ​ນາງ ນູ​ແລນ ກ່າວ​ຕື່ມ​ວ່າ​ທາງ​ກຸງ​ວໍ​ຊິງ​ຕັນ​ຈະ​ປຶກສາ​ຫາລື​ກັບພວກ​ປະ​ເທດ​ອື່ນໆ​ທີ່​ຈະ​ສົ່ງ​ພວກ​ນັກ​ສັງ​ເກດ​ການ​ໄປ​ນັ້ນ ຮວມທັງ​ພວກປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ກຸ່ມ​ນຶ່ງ ​ໄປ​ສັງ​ເກດ​ເບິ່ງການປ່ອນ​ບັດ​ເລືອກ​ຕັ້ງ​ພິ​ເສດໃນ​ວັນ​ທີ 1 ​ເມສາ​ຕໍ່ໜ້າ​ນີ້.

XS
SM
MD
LG