ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຊ່ຽວຊານກ່າວຫາມຽນມ້າ ວ່າພະຍາຍາມຈະຜະລິດ ອາວຸດນິວເຄລຍ


ອະດີດ​ຜູ້​ກວດກາ​ນີວ​ເຄລຍສະຫະ​ປະຊາ​ຊາດ​ກ່າວ​ວ່າ ມຽນມ້າ ກຳລັງ​ຂຸດ​ຄົ້ນ​ຫາ​ທາດ​ຢູ​ເຣນຽມ​ ແລະຂົນຂວາ​ຍ​ເອົາສ່ວນ​ປະກອບ​ສຳລັບໂຄງການ​ຜລິດ​ອາວຸດ​ນິວ​ເຄລຍ ​ແຕ່​ຕາມ​ລາຍ​ງານ​ຂອງຜູ້​ສື່​ຂ່າວ​ວີ​ໂອ​ເອນັ້ນ​ ກໍ​ແມ່ນ​ວ່າ ຫລັກ​ຖານ​ທ່ີ​ບັກ​ທຶກ​ຢູ່​ໃນ​ລາຍ​ງານ​ໃໝ່ສະບັບນຶ່ງ​ ສະແດງ​ໃຫ້​ເຫັນ​ວ່າ ມຽນມ້າ​ຍັງ​ຢູ່ໄກ​ຫລາຍ ຈາກ​ການ​ເປັນ​ໄພ​ຂົ່ມຂູ່​ດ້ານ​ນີວ​ເຄລຍ.

ທ່ານ Robert Kelly ​ຫົວໜ້າ​ອົງການ​ພະລັງ​ປະລະມະ​ນູສາກົນ ​ທ່ີ​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ ກ່າວ​ວ່າ ​ເຈດ​ຕະນາ​ຂອງ​ມຽນມ້າ ແມ່ນ​ຈະ​ແຈ້ງ ຄື​ຜລິດ​ລະ​ເບີດ​ນີວ​ເຄລຍ​ໃຫ້​ໄດ້. ທ່ານ Kelly ໄດ້ໃຊ້​ເວລາ​ຫລາຍ​ເດືອນ​ ອ່ານ​ແລະ​ສຶກສາ​ເບິ່ງເອ​ກະສາ​ນແລະຮູບ​ພາບ​ຕ່າງໆ​ ທ່ີ​ໄດ້​ມາ​ຈາກ​ອະດີດ​ນັກ​ວິສະວະກອນ​ດ້ານ​ປ້ອງ​ກັນ​ປະ​ເທດ​ມຽນມ້າຄົນ​ນຶ່ງ ທ່ີຫາກໍ​ໂຕນ​ໜີ​ຈາກ​ປະ​ເທດ​ຫວ່າງ​ບໍ່​ນານມາ​ນີ້.

ທ່ານ Kelly ຢືນຢັນກາຍ​ລົງ​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ທ່ານ ​ຢູ​ໃນ​ລາຍ​ງານສະບັບ​ໃໝ່​ ທ່ີ​ໄດ້​ຖືກ​ມອບ​ໝາຍ​ມາ​ຈາກ​ກຸ່ມ​ຄັດຄ້ານ​ລັດຖະບານ​ມຽນມ້າ ທີ່​ຊື່ວ່າ ສຽງ​ປະຊາທິປະ​ໄຕຂອງ​ມຽນມ້າ ທ່ີ​ມີ​ສຳນັກງານ​ຕັ້ງ​ ຢູ່​ໃນ​ປະ​ເທດ Norway. ທ່ານນາງ Ali Fowle ທີ່​ເປັນ​ຜູ້ທຳ​ການ ຄົ້ນຄວ້າ​ເລື້ອງ​ນີ້​ຮ່ວມ​ກັນ​ກັບ​ທ່ານ Kelly ກ່າວ​ວ່າ ຫລັກ​ຖານ​ທ່ີ​ໜັກ​ ແໜ້ນ​ທ່ີ​ສຸດ​ທ່ີ​ສະແດງ​ວ່າ ມຽນມ້າ​ກຳລັງພັດທະນາ​ໂຄງການ​ຜລິດ​ອາ ວຸດ​ນີວ​ເຄລຍນັ້ນ ​ກໍ​ແມ່ນ​ຮູບ​ພາບ​ຂອງ​ພວກເຄື່ອງຈັກ​ໃຊ້​ຜະລິດ​ສ່ວນ​ປະກອບ​ຂອງລະ​ເບີດ ຊຶ່ງ​ທ່ານນາງ Fowle ກ່າວ​ຊີ້​ແຈງ​ວ່າ:

“ເຄຶ່ອງຈັກ​ເຫລົ່າ​ນັ້ນໄດ້ຖືກ​ສ້າງ​ຂື້ນ​ມາໃນ​ໂຮງງານ​ຕ່າງໆ​ ທີ່ສໍ່ລັກສະ ນະໃຫ້​ເຫັນ​ຢ່າງ​ແຈ້ງ​ຂາວ​ວ່າ ແມ່ນເພື່ອ​ສຳ​ລັບ​ເຮັດ​ສານ​ເຄມີ​ຂອງ​ທາດ​ຢູ​ເຣນຽມ. ຖັງ​ບັນຈຸ​ຂະໜາດໃຫຍ່​ນັ້ນ​ສ້າງຂື້ນ​ມາ​ເພື່ອ​ປ່ຽນເມັດສານຢູ​ເຣນຽມ​ ທີ່​ໄດ້​ຮັບ​ການ​ປັບປຸງ​ຄຸນນະພາບ​ແລ້ວ​ນັ້ນ ໃຫ້​ເປັນ​ເຫລັກ​ຢູ​ເຣນຽມ ຊຶ່ງກໍ​ມີ​ຫລາຍ​ເຫດ​ຜົນ​ຢູ່ທີ່ທ່ານ​ອາດ​ເຮັດ​ດັ່ງ​ນັ້ນ​ ​ແຕ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ວ່າຄົງ​ຈະ​ແມ່ນສຳລັບ ​ໂຄງການ​ນີວ​ເຄລຍຫລາຍ​ກວ່າ.”

SB: ພວກ​ຮູບ​ພາບ​ສີ​ທ່ີນຳ​ມາ​ວິ​ເຄາະ​ຢູ່ໃນ​ລາຍ​ງານ​ສະບັບ​ນີ້ ສະ​ແດງ​ໃຫ້​ເຫັນ​ພາບ ​ເຈົ້າໜ້າ​ທີ່​ທະຫານແລະ​ພົນລະ​ເຮືອນ​ມຽນມ້າ ຫລາຍ​ຄົນ ຢືນ​ຖ່າຍຮູບ​ຢູ່ຄຽງ​ຂ້າງ​ເຄື່ອງ​ຈັກ​ທ່ີ​ເອີ້ນ​ວ່າ the vacuum glove box ທ່ີ​ໃຊ້​ສຳລັບຜະລິດ​ແຜ່ນໂລຫະ​ຢູ​ເຣນຽມ. ທ່ານນາງ Fowle ກ່າວ​ວ່າ ປາກົດ​ວ່າ ສອງ​ໂຮງງານ​ທ່ີ​ວິ​ເຄາະ​ຢູ່​ໃນ​ລາຍ​ງານ​ສະບັບ​ນີ້ ​ ມີ​ແຕ່ພວກ​ນັກ​ວິສະວະກອນ​ມຽນມ້າເທົ່າ​ນັ້ນ ທີ່​ເປັນ​ຜູ້ຄວບ​ຄຸມ​ແລະດຳ​ເນີນ​ງານ ແລະ​ວ່າ ​ມຽນມ້າ​ຍັງຢູ່​ໃນ​ຂັ້ນຕົ້ນ​ໆ ຂອງ​ການພັດທະນາເທັກ​ໂນ​ໂລ​ຈີ​ດ້ານ​ນີວ​ເຄລຍ. ​ທ່ານນາງ ​ຊີ້ແຈງ​ຕື່ມ​ອີກ​ວ່າ:

“ເຄຶ່ອງຈັກ​ຫລື​ຜະລິດ​ຕະພັນ​ບາງ​ອັນ ​ທີ່​ພວກ​ເຂົາ​ເຈົ້າສ້າງ​ຂື້ນ​ມານັ້ນ ​ແມ່ນ​ເຮັດ​ແບບ​ຫຍາບໆ​ບໍ່​ໄດ້​ມາດຕະຖານ ອາດ​ຈະ​ເປັນ​ຍ້ອນວ່າ ພວກ​ເຂົາ​ບໍ່​ມີ​ຄົນຈາກ​ທາງນອກ​ເຂົ້າມາ​ຊ່ວຍ. ມີ​ອັນ​ນຶ່ງ​ທີ່​ເປັນ​ຫ້ອງ​ຈູດ​ເຜົາ ​ທີ່​ມີແປ໊ບນ້ຳສອງ​ທໍ່​ຍື່ນ​ອອກ​ມາ ຊຶ່ງ​ບ໊ອບ ​ເ​ເຄລລີ ບ​ອກຂ້າພະ​ເຈົ້າວ່າ ຊ່າງ​ຕໍ່​ແປ໊ບນ້ຳຂອງ​ລາວ​ຍັງ​ຈະ​ເຮັດ​ໄດ້​ດີກ​ວ່າ​ນັ້ນ ຂ້າພະ​ເຈົ້າໝາຍ​ເຖິງ​ວ່າ ຝີ​ມື​ການຈອດ​ແມ່ນ​ຂີ້ຮ້າຍຫລາຍ.​”

SB: ຈຸດ​ທີ່​ມາ​ຂອງ​ການ​ສືບສວນ​ ແມ່ນ ທ່ານ Sai Thein Win ອະດີດ​ນັກ​ວິສະວະ​ກອນ​ດ້ານ​ປ້ອງ​ກັນ​ປະ​ເທດ ​ແລະ​ຊ່ຽວຊານ​ດ້ານ​ລູກ ສອນ​ໄຟ ທ່ີເຄີຍ​ເຮັດ​ວຽກ​ຢູ່​ໃນ​ໂຮງງານ​ຫລາຍ​ແຫ່ງ​ໃນ​ມຽນມ້າ. ທ່ານ ນາງ Fowle ກ່າວ​ວ່າ ທ່ານ Sai Thein Win ອະດີດ​ນັກ​ວິສະວະ ກອນ​ທ່ີ​ໄດ້​ຮັບ​ການ​ຝຶກ​ອົບຮົມໃນຣັດ​ເຊຍ ຮູ້ສຶກ​ມີ​ຄວາມ​ຈຳເປັນ​ທາງ​ດ້ານ​ສິນລະ​ທຳ​ ທີ່​ຈະ​ຕ້ອງແຜ່ແບ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ມາ​ນັ້ນ ​ໃຫ້​ໂລກ​ໄດ້ ຮູ້ຈັກ​ນຳ.

ໃນ​ການ​ວິ​ເຄາະເບິ່ງ​ຫລັກ​ຖານ​ຂອງ​ທ່ານ Sai Thein Sein ນັ້ນ​ ທ່ານ Kelly ຍອມຮັບ​ວ່າ ລາຍ​ງານທ່ີອິງ​ໃສ່​ແຫ​ລ່ງຂ່າວ​ດຽວ ​ແມ່ນ​ບໍ່​ເປັນ​ທີ່​ໜ້າ​ເຊື່ອ​ຖື​ປານ​ໃດ ​ແລະກໍ​ເປັນ​ໄປ​ໄດ້​ທ່ີ​ຈະ​ປອມຮູບ​ພາບເຫລົ່າ ນັ້ນ. ​ແຕ່​ທ່ານ​ຢືນຢັນ​ຄວາມ​ໜ້າ​ເຊື່ອ​ຖືຂອງ​ຫລັກ​ຖານ​ເຫລົ່າ​ນີ້ ​ໂດຍ​ ອ້າງ​ເຖິງ​ພື້ນຖານ​ຂອງ ທ່ານ Sai Thein Sein ​ແລະ​ກ່າວ​ຕໍ່​ໄປ​ວ່າ ​ພວກ​ຮູບ​ພາບເຫລົ່ານີ້​ ປາກົດວ່າເປັນ​ຂອງ​ແທ້ ຍ້ອນ​ຈຳນວນ​ແລະ​ຄຸນ​ນະພາ​ບຂອງ​ມັນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ມີ​ການ​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນີ້​ ສະມາຊິກ​ ສະພາ​ສູງ​ສະຫະລັດ ທ່ານ Jim Webb ​ໄດ້​ລົບ​ລ້າງ​ແຜນການ​ໄປ​ຢ້ຽມຢາມ​ມຽນມ້າ​ຂອງ​ທ່ານ. ທ່ີ​ບາງກອກ ​ໃນ​ວັນ​ພະຫັດ​ແລ້ວ​ນີ້ ທ່ານ Webb ​ໄດ້​ອ້າງ​ເຖິງ​ຜົນ​ສະຫລູ​ບຂອງ​ລາຍ​ງານ​ສະບັບນີ້​ ແລະ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ສະຫະລັດ​ ກ່ຽວ​ກັບ​ການ​ກ່າວ​ຫາ​ທ່ີ​ວ່າມີ​ການ​ສົ່ງ ​ອາວຸດ​ຂອງ​ເກົາຫລີ​ເໜືອ​ໄປ​ຍັງ​ມຽນມ້າ​ນັ້ນ ຊຶ່ງ​ທ່ານ Jim Webb ກ່າວ​ຕໍ່​ໄປ​ວ່າ:

“ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ຂໍ້​ມູນ​ນີ້ ​ມີ​ມູນ​ຄວາມ​ຈິງ​ຫລາຍ​ປານ​ໃດ ​ແຕ່​ວ່າ​ໃນ​ຂະນະດຽວ​ກັນ ຂ້າພະ​ເຈົ້າກໍ​ຄິດ​ວ່າ​ມັນ​ມີ​ມູນ​ຫລາຍ​ຢູ່ ​ໃນຂໍ້​ກ່າວ​ຫາ​ ​ສອງ​ຂໍ້ ທີ່​ວ່າ​ມີການ​ພົວພັນ​ກັນ​ລະຫວ່າງມຽນມາ​ກັບ​ເກົາຫລີ​ເໜືອ ​ແລະ ​ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ດ້ານ​ໂຄງການ​ນີວ​ເຄລຍນັ້ນ. ມັນ​ມີ​ເຫດຜົນ​ພຽງພໍ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ ​ແລະ​ມັນ​ຈະ ​ບໍ່​ເປັນການ​ເໝາະ​ສົມ​ ​ສຳ​ລັບ​ຂ້າພະ​ເຈົ້າທີ່ຈະ​ເດີນທາງ​ໄປ​ມຽນມາ​ໃນ​ເວລາ​ນີ້.”

SB:ທ່ານ Webb ​ເປັນ​ປະທານ​ຄນະ​ກຳມາ​ທິການ​ຄວາມສຳພັນ​ຕ່າງ ປະ​ເທດ ​ວ່າ​ດ້ວຍ​ກິດຈະການ​ເອ​ເຊຍ​ຕາ​ເວັນ​ອອກ​ ຂອງສະພາ​ສູງ​ ສະຫະລັດ ​ແລະ​ທ່ານ​ໄດ້​ເປັນ​ບຸກຄົນ​ສຳຄັນ​ໃນ​ການ​ດຳ​ເນີນຄວາມ​ພະ ຍາຍາມ​ຄັ້ງ​ໃໝ່​ຂອງ​ລັດຖະບານ​ໂອ​ບາ​ມາ ​ເພື່ອ​ເປີດ​ການ​ໂອ້​ລົມສົນທະ ນາ​ ​ກັບ​ລັດຖະບານ​ທະຫານ​ມຽນມ້າ​ນັ້ນ. ​ໃນ​ອາທິດ​ນີ້ ສະມາຊິກ​ສະພາ​ສູງ Webb ​ໄດ້​ຮຽກຮ້ອງ​ໄປ​ຍັງ ລັດຖະມົນຕີ​ຕ່າງປະ​ເທດ Hillary Clinton ​ໃຫ້​ດຳ​ເນີນ​ການ​ສືບສວນ​ກ່ຽວ​ກັບ​ລາຍ​ງານ​ຂ່າວທີ່​ວ່າ ມຽນມ້າ ກຳລັງ​ທຳ​ງານ​ຮ່ວມ​ກັບ​ເກົາຫລີ​ເໜືອ ​ເພື່ອ​ພັດທະນາ​ໂຄງການອາວຸດ​ນິວ​ເຄລຍນັ້ນ. ພ້ອມ​ດຽວກັນ ທ່ານ Webb ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະ ບານ​ໂອ​ບາ​ມາ ​ແຕ່ງຕັ້ງທູ​ດພິ​ເສດສຳລັບ​ມຽນມາ ​ໂດຍ​ສະ​ເໜີໃຫ້​ແຕ່ງຕັ້ງທ່ານ Eric John ທີ່​ດຳລົງ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ປະ​ເທ​ດ​ໄ​ທຢູ່​ໃນ​ເວລາ​ນີ້.

ລາຍ​ງານ​ສະບັບ​ນຶ່ງຂອງສະຫະ​ປະຊາ​ຊາດໄດ້​ຢືນຢັນ​ໃນ​ເດືອນ​ແລ້ວ​ນີ້​ວ່າເກົາຫລີ​ເໜືອ​ໄດ້​ສົ່ງ​ລູກ​ສອນ​ໄຟ​ແລະ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍຢ່າງ​ລັບໆ ​ໄປໃຫ້​ມຽນມ້າ.

ແຕ່ທ່ານນາງ Fowle ຖື​ເບົາການ​ສັນນິຖານ​ຕ່າງໆ​ທ່ີ​ວ່າ ​ເກົາຫລີ​ເໜືອ ໃຫ້ການ​ໜຸນ​ຫລັງແກ່ໂຄງການ​ນີວ​ເຄລຍຂອງມຽນມ້ານັ້ນ ​ໂດຍ​ກ່າວ​ຕື່ມ​ວ່າ:

“ບໍ່​ມີ​ຫຍັງຈັກ​ອັນ​ໃນ​ພວກຫລັກ​ຖານຕ່າງໆ​ທີ່​ພວກ​ເຮົາ​ມີ ທີ່​ສໍ່​ສະ​ແດງ​ວ່າ​ເກົາ​ຫລີ​ເໜືອ​ໄດ້​ມີ​ສ່ວນ​ພົວພັນ​ໂດຍ​ກົງ ກັບ​ຫລັກ​ຖານ​ທີ່​ພວກ​ເຮົາ ຄິດ​ວ່າ ຊີ້​ໄປ​ໃສ່​ໂຄງການ​ນິວ​ເຄລຍນັ້ນ.”

ຢ່າງ​ໃດ​ກໍ​ຕາມ ທ່ານ Robert Kelly ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ​ ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ເຕັມທີ່ ກ່ຽວ​ກັບ​ລາຍ​ງານ​ສະບັບ​ນີ້.

XS
SM
MD
LG