ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ຢືນຢັດ ຊື່ປະເທດ ຂອງຕົນວ່າ ມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ລັດຖະບານ​ພົນລະ​ເຮືອນ​ພຽງ​ແຕ່​ໃນ​ນາມ​ຂອງມຽນມາ ທວງ​ໃຫ້ຜູ້​ນໍາປະ​ຊາ​ທິປະໄຕ​ແລະ​
ຜູ້​ນໍາ​ຝ່າ​ຍຄ້ານ ທ່ານ​ນາງ Aung San Suu Kyi ຢຸດເຊົາ​ ການ​ກ່າວເຖິງ​ປະເທດ ທີ່ຕັ້ງຢູ່​
ໃນເຂດ​ເອ​ເຊ​ຍອາ​ຄະ​ເນ​ແຫ່ງນີ້ວ່າ “ພະມ້າ” ອັນ​ເປັນ​ຊື່​ສະ​ໄໝອານາ​ນິຄົມທີ່​ພວກ​ຄັດຄ້ານ
​ລັດຖະບານແລະ​ບັນດາ​ລັດຖະບານ​ຂອງ​ຫຼາຍໆ​ປະ​ເທດຍັງ​ໃຊ້​ກັນ​ຢູ່ນັ້ນ.

​ໃນ​ຖະ​ແຫຼງການສັ້ນໆ​ສະບັບ​ນຶ່ງ ​ທີ່ພິມ​ເຜີຍ​ແຜ່​ໃນ​ວັນ​ສຸກວານ​ນີ້ ໂດຍຄະນະ​ກຳມະການ​
ເລືອກ​ຕັ້ງຂອງ​ສະຫະພາບ ຊຶ່ງ​ເປັນສື່ມວນ​ຊົນທີ່​ຄວບ​ຄຸ​ມ​ໂດຍ​ລັດຖະບານນັ້ນ ​ຮຽກຮ້ອງ​
ໃຫ້ທ່ານ​ນາງ​ອອງຊານ ຊູ​ຈີຜູ້ນຳ​ພັກ​ສັນນິບາດ​ແຫ່ງຊາດ​ເພື່ອ​ປະຊາທິປະ​ໄຕທີ່​ໄດ້​ຮັບ​ລາງ
ວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ​ເອີ້ນປະ​ເທດ​ວ່າ “ສາທາລະນະ​ລັດສະຫະພາບ ມຽນມາ”.
ຊື່​ດັ່ງກ່າວ​ນີ້​ໄດ້​ມີ​ການຮັບຮອງ​ເອົາ​ເມື່ອສອງ​ທົດ​ສະຫວັດກວ່າໆ​ຜ່ານ​ມາໂດຍ​ລັດຖະບານ
​ທະຫານທີ່ ປົກຄອງ​ປະ​ເທດ​ມາຈົນ​ເຖິງ​ປີ​ກາຍ​ນີ້. ຄຳ​ວ່າ “ມຽນມາ” ຍັງ​ໄດ້​ຖືກ​ຈາລຶກໄວ້​ຢູ່​
ໃນລັດຖະທໍາ​ມະນູນ​ ສະບັບ​ປີ 2008 ຂອງ​ປະ​ເທດ ທີ່​ໄດ້​ຂຽນ​ຂື້ນ​ມາ​ພາຍໃຕ້ການ​ຄວບ​
ຄຸມຂອງພວກ​ທະຫານ.

ທ່ານ​ນາງ Aung San Suu Kyi ​ແລະ​ພັກສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິ ປະໄຕໄດ້​
ຄັດ​ຄ້ານ​ຢ່າ​ງແຮງຕໍ່​ການ​ປ່ຽນ​ຊື່ຂອງ​ປະ​ເທດ​ໂດຍພວກ​ເຈົ້າໜ້າ​ທີ່​ພັກໂຕ້​ຖຽງ​ວ່າ ​ປະ​ເທດ
ດັ່ງກ່າວ​ນີ້​ໄດ້ເປັນ​ທີ່​ຮູ້ຈັກ​ກັນ​ ຫຼືມີ​ການ​ອ້າງ​ອີງ​ເຖິງ​ ​ເປັນ​ເວລາຫຼາຍສັດຕະວັດ​ແລ້ວໃນ​ພາ
ສາ​ອັງກິດວ່າ ມຽນມາ. ທີ່​ປຶກສາ​ຝ່າຍ​ກົດໝາຍ​ຂອງພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ​ທິ
ປະໄຕ ​ທ່ານ Nyan Win ກ່າວ​ຕໍ່ວີ​ໂອ​ເອວ່າ ການອ້າງ​ອີງ​ເຖິງ​ເປັນ​ພາສາ​ອັງກິດວ່າ “ພະ
ມ້າ” ບໍ່​ໄດ້​ຜິດ​ກົດໝາຍ.

ທ່ານ Nyan Win ​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະທຳ​ມະນູນ​ສະບັບພາສາ​ມຽນມາໄດ້ຮ້ອງ​ປະ​
ເທດດັ່ງກ່າວ​ວ່າ ມຽນມາ ​ແຕ່​ສະບັບພາສາ​ອັງກິດບໍ່​ໄດ້​ຮ້ອງ.

ທີ່​ປຶກສາຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປ​ໄຕກ່າວ​ວ່າ ລັດຖະທຳ​ມະນູນສະ
ບັບພາສາ​ອັງກິດ ທີ່​ມີ​ຢູ່​ໃນປັດ​ຈຸ​ບັນ​ນີ້ ​“ແປ​ບໍ່ຖືກ​ຄວາມ​ໝາຍ” ຊຶ່ງ​ທ່ານ ​ເວົ້າ​ວ່າ “ພວກ
​ເຮົາ​ບໍ່​ຊາບ​ແມ່ນ​ກະ​ທັງວ່າໃຜ​ເປັນ​ຜູ້​ແປ​ເປັນ​ພາສາ​ອັງກິດ.”

XS
SM
MD
LG