ລິ້ງ ສຳຫລັບເຂົ້າຫາ

ໜັງສືພິມເອກກະຊົນ ຂອງມຽນມາ ໄດ້ຮັບ ອະນຸຍາດໃຫ້ ພິມເຜີຍແຜ່ (ວີດິໂອລາວ/ອັງກິດ)


ຊາຍໜຸ່ມມຽນມາກໍາລັງຈ່າວຂາຍໜັງສືພິມ ຕາມຖະໜົນຫົນທາງ ໃນນະຄອນຢ່າງກຸ້ງ, ວັນທີ 1 ເມສາ 2013.
ໜັງສືພິມ 16 ສະບັບຂອງມຽນມາ ທີ່ໄດ້ຮັບໃບອະນຸຍາດໃຫ້
ດໍາເນີນກິດຈະການໄດ້ ເລີ້ມ​ຕົ້ນ​ໃນວັນທີ 1 ເມສາ ຜ່ານມານີ້ ​
ແມ່ນເປັນໜັງສືພິມລາຍ​ວັນເອກກະຊົນ ທີ່ໄດ້ຮັບອະນຸຍາດ
ໃຫ້ເລິ່ມບໍລິການ ພິມອອກຈໍານ່າຍໃນມຽນມາໄດ້ໃນ​ໄລຍະ
ເກືອບ 50​ ປີແຕ່ເຫດການສໍາຄັນນີ້ ມີຂຶ້ນທ່າມກາງສຽງໂວຍ
ວາຍກ່ຽວກັບກົດໝາຍສື່ມວນຊົນຂອງມຽນມາ ທີ່ຮ່າງຂຶ້ນມາ
ໃໝ່ໆ ​ແລະຫາກໍເປີ​ດເຜີຍ​ໃຫ້​ຮູ້ ຊຶ່ງບັນດານັກວິຈານເວົ້າວ່າ
ກົດໝາຍໃໝ່ທີ່ວ່ານີ້ ອາດເຮັດໃຫ້ຄໍາໝັ້ນສັນຍາຂອງລັດຖະ
ບານ ທີ່ຈະໂຍະຍານອຸດສາຫະກໍາສື່ມວນຊົນ ທີ່ຖືກຄວບຄຸມ
ຢ່າງເຄ່ງຄັດມາດົນນານນັ້ນ ບໍ່​ເປັນຄວາມ​ຈິງ​ຂຶ້ນ​ມາ. Mark
Snowiss ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງ
ທອງປານ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອພາສາລາວ:


ດ້ວຍຈໍານວນຜູ້ຄົນທີ່​ຫຼັ່ງ​ໄຫຼເຂົ້າ​ໄປທ່ອງທ່ຽວມຽນມາ ຫຼາຍກວ່ານຶ່ງລ້ານຄົນ ເມື່ອປີຜ່ານມາ
ນີ້ ສະຖານະພາບການ​ເປັນ​ປະ​ເທດທີ່ໜ້າຢ້ານ​ກົວຂອງມຽນມາ ຈຶ່ງເບິ່ງຄືວ່າໄດ້ຫາຍໜີ ໄປ ພຽງຊົ່ວຂ້າມຄືນ.

​ເມື່ອ​ກ່ອນ​ນີ້ ໃນລະຫວ່າງການປົກຄອງຂອງຝ່າຍທະຫານເປັນ​ເວລາຫຼາຍສິບປີນັ້ນ ບັນດາ
ນັກຂ່າວ​ໃນມຽນມາ ແມ່ນລວມຢູ່​ໃນ​ພວກກຸ່ມທີ່ຖືກຈໍາກັດຮັດແຄບຫຼາຍທີ່ສຸດ ໃນໂລກ.

ສື່ຂອງລັດ​ແມ່ນ​ຄວບ​ຄຸມ​ການເຜີຍແຜ່ຂ່າວທີ່ສໍາຄັນໆ ແລະພວກນັກຂ່າວອິດສະຫຼະກໍ​ໄດ້
ຖືກກວດກາ ຫຼື censor ຢ່າງໜັກໜ່ວງທີ່ສຸດ. ບາງຄົນກໍ​ໄດ້ຖືກສອດແນມຕິດຕາມ​ເບິ່ງ
ຖືກຈໍາຄຸກ ແລະຮອດຖືກທໍລະມານ ກໍ​ມີ.

ການລາຍ​ງານຂ່າວທີ່ບໍ່​ລໍາອຽງກົງ​ໄປ​ກົງ​ມາທີ່ມີ​ຢູ່​ແຫຼ່ງດຽວ​ນັ້ນ ແມ່ນສະເໜີໂດຍສື່ມວນ
ຊົນພັດຖິ່ນຂອງມຽນມາ ແລະສະຖານີວິທະຍຸກະຈາຍສຽງຂອງຕ່າງປະເທດ ເຊັ່ນ VOA,
BBC ແລະ ເອເຊຍເສລີ.

ເວລາການປົກຄອງແບບຜະເດັດການຂອງພວກນາຍພົນ ສິ້ນສຸດລົງໃນເດືອນມີນາ ປີ
2011 ນັ້ນ ກໍ​ໄດ້ເລີ່ມມີການປ່ຽນແປງ ​ໃນຮູບ​ການສື່ມວນຊົນຂອງ​ມຽນມາ.

ເມື່ອເດືອນສິງຫາປີກາຍນີ້ ບັນດາເຈົ້າໜ້າທີ່ໃນມຽນມາ ​ໄດ້ຢຸດເຊົາການກວດກາສິ່ງພິມ
ຂອງເອກກະຊົນ. ​ແລະ​ຕໍ່​ມາໃນເດືອນທັນວາ ພວກເຂົາເຈົ້າ ກໍໄດ້ປະກາດແຜນການທີ່ ອະນຸຍາດ ໃຫ້ໜັງສືພິມລາຍວັນອິດສະຫຼະ ພິມອອກຈໍາ​ນ່າຍ​ໄດ້ ເປັນເທື່ອທໍາອິດນັບ
ຕັ້ງແຕ່ປີ 1964 ເປັນຕົ້ນມາ.

ນອກນີ້ແລ້ວ ກະຊວງຖະແຫຼງຂ່າວຂອງມຽນມາ ຍັງໄດ້ເລີ່ມຮ່າງກົດໝາຍສື່ມວນຊົນ
ສະບັບໃໝ່ ຊຶ່ງ ທ່ານ ເຢ ຕູ ອະທິບໍດີກົມຖະແຫຼງຂ່າວຂອງມຽນມາ ໃຫ້ການຊີ້ແຈງວ່າ:

“ຢູ່ໃນຮ່າງກົດໝາຍຂອງເຮົາ ກໍຄືຍັດຕິສະບັບໃໝ່ ຈະບໍ່ມີກໍາມະການ censor
ອີກຕໍ່ໄປ ແລະຈະມີການອະນຸມັດສິດທິຂອງມາດຕະຖານສາກົນ ແລະຈະ​ມີ
ມາດຕາຈໍານວນ​ນນຶ່ງ ທີ່ກ່ຽວກັບສິດທິການເຂົ້າ​ເຖິງ ຂໍ້ມູນ-ຂ່າວສານໄດ້.”


ແຕ່ ທ່ານ ເວ ຟູ ເວົ້າວ່າ: “ກົດໝາຍໃໝ່ ບໍ່ສອດຄ່ອງກັບຄໍາໝັ້ນສັນຍາຂອງ
ລັດຖະບານແຕ່ຢ່າງໃດເລີຍ ເພາະສະນັ້ນ ພວກເຮົາຂໍຄັດຄ້ານ.”


ທ່ານ ເວ ຟູ ເປັນຫົວໜ້າບັນນາທິການໜັງສືພິມ Eleven Media ຊຶ່ງເປັນສໍານັກຂ່າວ
ເອກກະຊົນລະດັບນໍາໜ້າແຫ່ງນຶ່ງຂອງມຽນມາ ​ແລະໄດ້ລາຍ​ງານຂ່າວແບບເຈາະເລິກ
ກ່ຽວ​ກັບຫຼາຍໆບັນຫາ ທີ່ຫຼໍ່​ແຫຼມ.

ທ່ານ ເວ ຟູ ຕ້ອງຕິຢ່າງ​ສູງ ​ຕໍ່ກົດໝາຍສະບັບໃໝ່ນີ້ ທີ່ຫ້າມບໍ່ໃຫ້ລາຍງານເລຶ່ອງທີ່ເປັນ
ຫົວຂໍ້ຂັດແຍ້ງກັນ ໂຮມທັງຂ່າວການສູ້ລົບຂອງມຽນມາ ກັບພວກກະບົດຊົນເຜົ່າ ແລະ
ຫ້າມອອກຂ່າວ​ໃດໆ​ທີ່​ເປັນ​ການ​ວິພາກ​ວິຈານ ​ແລະຕ້ອງ​ຕິລັດຖະທໍາມະນູນທີ່ຮ່າງຂຶ້ນ
ໂດຍຝ່າຍທະຫານນັ້ນ. ທ່ານ ເວ ຟູ ເວົ້າອີກວ່າ

“ຖ້າຫາກລັດຖະບານຢາກສ້າງປະຊາທິປະໄຕແທ້ໆແລ້ວ ຂໍ້ຈໍາກັດຮັດແຄບ
ຕ່າງໆແບບນີ້ ກໍບໍ່ໜ້າຈະເອົາມານໍາໃຊ້. ຖ້າສະພາແຫ່ງຊາດຮັບຜ່ານຮ່າງ
ກົດໝາຍໃໝ່ນີ້ ​ແລະມັນສົ່ງຜົນກະທົບຕໍ່ສື່ມວນຊົນຂອງມຽນມາ ພວກເຮົາ ກໍຈະຂໍຕໍ່ສູ້ເລຶ່ອງນີ້ໃນທຸກໆວິທີທາງ ທີ່ເປັນໄປໄດ້.”


ຮ່າງ​ກົດ​ໝາຍໃໝ່ດັ່ງກ່າວ ​ໄດ້​ກໍ່ໃຫ້ເກີດການປະທ້ວງໂດຍບັນດານັກຂ່າວຊາວມຽນມາ
ເຊັ່ນການ​ເດີນ​ຂະ​ບວນປະ​ທ້ວງເມື່ອເດືອນສິງຫາປີຜ່ານມາ ແຕ່ທ່ານ ທີຮາ ຊໍ ຮອງປະ
ທານສະມາຄົມນັກຂ່າວມຽນມາ ກໍຍັງມີຄວາມຮູ້ສຶກໃນແງ່ດີກ່ຽວ​ກັບ​ເລື້ອງນີ້ຢູ່.

ທ່ານ ທີຮາ ຊໍ ເວົ້າວ່າ: “ການດໍາເນີນການປະຕິຮູບນັ້ນ ນັບວ່າມີຜົນກະທົບ
ອັນໃຫຍ່ຫຼວງຕໍ່ຮູບການສື່ມວນຊົນໃນມຽນມາ ຕົວຢ່າງເຊັ່ນ ໜັງສືພິມເອກ
ກະຊົນນັ້ນ​ແມ່ນມີມາໄດ້ ​ເປັນ​ເວລາ 40-50 ປີແລ້ວ ພາຍໃຕ້ລັດຖະບານ
ທະຫານສອງຊຸດ ພາຍ​ໃຕ້ຂໍ້ຈໍາກັດຮັດແຄບເຄ່ງຄັດທີ່ສຸດ ເຊັ່ນການກວດ
ກາ ຫຼື censor ການກວດກາກ່ອນລົງພິມ ດັ່ງນີ້ເປັນຕົ້ນ ​ແຕ່​ດຽວ​ນີ້​ ​ແມ່ນ
ບໍ່​ມີອີກແລ້ວ ເລີ່ມຕົ້ນໃນເດືອນສິງຫາປີຜ່ານມານີ້ ການກວດກາກ່ອນລົງ
ພິມ ທີ່​ມີມາໄດ້ 48 ປີ ​ໄດ້ຫາຍໄປແລ້ວ.”


ທ່ານ ທີຮາ ຊໍ ໄດ້ໃຊ້ເວລາຫຼາຍປີຕໍ່ສູ້ກັບການເຊັນເຊີ້ຂອງລັດຖະບານ ແລະ ຕ້ອງຕິ
ຫຼາຍທີ່ສຸດ ຕໍ່ຮ່າງກົດໝາຍສື່​ມວນ​ຊົນສະບັບໃໝ່ດັ່ງກ່າວ. ທ່ານ ທີຮາ ທໍານາຍວ່າ
ບັນດານັກຂ່າວຊາວມຽນມາ ຈະບໍ່ໄດ້ຮັບເສລີພາບ ຫຼາຍເທົ່າກັບເພື່ອນນັກຂ່າວຊາວ
ຟິລິບປິນ ຫຼືຊາວໄທນັ້ນ.

ແຕ່ຄວາມຫວັງຂອງລາວ ແລະພວກອື່ນໆໃນມຽນມາ ກໍຄືວ່າ ລັດຖະບານຈະອະນຸຍາດ
ໃຫ້ມີເສລີພາບ​ໃນການອອກຂ່າວ ຫຼາຍກວ່າທີ່ມີຢູ່ໃນປະເທດເພື່ອນບ້ານ ເຊັ່ນກໍາປູເຈຍ
ແລະຈີນ ໃນປັດຈຸບັນນີ້.

ເບິ່ງວີດິໂອພາສາອັງກິດ:

XS
SM
MD
LG