ລິ້ງ ສຳຫລັບເຂົ້າຫາ

ເທດສະການ ວັນນະຄະດີສາກົນ ຄັ້ງທໍາອິດຂອງມຽນມາ (ວີດິໂອພາສາລາວ/ອັງກິດ)


ນັກຂຽນທ້ອງຖິ່ນແລະຕ່າງປະເທດ ໄປພົບກັນທີ່ ງານເທດສະການ ວັນນະຄະດີສາກົນ ຄັ້ງທໍາອິດຂອງມຽນມາ.
ນັກຂຽນຈາກນາໆຊາດ ໄດ້ເດີນທາງໄປຍັງນະຄອນຢ້າງກຸ້ງ
ເມື່ອຕົ້ນເດືອນນີ້ ເພື່ອເຂົ້າຮ່ວມງານເທດສະການວັນນະຄະ
ດີສາກົນຄັ້ງທໍາອິດຂອງມຽນມາ. ງານເທດສະການວັນນະຄະ
ດີເອຍຣາວະດີ ທີ່ດໍາເນີນໄປເປັນເວລາສາມວັນນັ້ນ ໄດ້ເປັນ ຂີດໝາຍແຫ່ງການເປີດໃຫ້ມີການແລກປ່ຽນຄວາມຄິດເຫັນກັນ ຢ່າງເປີດກ້ວາງເປັນຄັ້ງທໍາອິດ ລະຫວ່າງນັກຂຽນທ້ອງຖິ່ນແລະ ຕ່າງປະເທດຢູ່ໃນມຽນມາ ລຸນຫລັງທີ່ມີການຈໍາກັດໃນດ້ານການ
ພິມ ແລະມີການກວດກາຂອງລັດຖະບານ.

ບິ່ງວີດິໂອລາຍງານນີ້ເປັນພາສາລາວ:



ສອງປີກ່ອນໜ້ານີ້ ແມ່ນຈະເປັນເລື້ອງເພີ້ຝັນໄປ ທີ່ຈະນຶກເຫັນພາບຂອງທ່ານນາງອອງ
ຊານ ຊູຈີ ແລະນັກຂຽນຕ່າງປະເທດທີ່ມີຊື່ສຽງໂດ່ງດັງ ເຊັ່ນ Vikram Seth ແລະ Jung Chang ນັ່ງອ້ອມໂຕະຢູ່ນະຄອນຢ້າງກຸ້ງ ແລະລົມກັນກ່ຽວກັບວ່າປຶ້ມຫົວໃດ ເຂົາເຈົ້າ ຈະເອົາໄປອ່ານ ຖ້າຫາກເຂົາເຈົ້າຈະໄປພັກຜ່ອນຢູ່ເກາະ ທີ່ເປົ່າແປນແຫ່ງນຶ່ງ.

ນາງ Jane Heyn ຜູ້ຈັດງານນີ້ເວົ້າວ່າ ຫາກໍຫວ່າງມໍ່ໆມານີ້ເອງ ທີ່ນັກຂຽນຊາວຕ່າງ ປະເທດ ແລະຊາວມຽນມາພັດຖິ່ນ ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນປະເທດໄດ້.

ນາງ Jane Heyn ເວົ້າວ່າ: “ບັນຫາກໍແມ່ນເລື້ອງການຂໍວີຊ່າ, ຕອນນັ້ນ ແລະແມ່ນແຕ່ ໃນບາງກໍລະນີການຂໍວີຊ່າ ສໍາລັບຜູ້ມາຮ່ວມງານນີ້ ແມ່ນຍາກສົມຄວນ.”

ວີດິໂອກ່ຽວກັບເລື້ອງນີ້ເປັນພາສາອັງກິດ:

ງານເທດສະການດັ່ງກ່າວ ໄດ້ຕ້ອນຮັບນັກຂຽນທັງຈາກທ້ອງຖິ່ນ ແລະປະເທດປະມານ
150 ຄົນ ທີ່ໄປສົນທະນາກັນກ່ຽວກັບຫລາຍໆເລື້ອງ ທີ່ຫ້າມເວົ້າໃນເມື່ອກ່ອນ ຊຶ່ງເປັນ ຫລັກຖານສະແດງໃຫ້ເຫັນເພີ້ມຕື່ມວ່າ ການປ່ຽນແປງທາງການເມືອງຂອງມຽນມາ ກໍາລັງສົ່ງຜົນກະທົບແນວໃດ ຕໍ່ດ້ານວັດທະນາທໍາ ແລະ ສິນລະປະ.

ທ່ານ Pascal Khoo Thwe, ນັກຂຽນມຽນມາ ທີ່ເຄີມມີຊື່ຢູ່ໃນບັນຊີດໍາ ໃນເມື່ອກ່ອນ
ແລະເປັນຜູ້ຂຽນປຶ້ມ ”ຈາກແຜ່ນດິນຂອງຜີສີຂຽວ” ທີ່ຖືກ ເກືອດຫ້າມນັ້ນ, ກໍໄດ້ກັບຕ່າວ
ຄືນເມືອປະເທດ ລຸນຫລັງທີ່ໄດ້ເປັນຄົນພັດ ຖິ່ນອາໄສຢູ່ຕ່າງປະເທດ ເປັນເວລານານ
ກວ່າ 20 ປີ. ທ່ານກ່າວວ່າ ນີ້ເປັນງານປະເພດທີ່ ທ່ານເພີ້ຝັນຢາກໃຫ້ມີຂຶ້ນຢູ່ຕະ
ຫລອດມາ.

ທ່ານ Thwe ເວົ້າວ່າ: ”ຂ້າພະເຈົ້າຄິດວ່າ ເທດສະການນີ້ໜ້າຈະເປັນແຮງຈູງໃຈ ໃຫ້ຊາວໜຸ່ມພາກັນຢາກຂຽນປື້ມ. ຕາມທີ່ຂ້າພະເຈົ້າຮູ້ນັ້ນ ພວກເຂົາເຈົ້າກໍ ພາກັນອ່ານຫລາຍຢູ່ແລ້ວ ແຕ່ວ່າ ບໍ່ມີຄວາມໝັ້ນໃຈໃນການຂຽນ.”

ທ່ານ Thwe ກ່າວຕໍ່ໄປວ່າ ວັນນະຄະດີ ແລະສິນລະປະແມ່ນສໍາຄັນຍິ່ງ ຕໍ່ສິ່ງທີ່ທ່ານເອີ້ນ
ວ່າ ການເຮັດໃຫ້ເປັນປົກກະຕິຄືນ ລຸນຫລັງທີ່ຢູ່ໃຕ້ການປົກຄອງຂອງທະຫານມາເປັນເວ
ລາຫລາຍທົດສະວັດ.

ການຈໍາກັດຮັດແຄບຂອງລັດຖະບານໃນເມື່ອກ່ອນ ໄດ້ເຮັດໃຫ້ປຶ້ມໃໝ່ ເປັນຊັບສົມບັດທີ່
ຫາຍາກ ແລະໄດ້ປະໃຫ້ຫ້ອງສະໝຸດ ແລະໂຮງຮຽນຂາດປຶ້ມອ່ານແລະອຸປະກອນການຮຽນ.

ທ່ານ Thant Thaw Kaung ເປັນຜູ້ສ້າງຕັ້ງສູນກາງປຶ້ມຂອງມຽນມາ ຂຶ້ນມາ ຊຶ່ງໄດ້ນໍາ
ເອົາປຶ້ມທີ່ຂຽນເປັນພາສາອັງກິດ ເຂົ້າໄປໃນປະເທດ ນັບແຕ່ປີ 1995 ເປັນຕົ້ນມາ. ໃບ
ອະນຸຍາດນໍາເຂົ້າ ແລະການຕິດຕາມ ກວດກາຄັ້ງນຶ່ງເຄີຍລົບກວນທຸລະກິດຂອງລາວ ແຕ່ມາບັດນີ້ ລາວເວົ້າວ່າ ລາວມີຄວາມກະຕືລືລົ້ນ ທີ່ຈະເຮັດໃຫ້ອຸປະກອນການສຶກສາ ມີໄວ້ໃຫ້ຊາວມຽນມາ ໄດ້ຊົມໃຊ້ໃນການຮໍ່າຮຽນຫລາຍຂຶ້ນສໍາລັບ.

ທ່ານ Kaung ກ່າວວ່າ: ”ພວກເຮົາມີການວາງສະແດງ ປຶ້ມໃຫ້ເລືອກຫລາຍໆ
ອັນໃນທີ່ນີ້. ມັນເປັນນຶ່ງໃນຫລາຍໆງານຂອງເທດສະການຂອງພວກເຮົາ.
ມັນເປັນງານຂາຍປຶ້ມເພື່ອການກຸສົນ, ພວກເຮົາກໍາລັງຫາລາຍໄດ້ ແລະພາຍ
ຫລັງທີ່ພວກເຮົາໄດ້ເງິນມາ ພວກເຮົາກໍຈະເອົາໄປຊື້ປຶ້ມ ທີ່ຂຽນເປັນພາສາ
ມຽນມາຄືນມາ ແລະເອົາໄປບໍລິຈາກໃຫ້ບັນດາຫ້ອງສະໝຸດຂອງບ້ານເຫລົ່ານີ້.”


ພວກຈັດງານຫວັງວ່າ ເທດສະການວັນນະຄະດີເອຍຣາວະດີນີ້ ຈະເປັນງານທີ່ຈັດຂຶ້ນ
ປະຈໍາປີ--ຖ້າຫາກລັດຖະບານຍັງເປີດກ້ວາງຢູ່ຕໍ່ໄປ--ຊຶ່ງມັນກໍຈະນໍາເອົາວັນນະຄະດີ ຂອງມຽນມາ ກັບຄືນມາສູ່ແຜນທີ່ຄືນອີກ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG