ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີລາຍງານວ່າ ກຸ່ມກະບົດ ມຽນມາ ຕົກລົງໃຫ້ມີການ ຢຸດຍິງ ກັບລັດຖະບານ


ຕະຫລາດຜັກຂາຍສົ່ງແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ (file photo – 25 Apr 2010)
ຕະຫລາດຜັກຂາຍສົ່ງແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ (file photo – 25 Apr 2010)

ມີ​ລາຍ​ງານ​ວ່າ ນຶ່ງ​ໃນ​ບັນດາກຸ່ມ​ກະບົດຊົນ​ເຜົ່າ​ທີ່​ສໍາຄັນ​ໃນ​ມຽນມາ​ ​ໄດ້​ຕົກລົງ​ຕໍ່ການ​ຢຸດ
ຍິງ​ຂັ້ນ​ເບື້ອງ​ຕົ້ນ​ ກັບ​ລັດຖະບານ​ມຽນມາ​ແລ້ວ.

ທະຫານ ກອງທັບລັດສານ ກຸ່ມນຶ່ງ
ທະຫານ ກອງທັບລັດສານ ກຸ່ມນຶ່ງ

ພວກເວັບ​ໄຊ້ຂອງ​ຊາວ​ມຽນມາທີ່​ລີ້​ໄພ
ໃນ​ຕ່າ​ງປະ​ເທດ​ ກ່າວ​ເມື່ອ​ວັນ​ສຸກຜ່ານ
​ມາ​ນີ້ວ່າ ກຸ່ມກອງທັບ​ລັດ​ສານ ຫລື
Shan State Army ກໍາລັງເຈລະຈາ
​ກັບ​ລັດຖະບານ​ ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​
ຈະ​ຍຸດຕິ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ
ຫັນ​ມາເລິ່ມຕົ້ນ​ເຈລະຈາ​ກັນ​ທາງ​ການ
​ເມືອງແລະ​ຮ່ວມ​ມື​ກັນ​ໃນ​ການປາບ
​ປາມ​ຢາ​ເສບ​ຕິດ​ຜິດ​ກົດໝາຍ.

ສະຫະລັດ​ແລະ​ພວກ​ປະ​ເທດ​ຕາ​ເວັນ​ຕົກອື່ນໆ ​ໄດ້​ທວງ​ໃຫ້​ມຽນມາຈົ່ງ​ຫາທາງ​ຕົກລົງ
ສັນຕິພາບ​ກັນ​ກັບ​ພວກ​ກຸ່ມກະບົດ​ຊົນ​ເຜົ່າ​ ​ເພື່ອ​ແລກກັບຄວາມ​ສໍາພັນ​ທີ່​ດີ​ຂຶ້ນກວ່າ​ເກົ່າ
​ກັບ​ພວກ​ປະ​ເທດ​ຕາ​ເວັນ​ຕົກ.

ເມື່ອ​ເດືອນ​ຜ່ານ​ມາ ລັດຖະບານ​ມຽນມາ ​ໄດ້​ເປີດ​ເຜີຍ​ຂໍ້​ສະ​ເໜີ​ແຜນການ ສັນຕິພາບໃໝ່​
ສະບັບ​ນຶ່ງ​ຕໍ່​ພວກ​ກຸ່ມ​ກະບົດ​ຊົນ​ເຜົ່າ ທີ່​ຮຽກຮ້ອງ​ໃຫ້​ຢຸດ​ຍິງ ຕິດຕາມ​ມາ​ດ້ວຍ​ການ​ຊ່ວຍ​
ເຫລືອດ້ານ​ການ​ພັດທະນາ ​ແລະ​ໃຫ້ມີ​ການ​ຈັດ ກອງປະຊຸມແຫ່ງ​ຊາດ​ເພື່ອ​ປຶກສາ​ຫາລືກັນ
ເລຶ່ອງຄວາມ​ບໍ່ພໍ​ໃຈ​ໃນ​ດ້ານ​ການ​ເມືອງ​ ຊຶ່ງນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດ​ທີ່​ລັດຖະບານ​ມຽນມາ​
ໄດ້​ສະ​ເໜີ​ໃຫ້​ມີ​ການ ປຶກ​ສາ​ຫາລື​ດ້ານ​ການ​ເມືອງ​ກັນ​ກັບພວກ​ກຸ່ມ​ກະບົດ.

XS
SM
MD
LG