ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ສັນຍາວ່າ ຈະຢຸດຊື້ອາວຸດ ຈາກເກົາຫຼີເໜືອ


ທ່ານ ລີ ມຽງ-ບັກ ປະທານາທິບໍດີເກົາຫຼີໃຕ້ (ຊ້າຍ) ແລະທ່ານ ທຽນ ເຊນ ປະທານາທິບໍດີມຽນມາ
ທ່ານ ລີ ມຽງ-ບັກ ປະທານາທິບໍດີເກົາຫຼີໃຕ້ (ຊ້າຍ) ແລະທ່ານ ທຽນ ເຊນ ປະທານາທິບໍດີມຽນມາ

ມຽນມາ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ແກ່​ທ່ານ​ລີ​ ມຽງ-ບັກ ປະທານາທິບໍດີ​ເກົາຫຼີ​ໃຕ້ ​ວ່າ​ ຕົນ​ຈະ​ບໍ່​ຊື້​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆ​ຈາກ​ເກົາຫຼີ​ເໜືອ​ອີກ​ຕໍ່​ໄປ​​ແລ້ວ. ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ມຽນມາ​ຄັ້ງ​ປະວັດສາດ ​​ເມື່ອ​ອາທິດ​ແລ້ວ​ນີ້ ທ່ານ​ລີ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານມຽນມາ ​ແລະ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຕໍ່​ທ່ານ​ນາງ​ວ່າ ຂັ້ນ​ຕອນການ​ປະ​ຕິຮູບ​ຂອງ​ມຽນ ມາ​ນັ້ນ ​ອາດ​ສາມາດ​​ດໍາ​ເນີນ​ຮອຍ​ຕາມ​ເກົາຫຼີ​ໃຕ້ຂອງ Daniel Schearf ນັກ​ຂ່າວ ​ວີ​ໂອ​ເອ ທີ່​ບາງກອກ.

ທໍານຽບສີ​ຟ້າຂອງປະທານາທິບໍດີ​ເກົາຫຼີ​ໃຕ້ ​ໄດ້​ອອກ​ຖະ​ແຫຼງການ ສະບັບ​ນຶ່ງ​ເມື່ອ​ວັນ​ອັງຄານຜ່ານ​ມາ​ວ່າ ປະທານາທິບໍດີ ທຽນ ​ເຊ​ນ ຂອງ​ມຽນມາ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະ​ຢຸດ​ຊື້​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆຈາກ​ເກົາ​ຫຼີ​ເໜືອ.

ທ່ານ ທຽນ ​ເຊ​ນ ​ໄດ້​ໃຫ້ຄໍາ​ສັນຍາ​ດັ່ງກ່າວ​ນີ້​ ​ເມື່ອ​ວັນ​ຈັນ​ແລ້ວ​ນີ້ ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ ລີ ມຽງ-ບັກ ທີ່​ກໍາລັງ​ຢ້ຽມຢາມ​ມຽນມາ​ນັ້ນ ຊຶ່ງ​ທ່ານ​ ທຽນ ​ເຊ​ນ ຍັງ​ໄດ້​ກ່າວ​ອີກ​ວ່າ ມຽນມາບໍ່ເຄີຍ​ສະ​ແຫວ​ງຫາ​ການ​ຮ່ວມ​ມືດ້ານ​ນີວ​ເຄລຍກັບພຽງ​ຢ່າງ​ຈັກ​ເທື່ອ.

ຊາວ​ມຽນມາ​ທີ່​ໂຕນ​ໜີ​ມາ ​ແລະ​ໜ່ວຍ​ສືບ​ລັບ​ຕ່າງປະ​ເທດ​ໄດ້​ສະ​ແດງ​ຄວາມ​ສົງໄສອອກ​ມາ ຕັ້ງ​ແຕ່ປີ 2006 ​ແລ້ວວ່າ ​ເກົາຫຼີ​ເໜືອໄດ້ຊ່ວຍມຽນມາໃນ ການດໍາ​ເນີນໂຄງການ​ນີວ​ເຄລຍລັບໆ​ອັນ​ນຶ່ງ ຊຶ່ງ​ມຽນມາ​ໄດ້​ປະຕິ​ເສດມາ ຕະຫລອດ.

ທ່ານ ລີ ​ໄດ້​ບອກ​ພວກ​ນັກ​ຂ່າວ​ເມື່ອ​ວັນ​ອັງຄານ​ແລ້ວ​ນີ້​ວ່າ ​ທ່ານ​ໄດ້ຊຸກ​ຍູ້ ​ປະທານາທິບໍດີ ທຽນ ​ເຊ​ນ ບໍ່​ໃຫ້​ຝ່າຝືນ​ມະຕິ​ຂອງ​ອົງການ​ສະຫະປະຊາ​ຊາດ​ກ່ຽວ​ກັບເກົາຫຼີ​ເໜືອ ​ແຕ່ພ້ອມ​ດຽວ​ກັນ ​ທ່ານ​ກໍ​ໄດ້​ຊົມ​ເຊີຍ​ຜູ້​ນໍາ​ມຽນມາ ທີ່​ໄດ້ນໍາ​ເອົາ​ປະ​ເທດ​ຊາດ​ຂອງ​ທ່ານ ​ອອກ​ຈາກ​ການ​ປົກຄອງ​ໂດຍ​ຝ່າຍ​ທະຫານ ​ໄປ​ສູ່​ປະຊາທິປະ​ໄຕ ​ໂດຍ​ສົມ​ທຽບ​ໃສ່​ກັບປະສົບ​ການ​ຂອງ​ເກົາ​ຫຼີ​ໃຕ້ເອງ​ນັ້ນ.

ທ່ານ ລີ ກ່າວ​ວ່າ ​"ເກົາຫຼີ​ໃຕ້​ເປັນ​ປະ​ເທດ​ທີ່​ບໍ່ຄ່ອຍ​ຈະ​ພົບ​ເຫັນ ​ທີ່​ປະສົບ​ຜົນ​ສໍາ​ເລັດ​ດ້ານ​ການ​ອຸດສາຫະກໍາ ພ້ອມ​ທັງການ​ເປັນ​ປະຊາທິປະ​ໄຕ ​ແລະ ທ່ານ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ມຽນມາ​ຈະ​ເດີນທາງ​ໄປ​ຕາມ​ເສັ້ນທາງ​ທໍາ ນອງ​ດຽວ​ກັນ​ນີ້​ ​ໃນ​ການ​ກາຍ​ເປັນ​ປ​ະ​ເທດ​ທີ່​ບໍ່​ພຽງແຕ່​ຈະມີ​ຄວາມ​ຈະ​ເຣີນ ຮຸ່ງ​ເຮືອງ​ຫລາຍຂຶ້ນ ​ແລະ​ສະໜອງຊີວິດ​ທີ່​ດີ​ຂຶ້ນ​ໃຫ້​ແກ່ປະຊາຊົນ​ຂອງ​ຕົນ​ເທົ່າ​ນັ້ນ ​ແຕ່ທີ່​ສໍາ​ຄັນ​ຫລາຍ​ກ່ວາ​ນັ້ນ ກໍ​ຄື​ມີ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ​ນັ້ນ​ນໍາ."

ທ່ານ ລີ ​ໄດ້​ໃຫ້​ຄໍາ​ເຫັນ​ດັ່ງກ່າວ​ນີ້ ຫຼັງຈາກ​ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ.

ທ່ານ​ນາງ​ອອງຊານ​ເອງ ​ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ ​ຄື​ກັນ​ກັບຢູ່ໃນ​ເກົາຫຼີ​ໃຕ້ ​ປະຊາ​ຊົນ​ໃນ​ມຽນມາ ກໍ​ຕ້ອງໄດ້​ເອົາ​ໃນ​ສີ່​ງທີ່​ທ່ານ​ນາງເອີ້ນ​ວ່າ ​ເສັ້ນທາງ​ທີ່​ລໍາບາກ ​ໄປ​ສູ່​ການ​ເປັນ​ຜູ້​ນໍາໃນ​ດ້ານປະຊາທິປະ​ໄຕນັ້ນ.

“ຕອນນີ້ ​ພວກ​ເຮົາແມ່ນ​ຢູ່​ໃນ​ຈຸດ​ນຶ່ງ​ໃນ​ປະວັດ​ສາດຂອງ​ພວກ​ເຮົາ ທີ່ມີ​ຄວາມ​ເປັນ​ໄປ​ໄດ້​ສໍາລັບ​ການ​ຜັນ​ປ່ຽນ. ​ແຕ່​ຂ້າພະ​ເຈົ້າບໍ່ຄິດ​ວ່າ​ ພວກເຮົາ​ສາມາດໝັ້ນ​ໃຈ​ໄດ້ວ່າ​ ເລຶ່ອງການ​ຜັນ​ປ່ຽນ​ນີ້​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ. ຄວາມ​ຕັ້ງ​ໃຈແມ່ນ​ມີ​ຢູ່​ແລ້ວ ​ແລະ​ກໍ​ມີ​ຄວາມ​ຫວັງ​ດີ​ຈາກ​ທົ່ວ​ໂລກ. ​ແຕ່​ວ່າ ພວກ​ເຮົາ​ຕ້ອງໃຫ້ແນ່​ໃຈ​ວ່າ ພວກ​ເຮົາ​ຈະ​ບໍ່ເຮັດ​ໃຫ້​ຄວາມ​ຫວັງ​ດີ​ນັ້ນ​ເລືອນ​ຫາຍ​ໄປ ​ແລະ​ພວກ​ເຮົາ​ຈະ​ນໍາ​ໃຊ້ມັນ​ໃຫ້​ໄດ້​ດີ​ທີ່​ສຸດ​ເທົ່າ​ທີ່​ຈະເປັນ​ໄປ​ໄດ້ ​ໂດຍ​ການເຮັດ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ມັນ​ຖືກນໍາ​ໃຊ້​ໃນ​ວີ​ທີ​ທາງ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ​ຊຶ່ງກໍ​ຄື​ເພື່ອ​ຜົນປະໂຫຍ​ດຂອງ​ປະຊາຊົນ​ຂອງ​ພວກ​ເຮົາ​ນັ້ນ​ເອງ"

ໜັງສືພິມ​ New Light of Myanmar ຂອງ​ທາງ​ການ ​ເວົ້າ​ເມື່ອ​ວັນ​ອັງຜ່ານ​ມາ​ນີ້​ວ່າ ມຽນມາຢາກ​ໃຫ້​ເກົາຫຼີ​ໃຕ້​ແບ່ງປັນ​ປະສົບ​ການໃຫ້ຕົນ ​ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປະຕິ​ຮູບ​ການ​ເມືອງ.

ເກົາຫຼີ​ໃຕ້​ແມ່ນ​ປົກຄອງໂດຍ​ຝ່າຍ​ທະຫານ ລຸນຫຼັງ​ສົງຄາມ​ເກົາຫຼີ​ໃນ​ຊຸມ​ປີ 1950 ທີ່​ໄດ້​ແບ່ງ​ແຍກ​ເກົາຫຼີ​ອອກເປັນເໜືອແລະ​ໃຕ້ນັ້ນ ​ຊຶ່ງຝ່າຍ​ໃຕ້ໄດ້ ຜັນ​ປ່ຽນ​ມາ​ເປັນ​ການ​ປົກຄອງ​ແບບ​ພົນລະ​ເຮືອນ​ ໃນ​ເວລາ​ຕໍ່​ມາ.

ທ່ານ Ralph Cossa ​ປະທານ​ອົງການ Pacific Forum ທີ່​ເມືອງ​ໂຮ​ໂນ​ລູລູ ລັດ​ຮາວາຍ ​ກ່າວໃນ​ການ​ໃຫ້​ສໍາພາດ​ຜ່ານ​ລະບົບ Skype ທາງອິນ​ເທີ​ເນັດ ວ່າ ​ເກົາຫຼີ​ໃຕ້ພ້ອມ​ດ້ວຍ​ເກາະ​ໃຕ້​ຫວັນ ​ເປັນ​ຕົວຢ່າງ​ໃນ​ບໍ່​ເທົ່າ​ໃດ​ປະ​ເທດ ທີ່​ມຽນມາ​ສາມາດ​ຮຽນ​ເອົາ​ແບບຢ່າງ​ໄດ້ ຊຶ່ງ​ທ່ານເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ມຽນມາ​ສາມາດ​ຮຽນ​ຮູ້​ຈາກ​ເກົາຫຼີ​ໃຕ້ໄດ້ຫຼາຍ​ສົມຄວນ ​ແລະ​ວິທີ​ການທີ່​ເກົາຫຼີ​ໃຕ້​ທໍາການ​ຜັນ​ປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ​ນັ້ນ​ຢ່າງ​ໃດ ​ເພາະວ່າ​ເກົາຫຼີໃຕ້​ເຮັດໄດ້​ຢ່າງ​ສໍາ​ເລັດຜົນ​ຫຼາຍ​ທີ່​ສຸດ. ຄື​ເກົາຫຼີ​ໃຕ້​ໄດ້​ຜັນ​ປ່ຽນ​ຈາກ​ການ​ປົກຄອງ​ແບບ​ຜະເດັດ​ການ​ໂດ​ຍ​ທະຫານ ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີ ມາເປັນ​ປະ​ເທດ​ທີ່​ມີ​ກາ​ນ​ເລືອກ​ຕັ້ງປະທານາທິບໍດີ ​ແບບ​ມີ​ການ​ຄວບ​ຄຸມ ​ເໝືອນ​ດັ່ງ​ທີ່​ມຽນມາເຮັດຢູ່​ໃນ​ເວລາ​ນີ້ ຄືມີການ​ເລືອກ​ຕັ້ງ​ປະຊາທິປະ​ໄຕ​ທີ່​ຖືກ​ຄວບ​ຄຸມ​ ຊຶ່ງ​ໃນ​ບັດ​ນີ້​ ເກົາຫຼີ​ໃຕ້​ໄດ້​ກາຍ​ມາເປັນ​ປະ​ເທດປະຊາທິປະ​ໄຕ​ທີ່​ເຂັ້ມ​ແຂງ​ແລະຢ່າງ​ຄາດ​ບໍ່​ເຖິງ."

ທ່ານ Cossa ກ່າວ​ວ່າ ການ​ຢ້ຽມຢາມ​ມຽນມາ​ຄັ້ງ​ນີ້ ຍັງ​ໄດ້​ອໍານວຍ​ໃຫ້ ເກົາຫຼີໃຕ້​ຊະນະເກົາຫຼີ​ເໜືອ​ ​ໃນທາງ​ການ​ທູດ​ແບບ​ທີ່​ບໍ່​ຄ່ອຍຈະ​ມີ​ນັ້ນ.

​ເມື່ອ​ໝໍ່ໆ​ມາ​ນີ້ ພຽງ​ຢາງ​ໄດ້ຕົກ​ເປັນ​ຂ່າວໄປ​ທົ່ວ​ໂລກ​ ຍ້ອນ​ການ​ຂົ່ມຂູ່ຕໍ່ເກົາ ຫຼີ​ໃຕ້ ​ແລະ​ການ​ຍິງ​ຈະ​ຫລວດ​ທີ່​ອອກ​ຂ່າວ​ຢ່າງ​ຄຶກ​ໂຄມ ​ແຕ່​ລົ້ມແຫຼວ​ນັ້ນ.

ທ່ານນາງ ອອງຊານ ຊູຈີ ຈັບມືກັບ ປະທານາທິບໍດີເກົາຫລີໃຕ້ ທ່ານ ລີ ມຽງ ບັກ
ທ່ານນາງ ອອງຊານ ຊູຈີ ຈັບມືກັບ ປະທານາທິບໍດີເກົາຫລີໃຕ້ ທ່ານ ລີ ມຽງ ບັກ

ການ​ຢ້ຽມຢາມ​ຂອງ​ທ່ານ​ລີ​ຄັ້ງ​ນີ້ ​
ແມ່ນ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທໍາ
​ອິດໂດຍ ປະທານາທິບໍດີ​ເກົາຫຼີ​
ໃຕ້​ຄົນນຶ່ງ ນັບ​ຕັ້ງ​ແຕ່​ປີ 1983
ມາ ​ເວລາສາຍ​ລັບ ເກົາຫຼີ​ເໜືອ
ວາງລະ​ເບີດໂຈມ​ຕີ​ຜູ້​ແທນ​ເກົາ
ຫຼີ​ໃຕ້ຄະນະ​ນຶ່ງທີ່​ນໍາ​ໂດ​ບປະ
ທານາທິບໍດີ ຈຸນ ດູ ຮວນ
​ໂດຍໄດ້​ສັງຫານ​ນັກ​ການ​ທູດ
​ເກົາຫຼີໃຕ້​ຫຼາຍ​ຄົນ ​ແຕ່​ພາດ
​ປະທານາທິບໍດີ ​ເພາະເກີດ
ລົດ​ຕິດ​ກາງ​ທາງ.

​ໃນ​ການ​ຕອບ​ໂຕ້ນັ້ນ ມຽນມາໄດ້​ຕັດຄວາມ​ສໍ​າພັນ​ກັບ​ເກົາຫຼີ​ເໜືອ. ຄວາມ​ສໍາພັນ​ທາງ​ການ​ໄດ້​ຮື້​ຟື້ນ​ຄືນ​ອີກ​ໃນ​ປີ 2007 ທ່າມກາງ​ຄວາມສົງໄສ ຕ່າງໆ​ນາໆ​ວ່າ ທັງ​ສອງ​ປະ​ເທດ​ມີການ​ຮ່ວມມື​ທາງ​ທະຫານ​ແລະ​ແມ່ນ​ແຕ່ ນີວ​ເຄລຍນັ້ນ.

​ໃນ​ວັນ​ອັງຄານ​ນັ້ນ ທ່ານ ລີ ມຽງ ບັກ ​ໄດ້ໄປຢ້ຽມຢາມ​ເປັນ​ເວລາ​ສັ້ນໆ​ ບ່ອນ​ວາງ​ລະ​ເບີດ ຄື​ສຸສານ​ Martyr’s Mausoleum ທີ່​ເປັນ​ອະນຸສອນ​ສະຖານ​ແດ່ບິດາຂອງ​ທ່ານ​ນາງອອງຊານ ຊູ​ຈີ ຄື​ທ່ານອອງຊານ ​ວີລະ​ບຸລຸດ​ເອກະລາດຂອງ​ມຽນມາ.

ທ່ານ​ນາງ Suzanne DiMaggio ​ເປັນ​ຮອງ​ປະທານ ​ໂຄງການ​ນະ​ໂຍ ບາຍ​ໂລກ ປະ​ຈໍາ​ມູນ​ນິທິ​ເອ​ເຊຍ ທີ່​ມີ​ສໍານັກງານ​ຢູ່​ນີວຢ໊ອກ ເວົ້າຜ່ານ​ອິນ ລະບົບ Skype ວ່າ ​ເຖິງ​ແມ່ນ​ເກົາຫຼີ​ເໜືອຈະ​ເປັນ​ເລຶ່ອງສໍາຄັນ​ ​ແຕ່ການ​ຢ້ຽມຢາມ​ຄັ້ງ​ນີ້ໂດຍ​ເບື້ອງ​ຕົ້ນແລ້ວ ​ແມ່ນ​ສຸມ​ໃສ່​ການ​ສົ່ງ​ເສີມ​ຊຸກຍູ້​ຄວາມ ສໍາພັນ​ທາງ​ເສດຖະກິດ.

​ທ່ານ​ນາງ DiMaggio ​ເວົ້າ​ວ່າ: "ແນ່ນອນ​ຢູ່​ແລ້ວ​ວ່າ ​ເກົາຫຼີ​ໃຕ້ແມ່ນໄດ້​ມີ​ຄວາມ​ສໍາພັນ​ທາງ​ເສດຖະກິດ​ກັບ​ມຽນມາ ​ມາໄດ້​ດົນ​ນານ​ສົມຄວນ​ ​ແລະ​ທີ່​ຈິງ​ແລ້ວ ​ກໍເປັນ​ຜູ້​ລົງ​ທຶນຕ່າງປະ​ເທດລາຍ​ໃຫຍ່ອັນ​ດັບ​ສີ່​ຂອງ​ມຽນມາ ​ແລະ​ຂ້າພະ​ເຈົ້າ​ແນ່ໃຈວ່າ​ ຫຼັງ​ຈາກ​ການຢ້ຽມຢາມ​ມຽນມາໃນ​ຄັ້ງ​ນີ້ ພວກ​ເຮົາ​ຈະ​ເຫັນຄວາມ​ສໍາພັນທາງການຄ້າ ​ແລະ​ການ​ເສດຖະກິດ​ ເພີ່ມ​ທະວີ​ຂຶ້ນ."

ບໍລິສັດ Daewoo ຂອງ​ເກົາ​ຫຼີ​ໃຕ້ ພວມ​ລົງທຶນ​ຫຼາຍ​ພັນ​ລ້ານ​ໂດ​ລາ ​ໃນ ມຽນມາ ​ໂຮ​ມທັງ​ການ​ຂຸດ​ຄົ້ນ​ບໍ່​ແກ​ສທໍາ​ມະ​ສາດ​ແຫ່ງ​ນຶ່ງທີ່​ຈະສະໜອງຜ່ານ ທໍ່​ສົ່ງ​ທີ່​ເນັ່ງ​ໄປ​ຍັງ​ຈີນ ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.

ທ່ານ​ນາງ DiMaggio ກ່າວ​ອີກ​ວ່າ ວົງ​ການ​ທຸລະ​ກິດ​ຂອງ​ເກົາ​ຫຼີ​ໃຕ້​ນັ້ນ ຈະຕ້ອງ​ມີ​ການ​ຕື່ນ​ຕົວ​ຫຼາຍ​ຂຶ້ນກ່ຽວ​ກັບການ​ເຄຶ່ອນ​ໄຫວ​ທີ່​ເຕີບ​ໂຕ​ຂື້ນນັບ​ມື້​ພາຍ​ໃນມຽນມາ ​ເພື່ອທີ່​ຈະ​ໄດ້​ທໍາ​ການ​ລົງທຶນຢ່າງ​ມີຄວາມ​ຮັບຜິດຊອບ ທັງ ​ໃນດ້ານ​ສັງຄົມ ​ແລະ​ສະພາບ​ແວດ​ລ້ອມ​ນັ້ນ.

XS
SM
MD
LG