ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ແລະ ກຸ່ມກະບົດ ກະຈິ່ນ ບັນລຸ ການຕົກລົງ ຢຸດຍິງ (ວີດີໂອ)


ຄະນະເຈລະຈາ ຂອງລັດຖະບານມຽນມາ ພົບປະກັບ ພວກຜູ້ຕາງໜ້າຂອງອົງການເອກກະລາດກະຈິ່ນ ໃນມື້ທີ 3 ລະຫວ່າງການເຈລະຈາຢຸດຍິງ ທີ່ເມືອງ Myitkyina ໃນລັດກະຈິ່ນ (30 ພຶດສະພາ 2013)
ຄະນະເຈລະຈາ ຂອງລັດຖະບານມຽນມາ ພົບປະກັບ ພວກຜູ້ຕາງໜ້າຂອງອົງການເອກກະລາດກະຈິ່ນ ໃນມື້ທີ 3 ລະຫວ່າງການເຈລະຈາຢຸດຍິງ ທີ່ເມືອງ Myitkyina ໃນລັດກະຈິ່ນ (30 ພຶດສະພາ 2013)
ລັດຖະບານມຽນມາແລະພວກກະບົດເຜົ່າກະຈິ່ນ ໄດ້ບັນລຸການ
ຕົກລົງຢຸດຍິງຊົ່ວຄາວ ທີ່ແນໃສ່ເພື່ອຍຸດຕິການສູ້ລົບ ທີ່ດຳເນີນ ມາເປັນເວລາສອງປີຊຶ່ງເຮັດໃຫ້ປະຊາຊົນເກືອບ 100,000 ພັນ
ຄົນ ຕ້ອງໄດ້ອົບພະຍົບຫຼົບໄພ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ຊຶ່ງໄດ້ບັນລຸກັນ ໃນວັນພະຫັດວານນີ້ ຫລັງຈາກການເຈລະຈາເປັນເວລາ 3 ມື້ນັ້ນ ການສູ້ລົບຈະຕ້ອງ
ຢຸດເຊົາແລະຈະມີການເຈລະຈາກັນເພີ້ມຕື່ມກ່ຽວກັບຂໍ້ຮຽກຮ້ອງ
ຂອງພວກກະຈິ່ນທີ່ຢາກໄດ້ສິດທິທາງດ້ານການເມືອງແລະການ
ປົກຄອງຕົນເອງຫຼາຍຂຶ້ນ.

ການເຈລະຈາ ຊຶ່ງມີຂຶ້ນຢູ່ໃນພາກເໜືອຂອງມຽນມາ ແມ່ນໄດ້ມີການຕິດຕາມ ໂດຍພວກຜູ້
ຕາງໜ້າຂອງອົງການສະຫະປະຊາຊາດ ລັດຖະບານຈີນແລະພວກຊົນກຸ່ມນ້ອຍເຜົ່າອື່ນໆ ຂອງມຽນມາ. ທ່ານ Lu Zhi ນັກການທູດຈີນກ່າວຕໍ່ວີໂອເອພະແນກພາສາມຽນມາວ່າ ຈີນ ໄດ້ຊ່ອຍຈັດໃຫ້ມີການເຈລະຈາກັນ ຕາມຄຳຂໍຮ້ອງຂອງທັງສອງຝ່າຍ.

ຂໍ້ຕົກລົງທີ່ປະກອບດ້ວຍ 7 ຂໍ້ ແມ່ນຮຽກຮ້ອງໃຫ້ຍຸຕິຄວາມເປັນປໍລະປັກລະປັກຕໍ່ກັນແລະ ກັນ ເປີດການເຈລະຈາທາງດ້ານການເມືອງ ແລະສ້າງຕັ້ງຄະນະກຳມະການຮ່ວມເພື່ອຕິດ ຕາມເບິ່ງການຢຸດຍິງ. ນອກນັ້ນແລ້ວ ພັກຝ່າຍທັງສອງຍັງໄດ້ຕົກລົງທີ່ຈະເລີ້ມດຳເນີນງານ ກ່ຽວກັບການຕັ້ງຖິ່ນຖານໃໝ່ ໃຫ້ພວກອົບພະຍົບຫລົບໄພ.

ສະຖານທູດສະຫະລັດ ທີ່ນະຄອນຢ່າງກຸ້ງ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນສຸກມື້ນີ້ ສະແດງຄວາມຊົມເຊີຍ ກ່ຽວກັບການເຈລະຈາດັ່ງກ່າວ.

ພວກກະຈິ່ນ ແມ່ນເປັນຊົນກຸ່ມນ້ອຍທີ່ສຳຄັນພຽງກຸ່ມດຽວເທົ່ານັ້ນຂອງມຽນມາທີ່ບໍ່ໄດ້ເຊັນ ຂໍ້ຕົກລົງຢຸດຍິງ ນັບຕັ້ງແຕ່ລັດຖະບານຫົວປະຕິຮູບຂອງປະທານາທິບໍດີເທນ ເຊນໄດ້ເຂົ້າ ກຳອຳນາດ ໃນປີ 2011.

ເບິ່ງວີດີໂອ ກ່ຽວກັບ ການລົງນາມ ໃນຂໍ້ຕົກລົງ ຢຸດຍິງຊົ່ວຄາວ:

ວີດີໂອ ມຽນມາ - ເຜົ່າກະຈິ່ນ
please wait

No media source currently available

0:00 0:00:53 0:00
XS
SM
MD
LG