ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງທັບມຽນມາ ສືບຕໍ່ໂຈມຕີ ພວກຊົນເຜົ່າກະຈິນ ຢ່າງບໍ່ລົດລະ (ວີດິໂອ)


ທະຫານກອງທັບກະຈິນ (KIA) ລາດຕະເວນ ຢູ່ໃນເມືອງ
Laiza ທາງພາກຕາເວັນອອກ ສຽງເໜືອຂອງມຽນມາ, ວັນທີ 4 ມັງກອນ 2013.
ທະຫານກອງທັບກະຈິນ (KIA) ລາດຕະເວນ ຢູ່ໃນເມືອງ Laiza ທາງພາກຕາເວັນອອກ ສຽງເໜືອຂອງມຽນມາ, ວັນທີ 4 ມັງກອນ 2013.
ໃນ​ເຂດພາກ​ເໜືອຂອງ​ມຽນມາ​ນັ້ນ ການ​ຕໍ່ສູ້​ກັນມາ​ເປັນ​ເວລາ
18 ​ເດືອນ ລະຫວ່າງ​ພວກ​ກະບົດ​ເຜົ່າ​ກະ​ຈິນກັບ​ກໍາລັງ​ທະຫານ
​ມຽນມາ ​ໄດ້​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​
ມາ​ນີ້ ​ໂດຍ​ທີ່​ຝ່າຍ​ກອງທັບ​ໄດ້​ໃຊ້​ການ​ໂຈມ​ຕີ​ທາງ​ອາກາດເປັນ​
ເທື່ອ​ທໍາ​ອິດ. ​ໃນ​ຂະນະ​ທີ່​ການ​ຕໍ່ສູ້​ກັນ​ດໍາ​ເນີນ​ສືບ​ຕໍ່​ໄປ​ຢູ່​ນີ້ ບັນ
ດາ​ຜູ້​ນໍາ​ຊົນ​ເຜົ່າ​ຕ່າງ​ໆ​ຂອງ​ມຽນມາ ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ​ເພື່ອ
​ປຶກສາ​ຫາ​ກັນ​ກ່ຽວ​ກັບ​ຊ່ອງ​ທາງ​ໃນ​ການສືບ​ຕໍ່​ດໍາ​ເນີນ​ຂັ້ນ​ຕອນ​
ສ້າງສັນ​ຕິ​ພາບ. ດາຣາມີລາຍງານມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Burma’s Kachin Conflict Escalates
please wait

No media source currently available

0:00 0:03:09 0:00
ລິງໂດຍກົງ

ການ​ໂຈມ​ຕີ​ທາງ​ອາກາດຂອງ​ກອງທັບ​ມຽນມາ ຕໍ່​ທີ່​ໝັ້ນ​ແຫ່ງ​ຕ່າງ​ໆ​ຂອງ​ພວກ​ກະບົດ​ກະ​ຈິນນັ້ນ ​ເປັນ​ຂີດ​ໝາຍ​ການ​ເພີ້​ມທະວີ​ຂຶ້ນ​ໃນ​ລະດັບ ຄວາມ​ຮຸນ​ແຮງ​ຂອງ​ການສູ້​ລົບ​ກັນ ​ລະຫວ່າງ​ກອງທັບມຽນມາ​ກັບ​ກຸ່ມ​ກອງທັບ​ເພື່ອ​ເອກະລາດ​ຂອງ​ກະ​ຈິນ ຫລື KIA ທີ່​ກໍາລັງ​ຕໍ່ສູ້​ເອົາສິດທິ​ໃນ​ການ​ປົກຄອງ​ຕົນ​ເອງ​ຫລາຍ​ຂຶ້ນ. ບໍ່​ມີ​ນັກ​ຂ່າວ​ຢູ່​ໃນ​ເຂດ​ການ​ສູ້​ລົບ​ກັນ​ນັ້ນ​ເລີຍ ​ແຕ່​ກໍ​ມີ​ຮູບ​ວີ​ດິ​ໂອ​ຂອງ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ໄດ້​ມາ​ຈາກ​ອົງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາ ທີ່​ຊື່ວ່າ Free Burma Rangers.

ບາງ​ຄົນ​ວິຕົກ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ນີ້ ຈະ​ເຮັດ​ໃຫ້ການ​ເຈລະຈາ​ສັນຕິພາບ ​ເພື່ອ​ຍຸດຕິ​ການ​ກະບົດ​ອັນ​ສຸດ​ທ້າຍ ທີ່​ຍັງ​ດໍາ​ເນີີນ​ໄປ​ຢູ່​ຂອງ​ມຽນມາ​ນັ້ນ ຕົກ​ລາງ. ກຸ່ມ​ຜູ້​ນໍາ​ຊົນ​ເຜົ່າ
​ທີ່​ເອີ້ນ​ວ່າ United Nationalities Federation Council ຫລື UNFC ​ໄດ້​ປະຊຸມ​ກັນ​
ຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ໄທ ​ເພື່ອ​ຫາລື​ກ່ຽວ​ກັບ​ຊ່ອງ​ທາງ​ໃນ​ການ​ປະກາດ​ຍຸດ​ຍິງ​
ແຕ່​ຝ່າຍ​ດຽວ ​ແຕ່​ທ່ານ David Tharkabaw ຮອງ​ປະທານ​ຂອງ​ກຸ່ມ UNFC ກ່າວ​ວ່າ:

“ການ​ລະດົມ​ຍິງ​ປືນ​ໃຫຍ່​ແມ່ນ​ໜັກໜ່ວງ​ຫລາຍ ໜັກໜ່ວງ​ແທ້ໆ. ສະ​ນັ້ນ ພວກ​ເຮົາ​ອາດ​ຈະ​ພິຈາລະນາ ຍົກ​ເລີ​ກການ​ເຈລະຈາ​ກໍ​ໄດ້.”

ຢູ່​ບາງກອກ ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້ ຊາວ​ມຽນມາ​ແລະ​ຄົນ​ອື່ນໆ​ປະມານ 50 ຄົນ ພາກັນ​ໄປ​ປະ​ທ້ວງຢູ່​ຕໍ່ໜ້າ​ສະຖານທູ​ດຂອງ​ມຽມມາ ຮຽກຮ້ອງ ​ໃຫ້​ຍຸດຕິ​ການ​ສູ້​ລົບ​ກັນ​ຢູ່​ໃນ​ລັດ​ກະ​ຈິນ. ບໍ່​ໄດ້​ມີ​ເຈົ້າ​ໜ້າ​ທີ່​ສະຖານທູດ​ອອກ​ມາ​ພົບ​ກັບ​ພວກ​ປະ​ທ້ວງ​ຈັກ​ຄົນ. ນອກ​ນີ້ ພວກ​ປະ​ທ້ວງ​ຍັງ​ຮຽກຮ້ອງ​ໃຫ້ ທ່ານ​ນາງ ອອງ ຊານ ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ ຊ່ວຍ​ຕໍ່ສູ້ ​ເພື່ອ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ນໍາ. ທ້າວ La Nu Nan ທີ່​ມາ​ຮ່ວປະ​ທ້ວງ​ເວົ້າ​ວ່າ:

“ຂ້ອຍ​ຢາກ​ໃຫ້​ທ່ານ​ນາງ​ອອງ ຊານ ຊູ​ຈີ ​ເຮັດ​ວຽກ​ໜັກ​ຂຶ້ນ ​ແລະ​ອອກ​ມາ​ປາກ​ເວົ້າ​ສະໜັບສະໜຸນຊົນ​ເຜົ່າ​ກະ​ຈິນ ​ແລະ​ຊົນ​ເຜົ່າ​ອື່ນໆ​ທັງ​ໝົດ​ໃນ​ມຽນມາ​ນັ້ນ ​ແລະ​
ຢືນ​ຢັດ​ເພື່ອ​ພວກ​ເຮົາ. ພວກ​ເຮົາ​ແມ່ນ​ເຊື່ອ​ໝັ້ນ​ໃນ​ໂຕ​ທ່ານ​ນາງ​ຫລາຍ.”


ປະ​ເທດ​ມຽນມາ ທີ່​ຫາ​ກໍ​ຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ ​ໄດ້​ເຫັນ​ອຸດສາຫະກໍາ​ທ່ອງ​ທ່ຽວ​ຂອງ​ຕົນ ຂະ​ຫຍາ​ຍ​ໂຕ​ຂຶ້ນ​ຢ່າງ​ໃຫຍ່ ​ໃນ​ຮອບ​ປີຜ່ານມາ​ນີ້ ​ແຕ່​ການ​ຂັດ​ແຍ້​ງກັນ​ກັບ​ຊົນ​ເຜົ່າ​ກະ​ຈິນ ກໍ​ຂົ່ມຂູ່​ທີ່​ຈະ ທໍາລາຍ​ພາບ​ລັກຂອງ​ມຽນມາ ​ໃນ​ສາຍຕາ​ຂອງ​ນັກ​ທ່ອງ​ທ່ຽວ ​ເຊ່ນ​ນາງ Jeneane Paxson ທີ່​ບັງ​ເອີ​ໄດ້​ໄປ​ຍັງ​ສະຖານທູດ​ມຽນມາ ​ໃນ​ລະຫວ່າງ
​ທີ່​ມີ​ການ​ປະ​ທ້ວງ​ນັ້ນ ​ເພື່ອ​ຂໍ​ວິ​ຊ່າ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ມຽນມາ. ນາງ​ກ່າວ​ວ່າ:

“​ເປັນ​ທີ່​ຈະ​ແຈ້ງວ່າ ມັນ​ມີຫລາຍ​ສາ​ເຫດ​ທີ່​ນອນຢູ່​ເບື້ອງ​ຫລັງ​ການ​ຂັດ​ແຍ້​ງກັນ​ນີ້
ທີ່​ອາດ​ສາມາດ​ມີ​ຜົນ​ກະທົບ​ຕໍ່​ການ​ເດີນທາງ​ຂອງ​ຂ້ອບກໍ​ໄດ້.”


ປະທານາທິບໍດີ Thein Sein ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ວ່າ ​ເປັນ​ນັກ​ປະຕິ​ຮູບ ​ໂດຍ​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ນາໆ​ຊາດ ​ແລະ​ມີ​ກໍານົດ​ຈະ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ກຸ່ມ​ວິ​ກິດ​ການ​ນາໆ​ຊາດ the International Crisis Group ຫລື ICG ​ໃນ​ເດືອນ​ເມສາ ປີ 2013 ນີ້​ ກໍ​ຄື​ລາງວັນ​ສະ​ແຫວ​ງຫາ​ສັນຕິພາບ ຫລື Pursuit of Peace Award.

ຜູ້​ອໍານວຍ​ການ​ໂຄງການ​ປະ​ຈໍາ​ເຂດ​ເອ​ເຊ​ຍຕາ​ເວັນ​ອອກສຽງ​ໃຕ້ ຂອງ​ກຸ່ມ ICG ທ່ານ Jim Della-Giacoma ກ່າວ​ຜ່ານ Skype ວ່າ​ເຖິງ​ແມ່ນ​ມີ​ການ​ສູ້​ລົບ​ກັນ ​ແຕ່​ຂໍ້​ຕົກລົງ​ສັນຕິພາບ​ກໍ​ອາດ​ສາມາດ​ບັນລຸ​ໄດ້​ຢູ່ ຊຶ່ງ​ທ່ານ​ກ່າວ​ຕື່ມ​ວ່າ:

“ການ​ໂຈມ​ຕີ​ທາງ​ອາກາດ​ເຫລົ່າ​ນີ້ ບໍ່​ໄດ້​ມີ​ຂຶ້ນ​ແບບ​ເປັນ​ກໍລະນີ​ໂດດດ່ຽວ ​ແຕ່​ໄດ້​ເ​ກີດ​ຂຶ້ນສະ​ເພາະ​ໄລຍະ​ທີ່​ການ​ເຈລະຈາ​ສັນ​ຕິ​ພາບ​ບໍ່​ດໍາ​ເນີນ​ໄປ​ແບບ​ລຸ​ລ່ວງ ​ແລະ​ກໍ​ມີ​ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ທັງ​ສອງ​ຝ່າຍ. ​ມີ​ຄວາມ​ພະຍາຍາມ​ທີ່​ຈະ​ຕັດສິນ​ການ​ຂັດ​ແຍ້​ງກັນ​ນີ້ ຢູ່​ໃນ​ສະໜາມ​ລົບ ​ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ສືບ​ຕໍ່​ເຈລະຈາ​ສັນ​ຕິ​ພາບ ​ເພາະ​ມັນ​ມີ​ຄວາມ​ສົນ​ໃຈ​ໃນ​ທັງ​ຝ່າຍ​ກະ​ຈິນ ​ແລະ​ຝ່າຍ​ກອງທັບ ທີ່​ຈະ​ຍຸດຕິ​ການ​ຂັດ​ແຍ້​ງກັນ​ນີ້.”

ຄາດ​ວ່າ ຈະ​ມີ​ການ​ປະ​ທ້ວງ​ຕື່ມ​ອີກ ຢູ່​ສະຖານທູດ​ແຫ່ງ​ຕ່າງໆ​ຂອງ​ມຽນມາ ຢູ່​ໃນ​ທົ່ວ​ໂລກ ​ໃນ​ໄລຍະ​ຫລາຍໆ​ມື້​ຕໍ່ໜ້າ​ນີ້.

ເບິ່ງວີດິໂອລາຍງານ ການໂຈມຕີຂອງກອງທັບມຽນມາໃນລັດກະຈິນ
ໄດ້ດຶງດູດເອົາການຕິຕຽນ ຈາກທົ່ວໂລກ:


Burma Attacks in Kachin Prompt Global Criticism
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG