ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາອະນຸຍາດໃຫ້ ການຊ່ອຍເຫຼືອຂອງນາໆຊາດ ເຂົ້າໄປເຖິງເຂດຂອງພວກກະບົດ


ເດັກນ້ອຍຄົນນຶ່ງກໍາລັງຖືຖ້ວຍເຂົ້າ ທີ່ຄ້າຍອົບພະຍົບແຫ່ງນຶ່ງໃນເຂດທີ່ຢູ່
ພາຍໃຕ້ການຄວບຄຸມ ຂອງຊົນເຜົ່າກະຈິ່ນ ໃນພາກເໜືອຂອງມຽນມາ,
ວັນທີ 26 ມີນາ 2012.
ເດັກນ້ອຍຄົນນຶ່ງກໍາລັງຖືຖ້ວຍເຂົ້າ ທີ່ຄ້າຍອົບພະຍົບແຫ່ງນຶ່ງໃນເຂດທີ່ຢູ່ ພາຍໃຕ້ການຄວບຄຸມ ຂອງຊົນເຜົ່າກະຈິ່ນ ໃນພາກເໜືອຂອງມຽນມາ, ວັນທີ 26 ມີນາ 2012.

ລັດຖະບານ​ມຽນມາ​ໄດ້​ອະນຸຍາດ​ໃຫ້​ສະຫະ​ປະຊາ​ຊາດ​ສົ່ງ​ການ​ຊ່ອຍເຫຼືອ​ດ້ານ​ມະນຸດ
ສະ​ທໍາ​ ຮອບ​ທີ​ສອງ ​ໄປ​ຍັງ​ຂົງ​ເຂດ​ທີ່ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ພວກ​ກະບົດ​ໃນ​ລັດ
ກະ​ຈິ່ນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ. ​ແຕ່ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຊ່ອຍ​ເຫຼືອ​ທີ່​ວ່າ​
ນີ້ ຍັງ​ບໍ່​ພຽງພໍກັບ​ຄວາມ​ຕ້ອງການ​ຢ່າງ​ຫຼວງ​ຫຼາຍ​ສໍາລັບ​ພວກ​ອົບ​ພະຍົບຫຼາຍ​ໝື່ນ
ຄົນ​ທີ່​ ພາກັນ​ຫລົບໜີ​ຈາກ​ການ​ສູ້​ລົບ​ກັນ​ລະຫວ່າງ​ກອງທັບ​ມຽນມາ​ແລະ​ພວກ​ກະ​ບົດ
ຊົນ​ເຜົ່າ​ກະ​ຈິ່ນນັ້ນ.

ສະຫະ​ປະຊາ​ດ​ໄດ້​ຮັບ​ອະນຸຍາດ ໃຫ້​ສົ່ງ​ຂະ​ບວນລົດ​ບັນທຸກ​ການ​ຊ່ອຍເຫຼືອ​ດ້ານ​ມະນຸດ
ສະ​ທໍາ​ຮອບ​ສອງ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ສໍາລັບ​ປະຊາຊົນໃນ​ຂົງ​ເຂດ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​
ຄຸມ​ຂອງ​ພວກ​ກະບົດ​ໃນ​ລັດ​ກະ​ຈິ່ນຂອງ​ມຽນມາ​ນັ້ນ.

ພວກ​ລົດ​ບັນທຸກ​ເຫຼົ່າ​ນີ້ ​ໄດ້ຂົນ​ເຄື່ອງ​ສໍາລັບ​ປຸກ​ສ້າງ​ບ່ອນຢູ່ອາ​ໄສຊົ່ວ ຄາວແລະ​ເຂົ້າປາ
ອາຫານ​ແລະ​ເຄື່ອງ​ຢຸກຢາ​ປົວ​ພະຍາດ ພຽງພໍທີ່​ຈະ​ກຸ້ມ​ໄດ້​ປະມານ 1 ​ເດືອນ​ ສໍາລັບ​
ອົບ​ພະຍົບຈໍານວນ 2,200 ຄົນ.

ຂະ​ບວນລົດ​ຊ່ອຍ​ເຫຼືອອີກ​ຊຸດ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້ໄປເຖິງໃນ​ວັນ​ເສົາ​ຜ່ານ​ມາ​ນີ້
ຊຶ່ງ​ບັນທຸກ​ເຄື່ອງ​ຊ່ອຍ​ເຫຼືອພຽງພໍ​ ສໍາລັບ​ອົບ​ພະຍົບ 1,100 ຄົນ.

ນັບ​ວ່າ​ເປັນ​ພຽງ​ເທື່ອ​ທີ​ສອງ​ເທົ່າ​ນັ້ນ ທີ່​ລັດຖະບານ​ມຽນມາໄດ້ອະນຸຍາດໃຫ້ການ​ຊ່ອຍ
ເຫຼືອ​ຂອງ​ນາໆ​ຊາດເຂົ້າ​ໄປ​ຍັງ​ຂົງ​ເຂດ​ທີ່ຢູ່​ພາຍ​ໃຕ້​ການ ຄວບ​ຄຸມ​ຂອງ​ອົງການ​ເພື່ອ​ເອ
ກະລາດ​ຂອງຊົນ​ເຜົ່າ​ກະ​ຈິນ ​ແລະ​ມີ​ຂຶ້ນ​ພາຍຫຼັງຖືກ​ກົດ​ດັນ​ຂຶ້ນ​ເລື້ອຍໆ​ຈາກ​ນາໆ​ຊາດ​.

ທ່ານ Aye Win ​ໂຄສົກ​ສະຫະ​ປະຊາ​ຊາດ​ໃນ​ກຸງ​ຢ້າງ​ກຸ້ງ ກ່າວ​ວ່າ ການ​ຊ່ອຍ​ເຫຼືອ​ນີ້ ບໍ່​
ພຽງພໍ ຊຶ່ງ​ທ່ານ​ກ່າວ​ວ່າ ຢ່າງ​ໜ້ອຍ​ມີ​ອົບ​ພະຍົບຫລາຍ​ເຖິງ 50 ພັນ​ຄົນ ​ແລະ​ຕ້ອງ
ການ​ການ​ຊ່ອຍ​ເຫຼືອ​ທີ່​ຍືນ​ຍົງ.

ພວກ​ຊາວບ້ານ​ຈໍານວນ​ຫຼາຍ​ເຖິງ 75 ພັນ​ຄົນ​ພາກັນ​ຫລົບໜີ​ຈາກ​ການສູ້​ລົບ ​ທີ່​ພວມ
ດໍາ​ເນີນ​ໄປ​ລະຫວ່າງ​ກອງທັບ​ມຽນມາ​ແລະ​ກະບົດ​ຊົນເຜົ່າກະ​ຈິ່ນ ທີ່​ໄດ້ລະ​ເບີດ​ຂຶ້ນ​
ໃນ​ເດືອນ​ມິຖຸນາ​ປີຜ່ານ​ມາ ​ເຮັດ​ໃຫ້ການ​ຢຸດຍິງ​ກັນ ມາ​ໄດ້ 17 ປີ ​ສິ້ນ​ສຸດ​ລົງ.

ພວກ​ຊາວບ້ານ​ອົບ​ພະຍົບ​ເຫຼົ່າ​ນີ້ ໄດ້​ພາກັນ​ລຸ​ລັ່ງ​ເຂົ້າ​ໄປ​ໃນ​ໂບດແລະ​ຕັ້ງຄ້າຍ​ອົບ​ພະ
ຍົບຕູບ​ຜ້າ​ໃບ​ຂຶ້ນ ຢູ່​ເລາະ​ຕາມ​ຊາຍ​ແດນ​ຕິດ​ກັບຈີນ​ນັ້ນ.

ທາງ​ການ​ມຽນມາ​ໄດ້​ອະນຸຍາດ​ໃຫ້​ການ​ຊ່ອຍ​ເຫຼືອ​ຂອງ​ນາໆ​ຊາດ​ເຂົ້າ​ໄປ​ໃນ​ຂົງ​ເຂດ​
ຕ່າງໆ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍ​ລັດຖະບານ ​ແລະ​ຜ່ານ​ມາ​ແມ່ນ​ໄດ້​ອະນຸ
ຍາດ​ໃຫ້​ສົ່ງ​ການ​ຊ່ອຍ​ເຫຼືອແຕ່ພຽງ​ແຕ່​ຄັ້ງ​ດຽວ​ເທົ່າ​ນັ້ນ ໄປ​ຍັງ​ເຂດ​ແດນ​ຂອງ​ຝ່າຍ​ກະ
ບົດ​ ໃນເດືອນ​ທັນວາ​ປີ​ແລ້ວ​ນີ້​.

XS
SM
MD
LG