ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດມຽນມາ ຮັບຜ່ານກົດໝາຍ ລົງທຶນຈາກຕ່າງປະເທດ


ປ້າຍໂຄສະນາຂອງບໍລິສັດ Pepsi ທີ່ຕິດຕັ້ງຂຶ້ນ ຢູ່ຢູ່ນະຄອນຫລວງ Naypyitaw ໃນເດືອນສິງຫາ 2012 ທີ່ຜ່ານມານີ້
ປ້າຍໂຄສະນາຂອງບໍລິສັດ Pepsi ທີ່ຕິດຕັ້ງຂຶ້ນ ຢູ່ຢູ່ນະຄອນຫລວງ Naypyitaw ໃນເດືອນສິງຫາ 2012 ທີ່ຜ່ານມານີ້
ສະພາແຫ່ງຊາດມຽນມາ ໄດ້ຮັບຜ່ານກົດໝາຍວ່າດ້ວຍການ
ລົງທຶນຂອງຕ່າງປະເທດທີ່ໄດ້ມີການລໍຖ້າມາເປັນເວລາດົນນານ
ແລ້ວນັ້ນ ທີ່ປະເທດດັ່ງກ່າວຫວັງວ່າ ຈະພາໃຫ້ມີການລັ່ງໄຫລ
ເຂົ້າໄປລົງທຶນຢູ່ໃນປະເທດ ທີ່ໄດ້ຖືກໂດດດ່ຽວມາເປັນເວລາ
ດົນນານແຫ່ງນັ້ນ ຢ່າງຖ້ວມລົ້ນ.

ກົດໝາຍໃໝ່ດັ່ງກ່າວນີ້ ແມ່ນອານຸຍາດໃຫ້ພວກນັກລົງທຶນຕ່າງ
ປະເທດ ມີສິດເປັນເຈົ້າຂອງກິດຈະການລົງທຶນຮ່ວມກັບນັກທຸ
ລະກິດມຽນມາໄດ້ເຖິງ 50%.

ພວກສະມາຊິກສະພາທັງຫລາຍ ໄດ້ຍົກເລີກແຜນການທີ່ວາງ
ໄວ້ໃນເມື່ອກ່ອນ ທີ່ຮຽກຮ້ອງໃຫ້ຕ່າງປະເທດ ມີເງິນລົງທຶນຢ່າງ
ໜ້ອຍ 5 ລ້ານໂດລາ.

ລຸນຫລັງທີ່ໄດ້ຖືກໂດດດ່ຽວມາເປັນເວລາຫລາຍທົດສະວັດ ການປ່ຽນຂອງມຽນມາຈາກ ການປົກຄອງຂອງທະຫານ ໄປສູ່ການປົກຄອງຂອງພົນລະເຮືອນ ໃນໄລຍະ 18 ເດືອນ ຜ່ານມາ ໄດ້ກະຕຸ້ນຄວາມສົນໃຈອັນແຮງກ້າໃຫ້ແກ່ພວກນັກລົງທຶນທີ່ຢາກເຂົ້າໄປລົງ ທຶນຢູ່ໃນມຽນມາ ຊຶ່ງເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG