ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ມຽນມາ ຕໍາໜິຕິຕຽນ ເຈົ້າໜ້າທີ່ ຢ່າງເປີດເຜີຍ ແບບບໍ່ເຄີຍມີມາກ່ອນ


ທ່ານ ເທນ ເຊນ ປະທານາທິບໍດີມຽນມາ ກ່າວຄໍາປາໄສ ຢູ່ທໍານຽບປະທານາທິບໍດີ ໃນນະຄອນຫລວງ ເນປີດໍ ຂອງມຽນມາ ເມື່ອວັນທີ 26 ທັນວາ 2012.
ທ່ານ ເທນ ເຊນ ປະທານາທິບໍດີມຽນມາ ກ່າວຄໍາປາໄສ ຢູ່ທໍານຽບປະທານາທິບໍດີ ໃນນະຄອນຫລວງ ເນປີດໍ ຂອງມຽນມາ ເມື່ອວັນທີ 26 ທັນວາ 2012.
ໃນຄໍາປາໄສກ່ຽວກັບນະໂຍບາຍທີ່ສໍາຄັນບັ້ນນຶ່ງຕໍ່ຄະນະລັດຖະ
ມົນຕີ ແລະຜູ້ນໍາທ້ອງຖິ່ນນັ້ນ ປະທານາທິບໍດີ ເທນ ເຊນ ໄດ້ໃຫ້
ຂໍ້ສັງເກດເຖິງການໂອນອໍານາດ ອັນລາບລື່ນເປັນພິເສດ ໃນໄລຍະ
ສອງປີຜ່ານມາຈາກລັດຖະບານທະຫານ ມາເປັນພົນລະເຮືອນ.

ໃນຄໍາປາໄສ ທີ່ຖ່າຍທອດສົດທາງສະຖານີໂທລະພາບແລະວິທະ
ຍຸແຫ່ງ ຊາດນັ້ນ ທ່ານ ເທນ ເຊນ ໄດ້ອວດອ້າງເຖິງຄວາມກ້າວ
ໜ້າ ໃນການປະຕິຮູບທາງການເມືອງ ແລະເສດຖະກິດທີ່ໄດ້ດຶງ
ດູດເອົາ ຄໍາຍ້ອງຍໍສັນລະເສີນແລະການລົງທຶນຈາກຕ່າງປະເທດ
ຢ່າງໃຫຍ່ນັ້ນ.

ແຕ່ພ້ອມດຽວກັນ ປະທານາທິບໍດີ ເທນ ເຊນ ກໍໄດ້ເນັ້ນຢໍ້າວ່າ ມຽນມາຍັງຫລ້າຫຼັງບັນດາ ປະເທດເພື່ອນບ້ານຢູ່ຫຼາຍ ໃນດ້ານສັງຄົມແລະເສດຖະກິດ ແລະການປົກຄອງຂອງມຽນ ມາ ບໍ່ຈັດຢູ່ໃນຂັ້ນໄດ້ມາດຕະຖານສາກົນ. ທ່ານ ເທນ ເຊນ ກ່າວຕໍ່ໄປວ່າ ລະດັບຂອງສິ່ງ ທ້າທາຍຕ່າງໆທີ່ຍັງມີຢູ່ ຕໍ່ການປະຕິຮູບໄປສູ່ປະຊາທິປະໄຕນັ້ນ ແມ່ນໃຫຍ່ຫລວງຫລາຍ.

ທ່ານ ເທນ ເຊນ ເວົ້າວ່າ: “ບໍ່ວ່າ ຈະສໍາເລັດຜົນຫລືລົ້ມແຫຼວກໍດີ ການທີ່ ຈະປັບປຸງການ ເມືອງແລະເສດຖະກິດຂອງປະເທດໃຫ້ດີຂຶ້ນນັ້ນ ແມ່ນຂຶ້ນຢູ່ ກັບຄວາມມີປະສິດທິພາບ ຂອງລະບົບກົນໄກຕ່າງໆຂອງລັດຖະບານ.”

ປະທານາທິບໍດີ ໄດ້ກ່າວຕໍາໜິຕິຕຽນເຈົ້າໜ້າທີ່ທັງຫຼາຍ ສໍາລັບການປົກຄອງທີ່ບໍ່ດີ ແລະ ການຮັກສາພາກປະຕິບັດແລະແນວຄິດແບບດຽວກັນກັບ ທີ່ເຄີຍມີຢ່າງແຜ່ຫຼາຍຢູ່ພາຍ ໃຕ້ການປົກຄອງຂອງທະຫານນັ້ນ ໄວ້ຢູ່.

ທ່ານ ເທນ ເຊນ ກ່າວຕໍ່ໄປວ່າ ໂດຍສະເພາະແລ້ວ ບັນດາເຈົ້າໜ້າທີ່ລະດັບທ້ອງຖິ່ນນັ້ນ ແມ່ນບໍ່ມີຄວາມໂປ່ງໄສ ບໍ່ຮັບຟັງປະຊາຊົນ ແລະຫລີກລ່ຽງກົດເກນ ແລະລະບຽບການ ຕ່າງໆ.

ທ່ານ ເທນ ເຊນ ກ່າວອີກວ່າ “ຍ້ອນເຫດນີ້ ຈຶ່ງມີການສໍ້ລາດບັງຫຼວງກັນຢູ່ໃນກຸ່ມເຈົ້າໜ້າ
ທີ່ ແລະມັນກໍກໍາລັງເຮັດໃຫ້ລະບົບກົນໄກຕ່າງໆຂອງລັດ ຖະບານຊັກຊ້າລົງໄປເລື້ອຍໆ. ເພາະສະນັ້ນ ການປົກຄອງແລະລະບົບການບໍລິຫານຈຶ່ງອ່ອນແອ ແລະລັກສະນະກັບຄຸນ ນະພາບຂອງລັດຖະບານທີ່ດີນັ້ນ ກໍອ່ອນແອເຊັ່ນກັນ.”

ປະທານາທິບໍດີ ເທນ ເຊນ ເຂົ້າມາກໍາອໍານາດບໍລິຫານປະເທດໃນເດືອນ ມີນາ ປີ 2011 ຄືພຽງບໍ່ເທົ່າໃດເດືອນຫຼັງຈາກການເລືອກຕັ້ງທົ່ວປະເທດ ເທື່ອທໍາອິດໃນຮອບ 20 ປີ ຂອງ ມຽນມາ ໄດ້ຍຸດຕິການປົກຄອງມາເປັນ ເວລາຫລາຍສິບປີຂອງຝ່າຍທະຫານ.

ທ່ານ ເທນ ເຊນ ຊຶ່ງເປັນອະດີດນາຍພົນທະຫານແລະນາຍົກລັດຖະມົນຕີ ພາຍໃຕ້ລັດ ຖະບານທະຫານ ໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ພວກວິພາກ ວິຈານທັງຫຼາຍໂດຍ ການປ່ອຍນັກໂທດການເມືອງຫຼາຍຮ້ອຍຄົນ ອະນຸຍາດໃຫ້ມີສະຫະພັນກໍາມະບານແລະ ໃຫ້ມີເສລີພາບໃນການປະທ້ວງ ແລະຍຸຕິ ການກວດກາສື່ມວນຊົນໂດຍກົງ.

ນອກນີ້ແລ້ວທ່ານ ເທນ ເຊນ ຍັງໄດ້ອ້າແຂນຮັບເອົາປະຊາທິປະໄຕ ແລະຜູ້ນໍາຝ່າຍຄ້ານ ທ່ານນາງອອງຊານ ຊູຈີ ໃຫ້ເປັນຜູ້ຮ່ວມງານໃນການປະຕິຮູບ ຫຼັງຈາກຝ່າຍທະຫານໄດ້ ປ່ອຍຕົວທ່ານ ນາງ ຈາກການຖືກກັກບໍລິເວນມາເປັນຫຼາຍປີນັ້ນ.

ນັກວິເຄາະການເມືອງເວົ້າວ່າ ຄໍາປາໄສຂອງທ່ານ ເທນ ເຊນ ຄັ້ງນີ້ຖືວ່າ ເປັນບາດກ້າວ ສໍາຄັນ ທີ່ແນເປົ້າໝາຍໃສ່ການປະຄັບປະຄອງຈັງຫວະຂອງ ການປະຕິຮູບນີ້ເອົາໄວ້ ແຕ່ ມັນກໍສ່ຽງຕໍ່ການສ້າງຄວາມບໍ່ພໍໃຈໃຫ້ແກ່ພວກ ນາຍທະຫານຫົວແຂງກະດ້າງ ແລະພວກ ອື່ນໆ ທີ່ມີສ່ວນໄດ້ສ່ວນເສຍ ໃນລະບົບການປົກຄອງແບບເກົ່າ ຄືຈາກຂັ້ນເທິງຫາຂັ້ນລຸ່ມ ນັ້ນ.

ດຣ. ທິຕິນັນ ພົງສຸດທີຣັກ
ດຣ. ທິຕິນັນ ພົງສຸດທີຣັກ

ທ່ານ ທິຕິນັນ ພົງສຸດທີຣັກ ຜູ້ອໍານວຍການສະຖາບັນເພື່ອ
ຄວາມໝັ້ນຄົງ ແລະການສຶກສານາໆຊາດທີ່ບາງກອກ ເວົ້າ
ວ່າ ເນື່ອງຈາກວ່າປະທານາ ທິບໍດີ ໄວ 67 ປີທ່ານນີ້ ບໍ່ມີ ແຜນການຈະສະມັກເລືອກຕັ້ງເອົາຕໍາແໜ່ງ ໃດອີກຕໍ່ໄປ ທ່ານຈຶ່ງສາມາດສ່ຽງຕໍ່ການສູນເສຍຊື່ສຽງຂອງທ່ານໄດ້.
ທ່ານ ທິຕິນັນ ກ່າວວ່າ:

“ທ່ານໄດ້ຮັບອໍານາດໝອບໝາຍໃຫ້ຜັກດັນການປະຕິຮູບເຫຼົ່ານີ້ໃຫ້ໄດ້ ແລະທ່ານ
ກໍບໍ່ຕ້ອງກັງວົນນໍາຫຍັງ. ຕົວຢ່າງ ບໍ່ຄືກັບ ທ່ານນາງ ອອງ ຊານ ຊູຈີ ທີ່ຕ້ອງກັງວົນ
ນໍາການໃຫ້ໄດ້ຮັບໄຊຊະນະໃນການເລືອກຕັ້ງ. ສະນັ້ນ ມັນເປັນການເຄື່ອນໄຫວ
ທີ່ກ້າຫານ ແຕ່ມັນກໍຈະບໍ່ເກີດຂຶ້ນຊົ່ວເວລາຂ້າມຄືນ ແລະກໍຕ້ອງໃຫ້ແຈ້ງຂາວ. ຄືທ່ານ ເທນ ເຊນ ກໍາລັງວາງແນວທາງຢູ່ເວລານີ້ ແລະພວກເຮົາກໍຕ້ອງໄດ້ລໍຖ້າ
ເບິ່ງ. ຖ້າຫາກວ່າທ່ານເຄື່ອນໄຫວໄວເກີນໄປ ທ່ານກໍອາດຈະເສຍຫຼັກຕົກລາງໄດ້ ສະນັ້ນ ຈຶ່ງວ່າ ມັນເປັນຄວາມສົມດຸນທີ່ແຕກຫັກໄດ້ງ່າຍ ທີ່ທ່ານ ເທນ ເຊນ ພະຍາ
ຍາມຈະປະຄັບປະຄອງໄວ້.”


ເພື່ອຊຸກຍູ້ໃຫ້ມີການປົກຄອງທີ່ດີ ແລະຫລຸດຜ່ອນຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນ ລົງ ທ່ານ ເທນ ເຊນ ໄດ້ປະກາດແຜນການຈັດຕັ້ງຄະນະກໍາມະການລະດັບເມືອງຂຶ້ນມາ ໃນທົ່ວປະເທດ ທີ່ຈະປະກອບດ້ວຍເຈົ້າ ໜ້າທີ່ລັດຖະບານ ຜູ້ນໍາປະຊາຄົມແລະທຸລະກິດ ຕະຫລອດທັງພວກນັກ ເຄຶ່ອນໄຫວນໍາ. ຄະນະກໍາມະການດັ່ງກ່າວນີ້ ຈະມີອໍານາດໃນ ການປຶກສາຫາລື ຕັດສິນໃຈ ແລະຈັດຕັ້ງປະຕິບັດ ເລຶ່ອງສໍາຄັນລະດັບທ້ອງຖິ່ນຕ່າງໆ ທີ່ເມື່ອກ່ອນແມ່ນພວກເຈົ້າໜ້າທີ່ເມືອງ ເປັນຜູ້ຈັດການນັ້ນ.

Aung Thu Nyein ຜູ້ອໍານວຍການສະຖາບັນພັດທະນາ Vahu ເວົ້າວ່າ ທ່ານປະທານາ ທິບໍດີຢາກຍ້າຍໜີອອກຈາກການເມືອງທີ່ມີອໍານາດລວມສູນແລະນໍາພາໂດຍຝ່າຍທະ ຫານນັ້ນ. ທ່ານ ອ່ອງ ທູ Nyein ເວົ້າວ່າ:

“ມຽນມາຕ້ອງໄດ້ຊຸກຍູ້ໃຫ້ມີລະບົບສົ່ງເສີມບຸກຄົນທີ່ມີຄວາມສາມາດມີຜົນງານ ແທນການແຕ່ງຕັ້ງເຈົ້າໜ້າທີ່ ພວກທີ່ຈົ່ງຮັກພັກດີຕໍ່ລັດຖະບານ ຫຼືຕໍ່ຝ່າຍທະ
ຫານ ຊຶ່ງມາຮອດຕອນນີ້ ຂ້າພະເຈົ້າກໍຍັງພົບວ່າ ພວກທີ່ກະສຽນຈາກກອງ ທັບແລ້ວຫຼາຍຄົນ ທີ່ຍັງ ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕໍາແໜ່ງທີ່ສູງຂຶ້ນອີກໃນ ລັດຖະບານນັ້ນຢູ່.


ພວກທະຫານທີ່ປົກຄອງປະເທດໃນອະດີດຂອງມຽນມາ ໄດ້ຍົກເອົາການກໍ່ກະບົດໂດຍໃນ ກຸ່ມຊົນເຜົ່າຕ່າງໆ ທີ່ກໍາລັງດໍາເນີນໄປໃນປັດຈຸບັນນີ້ ເປັນຂໍ້ອ້າງສໍາລັບກໍາອໍານາດຂອງ ພວກເຂົາເຈົ້າຕໍ່ໄປ.

ໃນຄໍາປາໄສຂອງທ່ານນັ້ນ ປະທານາທິບໍດີ ເທນ ເຊນ ໄດ້ໃຫ້ຂໍ້ສັງເກດ ເຖິງຄວາມກ້າວ ໜ້າ ທີ່ໄດ້ກະທໍາມາກັບກຸ່ມປະກອບອາວຸດຊົນເຜົ່າໃນການ ແຍກຄວາມເຫັນທີ່ແຕກຕ່າງ ກັນໄວ້ຕ່າງຫາກ ແລ້ວເຂົ້າມາປະຕິບັດງານ ກັບລັດຖະບານນັ້ນ. ທ່ານ ເທນ ເຊນ ກ່າວ ສະລຸບວ່າ ປະເທດຊາດຈະບໍ່ສາມາດໄດ້ຊື່ນຊົມກັບສັນຕິພາບແລະການພັດທະນາໄດ້ ຖ້າບໍ່ມີຄວາມປອງດອງຊາດ.
XS
SM
MD
LG