ລິ້ງ ສຳຫລັບເຂົ້າຫາ

ໂຄງການກໍ່ສ້າງ ທໍ່ສົ່ງແກສແລະນໍ້າມັນ ຂອງມຽນມາ ມີຜົນກະທົບ ຕໍ່ສິດທິມະນຸດ

  • Thongpane Thepvongsa

ຊາວມຽນມາພາກັນປະທ້ວງໂຄງການກໍ່ສ້າງທໍ່ສົ່ງແກສ Shwe ຂອງມຽນມາ

ກຸ່ມ​ເຄຶ່ອນ​ໄຫວ​ດ້ານສະພາບ​ແວດ​ລ້ອມ​ຊາວມຽນມາພັດ​ຖິ່ນ​ກຸ່ມ​ນຶ່ງ ​ໄດ້​ກ່າວເຕືອນວ່າ ​ການ​ສ້າງ​ທໍ່​ສົ່ງ​ແກ​ສແລະ​ນໍ້າມັນ ຈາກລັດອາຣາກັນຂອງ​ມຽນມາໄປ​ຍັງ​ຈີນນັ້ນ ອາດ​​ເຮັດໃຫ້​ປະຊາ ຊົນ​ຫລາຍ​ເຖິງ 3 ໝື່ນຄົນ ຕ້ອງ​ພັດ​ພາກຈາກຖິ່ນຢູ່​ອາ​ໃສ​ແລະ​ປະຊາ​ຄົມທ້ອງ​ຖິ່ນຫລາຍໆ ​ແຫ່ງ​ທີ່​ຕ້ອງການ​ງົບປະມານ​ມາສ້າງສາ​ພັດທະນານັ້ນ ບໍ່​ໄດ້​ຮັບ​ເງິນ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ. ຜູ້​ສື່​ຂ່າວ​ວີ​ໂອ​​ເອ Ron Corben ລາຍ​ງານມາຈາກບາງກອກວ່າ ​ໂຄງການ​ສ້າງ​ທໍ່​ສົ່ງ​ດັ່ງ​ກ່າວ ທີ່​ມີ​ມູນ​ຄ່າ 1500 ລ້ານໂດ​ລາ​ແລະ​ໜຸນ​ຫລັງ​ໂດຍ​ຈີນ​ນັ້ນ ປະ​ເຊີນ​ກັບ​ການ​ຕໍາ​ໜິຕິຕຽນ​ຢ່າງ​ໜັກ ຍ້ອນ​ວ່າລັດຖະບານ​ມຽນມາບໍ່​ໄດ້​ໃຫ້ການ​ພິຈາລະນາ ​ຫລື​ຄໍານຶງ​ເຖິງພວກ​ປະຊາ​ຄົມ​ຕ່າງໆ ທີ່​ຕັ້ງຢູ່​ໃນ​ເສັ້ນທາງ​ສ້າງທໍ່​ດັ່ງກ່າວ. ທອງ​ປານມີ​ລາຍ​ລະອຽດມາສະ​ເໜີ​ທ່ານ​.

ພວກ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ກ່າວ​ວ່າ ນັບ​ຕັ້ງ​ແຕ່​ການ​ກໍ່ສ້າງ​ທໍ່​ສົ່ງ​ແກ​ສ Shwe ຂອງ​ມຽນມາ​ ​ໄດ້​ເລິ່ມຂຶ້ນ​ໃນ​ເດືອນມິຖຸນາ​ຜ່ານ​ມາ​ນີ້ ​ກໍໄດ້​ມີ​ລາຍງານ​ຫລາຍ​ກະ​ແສ​ກ່ຽວ​ກັບການລະ​ເມີດ​ສິດທິ​ມະນຸດ ​ແລະ​ການ​ຖືກຍົກຍ້າຍ​ຖິ່ນ​ຖານ​ຂອງ​ປະຊາຊົນ​ ຫລາຍ​ພັນ​ຄົນ.

ໂຄງການ​ສ້າງ​ທໍ່​ສົ່ງ​ແກ​ສ ທີ່​ຄວາມ​ຍາວລວມກັນ​ທັງ​ໝົດ 3,900 ​ກິ​ໂລແມດດັ່ງກ່າວ​ ແມ່ນ​ກໍາກັບ​ດູ​ແລ​ໂດຍ​ບໍລິສັດນໍ້າມັນ​ແຫ່ງ​ຊາດ (National Petroleum Corporation) ຂອງ​ຈີນ ພ້ອມ​ດ້ວຍພວກ​ນັກ​ລົງ​ທຶນ​ຈາກ​ເກົາຫລີ​ໃຕ້ ​ແລະ ອິນ​ເດຍ. ​ເວລາ​ທໍ່​ສົ່ງ​ແກ​ສດັ່ງກ່າວ​ເປີດ​ໃຊ້​ຢ່າງ​ເຕັມ​ສ່ວນ​ໃນ​ປີ 2013 ນັ້ນ ຄາດ​ວ່າ​ຈະ​ເປັນ​ຊັບ​ສິນ​ທີ່​ນໍາ​ເງິນຕາຕ່າງປະ​ເທດ​ມາ​ໃຫ້ລັດຖະບານມຽນມາຢ່າງ​ມະຫາສານ ​ໂດຍຄາດ​ວ່າລາຍ​ໄດ້​ປະ​ຈໍາປີ​ຂອງ​ລັດຖະບານ​ ຈະຕົກ​ເປັນປີ​ລະ​ປະມານ ນຶ່ງ​ພັນ​ລ້ານ​ໂດ​ລາ ໃນ​ໄລຍະສາມ​ສິບ​ປີ.

ແຕ່​ພວກ​ນັກ​ເຄຶ່ອນ​ໄຫວ​ພາກັນ​ຈົ່ມ​ວ່າ ການ​ກໍ​ສ້າງ​ໄດ້ດໍາ​ເນີນ​ໄປ​ໂດຍບໍ່​ຄໍານຶງ​ເຖິງ​ຄວາມ​ເດືອ​ດຮ້ອນ​ຂອງ​ປະຊາ​ຄົມ​ທ້ອງ​ຖິ່ນ​ເລີຍ. ທ່ານ ວົງ ອອງ ​ໂຄສົກ​ຂະ​ບວນການ​ຕໍ່ຕ້ານ​ທໍ່​ ແກ​ສ Shwe ຫລື Shwe Gas Movement ກ່າວ​ວ່າ ຜົນ​ກະທົບແມ່ນ​ມີ​ໄປ​ທົ່ວ​ມຽນມາ.

“ໂຄງການ​ດັ່ງກ່າວ​ນີ້ ​ພາ​ໃຫ້​ປະ​ຊາ​ຊົນ​ຕ້ອງ​ພັດ​ພາກ​ຖິ່ນ​ຢູ່ແລະ​ຖືກ​ບັງຄັບ​ໃຫ້​ໄປ​ຕັ້ງ​ຖິ່ນຖານ​ບ່ອນ​ໃໝ່​ໂດຍ​ກົງ​ ຢ່າງ​ໜ້ອຍ​ 8,000 ຄົນ. ພວກ​ເຮົາ​ພໍ​ຈະ​ວາດ​ພາບ​ໄດ້​ວ່າ ມີ​ຫລາຍ​ກວ່າ 21,000 ຄົນ​ທີ່​ອາ​ໃສ​ຢູ່​ຕາມ​ເສັ້ນທາງ​ທໍ່​ສົ່ງ​ແກ​ສດັ່ງກ່າວ. ດັ່ງ​ນັ້ນ​ ພວກ​ເຮົາ​ເຊື່ອ​ວ່າ​ມີ​ປະຊາຊົນ​ອີກຫລາຍ​ພັນ​ຄົນ​ທີ່ຈະ​ຖືກ​ພັດ​ພາກ​ຖິ່ນ​ຢູ່​ອາ​ໃສ.”

ຂະ​ບວນການ Shwe Gas Movement ທີ່​ຈັດ​ຕັ້ງ​ຂື້ນ​ມາໂດຍ​ພວກ​ຊາວ​ມຽນມາ​ພັດ​ຖິ່ນ ​ໃນ​ໄທ ອິນ​ເດຍ ​ແລະ ບັງ​ກລາ​ເດ​ສ ກ່າວ​ວ່າ ປະຊາ​ຄົມ​ຕ່າງໆ​ຈະໄດ້ເຫັນ​ການ​ພັດທະນາ​ໜ້ອຍ​ຫລາຍ​ ທີ່​ມາ​ຈາກເງິນລາຍ​ໄດ້ ​ຫລາຍ​ພັນ​ລ້ານ​ໂດ​ລາ​ຈາກທໍ່​ສົ່ງ​ແກ​ສນັ້ນ.

ນາງ Lway Aye Nang ​ໂຄສົກ​ອົງການ​ແມ່ຍິງ Palaung ຫລື Palaung Women ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ໂດຍ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນມຽນມາ​ ຍັງສົ່ງ​ຜົນ​ກະທົບຕໍ່​ພວກ​ເຈົ້າຂອງ​ທີ່​ດິນ​ທີ່​ຖືກ​ບັງຄັບ​ໃຫ້​ຂາດ​ທີ່​ດິນ​ຂອງພວກ​ເຂົາ​ເຈົ້າ. ນາງ Lway Aye Nang ​ເວົ້າ​ວ່າ:

“ກໍ​ແມ່ນ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ທີ່​ພົບ​ເຫັນ​ທີ່​ດິນ​ຢູ່​ນີ້. ດັ່ງ​ນັ້ນ​ບໍລິສັດ​ຈີນ ບາງ​ບໍລິ
ສັດ ກໍ​ຄົງ​ໄດ້ໃຫ້​ເງິນ​ຊົດ​ເຊີຍ​ແກ່​ພວກ​ຊາວບ້ານ ​ແຕ່​ເງິນ​ກ້ອນ​ນັ້ນ​ ຈະ​ບໍ່​ຕົກ​ເຖິງມື​
ຊາວບ້ານ ​ແຕ່​ຈະ​ຕົກ​ໃສ່​ມື​ຂອງ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ດັ່ງ​ນັ້ນ​ ພວກຊາວບ້ານ​
ກໍສູນ​ເສຍ​ດິນ​ດອນ​ ​ແລະ​ສູນ​ເສຍ​ວິຖີດໍາລົງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ​ໄປ ​ແລະ​ກໍ
ເປັນສາ​ເຫດ​ພາ​ໃຫ້​ພວກ​ປະຊາ​ຊົນ​ ທີ່ຢູ່​ເຂດ​ດັ່ງກ່າວ​ ຕ້ອງໄດ້​ຍົກຍ້າຍ​ໜີ​ໄປ​ ຫລາຍ​ຂຶ້ນ.”

ແຜນທີ່ເສ້ນທາງ ທໍ່ລໍາລຽງແກສແລະນໍ້າມັນ ຂອງມຽນມາ ໄປຍັງປະເທດຈີນ.
ແຜນທີ່ເສ້ນທາງ ທໍ່ລໍາລຽງແກສແລະນໍ້າມັນ ຂອງມຽນມາ ໄປຍັງປະເທດຈີນ.

ແກ​ສທໍາ​ມະ​ຊາດ ​ໃນ​ປະລິມານ 12 ​ລ້ານ​ແມດ​ກ້ອນ​ຂອງ​ມຽນມາ ຈະ​ຖືກ​ສົ່ງ​ໄປ​ຕາມທໍ່​ສົ່ງ​ທີ່​ມີ​ຄວາມ​ຍາວ 2,800 ກິ​ໂລ​ແມດ ​ໄປ​ຍັງ​ແຂວງ​ຢຸນນານ​ຂອງ​ຈີ. ​ອີກສ່ວນ​ນຶ່ງ​ຂອງທໍ່​ສົ່ງ ຍາວ 1,100 ກິ​ໂລ​ແມດ​ ​ແມ່ນ​ຈະ​ລໍາລຽງນໍ້າມັນ ປະມານ 22 ລ້ານ​ຕັນ ຈາກ​ກໍ່າ​ປັ່ນ​ ທີ່​ບັນທຸກ​ນໍ້າມັນ​ດິບ​ມາຈາກ​ພາກຕາ​ເວັນ​ອອກ​ກາງ​ແລະ​ອາ​ຟຣິກາ ທີ່ຈອດທຽບ​ທ່າຢູ່​ທ່າ​ເຮືອ​ຂອງ​ມຽນມານັ້ນ.

ຈີນ​ໄດ້​ເຊັນ​ສັນຍາ​ແບບ​ຜູກຂາດ​ສະບັບ​ນຶ່ງ​ສໍາລັບ​ທໍ່​ສົ່ງ​ນີ້ ໃນ​ປີ 2009.

ໃນເວລາ​ນັ້ນ ສື່​ມວນ​ຊົນ​ຈີນ​ໄດ້​
ລາຍ​ງານ​ວ່າ ລັດຖະບານ ມຽນມາ​ຈະ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ທໍ່​ສົ່ງ. ນາງ Lway
Aye Nang ກ່າວ​ວ່າ ມຽນມາໄດ້​ສົ່ງ​ກໍາລັງ​ທະຫານ​ໄປ​ປະ​ຈໍ​າການ​ຫລາຍກວ່າ 6,000 ຄົນ
ເພື່ອ​ເພີ່ມ​ຄວາມ​ປອດ​ໄພ ​ແລະ​ປ້ອງ​ກັນ​ການ​ປະ​ທ້ວງ ຈາກ​ປະຊາ​ຄົມ​ທ້ອງ​ຖິ່ນ.

ທໍ່​ສົ່ງ​ແກ​ສທໍາ​ມະ​ຊາດ​ແລະ​ນໍ້າມັນ​ດັ່ງກ່າວ ຖື​ວ່າ​ສໍາຄັນເພື່ອ​ຕອບ​ສະໜອງ ຄວາມຕ້ອງການ​ພະລັງງານ​ທີ່​ເຕີບ​ໂຕ​ຂຶ້ນນັບ​ມື້​ຂອງ​ຈີນ ​ໂດຍ​ການ​ນໍາ​ເຂົ້າ​ແກ​ສທໍາ​ມະ​ຊາດ​ຈາກ​ມຽນມາ​ຫລາຍ​ຂຶ້ນ ​ແລະ​ເປີດເສັ້ນທາງ​ລັດ​ສໍາລັບລໍາລຽງ​ນໍ້າມັນ​ດິນ​ ຈາກ​ພາກຕາ​ເວັນ​ອອກ​ກາງແລະ​ອາ​ຟຣິ ກາ​ ໄປ​ຍັງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ.

ທ່ານ Ian Storey ທີ່ສະ​ຖາ​ບັນສຶກສາ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ໃນ​ສິງ​ຄະ​ໂປ ກ່າວ​ວ່າ
ຈີນທີ່​ມົວ​ແຕ່ສຸມ​ຄວາມ​ສົນ​ໃຈໃສ່​ຄວາມ​ຕ້ອງການດ້ານເສດຖະກິດ​ຂອງຕົນ​ນັ້ນ ​ແມ່ນກໍາລັງ
ມອງ​ຂ້າມການ​ລະ​ເມີດ​ສິດທິ​ມະນຸດຂອງກອງທັບ​ຂອງ​ມຽນມາ. ທ່ານ Storey ກ່າວ​ວ່າ:​


“ຂ້າພະ​ເຈົ້າ​ໄດ້​ເຫັນ​ການ​ກ່າວ​ຫາເລື່ອງການ​ລະ​ເມີດສິດທິ​ມະນຸດ ທີ່​ພົວພັນກັບ​
ໂຄງການ​ສ້າງ​ທໍ່​ສົ່ງ​ແກ​ສ​ແລະ​ນໍ້າມັນດັ່ງກ່າວ ແລະ​ ຈິງໆ​ແລ້ວ ພົວພັນກັບ​ໂຄງ
ການ​ການ​ລົງ​ທຶນ​ຕ່າງໆ​ຂອງ​ຈີນ​ໃນ​ມຽນມາ ​ໂດຍ​ສະ​ເພາະ​ໂຄງການ​ເຂື່ອນຕ່າງໆ
ທີ່ພວກບໍລິສັດ​ຈີນ​ກໍາລັງ​ກໍ່ສ້າງ​ຢູ່​ໃນ​ມຽນມາ​ນັ້ນ​. ​ເປັນ​ທີ່​ແຈ້ງ​ຂາ​ວວ່າລັດຖະບານ​
ມຽນມາ​ບໍ່​ໄດ້ເອົາຫົວຊາ​ນໍາສິດທິ​ມະນຸດ​ຂອງ​ປະຊາຊົນ​ຂອງຕົນ​ແຕ່​ຢ່າງ​ໃດ​ເລີຍ ​
ແລະ​ຂ້ອຍ​ກໍ​ຄິດ​ວ່າ ຈີນ​ກໍ​ຈະເຕັມ​ໃຈ​ເຮັດ​ຫູໜວກ​ຕາບອດ ບໍ່​ຮູ້​ບໍ່​ເຫັນ​ການ​ລະ​ເມີດ
ສິດທິດັ່ງ​ກ່າວ​ນັ້ນ ​ຍ້ອນຜົນ​ປະ​ໂຫຍດ​ທາງ​ເສດຖະກິດ​ທີ່​ຕົນ​ໄດ້ຮັບ.”

ໂດຍສ່ວນ​ໃຫຍ່​ແລ້ວ​ ນະ​ໂຍບາຍ​ທາງ​ການ​ຂອງລັດຖະບານ​ຈີນແມ່ນ​ບໍ່​ເຂົ້າ​ແຊກ​ແຊງ​ໃນ​ກິດ
ຈະການ​ພາຍໃນ​ຂອງ​ຕ່າງປະ​ເທດ ​ແລະຈີນໂຕ້​ແຍ້​ງວ່າ​ ແຕ່ລະ​ປະ​ເທດ​ກໍຄວນ​ຈະໄດ້​ຮັບອະນຸ
ຍາດ​ໃຫ້​ປະຕິບັດ ​ຕາມ​ຕາລາງ​ເວລາ​ຂອງ​ຕົນ ​ໃນ​ດ້ານ​ການ​ປັບປຸງ​ສິດທິມະນຸດ​ນັ້ນ.

ການ​ລົງ​ໂທດ​ຂອງ​ພວກ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່​ມຽນມາ ສໍາ​ລັບການ​ຝ່າຝືນ​ສິດທິ​ມະນຸດ​ຂອງ
ລັດຖະບານມຽມນານັ້ນ ​ແມ່ນ​ໄດ້​ເຮັດໃຫ້​ພວກ​ບໍລິສັດ​ຈາກ​ປະ​ເທດຕາ​ເວັນ​ຕົກ ​ບໍ່​ສາມາດ
ເຂົ້າ​ໄປປະກອບ​ທຸລະ​ກິດ​ຢູ່​ທີ່​ນັ້ນ​ໄດ້. ​ແຕ່​ພວກ​ບໍ​ລິ​ສັດ ຈາກ​ຈີນ ​ໄທ ​ແລະ​ພວກ​ປະ​ເທດ​
ເພື່ອນ​ບ້ານ​ອື່ນໆ​ ຍັງ​ສືບ​ຕໍ່​ທໍາທຸລະກິດໃນ​ມຽນມາຢູ່ຕໍ່​ມາ.

XS
SM
MD
LG