ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປ່ອຍໂຕ ອອງ ຊານ ຊູຈີ ໄດ້ພາໃຫ້ມີ ການປ່ຽນແປງ ໃນມຽນມາ ຫລືບໍ່ 1 ປີ ໃຫ້ຫລັງ? (ເບິ່ງວິດີໂອ)


ການປ່ອຍໂຕ ອອງ ຊານ ຊູຈີ ໄດ້ພາໃຫ້ມີ ການປ່ຽນແປງ ໃນມຽນມາ ຫລືບໍ່ 1 ປີ ໃຫ້ຫລັງ? (ເບິ່ງວິດີໂອ)
ການປ່ອຍໂຕ ອອງ ຊານ ຊູຈີ ໄດ້ພາໃຫ້ມີ ການປ່ຽນແປງ ໃນມຽນມາ ຫລືບໍ່ 1 ປີ ໃຫ້ຫລັງ? (ເບິ່ງວິດີໂອ)

ສິບ​ສອງ​ເດືອນ ຫລັງ​ຈາກທີ່​ທ່ານ​ນາງ ອອງຊາ​ນ ຊູ​ຈີ ຜູ້​ນໍາ​ປະຊາທິ​ປະ​ໄຕ​ມຽນມາ ​ໄດ້​ຖືກ​ ປ່ອຍ​ຕົວ​ຈາກ​ການ​ກັກ​ບໍລິ​ເວນ ລັດຖະບານ​ຊຸດ​ໃໝ່ໃນ​ມຽນມາ​ ກໍໄດ້​ເລິ່ມ​ທໍາ​ການ​ໂອ້​ລົມ​ກັບ ​ພວກ​ທີ່​ຕ້ອງ​ຕິ​ຕົນ​ບາງ​ຄົນ​. ກຸ່ມ ActionAid ຊຶ່ງ​ເປັນ​ກຸ່ມ​ການ​ກຸສົນ ​ທີ່ປະ​ຕິ​ບັດ​ງານຊ່ວຍ ​ເຫລືອຢູ່​ໃນ​ມຽນມາ​ ​ກ່າວ​ວ່າ ຄວນ​ຈະ​ຍຶດ​ເອົາ​ໂອກາດນີ້​ເພື່ອ​ຊຸກຍູ້​ໃຫ້​ມີການ​ປະຕິຮູບຫລາຍ ຂຶ້ນ. ​ແຕ່ຢູ່ນອກ​ຫົວ​ເມືອງ​​ໃຫຍ່ໆຂອງ​ມຽນມານັ້ນ ບັນດາ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ກ່າວ​ວ່າ ການ ປາບປາມ​ພວກປະຊາຊົນ​ຂອງ​​ເຂົາ​ເຈົ້າ ​ຍິ່ງ​ຮ້າຍ​ແຮງ​ລົງ​ໄປ​ນັບ​ມື້. ນັກຂ່າວວີໂອເອ Henry Ridgewell ລາຍງານມາຈາກລອນດອນ ດັ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດີໂອ ລາຍງານພາສາອັງກິດ

ເປັນເວລາຜ່ານ​ມາໄດ້ນຶ່ງ​ປີ​ ນັບ​ຕັ້ງ​ແຕ່​ມື້​ທີ່ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາພັກ​ຝ່າຍ​ຄ້ານ​ຂອງ
​ມຽນມາ​ ໄດ້​ຖືກ​ປ່ອຍຕົວ​ຈາກ​ການ​ກັກ​ບໍລິ​ເວນໃຫ້​ຢູ່​ແຕ່​ໃນ​ບ້ານເປັນ​ເວລາ​ເຈັດ​ປີນັ້ນ ​ທ່າມ
ກາງ​ສຽງ​ຮ້ອງ​ໂຮສະ​ແດງ​ຄວາມ​ປາບ​ປື້​ມດີ​ອົກ​ດີ​ໃຈຂອງພວກ​ສະໜັບສະໜຸນ​ທ່ານ​ນາງ​ ທີ່
​ໄດ້ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ບ້ານ​ພັກ​ຂອງ​ທ່ານ​ນາງ ທີ່​ນະຄອນຢ່າງ​ກຸ້ງ.

ການ​ຄັດຄ້ານ​ຂອງທ່ານ​ນາງ​ຕໍ່​ລັດຖະບານ​ທະຫານ​ມຽນມານັ້ນ​ໄດ້​ເປັນ​ເຫດ ​ໃຫ້​ທ່ານ​ນາງ
​ຕ້ອງ​ຖືກ​ກັກ​ບໍລິ​ເວນ​ເປັນ​ເວລາ 15 ປີ ​ຂອງ​ໄລຍະ 21 ປີ​ກ່ອນ​ຖືກ​ປ່ອຍ​ໂຕ​ນັ້ນ.

ລັດຖະບານພົນ​ລະ​ເຮືອນ​ແຕ່​ໃນ​ນາມ​ຊຸດ​ໃໝ່ຂອງມຽນມາ ​ທີ່​ໄດ້​ເລິ່ມເຂົ້າມາ​ບໍລິຫານ​ປະ​ເທດ​
ເມື່ອ​ເດືອນ​ມີນາ​ຜ່ານ​ມາ​ນີ້ ​ໄດ້​ເປີດທໍາ​ການທົດ​ລອງ ໂອ້​ລົມ​ສົນ​ທະ​ນາ​ກັນ ກັບ​ທ່າ​ນນາງ​ອອງ
ຊານ​ ຊູ​ຈີ. ​ແຕ່​ພວກ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ນີ້​ແມ່ນເອື້ອອໍານວຍ​ໂອກາດ​ອັນ​ດີ​ທີ່​ສຸດ​ໃນ​ຫລາຍ
​ສິບ​ປີ​ ເພື່ອ​ຊຸກຍູ້ການ​ປະຕິ​ຮູບແບບປະຊາທິປະ​ໄຕ ​ໃຫ້​ກ້າ​ວ​ໄກ​ໄປ​ໜ້າ.

ນາງ Emma Thompson ນັກສະ​ແດງຮູບ​ເງົາຊາວ​ອັງກິດ ​ທີ່ໄດ້​ເດີນທາງ​ໄປ​ຍັງ​ມຽນມາ
​ເມື່ອບໍ່​ດົນມາ​ນີ້​ ກັບ​ກຸ່ມ​ການ​ກຸສົນ ActionAid ​ແລະ​ໄດ້​ພົບ​ປະ​ກັບທ່ານ​ນາງ ອອງຊານ ຊູ​ຈີ
ກ່າວ​ວ່າ:

“ທ່ານ​ນາງ​ອອງຊານ ຊູ​ຈີ ​ແມ່ນ​ມີ​ຄວາມ​ລະມັດລະວັງຫລາຍ ​ແຕ່​ກໍ​ມີ​ທ່າ​ທີ​ຢູ່ໃນ​ແງ່​ດີ.
ຄໍາເວົ້າ​ທີ່​ທ່ານ​ນາງ​ໄດ້​ເວົ້າກັບ​ຂ້າພະ​ເຈົ້າ​ກ່ຽວ​ກັບ​ໃນສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ປັດຈຸບັນ​ນີ້
ກໍ​ແມ່ນ​ວ່າ ມັນ​ເປັນ​ການ​ສໍາຄັນ​ຫລາຍ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ບໍ່ດໍາ​ເນີນ​ການ ຢ່າງ​ຮີບ​ຮ້ອນ
​ຟ້າວ​ຟັ່ງ​ຢ່າງ​ບໍ່​ຮອບ​ຄອບ.”

ນາງ ແອ​ມມາ ທອມ​ສັນ ​ໄດ້ເດີນທາງກັບມາ​ ພ້ອມກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ ຈາກການຢ້ຽມ
ຢາມຂອງນາງ​ ໃນ​ຄັ້ງ​ນີ້. ນາງ​ເວົ້າ​ວ່າ:

ນ. Emma Thompson ນັກສະ ແດງຮູບເງົາຊາວອັງກິດທີ່ໄດ້ເດີນ ທາງໄປຍັງມຽນມາເມື່ອໆບໍ່ດົນມາ ນີ້ ກັບກຸ່ມການກຸສົນ ActionAid
ນ. Emma Thompson ນັກສະ ແດງຮູບເງົາຊາວອັງກິດທີ່ໄດ້ເດີນ ທາງໄປຍັງມຽນມາເມື່ອໆບໍ່ດົນມາ ນີ້ ກັບກຸ່ມການກຸສົນ ActionAid

“ແນ່ນອນ​ ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ສະພາບ​
ຄວາມທຸກ​ຈົນ​ຢູ່ທີ່​ນັ້ນ ຊຶ່ງ​ເປັນຄວາມ​ທຸກ​ຈົນ​
ຢ່າງແສນ​ສາຫັດ. ​ແຕ່​ຂ້າພະ​ເຈົ້າບໍ່​ຮູ້ສຶກ​ເລີຍ​
ວ່າ ມີພວກ​ຄົນ​ລຸ້ນນຶ່ງ​ຢູ່​ທີ່​ນັ້ນ ທີ່​ຢ້ານ​ກົວ​ເກີນ
​ກວ່າ​ທີ່​ຈະກ້າວ​ໄປ​ຂ້າງ​ໜ້າ ​ແລະ​ເຂົ້າ​ໄປດໍາ
ລົງ​ຊີວິດ​ຢູ່​ບ່ອນ​ໃດ​ທີ່ ​ເບິ່ງຄື​ວ່າ ກໍາລັງ​ໄຂ​ຂຶ້ນ​
ນັ້ນ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ມີການ​ໂອ້​ລົມ​ສົນ
ທະນາ​ກັນ​ແລ້ວ ການ​ໂອ້​ລົມ​ສົນທະນາ​ກັນ
​ຢ່າງ​ແທ້​ຈິງ ທີ່ກໍາລັງ​ເລິ່ມຂຶ້ນລະຫວ່າງລັດ
ຖະບານ​ທີ່​ຍາກ​ແລະ​ກັນດານ​ທີ່​ສຸດ​ ກັບ
​ປະຊາຊົນ​ຂອງ​ຕົນ.”

ລັດຖະບານ​ໄດ້ປ່ອຍ​ຕົວນັກ​ໂທດ​ການ​ເມືອງຈໍານວນ​ນຶ່ງ ​ໂຮມ​ທັງ 300 ຄົນ​ ອອກ​ຈາກ​ຄຸກ​
Insein ທີ່​ຊື່​ສຽງ​ເໜົ່າ​ເໝັນ​ຂອງ​ມຽນມາ ​ເມື່ອ​ເດືອນ​ຜ່ານມາ ​ແລະ​ກຸ່ມ​ການ​ກຸສົນ ActionAid
ກໍອ້າງ​ວ່າ​ ​ໄດ້​ມີ​ການໂຍະຍານ​ການ​ຄວບ​ຄຸມ​ກວດກາ​ຕ່າງໆ​ ແດ່​ແລ້ວ.

ແຕ່​ກໍ​ບໍ່​ແມ່ນ​ວ່າ​ຊາວ​ມຽນມາ​ໝົດ​ທຸກ​ຄົນ ຈະມີ​ຄວາມ​ເຫັນໃນ​ແງ່​ດີ​ແບບ​ດຽວ​ກັນນີ້.

ເວລາ​ຍັງ​ຢູ່​ໃນໄວ​ສາວນ້ອຍ​ນັ້ນ ນາງ Zoya Phan ຖືກ​ບັງຄັບ​ໃຫ້​ຫລົບໜີ​ອອກຈາກ​ໝູ່ບ້ານ
​ຊົນ​ເຜົ່າກະ​ລ່ຽງຂອງ​ນາງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ມຽນມາ ​ຍ້ອນ​ການ​ໂຈມ​ຕີ​ໂດຍ​ກອງທັບ
​ມຽນມາ. ​ໃນ​ທີ່​ສຸດ​ນັ້ນ ນາງ​ກໍໄດ້​ເອົາ​ຕົວ​ຫລົບ​ໜີ​ໄປ​ຍັງ​ປະ​ເທດ​ອັງກິດ ​ແລະ​ບັດ​ນີ້​ ​ເຮັດ​ວຽກ
ໃຫ້ກຸ່ມ​ສິດທິ​ມະນຸດ ປຸກລະດົມ​ເພື່ອ​ມຽນມາ ປະ​ຈໍາ​ອັງກິດ ຫລື Burma Campaign UK.
ນາງ​ໂຊ​ຍຍາ ພັນ ກ່າວ​ວ່າ

“ການ​ປ່ຽນ​ແປງ​ຢ່າງ​ດຽວທີ່​ເຫັນຢູ່​ໃນ​ຂົງ​ເຂດ​ຊົນ​ເຜົ່າ​ນັ້ນ​ ກໍ​ມີ​ແຕ່ການ​ຝ່າຝືນ​ສິດທິ​ມະນຸດ
ຢ່າງ​ຂະໜານໃຫຍ່ ການ​ສູ້​ລົບ​ກັນເພິ່ມຂຶ້ນ ​ແລະ​ການ​ໃຊ້ວິທີ​ການ​ຂົ່ມຂືນຊໍາ​ເລົາ​ເປັນ​ອາວຸດ​
ສົງຄາມ​ໂດຍ​ລັດຖະບານ​ມຽນມາ​ ກໍໄດ້​ເພີ່ມ​ຂຶ້ນຫລາຍ​ທີ່​ສຸດ ​ແລະ​ສະຖານະ​ການ​ສິດທິ​
ມະນຸດ​ຍິ່ງ​ຊໍ້າ​ຮ້າຍ​ລົງ​ໄປ​ທຸກ​ມື້.”

ນາງ​ພັນ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ປີຜ່ານມາ​ນີ້ ທີ່​ພວກ​ລັດຖະບານ​ປະ​ເທດ
​ຕາ​ເວັນ​ຕົກ​ອ້າງ​ວ່າ ມີ​ການ​ສໍ້ໂກງເພື່ອ​ຄໍ້າປະກັນ​ໃຫ້​ພວກ​ພັນທະ​ມິດຂອງຝ່າຍທະຫານ
ໄດ້​ຮັບໄຊຊະນະ​ນັ້ນ ​ແມ່ນ​ເປັນພາກ​ສ່ວນ​ນຶ່ງເປັນ​ການ​ຄິດ​ໄລ່​ທາງ​ການທູດ​ເປັນ​ຢ່າງ​ດີ
​ໂດຍ​ພວກ​ນາຍ​ພົນ​ທີ່​ ພົ້ນຈາກ​ຕໍາ​ແໜ່​ງທັງຫລາຍ. ນາງ​ພັນ​ເວົ້າ​ວ່າ:

“ຂັ້ນ​ຕອນທັງ​ໝົດ​ຂອງການ​ເລືອກ​ຕັ້ງ​ເມື່ອ​ປີຜ່ານ​ມາ​ ​ແມ່ນ​ໄດ້​ຖືກ​ອອກ​ແບບ​ວາງ​ແຜນ
ເພື່ອ​ໃຫ້​ຝ່າຍ​ທະຫານ​ໄດ້ກໍາ​ອໍານາດ​ບໍລິຫານ​ປະ​ເທດ ສຶບຕໍ່​ໄປນັ້ນ​ເອງ ​ແລະ​ບັດ​ນີ້​
ພວກ​ເຂົາ​ເຈົ້າກໍເລິ່ມ​ເປີດ​ກວ້າງ​ທາງ​ການ​ເມືອງ​ຂຶ້ນ​ແດ່​ໜ້ອຍ​ນຶ່ງ​ແລ້ວ ​ເພາະວ່າ​ພວກ​ເຂົາ
​ເຈົ້າຢາກ​ຫລີ້ນບົດບາດ​ດ້ານປະຊາສໍາພັນ ​ເພາະ​ເຂົາ​ເຈົ້າຢາກ​ເປັນ​ປະທານ​ສະມາຄົມ
​ອາ​ຊ່ຽນ​ໃນ​ ປີ 2014 ​ແລະ​ຢາກ​ໃຫ້ມີການ​ຍົກ​ເລີກ​ການ​ລົງ​ໂທດ​ໂດຍ​ນາໆຊາດ​ນັ້ນ.​”

ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້ສໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ​ນາງ​ອາດ​ຈົດ​ທະບຽນ​ພັກ​ຂອງ
ທ່ານ​ນາງ​ຄືນ​ໃໝ່ ກໍຄື​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ມຽນມານັ້ນ ຖ້າ​ຫາກ
​ວ່າ​ລັດຖະບານ​ແກ້​ໄຂ​ຕໍ່​ເຕີມ​ກົດໝາຍ​ການ​ເລືອກ​ຕັ້ງ​ບາງ​ຂໍ້ໃຫ້​ເໝາະ​ສົມ​ ຊຶ່ງນັ້ນ​ອາດເປັນ
​ການ​ເອື້ອ​ອໍານວຍ​ໃຫ້​ທ່ານ​ນາງ​ ລົງ​ສະ​ໝັກ​ເລືອກ​ຕັ້ງ​ໄດ້.

ໃນ​ຂະນະ​ທີ່​ເບິ່ງ​ຄື​ວ່າ​ ນັ້ນອາດ​ເປັນ​ຄວາມ​ຫວັງ​ທີ່​ດີ​ທີ່ສຸດ​ຂອງ​ມຽນມາ​ສໍາລັບ​ການ​ປະຕິ​
ຮູບ​ຕົວ​ຈິງ​ກໍ​ຕາມ ​ແຕ່​ພວກ​ສັງ​ເກດ​ການ ຄືນາງ Zoya Phan ນັ້ນ​ກ່າວວ່າ ຝ່າຍ​ທະຫານ
​ຍັງ​ບໍ່​ພ້ອມ​ທີ່ຈະ​ສະຫລະອໍານາດ​ເທື່ອ ໃນ​ເວລາ​ນີ້.

XS
SM
MD
LG