ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ຈະສືບສວນ ຫາສາເຫດ ໄຟໄໝ້ ທີ່ສູນອິສລາມ ໃນຢ້າງກຸ້ງ (ວີດິໂອ)


ຕໍາຫລວດຢືນຍາມເພື່ອຮັກສາຄວາມສະຫງົບ ຢູ່ຕໍ່ໜ້າ ສູນສາສະໜາອິສລາມ ທີ່ເກີດໄຟໄໝ້ ໃນນະຄອນຢ້າງກຸ້ງ.
ຕໍາຫລວດຢືນຍາມເພື່ອຮັກສາຄວາມສະຫງົບ ຢູ່ຕໍ່ໜ້າ ສູນສາສະໜາອິສລາມ ທີ່ເກີດໄຟໄໝ້ ໃນນະຄອນຢ້າງກຸ້ງ.
ມຽນມາປະກາດວ່າ ຈະໃຫ້ມີການສືບສວນຫາສາເຫດ ພາໃຫ້
ເກີດໄຟໄໝ້ທີ່ສູນສາສະໜາອິສລາມແຫ່ງນຶ່ງໃນນະຄອນຢ້າງກຸ້ງ
ທີ່ເຮັດໃຫ້ເດັກນ້ອຍ 13 ຄົນເສຍຊີວິດນັ້ນ ລຸນຫລັງທີ່ມີຊາວມຸສ
ລິມໃນທ້ອງຖິ່ນສະແດງຄວາມເປັນຫ່ວງວ່າ ອາດມີຄົນຕັ້ງໃຈຈູດ
ມັນ.

ໜັງສືພິມ New Light ຂອງທາງການມຽນມາເວົ້າໃນວັນພຸດມື້ນີ້ວ່າ
ຄະນະ ກໍາມາທິການລັດຖະບານທີ່ມີ 7 ຄົນ ຈະພາກັນສືບສວນເບິ່ງ
ເຫດໄຟໄໝ້ດັ່ງ ກ່າວ ຊຶ່ງເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ເກີດມາຈາກ
ບັນຫາໄຟຟ້າ.

ເຫດໄຟໄໝ້ໃນວັນອັງຄານວານນີ້ ແມ່ນເກີດຂຶ້ນຖ້າມກາງກະແສຟອງຄວາມຮຸນແຮງ ຕໍ່
ຕ້ານຊາວມຸສລິມ ຊຶ່ງມີວັດອິສລາມ ແລະອາຄານອື່ນໆ​ທີ່​ຊາວ​ມຸສລິມ​ເປັນເຈົ້າຂອງຫລາຍ
ແຫ່ງ ຖືກທໍາລາຍຢູ່ໃນຫຼາຍເມືອງ ໃນເຂດພາກກາງ ຂອງມຽນມາ.

ການຮັກສາຄວາມສະຫງົບຍັງເຄັ່ງຄັດ ໃນວັນພຸດມື້ນີ້ ຢູ່ນອກວັດອິສລາມແຫ່ງດັ່ງກ່າວບ່ອນ
ທີ່ຕໍາຫລວດປາບຈາລະຈົນສືບຕໍ່ລາດຕະເວນຕາມຖະໜົນຫົນທາງຕ່າງໆ. ພວກເຈົ້າໜ້າ
ທີ່ຢ້ານວ່າ ເຫດການດັ່ງກ່າວອາດພາໃຫ້​ເກີດຄວາມ ເຄັ່ງຕຶງທາງ​ດ້ານ​ສາສະໜາ​ເພີ້​ມຕື່ມ
ຢູ່ໃນປະເທດທີ່ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG