ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານມຽນມາ ປະທະກັນ ກັບພວກກະບົດເຜົ່າກະຈິນ


ແຜນທີ່ລັດເຜົ່າກະຈິນໃນມຽນມາ.
ວັນທີ 13 ມິຖຸນາ 2011
ແຜນທີ່ລັດເຜົ່າກະຈິນໃນມຽນມາ. ວັນທີ 13 ມິຖຸນາ 2011

















ບັນດາ​ຜູ້​ນໍາ​ກອງທັບ​ຊົນ​ເຜົ່າ​ນ້ອຍ​ກຸ່ມ​ນຶ່ງ​ໃນ​ມຽນມາ​ເຕືອນ​ວ່າ​ ສົງຄາມຈະຂະຫຍາຍວົງກວ້າງ​ອອກ​ອີກ ນອກຈາກ​ວ່າ​ພວກ​ທະຫານ​ລັດຖະບານ​ ຢຸດ​ທໍາການ​ບຸກ​ໂຈມ​ໂດຍທັນທີ​ ຕໍ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ກອງທັບ​ເອກກະລາດຊົນ​ເຜົ່າກະ​ຈິນ​ເທົ່າ​ນັ້ນ.

ລາຍ​ງານ​ຂ່າວທີ່ອອກໃນວັນ​ອັງຄານ​ມື້​ນີ້​ອ້າງ​ຄໍາ​ເວົ້າ​ຂອງພວກເຈົ້າ​ໜ້າ​ທີ່ກອງທັບ​ເອກກະລາດ​ຊົນ​ເຜົ່າ​ກະ​ຈິນຫຼື KIA ວ່າ ກຸ່ມ​ກະບົດດັ່ງກ່າວ​ໄດ້ໝົດຄວາມ​ອົດ​ທົນ​ແລ້ວ ​ແລະ​ໄດ້​ສັ່ງ​ໃຫ້​ກໍາລັງ​ຂອງ​ຕົນ​ທໍາ​ການ​ຕ້ານ​ຢັນ​ ນອກຈາກ​ວ່າ​ທາງ​ລັດຖະບານ​ຈະ​ຖອນ​ທະຫານຄືນ​ໄປ ພາຍ​ໃນທ່ຽງ​ຄືນ​ຂອງຄືນວັນຈັນ​. ກຸ່ມ​ດັ່ງກ່າວ​ຍັງ​ເຕືອນ​ເຊ່ນ​ກັນ​ວ່າ ​ເບິ່ງ​ຄື​ວ່າ ການສູ້​ລົບ​ກັນຈະ​ແຜ່​ລາມ​ໄປ​ຍັງ​ລັດ Shan ​ໃນ​ພາກ​ເໜືອ​ຂອງ​ມຽນມາ​ແລະ​ໄປ​ຍັງ​ເຂດ​ອື່ນໆ​ຂອງ​ປະ​ເທດ.

ມີ​ລາຍ​ງານ​ວ່າ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ສູ້​ລົບ​ກັນ​ນີ້ ຊຶ່ງ​
ໄດ້ເລີ້ມ​ມາ​ຕັ້ງ​ແຕ່​ທ້າຍສັບປະດາ​ແລ້ວ​ນີ້ ​ແລະ​ໄດ້​ເຮັດ​ໃຫ້​ພວກ​ຊາວບ້ານ​ຫລາຍ​ຮ້ອຍ​ຄົນ​
ຫລົບໜີ​ໄປສູ່​ຊາຍ​ແດນ​ຈີນ. ພະແນ​ກພາສາ​ມຽນມາ​ຂອງ​ວີ​ໂອ​ເອ​ແຈ້ງ​ໃຫ້​ຊາບ​ວ່າ ພວກ​ກະ
ບົດ​ໄດ້ສູນ​ເສຍ​ຄ້າຍ​ຂອງ​ເຂົາ​ເຈົ້າ​ໄປ 3 ​ແຫ່ງ​ແລະ​ກໍາລັງ​ຝ່າຍ​ລັດຖະບານ​ພວມຫຍັບ​ເຂົ້າ​ໄປ​
ໃກ້​ກັບ​ທີ່ໝັ້ນ​ແຫ່ງ​ອື່ນໆ​ອີກ​ຂອງ​ພວກ​ກະບົດ.

ກຸ່ມ​ຂ່າວ​ກະ​ຈິນຊຶ່ງ​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ໄທ​ອ້າງ​ຄໍາ​ເວົ້າ​ຂອງ​ບັນດາເຈົ້າ​ໜ້າ​ທີ່​ຂອງກອງທັບ
ເອກກະລາດ​ຊົນ​ເຜົ່າ​ກະ​ຈິ​ນວ່າລັດຖະບານ​ພວມ​ພະຍາຍາມ​ຂັບໄລ່ພວກ​ກະບົດ​ອອກ​ຈາກ
ຂົງ​ເຂດ​ນຶ່ງ​ເລາະ​ແຄມ​ແມ່​ນໍ້າ Taping ບ່ອນ​ທີ່​ບໍລິສັດ​ນຶ່ງ​ຂອງ​ຈີນ​ກໍາລັງ​ກໍ່ສ້າງ​ເຂື່ຶອນໄຟຟ້າ
ພະລັງ​ນໍ້າ 2 ​ແຫ່ງ​ຢູ່​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂື່ອນ​ແຫ່ງ​ນຶ່ງ​ໄດ້​ປັ່ນ​ພະລັງ​ໄຟຟ້າ​ໃຫ້
ແກ່​ຈີນ​ແລະ​ມຽນມາ​ມາ​ຕັ້ງ​ແຕ່​ເດືອນ​ກຸມພາ​ຜ່ານ​ມາ.

XS
SM
MD
LG