ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກ ຢູ່ໃນນະຄອນຢ້າງກຸ້ງ ເຮັດໃຫ້ຜູ້ນຶ່ງ​ເສຍ​ຊີວິດ


ຕໍາຫລວດກວດເບິ່ງເຫດລະເບີດແຕກທີ່ເກີດຂຶ້ນໃນວັນພຸດ ທີ 21 ທັນວານນີ້ ຢູ່ໃກ້ກັບຫ້ອງນໍ້າສາທາລະນະ ແຫ່ງນຶ່ງ ຢູ່ກຸງຢ້າງກຸ້ງ ທີ່ໄດ້ເຮັດໃຫ້ຜູ້ຍິງຄົນນຶ່ງເສຍຊີວິດ (AP Photo/Khin Maung Win)
ຕໍາຫລວດກວດເບິ່ງເຫດລະເບີດແຕກທີ່ເກີດຂຶ້ນໃນວັນພຸດ ທີ 21 ທັນວານນີ້ ຢູ່ໃກ້ກັບຫ້ອງນໍ້າສາທາລະນະ ແຫ່ງນຶ່ງ ຢູ່ກຸງຢ້າງກຸ້ງ ທີ່ໄດ້ເຮັດໃຫ້ຜູ້ຍິງຄົນນຶ່ງເສຍຊີວິດ (AP Photo/Khin Maung Win)

ລະ​ເບີດ​ໄດ້​ແຕກ​ຂຶ້ນ ຢູ່​ໃກ້​ທາງ​ສີ່​ແຍກ​ແຫ່ງ​ນຶ່ງ​ທີ່​ມີ​ການ​ສັນຈອນ​ໄປມາຢ່າງ​ຄັບຄັ່ງ ​ໃນ​ນະ
ຄອນ​ຢ້າງ​ກຸ້ງ ທີ່​ເປັນ​ສູນ​ກາງ​ການ​ຄ້າ ​ແລະ​ນະຄອນຫລວງ​ເກົ່າ​ຂອງມຽນມານັ້ນ ​ໄດ້​ເຮັດ
ໃຫ້ຜູ້ນຶ່ງ​ເສຍ​ຊີວິດ ​ແລະ​ຢ່າງໜ້ອຍອີກນຶ່ງຄົນ​ໄດ້ຮັບບາດ​ເຈັບ.

ຕໍາຫລວດ​ເວົ້າວ່າ ​ເຫດ​ລະ​ເບີດ​ແຕກ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ມື້ນີ້ ​ໃກ້​ກັບ​ຫ້ອງ​ນໍ້າ ສາທາລະນະ​ແຫ່ງ​ນຶ່ງ ຊຶ່ງ​ໄດ້​ເຮັດ​ໃຫ້ຜູ້ຍິງ​ຄົນ​ນຶ່ງ​ເສຍ​ຊີວິດ. ຕໍາຫລວດ​ໄດ້​ໃຫ້​ຄົນ​ອອກໄປຈາກ​ສະຖານທີ່​ເກີດ​ເຫດ ​ແລະ​ກໍາລັງ​ທໍາ​ການສືບສວນສອບ​ສວນ ​ເຫດ​ການ​ນັ້ນຢູ່.

ເຫດລະ​ເບີດ​ແຕກ ບໍ່ຄ່ອຍມັກ​ເກີດຂຶ້ນຢູ່​ໃນມຽນມາ. ລັດຖະບານ​ທະຫານ ​ທີ່ ໄດ້​ປົກຄອງ​ປະ​ເທດ​ມາ​ໄດ້ 5 ທົດ​ສະ​ວັດນັ້ນ ປົກກະຕິ​ແລ້ວ ຈະ​ຖິ້ມ​ໂທດ​ໃສ່ ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ແລະ​ພວກ​ຕໍ່ສູ້​ທີ່​ເປັນ​ຊົນຊາດ​ຊົນ​ເຜົ່າ​ກຸ່ມ​ນ້ອຍ.

ລັດຖະບານ​ໃໝ່ ທີ່​ໄດ້ຮັບການໜູນຫລັງ​ຈາກ​ພວກ​ທະຫານ ​ໄດ້​ເຂົ້າກຳ​ອຳນາດ ຄວບ​ຄຸມ​ປະ​ເທດ​ໃນ​ເດືອນ​ມີນາ​ຜ່ານ​ມານີ້.

XS
SM
MD
LG