ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານມຽນມາ ສະແດງ ຄວາມເປັນປະຊາທິປະໄຕ ດ້ວຍຍົກເລີກ ໂຄງການສ້າງເຂື່ອນຕ່າງໆ


ນາຍພົນ Min Aung Hlaing (ຊ້າຍ) ຜູ້ບັນຊາການສູງສຸດກອງທັບມຽນມາ ຈັບມືກັບທ່ານນາງຍິ່ງລັກ ຊິນນະ ວັດ ນາຍົກລັດຖະມົນຕີໄທ ທີ່ທຳນຽບລັດຖະບານ ຢູ່ບາງກອກ (10 ມັງກອນ 2012)
ນາຍພົນ Min Aung Hlaing (ຊ້າຍ) ຜູ້ບັນຊາການສູງສຸດກອງທັບມຽນມາ ຈັບມືກັບທ່ານນາງຍິ່ງລັກ ຊິນນະ ວັດ ນາຍົກລັດຖະມົນຕີໄທ ທີ່ທຳນຽບລັດຖະບານ ຢູ່ບາງກອກ (10 ມັງກອນ 2012)

ລັດຖະບານໃໝ່ມຽນມາ ພວມໄດ້ຮັບການຕົບມືຊົມເຊີຍ ຈາກພວກນັກເຄື່ອນໄຫວອະນຸລັກ ສິ່ງແວດລ້ອມຍ້ອນໄດ້ໂຈະ ໂຄງການສ້າງເຂື່ອນໄຟຟ້າພະລັງນໍ້າຂະໜາດໃຫຍ່ຈຳນວນນຶ່ງ ລຸນຫຼັງທີ່ໄດ້ມີການຕຳໜິຕິຕຽນຈາກປະຊາຊົນ. ພວກນັກວິເຄາະການເມືອງກ່າວວ່າໃນການ ໂຈະການກໍ່ສ້າງເຂື່ອນ ເຫຼົ່ານີ້ໄວ້ນັ້ນ ແມ່ນລັດຖະບານພົນລະເຮືອນ ແຕ່ພຽງໃນນາມຂອງ ມຽນມາ ມີຈຸດມຸ່ງຫວັງທີ່ຈະແຍກໂຕອອກຫ່າງ ຈາກການປົກຄອງຂອງພວກທະຫານ. ຜູ້ສື່ ຂ່າວວີໂອເອ Daniel Schearf ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ

ໃນ​ສັບປະດາແລ້ວນີ້ ອົງການໄຟຟ້າຂອງ​ມຽນມາ ​ໄດ້​ຍົກ​ເລີກ​ຢ່າງ​ກະທັນຫັນ ​ໂຄງການ​ສ້າງ​
ໂຮງ​ໄຟຟ້າ​ໃຊ້​ຖ່ານ​ຫີນຂະໜາດ 4,000 ​ເມ​ກາ​ວັດ ​ໃນ​ເຂດ​ເສດຖະກິດພິ​ເສດ Dawei.

ເຂດ​ພັດທະນາ​ທີ່​ໃຊ້​ເງິນ​ທຶນ​ຫຼາຍພັນ​ລ້ານ​ໂດ​ລາ​ດັ່ງກ່າວ​ນີ້ ​ແມ່ນ​ຕັ້ງຢູ່​ແຄມ​ມະຫາ​ສະມຸດອິນ
ເດຍ​ ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ມຽນມາ ທີ່​ຈະ​ຮວມທັງ​ທ່າ​ເຮືອ​ນໍ້າ​ເລິກ​ແລະ​ໂຮງ​ກັ່ນ​ນໍ້າມັນນຳ
ດ້ວຍ.

ໂຮງ​ໄຟຟ້າ​ໃຊ້​ຖ່ານ​ຫີນທີ່​ວ່ານີ້​ໄດ້​ຖືກສະ​ເໜີ​ໃຫ້​ສ້າງ​ຂຶ້ນ​ເພື່ອ​ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງການ​ເສດ
ຖະກິດ​ພິ​ເສດ​ດັ່ງກ່າວພາຍ​ໃຕ້​ການ​ນຳພາ​ຂອງ​ບໍລິສັດການ​ພັດທະນາ​ອີ​ຕາ​ລຽນ​-​ໄທ.

ເຖິງ​ແມ່ນພວກ​ນັກ​ເຄື່ອນ​ໄຫວ ​ໄດ້​ກ່າວ​ຊົມ​ເຊີຍ ການ​ຍົກ​ເລີກ​ໂຄງການ​ກໍ່ສ້າງດັ່ງກ່າວ​ກໍ​ຕາມ
ແຕ່​ທ່ານ U Thin Aung ຜູ້ອຳນວຍການ​ຂອງ​ບໍລິສັດ​ ກ່າວວ່າ ທ່ານບໍ່ໄດ້​ເຫັນຮ່ອງຮອຍ​
ກ່ຽວ​ກັບເລື່ອງ​ນີ້ມາ​ກ່ອນ​ເລີຍ. ທ່ານ​ເວົ້າວ່າ ຂໍ້​ສະ​ເໜີ​ສ້າງ​ໂຮງ​ໄຟຟ້ານີ້ ​ແມ່ນ​ຍັງ​ຢູ່​ໃນ​ຂັ້ນຄິດ
ວາງແ​ຜນ​ເທົ່າ​ນັ້ນແລະເຈົ້າໜ້າ​ທີ່​ກໍ​ບໍ່​ໄດ້​ເຕືອນ​ລ່ວງ​ໜ້າກ່ຽວ​ກັບ​ການ​ຍົກ​ເລີກ​ໂຄງການ.

ທ່ານ​ອອງ​ເວົ້າ​ວ່າ “ມັນ​ເປັນ​ເລື່ອງ​ ທີ່​ປະຫຼາດໃຈຫຼາຍ ຍ້ອນ​ວ່າ​ພວກ​ເຮົາຮອດບໍ່ໄດ້
ຍື່ນ​ຄຳ​ຮ້ອງ​ເພື່ອຂໍສ້າງ​ໂຮງ​ໄຟຟ້າ​ທີ່​ໃຊ້​ຖ່ານ​ຫີນ​ຂະໜາດ 4,000 ​ເມ​ກາ​ວັດນີ້
ເລີຍ
ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ ເປັນ​ຫຍັງ ພວກ​ເຂົາ​ເຈົ້າຈຶ່ງ​ຕ້ອງ​ຍົກ​ເລີກ ໃນ​ສິ່ງ​ທີ່​ພວກ​ເຮົາ​ບໍ່
ເຄີຍຂໍ​ຮ້ອງ​ມາ​ກ່ອນ​ເລີຍ.”

ເຈົ້າໜ້າທີ່ມຽນມາ​ກ່າວ​ວ່າ ການ​ຕັດສິນ​ໃຈຍົກ​ເລີກ​ໂຄງການ​ສ້າງ​ໂຮງ​ໄຟຟ້າ​ໄດ້ມີ​ຂຶ້ນເພື່ອ​ເປັນ​
ການ​ສະໜອງ​ຕອບ​ຕໍ່​ການສະ​ແດງ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຜົນ​ກະທົບ​ທີ່ຈະ
ມີ​ຕໍ່​ສິ່ງ​ແວດ​ລ້ອມ.

ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ພາກັນ​ຕຳ​ໜິຕິຕຽນ​ເຈົ້າໜ້າ​ທີ່​ລັດຖະບານທະ

ຫານ​ມຽນມາ​ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ກ່ຽວ​ກັບ​ການ​ສວຍ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​
ຂອງ​ປະ​ເທດ​ເພື່ອຜົນ​ປະ​ໂຫຍ​ດສ່ວນ​ໂຕ​ໂດຍເກືອບ​ວ່າ ບໍ່​ມີ​ການ​ຂໍ​ຄວາມ​ຄິດ​ຄວາມ​ເຫັນຫລື
ເອົາ​ຫົວຊາຕໍ່ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາຊົນ​ເລີຍກ່ຽວ​ກັບຜົນ​ກະທົບຕໍ່​ສິ່ງແວ​ດລ້ອມ​.

ໄດ້ມີ​ການ​ປະກາດຂ່າວ ການ​ຍົກ​ເລີກ​ໂຄງການດັ່ງກ່າວ ​ຢູ່​ນະ​ຄອນ​ຢ່າງ​ກຸ້ງ ໃນ​ຂະນະ​ທີ່​ຜູ້​ບັນ
ຊາ​ການ​ກອງທັບ​ມຽນມາ ນາຍ​ພົນ Min Aung Hlaing ທຳ​ການ​ຢ້ຽມຢາມ​ປະ​ເທດ​ໄທ​ຢ່າງ
ເປັນ​ທາງ​ການ.

ພວກ​ນັກວິ​ເຄາະ​ການ​ເມືອງ​ເວົ້າວ່າ ​ເວລາ​ໃນ​ການ​ປະກາດ​ຍົກ​ເລີກ​ອາດ​ ຈະ​ບໍ່​ແມ່ນ​ເລື່ອງ​ບັງ
ເອີນ​ເລີຍ ​ຍ້ອນ​ວ່າ​ລັດຖະບານ​ພົນລະ​ເຮືອນ​ພຽງ​ແຕ່​ໃນ​ນາມ​ຂອງ​ມຽນມາ​ຕ້ອງການ​ຢາກສ້າງ
ພາບ​ພົດ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອກະລາດຈາກ​ພວກ​ທະຫານ.

ທ່ານ​ Aung Thu Nyein ຈາກ​ສະ​ຖາ​ບັນພັດທະນາ Vahu ທີ່​ມີ​ສຳນັກງານ​ຢູ່​ປະ​ເທດໄທ​
ໃຫ້​ຄວາ​ມ​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້ວ່າ.

ທ່ານ Nyein ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ​ ໃນ​ເວລາ​ນີ້ ລັດຖະບານ​ໃໝ່​ຂອງ​ມຽນ
ມາ​ກຳລັງປະ​ເຊີນ ດັ່ງ​ທີ່​ທ່ານ​ຮູ້ກັບຜົນສະທ້ອນ​ທີ່​ຕິດຕາມ​ມາ​ໃນ​ທຳນອງ​ນີ້ແລະ​
ການ​ຕັດສິນ​ໃຈ​ ທີ່​ໄດ້​ເຮັດ​ລົງ​ໄປ​ໂດຍ​ອຳນາດ​ການ​ປົກຄອງ​ຊຸດ​ກ່ອນ ​ແລະ​ໃນ​
ເວລາ​ດຽວ​ກັນ ເມື່ອ​ມີ​ການ​ເປີດ​ກວ້າງ​ນ້ອຍໆ​ເກີດ​ຂຶ້ນ ປະຊາຊົນກໍ​ເລີ່​ມທຳ​ການ
ເຄື່ອນ​ໄຫວຕໍ່ຕ້ານ ໃນສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ໄດ້​ຮັບ​ຜົນ​ກະທົບ​ມາ​ແລ້ວ ຫຼື​ໃນ​
ສິ່ງທີ່​ພວກ​ເຂົາ​ເຈົ້າ ມີ​ຄວາມ​ເປັນຫ່ວງ​ນໍາ. ຂ້າພະ​ເຈົ້າຄິດ​ວ່າ ການປຸກລະດົມ​
ຂອງ​ປະຊາຊົນກຳລັງໄດ້​ຮັບແຮງ​ກະຕຸກ​ຊຸກຍູ້​ໃນ​ເວລາ​ນີ້.”

ລັດຖະບານ​ຂອງ​ປະທານາທິບໍດີ​ເທ​ນ​ເຊ​ນໄດ້​ເຂົ້າຮັບ​ໜ້າ​ທີ່​ແທນ​ການ​ປົກຄອງ​ຢ່າງ​ເປີດ​ເຜີຍ
ຂອງ​ພວກ​ທະຫານ​ທີ່​ມີ​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດນັ້ນ ຫຼັງຈາກ​ການ​ເລືອກ​ຕັ້ງທີ່​ຕົກເປັນ
ຫົວ​ຂໍ້​ຂັດ​ແຍ້​ງກັນໃນ​ປີ 2010 ທີ່​ໃຫ້ການ​ຄໍ້າປະກັນ ​ບົດບາດ​ຂອງ​ພວກ​ທະຫານ​ໃນ​ຄະນະ
ລັດຖະບານ​ນັ້ນ.

ແຕ່​ທ່ານ​ເທ​ນ​ເຊ​ນ ​ເຖິງ​ແມ່ນ​ເຄີຍເປັນ​ນາຍ​ພົນ​ ໃນ​ຄະນະ​ລັດຖະບານ​ຊຸດ​ເກົ່າ​ກໍ​ຈິງ ​ໄດ້​ສ້າງ​
ຄວາມ​ແປກ​ປະຫຼາດ​ໃຈ​ໃຫ້​ແກ່​ພວກ​ຕຳໜິຕິຕຽນ​ ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ກາ​ນ​ປະຕິ​ຮູບຕໍ່
ເນື່ອງ​ກັນ​ຫລາຍ​ຊຸດ ​ແລະເຂົ້າພົວພັນ​ນຳ​ການ​ເຈລະຈາ​ກັບ​ພວກ​ຝ່າຍ​ຄ້ານ.

ໂຮງ​ໄຟຟ້າ​ດັ່ງກ່າວ​ນີ້​ ແມ່ນ​ໂຄງການ​ຂະໜາດ​ໃຫຍ່​ອັນ​ທີ​ສອງທີ່​ລັດຖະບານ​ມຽນມາ​ໄດ້ສັ່ງ​
ໃຫ້​ຢຸດຢ່າງ​ກະທັນຫັນຫຼັງຈາກ​ໄດ້​ມີ​ການ​ຄັດຄ້ານ​ຈາກ​ປະຊາຊົນ.

ໃນ​ເດືອນ​ກັນຍາ​ຜ່ານ​ມາປະ​ທາ​ນາ​ທິບໍດີ​ເທ​ນ​ເຊ​ນ​ໄດ້​ສັ່ງ​ໃຫ້​ໂຈ​ະ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​
ພະລັງ​ນໍ້າ Myitsone ທີ່​ໄດ້ຮັບ​ການ​ສະໜັບສະໜຸນ​ຈາກ​ຈີນ ຢູ່​ໃນເຂດ​ພາກ​ເໜືອ​ຂອງປະ​
ເທດ.

ໂຄງການ​ດັ່ງກ່າວ​ນີ້ ​ຖືກ​ຕຳ​ໜິຕິຕຽນ​ຍ້ອນ​ຂາດ​ຄວາ​ມ​ໂປ່​ງ​ໃສ ບໍ່​ມີ​ການ​ປຶກສາຫາລື​ກັບ​ປະ
ຊາຊົນແລະ​ອາດ​ຈະ​ມີ​ຜົນ​ກະທົບ​ຕໍ່​ສິ່ງແວດ​ລ້ອມ.

ນອກ​ນັ້ນ​ແລ້ວ ໂຄງການ​ສ້າງ​ເຂື່ອນ Myitsone ​ແລະ​ໂຄງການ​ສ້າງ​ໂຮງ​ໄຟຟ້າໃຊ້​ຖ່ານ​ຫີນ​
ໃນ​ເຂດ Dawei ຍັງ​ຈະ​ພາ​ໃຫ້​ມີ​ການ​ຍົກຍ້າຍ​ພວກ​ຊາວບ້ານ​ຈຳນວນ​ຫຼາຍໆພັນ​ຄົນອີກ.

ທ່ານ Aung Thu Nyein ກ່າວ​ວ່າ ປະທານາທິບໍດີ​ເທ​ນເຊ​ນຢາກ​ຈະ​ສ້າງ​ພາບ​ພົດ​ໃຫ້ມຽນ
ມາ​ເປັນ​ປະ​ເທດ​ປະຊາທິປະ​ໄຕ ​ທີ່​ມີ​ຄວາມ​ຮັບຜິດຊອບ ​ເຖິງ​ແມ່ນ​ໄດ້​ຮັບ​ການ​ສະໜັບສະ​ໜຸນ
ຈາກ​ພວກ​ທະຫານ​ກໍ​ຕາມ. ​ແຕ່​ຂະນະ​ດຽວ​ກັນ ​ທ່ານ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຍັງມີ​ໂຄງ​ການ​ສ້າງ
ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ອີກ​ຫຼາຍໆ​ແຫ່ງທີ່​ທາງ​ການ​ຍັງວາງ​ແຜນ​ຈະກໍ່ສ້າງ​ໂດຍບໍ່ໃຫ້​ປະຊາຊົນ
ປະກອບ​ຄວາມ​ຄິດ​ເຫັນ.

ທ່ານ​ເວົ້າ​ວ່າ: “ຖ້າ​ລັດຖະບານ​ຫາກ​ມີ​ຄວາມ​ຈິງ​ໃຈ​ແທ້ໆ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ
ສາ​ສິ່ງ​ແວດ​ລ້ອມແລ້ວ ພວກ​ເຂົາ​ເຈົ້າກໍຈຳ​ເປັນ​ຈະ​ຕ້ອງ​ ໄດ້​ຮັບ​ຜ່ານ​ກົດໝາຍ​
ແລະ​ລະບຽບ​ການ​ຈຳນວນ​ນຶ່ງ ​ເພື່ອຊັ່ງຊາ​ຕີ​ລາຄາ​ ເບິ່ງ​ຜົນ​ກະທົບ​ ຕໍ່ສິ່ງ​ແວດ​
ລ້ອມ ​ຫຼື EIA ​ແລະ​ຜົນ​ກະທົບ​ທາງ​ດ້ານ​ສັງຄົມ ​ຫຼື SIA ສຳລັບ​ທຸກໆ​ໂຄງການ​
ຢູ່​ໃນ​ມຽນມາ. ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ຍັງ​ບໍ່​ທັນ​ມີ​ຂໍ້​ບັງຄັບ ​ກ່ຽວ​ກັບການຊັ່ງຊາ​ຕີ​
ລາຄາ​ ເບິ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ​ຜົນ​ກະທົ​ບ​ຕໍ່​ສັງຄົມ ສຳລັບ​ທຸກໆ
ໂຄງການ​ຢູ່​ໃນ​ປະ​ເທດ​ເທື່ອ.”

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕົນ​ກຳລັງ​ພິຈາລະນາ​ທີ່​ຈະ​ອະນຸຍາດ​ໃຫ້​ມີ​ການ​ສ້າງ​ໂຮງ​ໄຟຟ້າທີ່​ໃຊ້
ຖ່ານ​ຫີນ​ຂະໜາດ​ທີ່​ນ້ອຍ​ກວ່າ​ ຄື 400 ​ເມ​ກາ​ວັດ ​ຢູ່​ໃນ​ເຂດ Dawei ຫຼືບໍ່​ກໍ​ທາງເລືອກ​ອື່ນ​
ທີ່​ສ້າງ​ຄວາມ​ເປື້ອນ​ເປິະໜ້ອຍ​ລົງນັ້ນກໍ​ຄື​ຈັກ​ໄຟຟ້າ​ແລ່ນ​ແກັສທຳ​ມະ​ຊາດ.

ເຖິງ​ແມ່ນ​ວ່າ ການ​ຕັດສິນ​ໃຈ​ຍົກ​ເລີກການ​ສ້າງ​ໂຮງ​ໄຟຟ້າ​ໃນ​ເຂດ Dawei ຢ່າງ​ນ້ອຍກໍໄດ້​
ສົ່ງຜົນ​ໃຫ້ມີການຫຼຸດຂະໜາດມາເປັນ​ໂຮງ​ໄຟຟ້າ​ແລ່ນຖ່ານ​ຫີນ​ ທີ່ນ້ອຍ​ລົງກໍ​ຕາມ ​ແຕ່​ໂຄງ
ການ​ສ້າງ​ເຂື່ອນ Myitsone ​ແມ່ນ​ໄດ້​ຖືກ​ໂຈະເປັນ​ການ​ຊົ່ວຄາວ​ທໍ່​ນັ້ນ ແລະ​ໃນ​ມື້​ໃດ​ມື້ນຶ່ງ​ກໍ
ອາດ​ຈະເລີ່​ມຄືນ​ໃໝ່​ອີກດັ່ງ​ທີ່​ໄດ້​ວາງ​ແຜນ​ໄວ້ ກໍ​ເປັນ​ໄດ້.

ແຕ່​ແນວ​ໃດ​ກໍ​ຕາມທ່ານ Aung Thu Nyein ​ເວົ້າວ່າ ນັ້ນ​ຄົງບໍ່​ມີ​ທ່າ​ທາງທີ່​ຈະ​ເປັນ​ໄປ​ໄດ້
ເພາະແນ່ນອນວ່າມັນຈະ​ມີ​ການຮ້ອງໂຮ​ຄັດຄ້ານ​ຢ່າງ​ຂະໜານ​ໃຫຍ່ຂອງ​ປະຊາຊົນ.

XS
SM
MD
LG